google-site-verification: google0d91bc93cfc88895.html ຍຸດທະສາດສຳລັບການປະຕິຮູບໂຮງຮຽນ ກະສິກຳ ແລະ ປ່າໄມ້ ເຖິງປີ 2020 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 12, 2013

ຍຸດທະສາດສຳລັບການປະຕິຮູບໂຮງຮຽນ ກະສິກຳ ແລະ ປ່າໄມ້ ເຖິງປີ 2020

ເປັນຫຍັງຈຶ່ງຕ້ອງການມີການປະຕິຮູບໂຮງຮຽນກະສິກຳ ແລະ ປ່າໄມ້

ວິໄສທັດຂອງກະຊວງ ແມ່ນວິທີການສົ່ງເສີມແຮງງານແບບໃໝ່, ຜູ້ ທີ່ສາມາດເຮັດວຽກນຳຊາວກະສິກອນ ດ້ວຍວິທີພັດທະນາເຕັກໂນໂລຊີແບບ ມີສ່ວນຮ່ວມ. ນັກວິຊາການດ້ານກະສິກຳທີ່ມີຄວາມຊຳນານງານ ຈະເປັນ ທີ່ຕ້ອງ ການ ສຳລັບຂະແໜງການພາກເອກະຊົນ, ທີ່ລົງທຶນໃນຂະແໜງ ກະສິກຳນີ້ ຢ່າງວ່ອງໄວ.
ສິ່ງດັ່ງກ່າວນີ້ສ້າງມະໂນພາບສຳລັບບົດບາດຂອງໂຮງຮຽນກະສິກຳ ແລະ ປ່າໄມ້ ໃນອະນາຄົດ ດັ່ງເປັນເຄື່ອງຈັກສົ່ງເສີມກະສິກຳຢູ່ລາວ. ມີໂຮງຮຽນກະສິກຳ ຫ້າແຫ່ງ, ທີ່ຖືກຄຸ້ມຄອງໂດຍກະຊວງກະສິກຳ ແລະ ປ່າໄມ້, ທີ່ເປັນຜູ້ສະໜອງພະນັກງານທີ່ໄດ້ຮັບການຝຶກອົບຮົມ ທີ່ມີ ຄຸນວຸດທິ ສຳລັບຂະແໜງກະສິກຳ:
  1. ວິທະຍາໄລກະສິກຳແລະປ່າໄມ້ພາກເໜືອ, ປາກເຊືອງ, ແຂວງຫຼວງພະບາງ
  2. ໂຮງຮຽນຊົນລະປະທານ ທ່າງ່ອນ, ທ່າງ່ອນ, ນະຄອນຫຼວງວຽງຈັນ
  3. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ເມືອງໃໝ່, ແຂວງບໍລິຄຳໄຊ
  4. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ນາແກ, ແຂວງສະຫວັນນະເຂດ
  5. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ຫຼັກ 7 ປາກເຊ, ແຂວງຈຳປາສັກ
ການຝຶກອົບຮົມຕ້ອງການໃຫ້ຂະຫຍາຍຕົວຈາກການຮຽນຮູ້ຂັ້ນຮາກຖານ ຫາ ການຮຽນຮູ້ທີ່ເນັ້ນຄວາມຊຳນານງານ, ອັດຕາການເຂົ້າຮຽນຂອງແມ່ຍິງ ແລະ ຊົນເຜົ່າສ່ວນນ້ອຍ ທີ່ສູງກໍ່ເປັນສິ່ງຕ້ອງການ, ບັນດາໂຮງຮຽນ ຕ້ອງມີການເຊື່ອມຕໍ່ທີ່ດີຂຶ້ນກັບຂະແໜງພາກເອກະຊົນ ແລະ ລະບົບການສົ່ງເສີມ ກະສິກຳ.
ຍຸດທະສາດນີ້ຖືກພັດທະນາຂຶ້ນແນວໃດ: ຂະບວນການ ປຶກສາຫາລື ນຳຜູ້ມີສ່ວນກ່ຽວພັນ
ການຫັນເປັນທັນສະໄໝຂະແໜງກະສິກຳແລະປ່າໄມ້ ເປັນບູລິມະສິດຕົ້ນຕໍ ຂອງລັດຖະບານລາວ ໃນການບັນລຸການຄ້ຳປະກັນສະບຽນອາຫານ ແລະ ປັບປຸງ ຊິວິດການເປັນຢູ່ຂອງປະຊາຊົນລາວທັງໝົດໃຫ້ດີຂຶ້ນ. ບົດບາດທີ່ສຳຄັນໃນຂະແໜງກະສິກຳ ແລະ ປ່າໄມ້ ແມ່ນການເສີມສ້າງຄວາມ ເຂັ້ມແຂງ ໃນການເຮັດກະສິກຳຕາມພື້ນຖານຕະຫຼາດ, ຫຼຸດຜ່ອນ ຄວາມແຕກຕ່າງ ລະຫວ່າງ ເຂດທົ່ງພຽງ ແລະ ເຂດເນີນສູງ ແລະ ການບັງຄັບ ດຳເນີນການຄຸ້ມຄອງປ່າໄມ້ ແລະແຫຼ່ງນ້ຳ ແບບຍືນຍົງ- ແມ່ນຖືກມອບ ໝາຍໃຫ້ວິທະຍາໄລກະສິກຳແລະປ່າໄມ້ ພາກເໜືອ (NAFC), ຊຶ່ງສຸມໃສ່ການ ພັດທະນາເຂດເນີນສູງ ການສົ່ງເສີມກະສິກຳ ເປັນຍຸດທະສາດຕົ້ນຕໍຂອງລັດຖະບານລາວ ເພື່ອ ບັນລຸ ວັດຖຸປະສົງເຫຼົ່ານີ້.
ຜູ້ຮຽນຈົບຕ້ອງການຄວາມຊຳນານງານດ້ານສັງຄົມ, ເສດຖະກິດ, ການເງິນ, ການຕະຫຼາດ ແລະ ການພັດທະນາວິສາຫະກິດຂະໜາດຍ່ອມ ເພື່ອສົ່ງເສີມ ຊາວກະສິກອນ ໃນການເຊື່ອມຕໍ່ກັບຕະຫຼາດຢ່າງມີປະສິດທິຜົນ.
ໃນປີ 2006, ກະຊວງ ໄດ້ຈ້າງທີ່ປຶກສາ ເພື່ອປະເມີນບັນຫາຕົ້ນຕໍ ແລະ ຮ່າງວິທີການແກ້ໄຂດ້ານຍຸດທະສາດ ສຳລັບການປັບປຸງລະບົບການສຶກສາ ໂຮງຮຽນກະສິກຳ ແລະ ປ່າໄມ້ ໂດຍຜ່ານການປຶກສາຫາລື ນຳຜູ້ມີສ່ວນ ກ່ຽວພັນ. ໃນປີ 2007, ກະຊວງໄດ້ແຕ່ງຕັ້ງໜ່ວຍປະຕິບັດງານພາຍໃນ ເພື່ອພັດທະນາຍຸດທະສາດເຖິງປີ 2020 ສຳລັບການປະຕິຮູບໂຮງຮຽນກະສິກຳ ແລະ ປ່າໄມ້. ໜ່ວຍງານດັ່ງກ່າວ ນີ້ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລື ດ້ານວິຊາການ ເພື່ອໃຫ້ໄດ້ ຂໍ້ມູນ ຈາກຜຸ້ມີສ່ວນກ່ຽວພັນ, ໂດຍນຳໃຊ້ບົດລາຍງານ ຂອງທີ່ປຶກສາ ເປັນພື້ນຖານ ສຳລັບການສົນທະນາ ກັນເພີ່ມເຕີມ. ບັນດາກອງປະຊຸມປຶກສາຫາລືເຫຼົ່ານີ້ ໄດ້ຖືກຈັດຂຶ້ນທີ່ນະຄອນ ຫຼວງວຽງຈັນ, ຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ຈຳປາສັກ. ມີຜູ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ທັງໝົດ 131 ຄົນ ຈາກ 9 ແຂວງ. ຜູ້ ເຂົ້າຮ່ວມເຫຼົ່ານີ້ ປະກອບມີພະນັກງານໂຮງຮຽນ, ຜູ້ຕາງໜ້າຈາກອົງ ການຕ່າງໆ ຂອງລັດຖະບານ, ບໍລິສັດກະສິກຳ ແລະ ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ພ້ອມດຽວກັນກັບຜູ້ໃຫ້ທຶນ ແລະ NGO ທີ່ໃຫ້ການ ສະໜັບສະໜູນ ໂຄງການ ແລະ ຜູ້ທີ່ມີຄວາມອາດສາມາດບົ່ມຊ້ອນເປັນ ພະນັກງານຂອງຂະແໜງກະສິກຳ. ໜ່ວຍປະຕິບັດງານ ຈຶ່ງສະຫຼຸບສັງລວມ ໝາກຜົນ ຂອງ ກອງປະຊຸມປຶກສາຫາລືເຫຼົ່ານີ້ໃນບົດລາຍງານໜຶ່ງ, ຊຶ່ງຖືກ ນຳໃຊ້ເປັນພື້ນຖານສຳລັບຮ່າງເອກະສານຍຸດທະສາດ. ໜ່ວຍປະຕິບັດງານ ນີ້ ຍັງໄດ້ພິຈາລະນາ ກ່ຽວກັບວິທີການ ທີ່ ຍຸດທະສາດນີ້ ຈະສາມາດຖືກ ຈັດຕັ້ງປະຕິບັດດີທີ່ສຸດ. ຮ່າງຍຸດທະສາດ ໄດ້ຖືກທົບທວນຄືນ ໂດຍ ຜູ້ ກຳນົດນະໂຍບາຍ ຈາກຫຼາກຫຼາຍກົມກອງ ພາຍໃນກະຊວງ. ຜົນໄດ້ຮັບນີ້ ແມ່ນເອກະສານຍຸດທະສາດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ