ເຕີຍ
|
ຊື່ |
ເຕີຍTeuay |
|
ຊື່ວິທະຍາສາດ |
Pandanus
fibrosus Gagnep. |
|
ຊື່ອື່ນໆ |
ເຕີຍ, ເຕີຍຕົ້ນ,
ເຕີຍຫິນ, ເຕີຍຫ້ວຍ,
ເຕີຍນ້ຳ, ( ລາວ
); ເຕີຍ, ເຕີຍນ້ຳ
(ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ). Vietnamese: họ Dứa dại. |
|
ຕະກຸນ |
PANDANACEAE |
|
ຊື່ພ້ອງ |
Pandanus
gressittii Merr. ex B.C.Stone Pandanus
thailandicus H.St.John |
ລັກສະນະພືດສາດຂອງເຕີຍ
ເປັນໄມ້ພຸ່ມສູງ 3-4 ມ, ເປັນພືດໃບລ້ຽງຄູ່ປະເພດພືດແຄມຫ້ອຍ ມີອາຍຸຫຼາຍປີ, ລຳຕົ້ນຕັ້ງຊື ຫຼື ເນີ່ງເລັກນ້ອຍມີປ້ອງສັ້ນໆ ມີຮາກເກີດທີຂໍ້ ສີຂອງລຳຕົ້ນຂາວອົບນ້ຳຕານອ່ອນໆ ເປັນພືດທີມີເນື້ອອ່ອນ ຍ້ອນມັກເກີດບ່ອນຊຸ່ມ. ໃບຮູບຂອບຂະໜາດຍາວ, ຂອບໃບມີໜາມແຫຼມສີຂຽວ ປາຍໂຄ້ງໄປທາງປາຍໃບ, ໃບໜື່ງໆ ຍາວກວ່າ 2 ມ, ປາຍໃບຮຽວແຫຼມຍືດອອກໄປເປັນຕີ່ງຍາວ ດອກ ເພດຜູ້ ແລະ ເພດແມ່ແຍກກັນຢູ່ຄົນລະຕົ້ນ ອອກຕາມປາຍກີ່ງ ດອກເພດຜູ້ມີຂະໜາດນ້ອຍ ແລະ ມີຫຼາຍດອກ ອອກເປັນຊໍ່ຍາວ ມີກາບຮອບດອກສີຂາວນວນ 2-3 ກາບຫຸ້ມ ກີ່ນ ຫອມ ດອກຂະໜາດໃຫຍ່ ມີກາບຮອງດອກສີຂຽວ 2-3 ກາບ ຮອງຮັບຢູ່ ໝາກເປັນລັກສະນະໝາກກຸ່ມ ໝາກຕິດກັນເປັນກຸ່ມແນ່ນເປັນກ້ອນກົມ ເປັນຮູບລີ້ມສີຫຼ່ຽມ ປາຍມີໜາມສັ້ນ ເມື່ອສຸກເຕັກທີ່ຈະມີສີແສກອົມແດງຈັດຈະມີສີສົ້ມອົບແດງ ຜີວຂອງໝາກແຂງເມື່ອແກ່ ເຕັມທີ່ ມີກີ່ນຫອມອ່ອນໆ.
ການນຳໃຊ້ເຕີຍ
ເຕີຍແມ່ນເກັບກູ້ໃບເພື່ອເອົາມາເຮັດເປັນເຄື່ອງຫັດຖະກຳ ໂດຍສາມາດເກັບກູ້ໃບໄດ້ຕະຫຼອດປີ, ຕົ້ນທີ່ມີອາຍຸໄດ້ປະມານ 6-12 ປີ ຈື່ງສາມາດເກັບກູ້ໃບໄດ້, ໂດຍການເລືອກເອົາໃບທີແກ່ຢູ່ກົກຂອງລຳຕົ້ນເປັນສີຂຽວເຂັ້ມ, ອອກສີເຫືອງ ຫຼື ອາຍຸໄດ້ 3-5 ປີ. ໃນປະເທດເຮົາສ່ວນຫຼາຍແມ່ນນຳມາເຮັດສາດ, ນອກນັ້ນກໍ່ມີການເຮັດກະຕ້າເຕີຍນ້ອຍໆເພື່ອໃສ່ເຄື່ອງໃນເຮືອນ, ເພີ່ນຍັງໄດ້ເອົາໃບມາສານເຮັດເປັນຝາແອມເຮືອນໃຫ້ໜັ້ນ, ນອກນັ້ນກໍ່ຍັັງໃຊ້ເປັນອັນຫໍ່ອາຫານຫໍ່ໝົກຕ່າງໆ. ແຕ່ຢູ່ໃນປະເທດເພື່ອນບ້ານໄດ້ມີການພັດທະນາເປັນຫັດຖະກຳຕ່າງໆທີ່ເປັນຜະລິດຕະພັນອອກມາໂດຍໄດ້ມີການປະຍຸກ ແຕ່ງລວດລາຍໃຫ້ສວຍງາມສາມາດດູດຜູ້ຄົນສົນໃຈໃນຜະລິດຕະພັນທີເຮັດຈາກໃບເຕີຍ ໂດຍການນຳເອົາໃບເຕີຍມາເຮັດເປັນກະເປົ່າ ແລະ ໝວກ, ເອົາໃບເຕີຍມາດືງເອົາເສັ້ນໃຍແລ້ວໄປຍ້ອມສີຈື່ງນຳມາສານເຮັດເປັນໝວກ ຫຼື ກະເປົ່າ, ເຮັດໃຫ້ມູນຄ່ານີ້ເພີ່ມຂື້ນເຮັດໃຫ້ໄດ້ຂາຍດີພໍສົມຄວນ.
ກ. ຄຸນປະໂຫຍດການນຳໃຊ້ໃບເຕີຍ
ໃບເຕີຍ ສ່ວນໃຫຍ່ແມ່ນນຳມາໃຊ້ເຮັດສາດ
ແຕ່ກໍມີການນໍາໃຊ້ ຜະລິດຢ່າງອື່ນເຊັ່ນ: ເຮັດຂອງກັນຝົນ, ເຂັ້ງ, ໝວກ, ໃຊ້ມຸງເຮືອນ ແລະ
ເຮັດຝາເຮືອນ. ນອກນັ້ນ ກໍຍັງໃຊ້ໃບເຕີຍຫໍ່ອາຫານ, ແຕ່ໃບຂອງມັນກິນບໍ່ໄດ້.
ບາງຄັ້ງກໍມີການປູກເຕີຍເພື່ອປະດັບ ແລະ ໝາກຂອງມັນໃຊ້ໃນການປົວໂລກເບົາຫວານ.
ຂ. ການຈຳແນກໂດຍທາງພຶດສາດ ແລະ ນິເວດວິທະຍາຂອງເຕີຍ
ເຕີຍເປັນພືດພຸ່ມ ເຄິ່ງບົກເຄິ່ງນ້ຳ
ສູງເຖິງ 3 ແມັດ, ລໍາຕົ້ນຊື່ກົມ ເປືອກນອກມີສີຂີ້ເທົ່າ, ໃບແຂງ, ຂອບໃບເປັນຢັກ ມີໜາມ ແລະ ມີເສັ້ນໃຍໃບໜຽວ.
ຂະໜາດຂອງໃບຍາວ 2-2.5 ມ ແລະ ກ້ວາງ 2-4 ມຊມ. ຕົ້ນໃບໂອບເລື່ອມກັນ ແລະ ຫໍ່ເອົາລໍາຕົ້ນໄວ້. ຊໍ່ດອກເປັນລຳ
ມີດອກທີ່ບໍມີກີບ ແລະ ກາບດອກ, ໝາກເປັນໝາກປະສົມມົນ ຂະໜາດ 20-25 ຊມ x 15-20 ຊມ
ເວລາສຸກເປັນສີແດງ, ມີແກ່ນແຂງມີນ້ຳມັນ ເຕີຍຈະເລີ່ມອອກດອກ ແລະ ໝາກ ເມື່ອມີອາຍຸ 5-6 ປີ.
ເຕີຍສານສາດກະຈາຍພັນໃນຫຼາຍປະເທດເຊັ່ນ: ຫວຽດນາມ, ກຳປູເຈຍ, ໄທ. ໃນປະເທດລາວ ກະຈາຍພັນຕາມທຳມະຊາດແຕ່ຜົ້ງສາລີ ລົງໄປເຖິງສີພັນດອນ, ເຕີຍຊະນີດນີ້ ມັກເກີດຕາມປ່າດົງດິບ, ຕາມຫີນ, ແຄມນ້ຳຫ້ອຍ ແລະ ແຄມບຶງ.
ຂໍ້ຄວນລະວັງ: ມີເຕີຍຊະນີດຫໜຶ່ງຊື່ວີທະຍາສາດເອີ່ນວ່າ: ( P.furcatus ) ທີ່ມັກເກີດຕາມປ່າດົງດິບແລ້ງ ແລະ ແຄມນ້ຳ. ເຕີຍຊະນິດນີ້ ກິນແກ່ນຂາວອ່ອນຂອງລຳຕົ້ນໄດ້ ແຕ່ຕ້ອງເຮັດໃຫ້ມັນສຸກກ່ອນ
ດັ່ງນັ້ນຄວນຈຳແນກໃຫ້ລະອຽດບໍ່ຄວນສັບສົນກັນລະຫວ່າງເຕີຍສອງຊະນິດນີ້.
ຄ. ການປຸງແຕ່ງເຕີຍ
ຕົບແຕ່ງໃບເຕີຍໂດຍກຽນສົ້ນ ແລະ ແຫກຂອບໃບໃຫ້ລະອຽດ
ແລ້ວຜ່າອອກເປັນສີ່ເສັ້ນແຕ່ລະເສັ້ນກ້ວາງ 1 ຊມ. ຈາກນັ້ນຮີດເອົາຄວາມຊຸ່ມອອກ ແລ້ວເອົາໄປຕາກແດດ 3-4 ວັນ ຈຶ່ງນຳເອົາມາສານສາດ ຫຼື ໃຊ້ເຮັດເຄື່ອງຮັບໃຊ້ອື່ນໆ.
ວຽກງານນີ້ສ່ວນຫຼາຍແມ່ນຜູ້ຍິງເປັນຜູ້ເຮັດ.
ງ. ການຂະຫຍາຍພັນເຕີຍ
ເຕີຍ ສາມາດຂະຫຍາຍພັນດ້ວຍແກ່ນ ແລະ ຮາກ
ຕາາມທໍາມະຊາດ. ຈາກການທົດລອງປູກເຕີຍດ້ວຍຮາກ ລຽບຕາມແຄມຫ້ວຍສະແດງໃຫ້ຮູ້ວ່າ: ມັນມີອັດຕາການຫຼອດຕາຍ
40%
ແລະ ມີການຈະເລີນເຕີບໂຕຊ້າ
ແຕ່ການທົດລອງກ້າແກ່ນ ສະແດງໃຫ້ເຫັນວ່າ: ມີອັດຕາການແຕກງອກ 100% ແລະ ແຕກງອກພາຍໃນ 10-15 ວັນ.
ເບ້ຍເຕີຍນ້ອຍສາມາດເກັບຮັກສາໄວ້ໃນສວນກ້າປະມານ 1 ປີ ແລະ ສາມາດນຳເອົາອອກໄປປູກລຽບຕາມແຄມນາໄດ້ ແລະ ຈະສາມາດຕັດເອົາໃບໄດ້ເມື່ອອາຍຸ
ໄດ້ 4-5 ປີ.
![ເຕີຍ ເຕີຍ ຊື່ ເຕີຍTeuay ຊື່ວິທະຍາສາດ Pandanus fibrosus Gagnep. ຊື່ອື່ນໆ ເຕີຍ, ເຕີຍຕົ້ນ, ເຕີຍຫິນ, ເຕີຍຫ້ວຍ, ເຕີຍນ້ຳ, ( ລາວ ); ເຕີຍ, ເຕີຍນ້ຳ (ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ). Vietnamese: họ Dứa dại. Chinese: 小露兜 [xiao lu dou] ຕະກຸນ PANDANACEAE ຊື່ພ້ອງ Pandanus gressittii Merr. ex B.C.Stone Pandanus thailandicus H.St.John](https://blogger.googleusercontent.com/img/b/R29vZ2xl/AVvXsEifN6dDoZUxGBDYNgQKH5TYq-Aj7aGNDevXugv8gSNBLYeOk0NgBiBdP5R6SFxd61yFI2LgGMub37pcSpJzOmaY44PZHQXQL4cLRTWASkk5r-Th7cOXa05uuXvW3c8Q5duLjoursGz1Xijw/w640-h360/%25E0%25BB%2580%25E0%25BA%2595%25E0%25BA%25B5%25E0%25BA%258D.png)
![ໃບເຕີຍ ເຕີຍ ຊື່ ເຕີຍTeuay ຊື່ວິທະຍາສາດ Pandanus fibrosus Gagnep. ຊື່ອື່ນໆ ເຕີຍ, ເຕີຍຕົ້ນ, ເຕີຍຫິນ, ເຕີຍຫ້ວຍ, ເຕີຍນ້ຳ, ( ລາວ ); ເຕີຍ, ເຕີຍນ້ຳ (ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ). Vietnamese: họ Dứa dại. Chinese: 小露兜 [xiao lu dou] ຕະກຸນ PANDANACEAE ຊື່ພ້ອງ Pandanus gressittii Merr. ex B.C.Stone Pandanus thailandicus H.St.John](https://blogger.googleusercontent.com/img/b/R29vZ2xl/AVvXsEhedyeNqRr9K23sadWQOl5XXSwkVvQzAnqMCbKA7z4nl3_CdNr_GQOACBQsCnOC3UAsx9ND-jvi2LWNDItYRHzdJIxoc-6cFNl8FrOcSBYRR7eW7Fb_maot9L0QmGUZiJLurxWkP8xuhhtp/s16000/%25E0%25BB%2583%25E0%25BA%259A%25E0%25BB%2580%25E0%25BA%2595%25E0%25BA%25B5%25E0%25BA%258D.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ