ສະພາບຄວາມເປັນຈີງຂອງການປູກໄມ້ສັກປັດຈຸບັນ
ການປູກໄມ້ສັກ ແມ່ນອົງປະກອບຫນຶ່ງ ທີ່ສໍາຄັນຂອງ ການຂະຫຍາຍຕົວທາງເສດຖະກິດ ສໍາລັບຄອບຄົວປະຊາຊົນ ທາງ ພາກເໜືອ ຂອງລາວ. ເຖິງປະຈຸບັນມີເນື້ອທີ່ສວນປູກໄມ້ສັກ ນັບມື້ນັບຂະຫຍາຍ ອອກຢ່າງ ກວ້າງຂວາງ ນັບທາງສວນທີ່ມີໄມ້ໃຫຍ ແລະ ຍັງປຸກໃຫມ່ອິກດ້ວຍ. ການຫັນເອົາພື້ນທີ່ດິນກະສິກໍາມາປຸກໄມ້ສັກໃສແມ່ນໄດ້ເຮັດໃຫ້ເນື້ອທີ່ທໍາການຜະລິດລຸດນ້ອຍ ເຊິ່ງບໍ່ສາມາດສຶບຕໍ່ປູກພຶດກະເສດໄດ້ຫລາຍສິບປີ, ໂອກາດທີ່ລໍຖ້າຜົນຜະລິດແມ່ນຍາວໄກ, ເຮັດໃຫ້ມີຄວາມຕ້ອງການຂະຫຍະາຍພຶ້ນທີ່ໃຫມ່ເພື່ອການກະສິກໍາແມ່ນເພີ່ມຂື້ນ. ຢ່າງໃດກໍຕາມ, ການປູກໄມ້ສັກ ກໍຍັງດໍາເນີນການໄປຕາມຮູບແບບດດັ່ງເດີມ ໂດຍສວນປູກແຕ່ລະສ່ວນເຫ ົົ່ານັັ້ນແມ່ນຍັງຂາດການຈັດການດູແລ, ປຸກແລ້ວກໍ່ປະລະຕາມທໍາມະຊາດ, ບໍ່ມີການອານາໄມ, ແຕ່ລະປີເກິດມີການຈຸດໄຟກັບສ່ວນປູກເລືອຍໆຮ້າຍແຮງໄປກວ່ານັັ້ນແມ່ນການຕິດຕາມກວດກາຈາກພາກສ່ວນອືົ່ນຕັດໄມ້ສັກແມ່ນບໍົ່ມີ, ອັນໄດ້ເຮັດໃຫ້ລາຍໄດ້ໃນສວນປູກໄມ້ດັ່ງກ່າວບໍ່ມີ.
ການຄັດເລືີອກ ແລະ ການຕັດສ່າງຂະຫຍາຍໄລຍະ
ໃນການປູກເສີມກ້ອງປ່າໄມ້ສັກດ້ອຍເຄືjອງປ່າຂອງດົງ ກ່ອນອື່ນໝົດແມ່ນເຮົາຕ້ອງມີການຄັດເລືອກເສຍກອນເຊັ່ນ: ການຄັດເລືອກທາງດ້ານພື້ນທີ່ສ່ວນປູກ (ສວນປຸກແຄມຫ້ວຍ, ສວນປູກບ່ອນຮາບພຽງ, ສວນປູກບ່ອນສູງ, ສວນປູກບ່ອນໃກ້ ຫ ລື ໄກ ແລະ ສວນປູກໄມ້ທີ່ໃຫຍ່ແລ້ວ ຫລື ຍັງນ້ອຍ), ການຄັດເລືອກໄລຍະຫ່າງລະຫວ່າງຕົ້ນ/ຕົ້ນ, ແຖວ/ແຖວ ໃຫ້ເໝາະສົມ. ການຄັດເລືອກພືັ້ນທີົ່ຈະປູກເສີ່ມເຄື່ອງປ່າຂອງດົງໃນສວນໄມ້ສັກທີົ່ເໝາະສົມທີ່ສຸດແມ່ນ:
ສໍາລັບປ່າໄມ້ສັກທີ່ໃຫຍ່ ໄລຍະຫ່າງບໍົ່ໄດ້ຕາມທີ່ກໍານົດໄວ້ ກໍ່ສາມາດປູກໄດ້ເຊັ່ນການ ແຕ່ຕ້ອງໄດ້ມີການຕັດສ່າງຂະຫຍາຍໄລຍະໃຫ້ກິ່ງຫງ່າຫ່າງກັນພໍໃຫ້ແສງແດດສາມາດຊ່ອງສອດພື້ນກໍ່ໄດ້, ພຶດເຄື່ອງປ່າຂອງດົງບາງຊະນິດກໍ່ບໍ່ຕ້ອງການແສງແດດຫລາຍ. ການຕັດສ່າງຂະຫຍາຍໄລຍະຕ້ອງໄດ້ຕັດຕົ້ນທີ່ບໍ່ເປັນປະໂຫຍດອອກເຊັ່ນ: ຕົ້ນຕາຍໂດກ, ຕົ້ນຄົດ, ກຸດປາຍ, ຕົ້ນນ້ອຍ ແລະ ຕົ້ນທີ່ເປັນບົ່ງແມງອອກ.
ກໍລະນີພື້ນທີ່ໆຈະເຮັດການປູກເສີມເຄື່ອງປ່າຂອງດົງ ຖ້າຫາກຕົ້ນໄມ້ໃຫຍ່ ແລະ ໄລຍະຫ່າງຕົ້ນ ແລະ ແຖວຖີກັນຫລາຍຄວນຕ້ອງໄດ້ຕັດສ້າງ ຫລື ເປີດກິ່ງຫງ່າອອກແມ່ນໃຫ້ປະຕິບັດຕາມຫລັກການວັນນະວັດວິທະຍາຄື: ລະດູການຕັດສ່າງທີ່ເໝາະສົມລະດູໜາວ ແມ່ນເດືອນ ມີນາ - ພຶດສະພາ, ຊ່ວງໄລຍະນີັ້ແມ່ນໃບຂອງມັນຈະລົົ່ນໝົດ, ຄວາມຕ້ອງການດ້ານການສັງເຄາະເເສງກໍ່ມີນ້ອຍ ແລະ ການສ່ຽງໄພຂອງພະຍາດບົັ້ງແມງມີນ້ອຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ