ທິດທາງໃນການພັດທະນາກະສິກຳ ແລະ ປ່າໄມ້ເປັນສິນຄ້າ ແຕ່ນີ້ຫາປີ 2015 ຂອງກະຊວງກະສິກຳ ແລະ ປ່າໄມ້ ໄດ້ອີງໃສ່ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນທີ່ມີໃນ ສປປ ລາວ, ເປົ້າຫມາຍແມ່ນສຸມໃສ່ການຜະລິດສິນຄ້າທີ່ສາມາດແຂ່ງຂັນໄດ້ ແລະ ມີທ່າແຮງໃນການແຂ່ງຂັນໃນສະເພາະຫນ້າ ແລະ ຍາວນານ ໂດຍເລັງໃສ່ພືດໄລຍະສັ້ນ, ພືດໄລຍະກາງ ແລະ ພືດໄລຍະຍາວ ລວມທັງສັດລ້ຽງ, ເຄື່ອງປ່າຂອງດົງ ຕາມນະໂຍບາຍໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມການລົງທຶນໃນການຜະລິດເປັນສິນຄ້າທີ່ຕະຫລາດຕ້ອງການ.
ໃນແຜນພັດທະນາຂະແຫນງກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ VII ໄດ້ກຳນົດການພັດທະນາຂະແຫນງການອອກເປັນ 4 ເປົ້າຫມາຍ 8 ແຜນງານ 14 ມາດຕະການ. ການຜະ ລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າແມ່ນຫນຶ່ງໃນເປົ້າຫມາຍທີ່ກະຊວງກະສິກຳ ແລະ ປ່າໄມ້ໄດ້ສຸມໃສ່ ແລະ ປະເພດສິນຄ້າທີ່ແຂ່ງຂັນໄດ້ເປັນຕົ້ນພືດໄລຍະສັ້ນເຊັ່ນ: ເຂົ້າ, ສາລີ, ອາ ຫານສັດ, ຖົ່ວຊະນິດຕ່າງໆ, ພືດຜັກ...; ພືດໄລຍະກາງເຊັ່ນ: ກ້ວຍ, ອ້ອຍ, ມັນຕົ້ນ, ຫມາກນັດ...; ພືດໄລຍະຍາວເຊັ່ນ: ກາເຟ, ຊາ, ຫມາກແຫນ່ງ, ຢາງພາລາ, ໄມ້ໃຫ້ຫມາກຕ່າງໆ.
ນອກຈາກນີ້ ຍັງເນັ້ນໃສ່ສັດລ້ຽງໄລຍະຍາວເຊັ່ນ: ງົວ, ຄວາຍ, ແບ້, ແກະ, ສັດໄລຍະກາງ-ສັ້ນເຊັ່ນ: ຫມູ, ສັດປີກແລະສັດນ້ຳ; ນອກນີ້ເອົາໃຈໃສ່ຄຸ້ມຄອງ-ຂຸດຄົ້ນ ແລະ ພັດທະນາເຄື່ອງ ປ່າຂອງດົງ, ໂດຍອີງໃສ່ເງື່ອນໄຂທາງດ້ານຕະຫລາດ, ຄວາມຍືນຍົງຂອງສິນຄ້າ, ຕົ້ນ ທຶນການຜະລິດ ແລະ ລັກສະນະ ພິເສດຂອງສິນຄ້າ.
ໄປຄຽງຄູ່ກັນນັ້ນ ໃນນະໂຍບາຍກໍ່ຕ້ອງໄດ້ເອົາໃຈໃສ່ເຊັ່ນດຽວກັນ ໃນການຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ການລົງທຶນຂະຫນາດໃຫຍ່ເຂົ້າຮ່ວມຈຸດພັດທະນາການຜະລິດຂົງ ເຂດທົ່ງພຽງ ແລະ ເຂດເນີນສູງຢ່າງຕັ້ງຫນ້າເພື່ອເຮັດການຜະລິດເປັນອັນສະເພາະແບບຄົບວົງຈອນ ເພື່ອຂາອອກເທື່ອລະກ້າວ ແນໃສ່ເຂົ້າຮ່ວມຕະຫລາດສາກົນບາງປະເພດສິນຄ້າໃນອະນາຄົດ.
ຄາດຫມາຍຕົ້ນຕໍທີ່ຈະເຮັດຄືການປູກເຂົ້າແມ່ນຈະຊຸກຍູ້ສົ່ງເສີມການປູກເຂົ້າທີ່ມີທ່າແຮງເຂົ້າເຖິງຕະຫລາດໃຫມ່ທີ່ມີຄວາມຕ້ອງການສະເພາະເຊັ່ນ: ເຂົ້າພື້ນເມືອງລາວທີ່ມີຄຸນນະພາບ, ເຂົ້າກ່ຳ, ເຂົ້າໄກ່ນ້ອຍ, ເຂົ້າຕາຂຽດ, ເຂົ້າຫອມ, ເຂົ້າພັນ ປັບປຸງໃຫມ່, ເຂົ້າເຊແອ 203, ເຂົ້າທ່າດອກຄຳ ແລະ ອື່ນໆ. ຄາດຫມາຍການຜະລິດແມ່ນອີງ ໃສ່ຄວາມຕ້ອງການຂອງຕະ ຫລາດໃນແຕ່ລະໄລຍະ (2011-2015) ປະມານ 8 ແສນຫາ 1 ລ້ານໂຕນເຂົ້າເປືອກຕໍ່ປີ.
ການຜະລິດພືດ ເພື່ອສະຫນອງຕະຫລາດພາຍໃນ ແລະ ສົ່ງອອກແມ່ນຈະສຸມໃສ່ການຂະຫຍາຍເນື້ອທີ່ປູກ ແລະ ໃຫ້ໄດ້ຮັບຜົນຜະລິດຕາມລຳດັບພືດສິນຄ້າບຸລິມະສິດໂດຍສະເພາະ ພືດທີ່ກຳລັງນິຍົມປູກໃນທົ່ວປະເທດ ແລະ ເປັນຕະຫລາດທ່າແຮງຂອງຕະຫລາດພາຍໃນ ແລະ ສົ່ງອອກຄື: ກາເຟ, ໃຫ້ໄດ້ເນື້ອທີ່ປູກ 65 ພັນເຮັກຕາ ແລະ ຄາດວ່າຈະມີເນື້ອທີ່ເສຍຫາຍແດ່ ເຊິ່ງອາດຈະເກັບ ຜົນຜະລິດໄດ້ພຽງ 55.300 ໂຕນ; ສາລີອາຫານສັດ 213.300 ເຮັກຕາຜົນຜະລິດຈະໄດ້ 1,07 ລ້ານໂຕນ; ຖົ່ວເຫລືອງໃຫ້ໄດ້ເນື້ອທີ່ 17.500 ເຮັກຕາ ຜົນຜະລິດຄາດຈະໄດ້ຮັບ 29.750 ໂຕນ; ຖົ່ວດິນໃຫ້ໄດ້ 35 ພັນເຮັກຕາ, ຫມາກງາໃຫ້ໄດ້ 18 ພັນເຮັກຕາຜົນຜະລິດ 16.200 ໂຕນ; ອ້ອຍ ໃຫ້ໄດ້ 50 ພັນເຮັກຕາ ຜົນຜະລິດຈະໄດ້ 2,15 ລ້ານໂຕນ, ມັນຕົ້ນໃຫ້ໄດ້ 20 ພັນເຮັກຕາ ຜົນຜະລິດຄາດຈະໄດ້ 4 ແສນໂຕນ; ຜັກຕ່າງໆໃຫ້ໄດ້ 346.200 ເຮັກຕາ ຄາດຜົນຜະລິດຈະໄດ້ 1.100 ລ້ານໂຕນ (ໃນນີ້ ມີທັງກະລ່ຳປີ, ຫມາກນັດ, ຫມາກຊູ, ຫມາກກ້ວຍ, ຫມາກແຕງ, ຫມາກໂມ, ຂ່າ, ຂີງ...).
ສິນຄ້າສັດລ້ຽງ ແລະ ການປະມົງແມ່ນຈະພັດທະນາໄປຕາມຈຸດພິເສດທ່າແຮງບົ່ມຊ້ອນທາງດ້ານທຳມະຊາດ, ຕາມລະບົບນິເວດຂອງເຂດແຄວ້ນ, ມີກຳນົດເຂດການລ້ຽງແບບເປັນ ຟາມ, ໂດຍນຳໃຊ້ແນວພັນໃຫມ່ເຊັ່ນ: ຫມູພັນ, ໄກ່ພັນຊີ້ນ, ໄກ່ພັນໄຂ່, ລ້ຽງງົວລູກຊອດຢູ່ໃນເຂດ ອ້ອມຊານເມືອງໃນເຂດທົ່ງພຽງ ເພື່ອຕອບສະຫນອງຕະຫລາດຕົວເມືອງໃຫຍ່, ໂຮງ ແຮມ ແລະ ສະຫນອງໃຫ້ໂຮງງານປຸງແຕ່ງ; ສົ່ງເສີມການລ້ຽງສັດນ້ອຍ ແລະ ປາທຸກຮູບແບບໃນຊົນນະບົດ ເພື່ອການບໍລິໂພກພາຍໃນຄອບຄົວ ແລະ ສົ່ງປ້ອນຕະຫລາດໃນຕົວເມືອງ.
ການລ້ຽງງົວ ແລະ ຄວາຍທີ່ເປັນສິນຄ້າປາຍແຫລມເພື່ອສົ່ງອອກຕາມຊາຍແດນໃຫ້ໄດ້ປະມານ 1 ແສນຫາ 1,4 ແສນໂຕນ ໃນປີ 2015, ໃນນີ້ງົວໃຫ້ໄດ້ 114 ພັນໂຕ, ຄວາຍ 26 ພັນໂຕ, ນອກນີ້ ຍັງມີຜະລິດຕະພັນຈາກສັດເຊັ່ນ: ຫນັງ, ເຂົາ, ກະດູກ, ຄິດເປັນມູນຄ່າການຈະສົ່ງອອກໃຫ້ໄດ້ 322 ຕື້ກີບ.
ພ້ອມດຽວກັນນັ້ນ ກໍ່ຈະເອົາໃຈໃສ່ຄົ້ນຄວ້າພັດທະນາລະບົບການລ້ຽງສັດປະສົມປະສານກັບເຂດພັດທະນາຊົນລະກະເສດຕັ້ງ ແຕ່ຂອດການຜະລິດ, ເກັບຮັກສາ, ປຸງແຕ່ງ ແລະ ກວດ ກາຢັ້ງຢືນຜະລິດຕະພັນ ເພື່ອຍົກສູງຄຸນນະພາບໃຫ້ໄດ້ມາດຕະຖານ, ຕາມຫລັກອະນາໄມສາກົນ (SPS) ແນໃສ່ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກແລະສ້າງປັດໄຈໃຫ້ແກ່ປະເທດ ເຮົາສາມາດເຂົ້າສູ່ຕະຫລາດສັດໃນຂົງເຂດພາກພື້ນ ແລະ ສາກົນ, ໂດຍອີງໃສ່ໂຄງການສະຫນັບສະຫນູນດ້ານການລ້ຽງສັດເປັນສິນຄ້າ.
ສິນຄ້າດ້ານປ່າໄມ້ ນັບແຕ່ປີ 2011-2015 ການເກັບກູ້ເຄື່ອງປ່າຂອງດົງແມ່ນໃຫ້ຕິດພັນກັບການປົກປັກຮັກສາຄວາມສົມດຸນທາງດ້ານນິເວດທຳມະຊາດ. ໃນແຕ່ລະປີຄາດຄະເນຈະມີການຂຸດຄົ້ນຫວາຍປະມານ 1 ລ້ານ- 1,5 ລ້ານເສັ້ນ, ໄມ້ປ່ອງປະມານ 0,9-1 ລ້ານລ້ານ, ຟືນປະມານ 10-12 ພັນຫລາ, ພ້ອມທັງປະເພດເຄືອ, ດອກ, ຫມາກ, ຮາກ, ໃບ, ເປືອກ, ນ້ຳ ມັນ, ຊິ້ນສ່ວນ ຕ່າງໆປະມານ 15.20 ພັນໂຕນ ຕໍ່ປີ, ຂຸດຄົ້ນໄມ້ຕາມໂກຕາ, ຈາກໂຄງການຕ່າງໆ ແລະ ການກ້າເບ້ຍ, ປູກໄມ້ໃຫ້ບັນລຸເປົ້າ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ