ພຣະທາດຫຼວງ ແມ່ນປູຊະນີຍະສະຖານຂອງຊາດລາວເຮົາ ເຊິ່ງພວກເຮົາໄດ້ຮັບມໍລະດົກຕົກທອດມາຈາກບັນພະບູລຸດ ນັບວ່າເປັນມໍລະດົກອັນລ້ຳຄ່າທີ່ພວກເຮົາຮັກ ແລະ ຫວງແຫນທີ່ສຸດ ພຣະທາດຫຼວງ ເປັນສັນຍາລັກອີກອັນໜຶ່ງທີ່ຊີ້ບອກວ່າ: ປະຊາຊົນລາວສ່ວນຫຼາຍ ນັບຖືພຣະພຸດທະສາດສະໜາ ດັ່ງທີ່ພວກເຮົາຈະສັງເກດເຫັນໄດ້ວ່າ ໃນເທດສະການບຸນພຣະທາດຫຼວງວຽງຈັນ ແຕ່ລະປີແມ່ນໄດ້ຈັດຢ່າງຍິ່ງໃຫຍ່ ແລະ ຖືເປັນງານບຸນສຳຄັນຂອງຊາດ ປະຊາຊົນລາວ ນັບແຕ່ເໜືອຮອດໃຕ້ ໄດ້ເຂົ້າມາຮ່ວມໃນບຸນດັ່ງກ່າວຢ່າງຫຼວງຫຼາຍ ພຣະທາດຫຼວງວຽງຈັນ ເປັນມິ່ງຂວັນຂອງຊາດ ຂອງປະຊາຊົນລາວ ເຊິ່ງປະຊາຊົນລາວທັງຊາດເຄົາລົບ ແລະ ສັກກາລະບູຊາ.
ຜູ້ຂຽນຈະບໍ່ກ່າວເຖິງປະຫວັດຄວາມເປັນມາ ວ່າໃຜເປັນຜູ້ສ້າງ ສ້າງເມື່ອໃດແນວໃດ ? ເພາະຄິດວ່າຫຼາຍທ່ານຄົງຈະໄດ້ຍິນໄດ້ຟັງມາຫຼາຍແລ້ວ ຫຼື ທ່ານໃດທີ່ຍັງບໍ່ໄດ້ອ່ານປະຫວັດຄວາມເປັນມາຂອງພຣະທາດຫຼວງ ກໍສາມາດຊອກຫາມາອ່ານໄດ້ ແຕ່ໃນທີ່ນີ້ ເພື່ອໃຫ້ພວກເຮົາໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນສຳຄັນອັນ ເປັນປິດສະໜາສ່ວນໜຶ່ງທີ່ຢູ່ໃນພຣະທາດຫຼວງນັ້ນ ຜູ້ຂຽນຂໍຖອດລະຫັດຕາມຄວາມໝາຍທີ່ເປັນມາດັ່ງຕໍ່ໄປນີ້:
ພຣະທາດຫຼວງ ມີທາດນ້ອຍອ້ອມພຣະທາດໃຫຍ່ 30 ລູກ ເອີ້ນຊື່ຕາມພາສາບາລີວ່າ: ສະມາຕິງສະປາຣະມີ ແລະ ໃນນັ້ນຈາລຶກພຣະທຳໄວ້ວ່າ: ເຍທັມມາເຫຕຸປັບພະວາ ເຕສັງເຫຕຸງຕະຖາຄະໂຕ ເຕສັນຈະໂຍ ນິໂຣໂທ ຈະເອວັງ ວາທິມະຫາສະມະໂນ ໃນທີ່ນີ້ສາມາດຖອດລະຫັດໄດ້ສອງປະເດັນຄື:
1. ພຣະທາດນ້ອຍ 30ລູກ ໝາຍເຖິງຫຍັງ ? ແລະ ເປັນຫຍັງຈຶ່ງຕ້ອງມີ 30ລູກ.
2. ຄຳວ່າ: ເຍທັມມາເຫ ຕຸປັບພະວາ ເຕສັງ ເຫຕຸງ ຕະຖາ ຄະໂຕ ເຕສັນ ຈະໂຍ ນິໂຣໂທ ຈະເອວັງ ວາທິ ມະຫາສະມະໂນມີຄວາມໝາຍວ່າແນວໃດ ? ຄຳເວົ້າດັ່ງກ່າວນີ້ມາແຕ່ໃສ ? ໃຜເປັນຄົນກ່າວ ?.
ຕໍ່ກັບປະເດັນທີໜຶ່ງ ພຣະທາດນ້ອຍ 30 ລູກ ໝາຍເຖິງປາຣະມີ 30 ປະການ ຂໍອະທິບາຍໃຫ້ເຂົ້າໃຈວ່າ: ກ່ອນອື່ນຕ້ອງຮູ້ຈັກຄຳວ່າ ປາຣະມີແມ່ນຫຍັງ ? ຄຳວ່າ ປາຣະມີ ແມ່ນຄຸນນະທຳທີ່ເປັນຂໍ້ປະຕິບັດ ມີ 10 ປະການ ດັ່ງນີ້:
1. ທານະ ໝາຍເຖິງການໃຫ້ ຫຼື ການເສຍສະຫຼະ ໄດ້ແກ່ການເສຍສະຫຼະຊັບສິ່ງຂອງທີ່ຕົນມີ ແຈກແບ່ງໃຫ້ກັບຜູ້ອື່ນດ້ວຍຄວາມຈິງໃຈ ໃຫ້ໃນທີ່ນີ້ຈະໃຫ້ແກ່ໃຜຄົນໃດ ກໍມີຄວາມໝາຍວ່າ ການໃຫ້ ຫຼື ການເສຍສະຫຼະທັງນັ້ນ ຂໍພຽງແຕ່ເຮົາໃຫ້ດ້ວຍຫົວໃຈຂອງຄວາມຢາກໃຫ້ແທ້ໆເຊັ່ນ: ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ຊ່ວຍກັນບໍລິຈາກຊັບສິ່ງຂອງຕ່າງໆ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ດ້ວຍຄວາມຈິງໃຈ ໂດຍບໍ່ຫວັງສິ່ງໃດຕອບແທນນີ້ກໍເອີ້ນວ່າການໃຫ້.
2. ສິລ ໝາຍເຖິງການຮັກສາກາຍ ວາຈາ ໃຈ ໃຫ້ເປັນປົກກະຕິ ຄຳວ່າ ປົກກະຕິ ມີຄວາມໝາຍໃນທາງປະຕິບັດຄື: ການປະຕິບັດຕົນໃຫ້ຖືກຕ້ອງ.
3. ເນກຂັມມະ ໝາຍເຖິງການອອກບວດ ການຍົກຕົນໃຫ້ພົ້ນຈາກກາມ ນີ້ເປັນແນວທາງປະຕິບັດຂອງນັກບວດ ຜູ້ອອກຈາກເຮືອນ ແຕ່ຖ້າຈະກ່າວໃນທາງປະຕິບັດທີ່ເປັນຂອງຊາວບ້ານ ກໍຄືການຮູ້ທັນສະພາບຂອງຄວາມມັກຄວາມໃຄ່ ບໍ່ເຖິງຂັ້ນວ່າຕ້ອງອອກຈາກເຮືອນມາບວດເປັນພຣະກໍໄດ້ ພຽງແຕ່ປະຕິບັດສິນຫ້າໃຫ້ສົມບູນ ໂດຍສະເພາະແມ່ນຂໍ້ສາມ (ກາເມ) ກໍດີແລ້ວ.
4. ປັນຍາ ໝາຍເຖິງຄວາມຮູ້ຄວາມເຂົ້າໃຈໃນເຫດຜົນຕາມຄວາມເປັນຈິງ ປັນຍາ ເປັນສິ່ງທີ່ມີຢູ່ກັບຄົນເຮົາ ແລະ ຈຳເປັນຈະຕ້ອງໃຊ້ຫຼາຍ ໃນການດຳເນີນຊີວິດ ຈະກະທຳສິ່ງໃດກໍຕາມ ຖ້າຂາດປັນຍາແລ້ວ ບໍ່ມີທາງຈະສຳເລັດຜົນໄດ້ ພຣະພຸດທະເຈົ້າກ່າວວ່າ: ປັນຍາເປັນແສງສະຫວ່າງໃນໂລກ.
5. ວິຣິຍະ ໝາຍເຖິງຄວາມດຸໝັ່ນຂະຫຍັນພຽນ ບຸກຄົນໃດກໍຕາມ ທີ່ມີຄວາມດຸໝັ່ນຂະຫຍັນພຽນ ໃນການເຮັດວຽກເຮັດງານ ການປະກອບອາຊີບດ້ວຍຄວາມສຸຈະລິດ ບໍ່ກຽດຄ້ານ ຍ່ອມປະສົບຄວາມສຳເລັດໃນຊີວິດ.
6. ຂັນຕິ ໝາຍເຖິງຄວາມອົດທົນ ອົດທົນຕໍ່ຄວາມເຈັບປວດ ອົດທົນຕໍ່ຄວາມລຳບາກ ອົດທົນຕໍ່ຄວາມເຈັບໃຈ ຫຼື ການຖືກກະທົບກະເທືອນທາງດ້ານຈິດໃຈ ຄວາມອົດທົນເປັນຍອດແຫ່ງຄຸນນະທຳ.
7. ສັດຈະ ໝາຍເຖິງຄວາມຈິງ ຄືການເວົ້າໃນສິ່ງທີ່ເປັນຈິງ ກະທຳຈິງ ແລະ ຈິງໃຈ.
8. ອະທິດຖານະ ໝາຍເຖິງຄວາມຕັ້ງໃຈ ຄືການວາງເປົ້າໝາຍໃນການກະທຳຂອງຕົນໄວ້ ແລ້ວກະທຳຕາມທີ່ຕັ້ງໃຈໄວ້ນັ້ນ ເພື່ອໃຫ້ບັນລຸເປົ້າໝາຍ.
9. ເມດຕາ ໝາຍເຖິງຄວາມປາຖະໜາດີຕໍ່ຄົນອື່ນ ເຫັນຄົນອື່ນເປັນເພື່ອນຮ່ວມໂລກດຽວກັນກັບເຮົາ ຮັກຄວາມສຸກກຽດຊັງຕໍ່ຄວາມທຸກເໝືອນກັນກັບເຮົາ.
10. ອຸເບກຂາ ໝາຍເຖິງການວາງໃຈເປັນກາງ ຄືການຢຶດໝັ້ນໃນຄວາມຖືກຕ້ອງບໍ່ລຳອຽງ.
ປາຣະມີ 10 ປະການນີ້ ມີຂັ້ນ ຫຼື ລະດັບການປະຕິບັດສາມຂັ້ນ:
ຂັ້ນທີ 1: ປາຣະມີລະດັບສາມັນ ເຊັ່ນ: ການໃຫ້ຊັບສົມບັດທີ່ເປັນຂອງພາຍນອກ (ເງິນ ເຄື່ອງໃຊ້ ...).
ຂັ້ນທີ 2: ປາຣະມີລະດັບກາງ ການເສຍສະຫຼະອະໄວຍະວະຂອງຮ່າງກາຍໃຫ້ເປັນທານ ຫຼື ການບໍລິຈາກຮ່າງກາຍເພື່ອຊ່ວຍຊີວິດຜູ້ອື່ນ ຫຼື ການບໍລິຈາກເລືອດ ເປັນຕົ້ນ.
ຂັ້ນທີ 3: ປາຣະມີລະດັບສູງ ການເສຍສະຫຼະຊີວິດຂອງຕົນ ເພື່ອປະໂຫຍດແກ່ຜູ້ອື່ນ.
ທັງສາມລະດັບນີ້ (ລະດັບສາມັນ ລະດັບກາງ ແລະ ລະດັບສູງ) ເມື່ອໄປບວກເຂົ້າກັບແຕ່ລະປະການ ຈຶ່ງເທົ່າກັບ 30 ປະການ ຫຼື ເອີ້ນວ່າ: ສະມະຕິງສະປາຣະມີ ນັ້ນເອງ.
ສາເຫດທີ່ຕ້ອງມີສາມສິບ (30) ລູກ ກໍເພາະວ່າ ປາຣະມີ 30 ປະການນີ້ ເປັນແນວທາງແຫ່ງການປະຕິບັດເພື່ອບັນລຸເປົ້າໝາຍສູງສຸດຂອງຊີວິດເຊັ່ນ: ເປັນພຣະພຸດທະເຈົ້າ ເປັນພຣະອະຣິຍະສາວົກ ຫຼື ຖ້າຈະກ່າວໃນລະດັບສາມັນຊົນດັ່ງພວກເຮົາ ກໍແມ່ນຫຼັກທຳໃນການປະຕິບັດ ເພື່ອຄວາມເປັນມະນຸດທີ່ສົມບູນ ເພື່ອຄວາມມີຊີວິດທີ່ດີງາມ.
ປະເດັນທີ 2 ຄຳວ່າ: ເຍທັມມາ ເຫຕຸປັບພະວາ ເຕສັງເຫຕຸງ ຕະຖາຄະໂຕ ເຕສັນຈະໂຍ ນິໂຣໂທ ຈະເອວັງວາທິມະຫາສະມະໂນແປວ່າ: ທຳເຫຼົ່າໃດເກີດແຕ່ເຫດ ພຣະຕະຖາຄົດຊົງສະແດງເຫດແຫ່ງທຳເຫຼົ່ານັ້ນ ແລະ ຄວາມດັບແຫ່ງທຳເຫຼົ່ານັ້ນ ພຣະມະຫາສະມະນະມີປົກກະຕິ ສະແດງດັ່ງນີ້:
ນີ້ແມ່ນຫົວໃຈສຳຄັນຂອງພຣະພຸດທະສາດສະໜາ ເຊິ່ງຂໍ້ຄວາມດັ່ງກ່າວນີ້ ມີຢູ່ໃນໜັງສືພຣະໄຕຣປີດົກ (ພຣະວິນັຍ ເຫຼັ້ມ 4 ມະຫາ ວັກໜ້າ 73).
ຜູ້ທີ່ເປັນຄົນກ່າວຂໍ້ຄວາມນີ້ແມ່ນ ພຣະອັດສະຊີ (ອັສສຊີ) ກ່າວໃຫ້ແກ່ສາຣິບຸດປະຣິພາຊົກຟັງ ເມື່ອຄັ້ງພຣະອັດສະຊິເຂົ້າໄປບິນດະບາດ ທີ່ເມືອງຣາຊະຄຶສາຣີບຸດປະຣິພາຊົກ ເຫັນກິລິຍາອາການຂອງພຣະອັດສະຊິ ແລ້ວກໍເກີດຄວາມເຫຼື້ອມໃສ ຈຶ່ງລໍຖ້າຈົນໄດ້ໂອກາດ ກໍເຂົ້າໄປຖາມກ່ຽວກັບຫຼັກທຳ ໃນສາດສະໜາທີ່ພຣະອັດສະຊິ ບວດຢູ່ ຈາກນັ້ນ ພຣະອັດສະຊິ ກໍກ່າວຫຼັກທຳພຽງຫຍໍ້ໆໃຫ້ຟັງດັ່ງຂໍ້ຄວາມຂ້າງເທິງນັ້ນ.
ທັງໝົດທີ່ກ່າວມານັ້ນ ຊີ້ໃຫ້ພວກເຮົາເຫັນວ່າ ໃນການດຳເນີນຊີວິດຂອງຄົນຕະຫຼອດໄລຍະທີ່ຍັງມີລົມຫາຍໃຈ ຄືຍັງເປັນມະນຸດຢູ່ຄຸນນະທັມ 30 ປະການ ເຊັ່ນຂໍ້ໃຫຍ່ໆ 10 ປະການ (ການໃຫ້ທານ ການຮັກສາສິນ ການຍົກຕົນໃຫ້ພົ້ນຈາກກາມ ການໃຊ້ປັນຍາ ຄວາມດຸໝັ່ນຂະຫຍັນພຽນ ຄວາມອົດທົນ ຄວາມຈິງໃຈ ຄວາມຕັ້ງໃຈ ຄວາມມີເມດຕາຕໍ່ຄົນອື່ນ ແລະ ການຢຶດໝັ້ນໃນຄວາມຖືກຕ້ອງ) ເຫຼົ່ານີ້ ເປັນສິ່ງທີ່ພວກເຮົາທຸກຄົນສາມາດກະທຳໄດ້ ຄວາມຈິງແລ້ວ ທຳມະເຫຼົ່ານີ້ເປັນສິ່ງທີ່ຢູ່ໃກ້ຕົວເຮົາ ຖ້າພວກເຮົາຫາກນຳມາໃຊ້ໃນຊີວິດປະຈຳວັນ ຜູ້ຂຽນຂໍຮັບຮອງໄດ້ເລີຍວ່າ: ວິດຂອງທ່ານຈະມີຄວາມສຸກ ແລະ ເກີດຄວາມເປັນສິລິມຸງຄຸນຢ່າງແນ່ນອນ ອີກຢ່າງໜຶ່ງ ຕໍ່ໄປນີ້ເມື່ອໄປທ່ຽວຊົມພຣະທາດຫຼວງ ຢ່າເບິ່ງແຕ່ຄວາມງາມຂອງພຣະທາດຫຼວງພຽງຢ່າງດຽວ ຈົ່ງເບິ່ງຕົນເອງ ແລະ ບອກກັບຕົນເອງວ່າ ຕໍ່ໄປນີ້ ເຮົາຈະປະຕິບັດຕົນແນວໃດ ເຮົາຈະດຳລົງຊີວິດຢູ່ໃນໂລກນີ້ແນວໃດ ອັນໃດຄືສິ່ງທີ່ສຳຄັນທີ່ສຸດສຳລັບຊີວິດເຮົາ ເຮົາຈະເຮັດແນວໃດ ເພື່ອໃຫ້ສົມກັບການໄດ້ເກີດມາເປັນມະນຸດ ແລະ ຢ່າລືມນຳເອົາທຳມະທີ່ທ່ານໄດ້ຮູ້ຈາກພຣະທາດຫຼວງ ມານຳໃຊ້ໃຫ້ເກີດປະໂຫຍດກັບຕົວທ່ານ ຖ້າທ່ານເຮັດໄດ້ແນວນີ້ ຜູ້ຂຽນໝັ້ນໃຈວ່າ ພຣະທາດຫຼວງຈະບໍ່ເປັນພຽງສິ່ງສັກກາລະບູຊາ ແຕ່ຈະເປັນສິ່ງທີ່ສະທ້ອນ ແລະ ເຕືອນສະຕິແກ່ປວງຊົນວ່າ ທີ່ທ່ານເກີດມາຢູ່ໃນໂລກນີ້ ທ່ານໄດ້ເຮັດສິ່ງທີ່ເປັນປະໂຫຍດແລ້ວ ຫຼື ຍັງ ?.
ໂດຍ: ພຣະ ບຸນເລີນ ມິ່ງສະໝອນ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ