google-site-verification: google0d91bc93cfc88895.html ລັກສະນະພຶດກະສິກໍາໃນລະບົບກະສິກໍາປ່າໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, February 08, 2020

ລັກສະນະພຶດກະສິກໍາໃນລະບົບກະສິກໍາປ່າໄມ້

ພືດກະສິກໍາທີ່ຈະປູກໃນລະບົບກະສິກໍາ-ປ່າໄມ້ນັັ້ນ ຄວນມີລັກສະນະດັ່ງຕໍ່ໄປນີ້


  1. ມີຄວາມທົນທານຕໍໍຄວາມແຫ້ງແລ້ງພໍສົມຄວນເພາະຈະຕ້ອງເປັນພຶືດທີ່ອາໃສແຕ່ ພຽງນໍ້າຝົນ
  2. ມີລັກສະນະຂອງການທົນຮົົ່ມໄດ້
  3. ເປັນພືດທີ່ມີຄຸນສົມບັດສ້າງເສີມຄວາມອຸດົມສົມບູນໃຫ້ດິນ
  4. ເປັນອາຫານຂອງຄົນໄດ້ດີ ແລະ ເປັນທີ່ຕ້ອງການຂອງຕະຫລາດ
  5. ຜົນຜະລິດຕໍໍ່ຫົວໜ່ວຍພື້ນທີ່ສູງ ແລະ ຂາຍໄດ້ລາຄາດີ
  6. ເປັນພືດທີ່ມີຮາກຕື້ນ ຫລື ດູດຊຶມອາຫານ ຕ່າງລະດັບກັບໄມ້ປ່າ
  7. ໃນບາງກໍລະນີຄວນເປັນພືດທີ່ອາດຈະໃຊ້ເປັນເຊື້ອເພິງໄດ້
  8. ອາດຈະໃຊ້ບາງສ່ວນເປັນອາຫານຂອງສັດ ຫລື ສັດລ້ຽງອື່ນໆໄດ້
  9. ເປັນພືດກະສິກໍາທີ່ປູກງ່າຍ ມີຄວາມທົນທານຕໍ່ສັດຕູພືດໃດ້ດີ

ຕົວຢ່າງ: ຊະນິດພືດປ່າໄມ້ແລະພືດກະສິກໍາທີົ່ປູກຮ່ວມກັນໃນລະບົບກະສິກໍາ-ປ່າໄມ້ ພືດປ່າໃມ້ທັງຊະນິດມີຄ່າທາງເສດຖະກິດແລະຊະນິດໄມ້ໃຫ່ຍໄວທີົ່ເຄີຍປູກຮ່ວມພືດໄຮ່ຕາມລະບົບກະສິກໍາປ່າໄມ້ໄດ້ແກ່ ໄມ້ສັກ, ໄມ້ດູ່, ຢາງພາລາ, ກະຖິນຊ້າງ, ຫມາກ ມ່ວງຫິມະພານ, ກະຖິນນະລົງ, ສົນທະເລ ໆລໆ.

ຊະນິດຂອງພືດໄຮ່ທີົ່ເຄີຍນໍາໄປປູກຮ່ວມກັບພືດປ່າໄມ້ໃນພາກຕ່າງໆ ໃນປະເທດລາວໄດ້ແກ່ ສາລີ, ເຂົ້າໄຮ່, ຖົົ່ວເຫລືອງ, ຜັກທຽມ, ສົ້ມພໍດີ, ຫມາກອຶ, ຫມາກນັດ, ແຂມ, ຂ່າ, ຫວາຍ ແລະ ອື່ນໆ.

ຕາຕະລາງ 2: ການປູກປະສົມປະສານລະຫວ່າງພັນໄມ້ກັບພືດກະສິກໍາໃນການປູກປ່າໂດຍໃຊ້ລະບົບຕອງຢາໃນ ສປປລາວ

ພັນໄມ້
ພືດກະສິກໍາຫ ັກ
ພືດກະສິກໍາສໍາຮອງທີົ່ປູກຮ່ວມ
ໄມ້ສັກ(Tectona Grandis)
- ເຂົັ້ົັ້າໄຮ່
ສາລີ, ໝາກອຶ, ໝາກໂມ, ຫມາກເຜັດ, ຖົົ່ວຂຽວ, ຫມາກເຂືອ, ຖົົ່ວດິນ, ໝາກແຕງ
- ຢູຄາລິບຕັສ ກາມານດູແລນຊິສ (Eucalyptus camandulensis)
- ກະຖິນພັນ (Leucaena leucocephala)
- ສາລີ
ປະເພດຖົົ່ວຕ່າງໆ, ສາລີ, ເຂົັ້ົັ້າໄຮ່, ຫມາກເຜັດ
- ຢາງພາລາ (Heavia brasiliensis)
- ກະຖິນພັນ (Leucaena leucocephala)
- ຕົັ້ົັ້ນຍາງ(Dipterocarpus alatus))
- ກາເຟ
- ກ້ວຍ
- ຫມາກນັດ
ປະເພດຖົົ່ວຕ່າງໆ, ພິກໄທ, ໝາກແຕງ, ໝາກໂມ, ໝາກເຂືອ, ໝາກເຜັດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ