google-site-verification: google0d91bc93cfc88895.html ການປູກຫອມບົ່ວແດງ (Allium ascalonicum Linn) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, October 01, 2018

ການປູກຫອມບົ່ວແດງ (Allium ascalonicum Linn)


ການປູກຫອມບົ່ວແດງ


          ຜັກ­ບົ່ວ​ຫົວ​ແດງ​ເປັນ​ຜັກ​ທີ່​ເຮົາໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ຫົວ​ ສາ­ມາດນຳ­ໄປ​ປະ­ກອບ​ອາ­ຫານ​ໄດ້​ຫລາຍຊະ­ນິດມີ​ລົດ​ຊາດ ແລະ ກິ່ນ​ແຮງກວ່າ​ຜັກ­ບົ່ວ​ຫົວ​ໃຫ່​ຍ.
ລັກ­ສະ­ນະ​ທົ່ວ​ໄປ:
ຜັກ­ບົ່ວ​ຫົວ​ແດງ ເປັນ​ພືດ​ຜັກຕະ­ກຸນ Liliaceae ຊື່​ວິ­ທະ­ຍາ­ສາດ: Allium ascalonicum Linn. ຜັກ­ບົ່ວ​ຫົວ​ແດງ​ສາ­ມາດ​ຈະ­ເລີນ​ເຕີບ​ໂຕ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ແຕ່​ມັກ​ທີ່​ສຸດ​ແມ່ນ​ດິນ​ລ້ວນມີ​ປະ­ຕິ­ກິ­ລິ­ຍາ​ຂອງ​ດິນ (pH) ປະມານ 5,0-6,5 ແຕ່​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສູງ​ໃນ​ເວ­ລາ​ທີ່​ກຳ­ລັງ​ຈະ­ເລີນ​ເຕີບ​ໂຕແຕ່​ ເມື່ອ​ຫົວ​ເລີ່ມ​ແກ່ ດິນ ແລະ ອາ­ກາດ​ຕ້ອງ​ແຫ້ງໄລ­ຍະ​ເວລາ​ທີ່​ປູກ​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ​ແມ່ນເດືອນ​ ພະ­ຈິກ-ເດືອນ​ມີ­ນາ. 


ພັນ​ທີ່​ໃຊ້​ປູກ:
ພັນ​ທີ່​ນິ­ຍົມ​ກັນ​ປູກ​ແມ່ນ​ພັນ​ພື້ນ­ເມືອງ.
ການ​ກຽມ​ດິນ:
ໃຫ້​ຂຸດ ຫລື ໄຖ​ດິນ​ໃຫ້​ເລິກ​ປະມານ 20 ຊັງ​ຕີ​ແມັດ ເກັບ​ເສດຫຍ້າ​ອື່ນໆ​ອອກ​ໃຫ້​ຫມົດ, ຕາກ​ດິນໄວ້​ປະ­ມານ 7-10 ວັນ, ຫວ່ານຝຸ່ນ​ຄອກ ຫລື ຝຸ່ນ​ບົ່ມໃຫ້​ຫລາຍ, ຄາດ​ດິນ​ໃຫ້​ລະ­ອຽດ​ດີ​ແລ້ວ​ຍົກ​ເປັນ​ຫນານ​ປັບ​ຫນ້າ​ຫນານ​ໃຫ້ພຽງ​ເປັນ​ຮູບ​ ຫລັງ​ເຕົ່າ. 


ການ​ປູກ:
ໄລ­ຍະ​ປູກ​ທີ່​ເຫມາະ​ສົມ​ສຳລັບ​ການ​ປູກ​ຜັກ­ບົ່ວ​ຫົວ​ແດງ​ໄລຍະ​ຫ່າງ​ ລະ­ຫວ່າງ​ຕົ້ນ​ຕໍ່​ຕົ້ນ 15 ຊັງ​ຕີ​ແມັດ ແລະ ລະ­ຫວ່າງ​ແຖວຕໍ່​ແຖວ 20 ຊັງ​ຕີ​ແມັດ. ການ​ປູກ​ຜັກ­ບົ່ວ​ຫົວ​ແດງ​ແມ່ນ​ໃຊ້​ຫົວ​ປູກ ດັ່ງ­ນັ້ນ, ເຮົາ​ຈິ່ງ​ຕ້ອງ​ມີ​ການ​ຄັດເລືອກ​ເອົາ​ຫົວ​ທີ່​ແກ່ ແລະ ແຫ້ງ​ດີ ມີ​ການ​ພັກ​ຕົວ​ມາ​ແລ້ວ​ໄລ­ຍະ​ຫນຶ່ງນຳ​ມາ​ຕັດ​ແຕ່ງ​ທຳ​ຄວາມ​ສະ­ອາດຕັດ​ ພາກ­ສ່ວນ​ຮາກ​ແກ່ ແລະ ຍອດແຫ້ງ​ອອກ​ຈະ​ຊ່ວຍ​ໃຫ້​ງອກ​ດີ​ຂຶ້ນ. ຫລັງ​ຈາກ​ນັ້ນ​ໃຫ້​ນຳ​ມາ​ຈຸ່ມ​ລົງ​ໃນ​ນ້ຳ​ຢາ​ຊີ​ແນບ ຫລື ມາ​ແນບ  ເພື່ອ​ປ້ອງ​ກັນ​ກຳ­ຈັດ​ເຊື້ອ​ລາ ແລ້ວ​ນຳ­ໄປ​ຕາກ­ແດດ​ກ່ອນ​ນຳ­ໄປກ່ອນ​ຈະ​ປູກ​ຄວນ​ຫົດ​ນ້ຳ​ຫນານໃຫ້​ຊຸ່ມ​ນຳ​ ເອົາ​ຫົວ­ພັນ​ມາ​ປັກ​ລົງໃນ​ດິນ​ໃຫ້​ເລິກ​ປະ­ມານ​ເຄິ່ງ​ຫົວໃຫ້​ເປັນ​ແຖວ​ຕາມ​ ໄລ­ຍະ​ປູກ​ທີ່​ກຳ ນົດ​ໄວ້ແລ້ວ​ປົກ​ດ້ວຍ​ເຟືອງ​ ຫລື ຫຍ້າ​ແຫ້ງ​ຫົດ​ນ້ຳ​ໃຫ້​ຊຸ່ມ​ອີກ​ເທື່ອຫນຶ່ງ. ຫລັງ​ຈາກ​ປູກ​ປະ­ມານ 10-15 ມື້ ຈະ​ເລີ່ມ​ງອກຖ້າ​ສັງ­ເກດ ເຫັນ​ຫົວ​ໃດ​ບໍ່​ງອກ​ໃຫ້​ປູກ​ຊ້ຳ​ຄືນທັນ­ທີ. 


ການ​ບົວ­ລະ­ບັດ​ຮັກ­ສາ:
ການ​ໃສ່​ຝຸ່ນ: ຝຸ່ນ​ທີ່​ໃສ່​ຄວນເປັນ​ຝຸ່ນ​ຄອກ ຫລື ຝຸ່ນ N:P:K 15-15-15 ຫລື 12-24-12 ຫລື ສູດ​ອື່ນໆ​ທີ່​ໃກ້​ຄຽງ​ກັນ​ນີ້ ໃນ​ອັດ­ຕາ 300-600 ກິ​ໂລ​ຕໍ່ເຮັກ­ຕາ​ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ​ສົມບູນ​ຂອງ​ດິນ. ການ​ໃສ່​ຝຸ່ນ​ໃຫ້​ແບ່ງໃສ່ 2 ເທື່ອຄື: ເທື່ອ​ທີ 1: ໃສ່​ເປັນ​ຝຸ່ນ​ຮອງ​ພື້ນ​ຕອນ​ປູກເທື່ອທີ 2: ຫລັງ​ຈາກ​ປູກ​ໄດ້​ປະ­ມານ 30-40 ວັນ ໂດຍ​ການ​ໂຮຍ​ທາງ​ຂ້າງ​ຫ່າງ​ຈາກ​ຕົ້ນ​ເລັກ​ຫນ້ອຍ​ແລ້ວ​ພວນ​ດິນ​ປົກ.
ການ​ໃຫ້​ນ້ຳ: ຜັກ­ບົ່ວ​ຫົວ​ແດງເປັນ​ພືດ​ທີ່​ຕ້ອງ­ການ​ຄວາມ​ຊຸ່ມ​ຊື່ນໃນ​ດິນ​ສູງ​ໃນ​ເວ­ລາ​ ຈະ­ເລີນ​ເຕີບໂຕ. ດັ່ງ­ນັ້ນ, ຕ້ອງ​ໃຫ້​ນ້ຳ​ຢ່າງ​ພຽງພໍ ແລະ ສະ​ຫມ່ຳ​ສະ­ເຫມີ​ທັງ​ຕອນເຊົ້າ ແລະ ຕອນ​ແລງ ແຕ່​ເວ­ລາ​ຫົວເລີ່ມ​ແກ່​ຕ້ອງ​ຫລຸດ­ຜ່ອນ​ການ​ໃຫ້​ນ້ຳ​ລົງ ເພາະ​ໃນ​ໄລ­ຍະ​ນີ້​ຕົ້ນ​ຜັກ­ບົ່ວ​ແດງ​ຕ້ອງ­ການ​ດິນ ແລະ ອາກາດ​ແຫ້ງ.
ການ​ຄຸມ​ດິນ (ປົກ​ຫນ້າ­ດິນ):ວັດ­ຖຸ​ທີ່​ໃຊ້​ໃນ​ການ​ປົກ ​ຄຸມ​ດິນ​ຄື: ເຟືອງ​ແຫ້ງ ຫລື ຫຍ້າ​ແຫ້ງ ນອກ­ຈາກ​ນັ້ນ​ຍັງ​ໃຊ້​ວັດ­ຖຸ​ອື່ນໆ​ທີ່​ລາ­ຄາ​ຖືກ ແລະ ຫາ​ໄດ້​ງ່າຍ​ໃນ​ທ້ອງ­ຖິ່ນ. ການ​ປົກ​ຄຸມ​ດິນ​ຈະ​ເຮັດ​ໃຫ້​ດິນ​ສາມາດ​ເກັບ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ໄວ້ໄດ້​ ດົນ ແລະ ເຫມາະ​ສົມ​ແກ່​ການຈະ­ເລີນ​ເຕີບ​ໂຕ ແລະ ລະ­ບົບ​ການ​ຮັກ­ສາ​ຮາກ​ຂອງ​ຜັກ­ບົ່ວ​ຫົວ​ແດງ. ນອກ­ຈາກ​ນີ້​ຍັງ​ຊ່ວຍ​ກຳຈັດ​ວັດ​ຊະ​ພືດ (ຫຍ້າ) ອີກ​ດ້ວຍ.
ການ​ປ້ອງ​ກັນ ແລະ ກຳ­ຈັດຫຍ້າ: ຫຍ້າ​ທຸກ​ຊະ­ນິດ​ເປັນ​ສັດ­ຕູທີ່​ຍາດ​ແຍ່ງ​ອາ­ຫານ​ໄປ​ຈາກ​ພືດ​ທີ່ເຮົາ​ປູກ ດັ່ງ­ນັ້ນ, ຖ້າ​ມີ​ຫຍ້າ​ຂຶ້ນ ຕ້ອງ​ກຳ­ຈັດ​ໂດຍ​ໄວຖ້າ​ປະ​ໄວ້ຫລາຍ​ຈະ​ຍາກ​ຕໍ່​ການ​ກຳ­ຈັດ ແລະ ຕ້ອງ​ເຮັດ​ໃຫ້​ເສຍ​ຄ່າ​ໃຊ້​ຈ່າຍ​ເພີ່ມຂຶ້ນ​ອີກ. ການ​ປ້ອງ​ກັນ ແລະ ກຳຈັດ​ຫຍ້າ​ອາດ​ໃຊ້​ແຮງ​ຄົນ​ຫລົກ ຫລື ໃຊ້​ສານ​ເຄ​ມີ​ສີດ​ພົ່ນ​ກໍ່​ໄດ້. 


ການ​ເກັບ​ກ່ຽວ:
ຜັກ­ບົ່ວ​ຫົວ​ແດງ​ທີ່​ປູກ​ຢູ່​ບ້ານເຮົາ​ມີ​ອາ­ຍຸ​ເກັບ​ກ່ຽວ​ປະ­ມານ 70-100 ວັນ​ຫລັງ​ຈາກ​ປູກ (ຂຶ້ນ​ຢູ່​ກັບພັນ​ທີ່​ໃຊ້​ປູກ) ຜັກ­ບົ່ວ​ຫົວ​ແດງ​ທີ່ ເລີ່ມ​ແກ່​ນັ້ນ​ສີ​ຂອງ​ໃບ​ຂຽວ​ຈະເລີ່ມ​ຈາງ​ລົງ, ປາຍ​ໃບ​ຈະ​ເລີ່ມເຫລືອງ ແລະ ເອ່ນ​ລົ້ມ​ລົງ. ຫລັງ​ຈາກ​ຫລົກແລ້ວ​ໃຫ້​ຕາກແດດ​ກ່ອນ​ປະ­ມານ 4-5  ແດດ ແລ້ວ​ຈິ່ງ​ນຳ​ມາ​ຮັກ­ສາ​ໄວ້​ໃນ​ທີ່ຮົ່ມ ເພື່ອ​ໃຫ້​ໃບ​ແຫ້ງ​ມັດ​ເປັນ​ຈຸກຕາມ​ຂະ­ຫນາດ​ທີ່​ຕ້ອງ­ການ​ນຳໄປ​ແຂວນ​ໄວ້​ໃນ​ ບ່ອນ​ທີ່​ຮົ່ມ ແລະ ອາ­ກາດ​ລຸ​ລ່ວງ​ດີ​ບໍ່​ໃຫ້​ຖືກ​ແດດ  ຫລື ຝົນແຫ້ງ​ດີ​ແລ້ວ​ຈິ່ງ​ນຳ­ໄປບໍ­ລິ­ໂພກ ແລະ ໄປ​ຂາຍ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ