google-site-verification: google0d91bc93cfc88895.html ກິນເຫລົ້າເຂົ້າພັນສາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 29, 2013

ກິນເຫລົ້າເຂົ້າພັນສາ

ກິນເຫລົ້າເຂົ້າພັນສາຂ້ອຍ​ມີ​ຄວາມ​ຄິດ​ວ່າ­ການ​ກິນ​ເຫຼົ້າ ຫຼື ງົດ​ເວັ້ນ​ບໍ່​ກິນ​ເຫຼົ້າ​ເຂົ້າພັນ​ສາ ​ເປັນ​ສິດ­ທິສ່ວນບຸກ­ຄົນ ເລື່ອງ​ຂອງ​ພວກ​ນີ້​ບໍ່​ສາ­ມາດ​


ຂ້ອຍ​ມີ​ຄວາມ​ຄິດ​ວ່າ­ການ​ກິນ​ເຫຼົ້າ ຫຼື ງົດ​ເວັ້ນ​ບໍ່​ກິນ​ເຫຼົ້າ​ເຂົ້າພັນ​ສາ ​ເປັນ​ສິດ­ທິສ່ວນບຸກ­ຄົນ ເລື່ອງ​ຂອງ​ພວກ​ນີ້​ບໍ່​ສາ­ມາດ​ຫ້າມ​ກັນ​ໄດ້ ແລະ ກໍ​ບໍ່​ຄວນ​ໄປ​ຫ້າມ ເພາະສິດ​ກໍ​ຄື​ສິດ ແມ້​ກະ​ທັ້ງ​ຂ້ອຍ​ເອງ ຍັງບໍ່​ເຄີຍ​ຢຸດ​ກິນ​ເຫຼົ້າ​ໃນ​ເທດ­ສະ­ການບຸນ​ເຂົ້າ​ພັນສາ ຂໍ​ໃຫ້​ມີງານ​ສ້າງ­ສັນ ແລະ ສະ­ຖານ­ທີ່​ທີ່​ເໝາະ​ສົມ ເອົາ​ເປັນ​ວ່າ​ເວລາ​ໂອ­ກາດ​ເໝາະ​ສົມ ເງື່ອນ­ໄຂ​ສະ­ດວກ ຂ້ອຍ​ຍ່ອມ​ຮ່ວມວົງ​ດ້ວຍ ເວົ້າ​ແນວ​ນີ້​ບາງ​ຄົນ​ບາງທ່ານ​ພັດ​ມີ​ມຸມ​ຕ່າງ​ກັນວ່າ ເປັນ​ຫຍັງ​ຈຶ່ງ​ກ້າ​ເວົ້າ​ອອກ​ມາ​ວ່າ: ບໍ່​ຄິດ​ທີ່​ຈະ​ຢຸດ​ກິນເຫຼົ້າ ກໍ​ໃນ​ເມື່ອ​ຄົນ​ເຮົາ​ເປັນ​ໂຕ​ຂອງ​ໂຕ​ເອງແລ້ວ ​ຊິ​ມາ​ອ້ຳໆອາຍໆ​ເຮັດ​ຫຍັງໃນ​ເມື່ອກິນ​ເຫຼົ້າ​ແລ້ວ ​ບໍ່​ເຖິງ​ຂະ­ໜາດ​ເມົາຈະ​ໄປ​ຕີ​ຫົວ​ຄົນ ຫຼື ສີເມົາໆ​ແນ່ ບໍ່​ແມ່ນ​ເຮັດ​ສຽງດັງຂຶ້ນ​ໂວຍວາຍ ຊ້ຳ­ບໍ່­ໜຳ​ຍັງ​ມີ​ຄຳ​ເວົ້າ ແລະ ພຶດ­ຕິ​ກຳ​ສໍ່​ສະ­ແດງ​ໄປ​ໃນທາງ​ຜິດ​ຖຽງລຽງ​ເລວ ແລະ ກໍ່­ກວນ​ຊາວບ້ານ​ອ້ອມ​ຂ້າງ.
ຂ້ອຍ​ຢາກ​ເວົ້າ​ໃຫ້​ແຈ້ງ​ສຳ­ລັບ​ຜູ້​ທີ່​ຍັງ​ບໍ່​ເຂົ້າ­ໃຈ​ວ່າ ການຫຼີກ­ເວັ້ນ​ຈາກ​ການ​ບໍ່​ດື່ມ­ນ້ຳເມົາ ​ຄື ສຸ­ລາ ເປັນ­ຕົ້ນ ໃນ​ງານບຸນ​ເຂົ້າ​ພັນ​ສາ​ນີ້ ຍ່ອມ​ເປັນ​ເລື່ອງ​ທີ່​ໜ້າ​ອະ­ນຸ­ໂມ­ທະ­ນາ​ນຳ ຖ້າ​ໃຜ​ເຮັດ​ໄດ້ ! ແຕ່​ຜູ້​ທີ່​ຍັງ​ສືບ­ຕໍ່​ກິນ ຫຼື ບໍ່​ໄດ້​ປະ­ຕິ­ບັດ​ ກໍ​ຢ່າໄປ​ວ່າ​ໃຫ້​ເຂົາ ຍົກ​ຕົວ­ຢ່າງ​: ມີ​ງານ​ສັງ­ສັນ​ທີ່​ຈັດ​ຂຶ້ນໃນ​ເທັກ ໃນ​ບາ ບຸກ­ຄົນ ຫຼື ແຂກ​ທີ່​ໄປ​ຮ່ວມ​ງານ ບໍ່​ໝາຍຄວາມ​ວ່າ​ທຸກ​ຄົນ​ເຂົ້າ​ໄປ​ແລ້ວເຂົາ​ຈະ​ກິນ​ເຫຼົ້າ​ໝົດ​ທຸກ​ຄົນ ແຕ່​ໂດຍ​ມາ­ລະ­ຍາດ​ທີ່​ຄົນ​ເຮົາ​ຮັກ­ແພງ​ກັນ​ແລ້ວ ຍ່ອມ​ໄປຮ່ວມ​ວົງ​ສົນ­ທະ­ນາ​ເປັນ​ການ​ໃຫ້​ກຽດ​ກັນ ເຂົາ​ອາດ​ຈະ​ສັ່ງແປັບ​ຊີ​ມາ​ດື່ມ ຫຼື ນ້ຳ­ຫວານ​ມາ​ກິນ ພ້ອມ​ຕຳ​ຈອກ​ອວຍ­ພອນແກ່ເຈົ້າ­ພາບ ນີ້​ຄື​ຈຸດ​ເຊື່ອມ​ຈອດ​ຈິດ­ໃຈ ມິດ­ຕະ­ພາບ​ລະຫວ່າງ​ມະ­ນຸດ​ດ້ວຍ​ກັນ ຫຼື ເວົ້າແນວ​ນີ້​ຍັງ​ມີ​ມະ­ນຸດ​ທີ່​ເຂົ້າ­ໃຈ ແລະ ຕັດ­ສິນ​ໃຈ​ເອງ​ວ່າ ຂ້ອຍ​ບໍ່​ກິນ​ເຫຼົ້າ​ແລ້ວ ຂ້ອຍ​ຊິໄປ​ເຮັດຫຍັງ ​ເທັກໆ ບາໆ ພົບ​ປະ​ສັງ­ສັນ ຖ້າ​ໃຫ້​ຂ້ອຍ​ຕອບ​ວ່າ ເຫັນມີ​ຄົນ​ເຂົ້າ​ຮ້ານເຫຼົ້າ ຫຼື ເທັກ​ບາ​ຫຼາຍ​ປະ­ເພດ ນັບ​ແຕ່​ຄົນ​ຈົນ ຮອດ​ຄົນ​ລວຍ ນັບ​ແຕ່​ນ້ອຍ​ຮອດໃຫຍ່ ກໍ​ບໍ່​ເຫັນ​ວ່າ​ຈະ​ໄປເໝົາ​ເອົາ​ວ່າ​ເຂົາ​ເຂົ້າ​ຮ້ານ​ເຫຼົ້າ​ເທັກ​ບາ​ແລ້ວ​ຈະ​ກິນ​ເຫຼົ້າ ຫຼື ມະ­ນຸດ​ບາງ​ຄົນ​ອາດ​ຄິດ​ຈົນ​ບໍ່​ລະ­ວັງ​ວ່າ ພວກ​ທີ່​ເຂົ້າ​ຮ້ານເທັກ​ບາແລ້ວ​ເປັນ​ຄົນ​ບໍ່​ດີ ຂ້ອຍ​ກໍ​ຂໍ​ຕອບ​ວ່າ​ ບໍ່​ແມ່ນ​ດອກ ໃນເມື່ອ​ພຸດ​ທະ​ສາ­ສະ­ໜາ​ກໍ​ສອນ​ໄວ້​ແລ້ວ​ເດ​ວ່າ ຄົນ​ເຮົາ​ຈະ​ຊົ່ວ ຫຼື ດີ ບໍ່​ຢູ່​ທີ່​ຊາດ​ກຳ­ເນີດ ແຕ່​ມັນ​ຂຶ້ນ​ຢູ່​ທີ່​ແນວ​ຄິດ​ຈິດ­ໃຈ ແລະ ການກະ­ທຳ ຄົນ​ຈະ​ຊົ່ວເຖິງ​ແມ່ນ​ວ່າ​ເຂົ້າ​ວັດ​ທຸກ​ມື້​ ກໍ​ໄປ​ຫັກຫຼ່ຽມ​ໂຫດ​ກັນ​ໃນ​ວັດ​ວາ​ອາຮາມ​ກໍ​ມີ ຄົນ​ເຂົ້າ​ເທັກ​ບາ​ບາງໂອ­ກາດ​ພໍ­ດີ​ພໍ­ງາມ ແຕ່​ຈິດ­ໃຈ​ມັນ​ເປັນ​ບຸນ​ກຸ­ສົນ ຮູ້­ຈັກ ແລະ ຮູ້​ແຈ້ງ​ໃນ​ຄວາມ​ຊົ່ວ ແລະ ຄວາມ​ດີ ຂ້ອຍ​ບໍ່​ເຫັນ​ວ່າ​ພວກເຂົາ​ເຫຼົ່າ­ນັ້ນ​ບໍ່ດີ​ໃນ​ຄວາມ​ຄິດ ແລະ ສາຍ­ຕາ​ຂ້ອຍ ເພາະພວກ​ເຮົາ​ຮູ້​ເຕັມ​ໝາກ​ຫົວ­ໃຈ​ກັນ​ແລ້ວວ່າ ​ຄົນ​ຈະ​ດີ ຫຼື ຊົ່ວ ມັນ​ຂຶ້ນ​ກັບ​ນິ­ໄສ ສັນ­ດານ​ຂອງ​ມັນ​ເອງ ! ມີ​ນິ­ທານ​ກ້ອມ​ເລື່ອງໜຶ່ງ​ສອນ​ວ່າ: ຄົນ​ໜຶ່ງ​ນັ່ງ​ຟັງ​ທຳ​ໃນ​ສາ­ລາ​ວັດ ແຕ່​ຈິດ­ໃຈເຂົາ​ຄິດ​ຊົ່ວ​ຕະ­ຫຼອດ​ເວ­ລາ ແລະ ອີກ​ຄົນ​ໜຶ່ງ​ກຳ­ລັງ​ຫາປາ​ຢູ່​ກາງ​ແມ່­ນ້ຳ​ຂອງ ແຕ່​ຈິດ­ໃຈ​ເຂົາ​ຄິດ​ແຕ່​ບຸນ​ກຸ­ສົນ ໃຜ​ຊິບາບ ໃຜ​ຊິ​ບຸນ ທ່ານ​ຜູ້​ອ່ານ​ຊ່ວຍ​ພິ­ຈາ­ລະ­ນາ​ຮິ່ນ­ຕອງ​ເອົາເອງ​ເຖີດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ