google-site-verification: google0d91bc93cfc88895.html ການໂທມຕົ້ນຫມາກຫຸ່ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 24, 2011

ການໂທມຕົ້ນຫມາກຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ



ເຫດຜົນທີ່ຕ້ອງການຕົ້ນຫມາກຫຸ່ງກໍ່ຍ້ອນຢາກໄດ້ຕົ້ນທີ່ເຕ້ຍ ແລະ ມີຫມາກດົກ ລົດຊາດຫວານເຊິງມີຂັ້ນຕອນດັ່ງນີ້:


ຫມາກ​ຫຸ່ງ​ເປັນ​ພືດ​ທີ່​ຄົນ​ລາວ​ເຮົາ​ສ່ວນ​ຫລາຍ ນ້ຳ​ມາ​ປຸງ​ແຕ່ງ​ອາ​ຫານ ແລະ ຖື​ວ່າ​ເປັນ​ອາ​ຫານ​ຫລັກ​ຂອງ​ລາວ​ອີກ​ເມ​ນູ​ຫນຶ່ງ​ກໍ່​ໄດ້ ຫມາກ​ຫຸ່ງ ສາ​ມາດ​ນຳ​ມາ​ປຸງ​ແຕ່​ອາ​ຫານ ແລະ ເປັນ​ຢາ​ຮັກ​ສາ​ໂລກ​ໄດ້​ຫລາຍ​ຢ່າງ ເມື່ອ​ເຮົາ​ຮູ້​ເຖິງ​ປະ​ໂຫຍດ ແລະ ຄວາມ​ຕ້ອງ​ການ ທ້ອງ​ຕະ​ຫລາຍ​ກໍ່​ມີ​ສ​ູງ ເພື່ອ​ຕອບ​ສະ​ຫນອງ ຈຳ​ເປັນ​ຕ້ອງ​ມີ​ວິ​ທີ​ການ ເລັ່ງ​ລັດ​ເພື່ອ​ໃຫ້ ໄດ້​ຜົນ​ຜະ​ລິດ​ທີ່​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ລິ​ມານ​ທີ່​ພຽງ​ພໍ​ຕາມ​ຄວາມ​ຕ້ອງ​ການ ຂອງ​ທ້ອງ​ຕະ​ຫລາຍ​ໄດ້ ມື້​ນີ້ ຄົນ​ຮັກະ​ເສດ ຈະ​ມາ​ແນະ​ນຳ ເຕັກ​ນິກ ວິ​ທີ​ການ​ງ່າຍໆ ໃນ​ການ ຂະ​ຫຍາຍ​ພັນ​ຫມາກ​ຫຸ່ງ ດ້ວຍ​ການ ຕອນ​ກີ່ງ (ການ​ຕົ້ນ​ຫມາກ​ຫຸ່ງ) ມີ​ດັ່ງ​ຕໍ່​ໄປ​ນີ້

ວັດ​ດຸ​ໃນ​ການ​ຕອນ​ກິ່ງ​ຫມາກ​ຫຸ່ງ

1.    ມີດ​ຂະ­ໜາດ​ນ້ອຍ
2.    ເຊືອກ​ຫລື​ຢາງ
3.    ຖົງ​​ພ​ລາດ​ຕິກ​ຂະ­ໜາດ 3×5 ນິ້ວ
4.    ​ຂ​ລຸຍ​ມະ​​ພຣ້າວ
5.    ດິນ​​​ລ້ວນ
6.    ​​ລິ່ມ​ໄມ້ ຄວນ​ເປັນ​ໄມ້​ຊີ້ນ​ແຂງ​ທີ່​ຜຸ​ຍາກ ຫລື​ວັດ​ດຸ​ອື່ນ ທີ່​ໃຊ້​​ກັ້ນ​ບໍ່​ໃຫ້​ຕົ້ນ​​ຫມາກ​ຫຸ່ງ ເຊື່ອມ​ກັນ​ໄດ້
ວິ­ທີ​ເຮັດ​ກໍ​ງ່າຍໆ ສຳ­ລັບໃຫ້​ໄດ້­ຜົນ

ວິ​ທີ​ການ​ເຮັດ:


1.    ຄັດ​ເລືອກ​ຕົ້ນ​ຫມາກ​ຫຸ່ງ​ແມ່​ພັນ​ທີ່​ເປັນ​ພັນ​ດີ ຫມາກ​ງາມ​ແລະ​ລູກ​ດົກ ຫລື​ຕົ້ນ​ພັນ​ຕາມ​ຕ້ອງ​ການ
2.    ເສືອນ​ກິ່ງ​ພັນ ຈາກ​ລຸມ​ໄປ​ເທິງ​ເປັນ​ປາກ​​ສະ​ລາມ ຈາກ​ນັ້ນ​ໃຊ້​ລິ່ມ​ໄມ້​ນ້ອຍ​ໆ ຂັດ​ໄວ້​ເພື່ອ​ບໍ່​ໃຫ້​ແຜສະ​ມານ​ກັນ​ໄດ້ ເພື່ອ​ບັງຄັບ​ຮາກ​ໃຫ້​ງອກ​ອອກຈາກ​ຈຸດ​ນີ້
3.    ນຳ​ດິນ​ຣ່ວນ​ແລະ​ຂຸຍຫມາກ​ພາວ​ມາ​ປະສົມ​ກັນ​ໃນ​ອັດຕາ​ສ່ວນ 3:1 ບັນ​ຈຸ​ຖົງ​ພລາດ​ຕິກ
4.    ຜ່າ​ຖົງ​ພລາດ​ຕິກ​ສູນກາງ ຫົດ​ນ້ຳ​ໃຫ້​ຊຸ່ມ​ແລ້ວ​ບີບ​ໃຫ້​ພໍ​ໝາດ​ໆ (ຖ້າ​ແຫ້ງ​ໄປ​ຫລື​ປຽກ​ໄປ ຮາກ​ຈະ​ອອກ​ຍາກ​ອາດ​ໃຊ້​ເວລາ​ດົນ) ແລ້ວ​ນຳ​ໄປ​ວາງ​ທັບ​ຮອຍ​ແຜລ​ທີ່​ເສືອນ​ໄວ້ ມັດ​ຖົງ​ດ້ວຍ​ເຊືອກ​ໃຫ້​ແໜ້ນ
5.    ເສືອນ​ທໍ່​ນ້ຳ​ລ້ຽງ​ດ້ານ​ລຸມ ຫ່າງ​ຈາກ​ກິ່ງ​ຕອນ​ປຣະ​ມານ 3-5 ນິ້ວ ຈະ​ເຮັດໃຫ້​ຮາກ​ງອກ​ໄວ​ຂຶ້ນ ພາຍ​ໃນ 30-45 ມື້ ຮາກ​ຈະ​ງອກ​ອອກ​ມາ​ເຕັມ​ທີ່ ສາມາດ​ຕັດ​ໄປ​ປຸກ​ໄດ້

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ

ການ​ຂະ​ຫຍາຍ​ພັນ​ພືດ, ຂະ​ຫຍາຍ​ພັນ, ການ​ໂທມ​ງ່າ, ການ, ຕອນ​ກິ່ງ, ການ​ໂທມ​ກິ່ງ, ຕໍ່​ຍອດ, ຫມາກ​ຫຸ່ງ, ຂະ​ຫຍາຍ​ພັນ​ກ​ມາກ​ຫຸ່ງ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ