google-site-verification: google0d91bc93cfc88895.html ລັກສະນະພືດສາດຂອງກ້ວຍໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 31, 2011

ລັກສະນະພືດສາດຂອງກ້ວຍໄມ້

​ກ້ວຍ​ໄມ້  

ຊື່ວິທະຍາສາດ:    Orchid
ຊື່ວົງ:    ORCHIDACEAE
ຊື່ສາມັນ:    Orchid
ຊື່ພື້ນເມືອງ:    ເອື້ອງ

ລັກສະນະທົວໄປ:


    ລຳຕົ້ນ    ລຳຕົ້ນຂອງກ້ວຍໄມ້ບໍ່ມີແກນ ແລະ ເປືອກ  ເນື້ອດ້ານໃນສະເໝີກັນ  ລຳຕົນມີສອງລັກສະນະຄື: ລຳຕົ້ນແທ້ ແລະ ລຳຕົ້ນທຽມ  ມີຂໍ້ ແລະ ປ້ອງຄືກັບພືດໃບລ້ຽງດ່ຽວທົ່ວໄປ  ມີການຈະເລີນເຕີບໂຕທາງຍອດ  ລຳຕົ້ນທຽມຫລື ລຳລູກກ້ວຍມີໄວ້ສະສົມອາຫານ   ມີລຳຕົ້ນເປັນເຫງົ້າ  ມີຂໍ້ ແລະ ປ້ອງຖີ່ ຈະເລີນຕາມແນວນອນໄປຕາມຜິວຂອງເຄື່ອງປູກ  ຮາກກົມອອບເປັນເສັ້ນນ້ອຍແຂງຫລືແປຮາບ ມີທັງຮາກດິນ, ຮາກເຄິ່ງອາກາດ, ຮາກອາກາດ ແລະຮາກອື່ນໆ
    ໃບ    ເປັນໃບລ້ຽງດ່ຽວມີລັກສະນະຕ່າງກັນອອກໄປ ເຊັ່ນ: ຮູບແຖບ, ຮູບກົມຍາວ ຫລື ລົດຮູບເປັນພຽງເກັດ  ແຜ່ນໃບບາງຄ້າຍໃບຫມາກ ຫນາ ອວບ ຫລື ເປັນແທ່ງກົມ  ສ່ວນຫລາຍແລ້ວຈະບໍ່ມີສ່ວນທີ່ເປັນກ້ານໃບຊັດເຈນ  ສີໃບຈະຂຽວສົດ ບາງຊະນິດກໍ່ມີສີມ່ວງຄ້ຳ, ບາງຊະນິດກໍ່ມີສີສັນ ແລະລວດລາຍ
    ດອກ    ຈະອອກທີ່ປາຍລຳຕົ້ນ  ຊອກໃບ ຫລື ຂ້າງຕົ້ນ  ເປັນດອກດ່ຽວ ແລະ ດອກຊໍ່  ແຕ່ລະດອກມີກີບລ້ຽງ 3 ດອກສະຫລັບກັນກີບດອກ 3 ກີບ  ກີບດອກອັນລຸ່ມມີລັກສະນະຕ່າງອອກໄປເອີ້ນວ່າ ກີບປາກ ຫລື ກີບກະເປົາ ໄວ້ສຳລັບລໍ້ແມງໄມ້ ກ້ານເກສອນຕົວແມ່ ແລະ ຍອດເກສອນຕົວເມຍ ເຊື່ອມຕິດກັບເກສອນຕົວຜູ້ເປັນເສົາ ເກສອນຢູ່ລຸ່ມດອກ ເກສອນຜູ້ຈະຢູ່ຮ່ວມກັນເປັນກ້ອນ ແຕ່ລະອັນມີຝາປິດ 2,4 ຫລື 8 ກ້ອນ ແລ້ວແຕ່ຊະນິດຂອງກ້ວຍໄມ້  ຍອດເກສອນແມ່ຈະເປັນເມືອກໜຽວ  ຮັງໄຂ່ຈະຢູ່ສ່ວນກ້ານດອກ ເມື່ອໄດ້ຮັບການປະສົມພັນຈະກາຍເປັນດອກອີກຕໍ່ໄປ
    ໝາກ/ຝັກ    ກ້ວຍໄມ້ທີ່ມີອາຍຸແຕ່ປະສົມພັນຈົນເຖິງມີຝັກຈະແຕກຕ່າງກັນຕາມຊະນິດຂອງກ້ວຍໄມ້ ກ້ວຍໄມ້ບາງຊະນິດອາດຈະຝັກແກ່ໃນໄລຍະເວລາພຽງເດືອນກ່ວາໆ ແຕ່ບາງຊະນິດກໍ່ຈະມີອາຍຸເຖິງ ປີເຄິ່ງຈຶ່ງຈະແກ່ຝັກຂອງກ້ວຍໄມ້ປະເພດບໍ່ແຕກກໍ່ຈະຕິດຢູ່ກັບກ້ານລັກສະນະຕັ້ງເອົາປາຍຊີ້ຂຶ້ນ  ສ່ວນພວກແຕກກໍຈະຫ້ອຍລົງເປັນສ່ວນໃຫຍ່ເຊັ່ນຝັກຂອງກ້ວຍໄມ້ສະກຸນຫວາຍເປັນຕົ້ນ ແຕ່ລະຝັກຈະມີແກ່ນຕັ້ງແຕ່ 1,600 – 4,000,000 ເມັດ
    ເມັດ
   ມີລັກສະນະຮຽວຍາວໂຄ່ງກາງຄ້າຍລູກຮັກບີ່ ມີສີສັນທີ່ແຕກຕ່າງກັນໄປເຊັ່ນ: ສີນ້ຳຕານ, ສີເທົາ, ສີເຫລືອງ, ສີຂາວ

ລະດູການອອກດອກ:    ຈະຂື້ນຢູ່ກັບສາຍພັນ
ການຂະຫຍາຍພັນ:    ແຍກລຳ,ແຍກຫນໍ່,ຊຳຕົ້ນ ແລະ ຍອດ,ລ້ຽງເນື້ອເຍື່ອ
ສ່ວນທີ່ມີກິ່ນຫອມ:    ດອກ ຂື້ນຢູ່ກັບສາຍພັນ
ຖິ່ນກຳເນີດ:    ລາຕິນອາເມລິກາ, ອາຊີປາຊີຟິກ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ