Thursday, February 11, 2021

ເຕີຍ Teuay

 
ເຕີຍ ຊື່  ເຕີຍTeuay  ຊື່ວິທະຍາສາດ  Pandanus fibrosus  Gagnep.  ຊື່ອື່ນໆ  ເຕີຍ, ເຕີຍຕົ້ນ, ເຕີຍຫິນ, ເຕີຍຫ້ວຍ, ເຕີຍນ້ຳ, ( ລາວ ); ເຕີຍ, ເຕີຍນ້ຳ (ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ).  Vietnamese: họ Dứa dại. Chinese: 小露兜 [xiao lu dou]  ຕະກຸນ  PANDANACEAE  ຊື່ພ້ອງ  Pandanus gressittii Merr. ex B.C.Stone  Pandanus thailandicus H.St.John

ເຕີຍ

ຊື່

ເຕີຍTeuay

ຊື່ວິທະຍາສາດ

Pandanus fibrosus  Gagnep.

ຊື່ອື່ນໆ

ເຕີຍ, ເຕີຍຕົ້ນ, ເຕີຍຫິນ, ເຕີຍຫ້ວຍ, ເຕີຍນ້ຳ, ( ລາວ ); ເຕີຍ, ເຕີຍນ້ຳ (ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ).

Vietnamese: họ Dứa dại.
Chinese: 小露兜 [xiao lu dou]

ຕະກຸນ

PANDANACEAE

ຊື່ພ້ອງ

Pandanus gressittii Merr. ex B.C.Stone

Pandanus thailandicus H.St.John


ລັກສະນະພືດສາດຂອງເຕີຍ

ເປັນໄມ້ພຸ່ມສູງ 3-4 ມ, ເປັນພືດໃບລ້ຽງຄູ່ປະເພດພືດແຄມຫ້ອຍ ມີອາຍຸຫຼາຍປີ, ລຳຕົ້ນຕັ້ງຊື ຫຼື ເນີ່ງເລັກນ້ອຍມີປ້ອງສັ້ນໆ ມີຮາກເກີດທີຂໍ້ ສີຂອງລຳຕົ້ນຂາວອົບນ້ຳຕານອ່ອນໆ ເປັນພືດທີມີເນື້ອອ່ອນ ຍ້ອນມັກເກີດບ່ອນຊຸ່ມ. ໃບຮູບຂອບຂະໜາດຍາວ, ຂອບໃບມີໜາມແຫຼມສີຂຽວ ປາຍໂຄ້ງໄປທາງປາຍໃບ, ໃບໜື່ງໆ ຍາວກວ່າ 2 ມ, ປາຍໃບຮຽວແຫຼມຍືດອອກໄປເປັນຕີ່ງຍາວ ດອກ ເພດຜູ້ ແລະ ເພດແມ່ແຍກກັນຢູ່ຄົນລະຕົ້ນ ອອກຕາມປາຍກີ່ງ ດອກເພດຜູ້ມີຂະໜາດນ້ອຍ ແລະ ມີຫຼາຍດອກ ອອກເປັນຊໍ່ຍາວ ມີກາບຮອບດອກສີຂາວນວນ 2-3 ກາບຫຸ້ມ ກີ່ນ ຫອມ ດອກຂະໜາດໃຫຍ່ ມີກາບຮອງດອກສີຂຽວ 2-3 ກາບ ຮອງຮັບຢູ່ ໝາກເປັນລັກສະນະໝາກກຸ່ມ ໝາກຕິດກັນເປັນກຸ່ມແນ່ນເປັນກ້ອນກົມ ເປັນຮູບລີ້ມສີຫຼ່ຽມ ປາຍມີໜາມສັ້ນ ເມື່ອສຸກເຕັກທີ່ຈະມີສີແສກອົມແດງຈັດຈະມີສີສົ້ມອົບແດງ ຜີວຂອງໝາກແຂງເມື່ອແກ່ ເຕັມທີ່ ມີກີ່ນຫອມອ່ອນໆ.

ການນຳໃຊ້ເຕີຍ

ເຕີຍແມ່ນເກັບກູ້ໃບເພື່ອເອົາມາເຮັດເປັນເຄື່ອງຫັດຖະກຳ ໂດຍສາມາດເກັບກູ້ໃບໄດ້ຕະຫຼອດປີ, ຕົ້ນທີ່ມີອາຍຸໄດ້ປະມານ 6-12 ປີ ຈື່ງສາມາດເກັບກູ້ໃບໄດ້, ໂດຍການເລືອກເອົາໃບທີແກ່ຢູ່ກົກຂອງລຳຕົ້ນເປັນສີຂຽວເຂັ້ມ, ອອກສີເຫືອງ ຫຼື ອາຍຸໄດ້ 3-5 ປີ. ໃນປະເທດເຮົາສ່ວນຫຼາຍແມ່ນນຳມາເຮັດສາດ, ນອກນັ້ນກໍ່ມີການເຮັດກະຕ້າເຕີຍນ້ອຍໆເພື່ອໃສ່ເຄື່ອງໃນເຮືອນ, ເພີ່ນຍັງໄດ້ເອົາໃບມາສານເຮັດເປັນຝາແອມເຮືອນໃຫ້ໜັ້ນ, ນອກນັ້ນກໍ່ຍັັງໃຊ້ເປັນອັນຫໍ່ອາຫານຫໍ່ໝົກຕ່າງໆ. ແຕ່ຢູ່ໃນປະເທດເພື່ອນບ້ານໄດ້ມີການພັດທະນາເປັນຫັດຖະກຳຕ່າງໆທີ່ເປັນຜະລິດຕະພັນອອກມາໂດຍໄດ້ມີການປະຍຸກ ແຕ່ງລວດລາຍໃຫ້ສວຍງາມສາມາດດູດຜູ້ຄົນສົນໃຈໃນຜະລິດຕະພັນທີເຮັດຈາກໃບເຕີຍ ໂດຍການນຳເອົາໃບເຕີຍມາເຮັດເປັນກະເປົ່າ ແລະ ໝວກ, ເອົາໃບເຕີຍມາດືງເອົາເສັ້ນໃຍແລ້ວໄປຍ້ອມສີຈື່ງນຳມາສານເຮັດເປັນໝວກ ຫຼື ກະເປົ່າ, ເຮັດໃຫ້ມູນຄ່ານີ້ເພີ່ມຂື້ນເຮັດໃຫ້ໄດ້ຂາຍດີພໍສົມຄວນ.

ກ. ຄຸນປະໂຫຍດການນຳໃຊ້ໃບເຕີຍ

ໃບເຕີຍ ສ່ວນໃຫຍ່ແມ່ນນຳມາໃຊ້ເຮັດສາດ ແຕ່ກໍມີການນໍາໃຊ້ ຜະລິດຢ່າງອື່ນເຊັ່ນ: ເຮັດຂອງກັນຝົນ, ເຂັ້ງ, ໝວກ, ໃຊ້ມຸງເຮືອນ ແລະ ເຮັດຝາເຮືອນ. ນອກນັ້ນ ກໍຍັງໃຊ້ໃບເຕີຍຫໍ່ອາຫານ, ແຕ່ໃບຂອງມັນກິນບໍ່ໄດ້. ບາງຄັ້ງກໍມີການປູກເຕີຍເພື່ອປະດັບ ແລະ ໝາກຂອງມັນໃຊ້ໃນການປົວໂລກເບົາຫວານ.

ເຕີຍ ຊື່  ເຕີຍTeuay  ຊື່ວິທະຍາສາດ  Pandanus fibrosus  Gagnep.  ຊື່ອື່ນໆ  ເຕີຍ, ເຕີຍຕົ້ນ, ເຕີຍຫິນ, ເຕີຍຫ້ວຍ, ເຕີຍນ້ຳ, ( ລາວ ); ເຕີຍ, ເຕີຍນ້ຳ (ໄທ); ໂຕໄຫ, ເດັດ, ເຈັດເດືອໂສຍ, ເດືອເນືອກ (ຫວຽດນາມ).  Vietnamese: họ Dứa dại. Chinese: 小露兜 [xiao lu dou]  ຕະກຸນ  PANDANACEAE  ຊື່ພ້ອງ  Pandanus gressittii Merr. ex B.C.Stone  Pandanus thailandicus H.St.John


ຂ.   ການຈຳແນກໂດຍທາງພຶດສາດ ແລະ ນິເວດວິທະຍາຂອງເຕີຍ

ເຕີຍເປັນພືດພຸ່ມ ເຄິ່ງບົກເຄິ່ງນ້ຳ ສູງເຖິງ 3 ແມັດ, ລໍາຕົ້ນຊື່ກົມ ເປືອກນອກມີສີຂີ້ເທົ່າ, ໃບແຂງ, ຂອບໃບເປັນຢັກ ມີໜາມ ແລະ ມີເສັ້ນໃຍໃບໜຽວ. ຂະໜາດຂອງໃບຍາວ 2-2.5 ມ ແລະ ກ້ວາງ 2-4 ມຊມ. ຕົ້ນໃບໂອບເລື່ອມກັນ ແລະ ຫໍ່ເອົາລໍາຕົ້ນໄວ້. ຊໍ່ດອກເປັນລຳ ມີດອກທີ່ບໍມີກີບ ແລະ ກາບດອກ, ໝາກເປັນໝາກປະສົມມົນ ຂະໜາດ 20-25 ຊມ x 15-20 ຊມ ເວລາສຸກເປັນສີແດງ, ມີແກ່ນແຂງມີນ້ຳມັນ ເຕີຍຈະເລີ່ມອອກດອກ ແລະ ໝາກ ເມື່ອມີອາຍຸ 5-6 ປີ. ເຕີຍສານສາດກະຈາຍພັນໃນຫຼາຍປະເທດເຊັ່ນ: ຫວຽດນາມ, ກຳປູເຈຍ, ໄທ. ໃນປະເທດລາວ ກະຈາຍພັນຕາມທຳມະຊາດແຕ່ຜົ້ງສາລີ ລົງໄປເຖິງສີພັນດອນ, ເຕີຍຊະນີດນີ້ ມັກເກີດຕາມປ່າດົງດິບ, ຕາມຫີນ, ແຄມນ້ຳຫ້ອຍ ແລະ ແຄມບຶງ.

ຂໍ້ຄວນລະວັງມີເຕີຍຊະນີດຫໜຶ່ງຊື່ວີທະຍາສາດເອີ່ນວ່າ: ( P.furcatus ) ທີ່ມັກເກີດຕາມປ່າດົງດິບແລ້ງ ແລະ ແຄມນ້ຳ. ເຕີຍຊະນິດນີ້ ກິນແກ່ນຂາວອ່ອນຂອງລຳຕົ້ນໄດ້ ແຕ່ຕ້ອງເຮັດໃຫ້ມັນສຸກກ່ອນ ດັ່ງນັ້ນຄວນຈຳແນກໃຫ້ລະອຽດບໍ່ຄວນສັບສົນກັນລະຫວ່າງເຕີຍສອງຊະນິດນີ້.

ຄ. ການປຸງແຕ່ງເຕີຍ

ຕົບແຕ່ງໃບເຕີຍໂດຍກຽນສົ້ນ ແລະ ແຫກຂອບໃບໃຫ້ລະອຽດ ແລ້ວຜ່າອອກເປັນສີ່ເສັ້ນແຕ່ລະເສັ້ນກ້ວາງ 1 ຊມ. ຈາກນັ້ນຮີດເອົາຄວາມຊຸ່ມອອກ ແລ້ວເອົາໄປຕາກແດດ 3-4 ວັນ ຈຶ່ງນຳເອົາມາສານສາດ ຫຼື ໃຊ້ເຮັດເຄື່ອງຮັບໃຊ້ອື່ນໆ. ວຽກງານນີ້ສ່ວນຫຼາຍແມ່ນຜູ້ຍິງເປັນຜູ້ເຮັດ.

ງ. ການຂະຫຍາຍພັນເຕີຍ

ເຕີຍ ສາມາດຂະຫຍາຍພັນດ້ວຍແກ່ນ ແລະ ຮາກ ຕາາມທໍາມະຊາດ. ຈາກການທົດລອງປູກເຕີຍດ້ວຍຮາກ ລຽບຕາມແຄມຫ້ວຍສະແດງໃຫ້ຮູ້ວ່າ: ມັນມີອັດຕາການຫຼອດຕາຍ 40% ແລະ  ມີການຈະເລີນເຕີບໂຕຊ້າ ແຕ່ການທົດລອງກ້າແກ່ນ ສະແດງໃຫ້ເຫັນວ່າ: ມີອັດຕາການແຕກງອກ 100%  ແລະ ແຕກງອກພາຍໃນ 10-15 ວັນ. ເບ້ຍເຕີຍນ້ອຍສາມາດເກັບຮັກສາໄວ້ໃນສວນກ້າປະມານ 1 ປີ ແລະ  ສາມາດນຳເອົາອອກໄປປູກລຽບຕາມແຄມນາໄດ້ ແລະ ຈະສາມາດຕັດເອົາໃບໄດ້ເມື່ອອາຍຸ ໄດ້ 4-5 ປີ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ