- ທາດໃນໂຕຣເຈນ Nitrogen: ເປັນທາດອາຫານທີ່ຊ່ວຍຈະເລິນເຕິບໂຕທາງໃບ ເຮັດໃຫ້ຕົ້ນກ້ວຍໄມ້ຈະເລີນງອກງາມມີໃບສີຂຽວ ແລະ ໃຫຍ່ ແຕ່ຖ້າໃສ່ຫລາຍຕົ້ນກ້ວຍໄມ້ຈະອ່ອນແອ ຂາດພູມຕ້ານທານໂລກເນົ່າງ່າຍ ລຳຕົ້ນໂນ້ມງໍ ຕ້ອງໃສ່ປຸຍສູດ ຟົສຟໍຣັສ P ຄືຕົວກາງສູງແກ້ລຳຕົ້ນກ້ວຍໄມ້ທີ່ຂາດໃນໂຕຣເຈນ ໃບນ້ອຍ ສີບໍ່ຂຽວເທົ່າທີ່ຄວນ ຕົ້ນເຕ້ຍ
- ທາດຟອສຟໍຣັສ (Phosphorus) ຊ່ວຍໃຫ້ລຳຕົ້ນຂອງກ້ວຍໄມ້ແຂງແຮງ ອອກຮາກອອກດອກໄວ ຊ່ວຍໃຫ້ຫມາກຂອງກ້ວຍໄມ້ມີແກ່ນທີ່ແຂງແຮງ ແລະ ງອກດີ ແຕ່ຖ້າໃສ່ຫລາຍຈະເຮັດໃຫ້ກ້ວຍໄມ້ແກ່ໄວ ແລະ ອອກດອກໄວໄປ ໃບນ້ອຍ ແລະ ແຂງ ສັ້ນ ແຕ່ຖ້າຂາດ ລຳຕົ້ນຈະເຕ້ນແກ່ນ ໃບຈະຂຽວອົມມ່ວງອອກດອກຊ້າ ຝັກລົ່ນງ່າຍ
- ທາດໂປຣຕິສຊ່ຽມ K : ຊ່ວຍໃນການຈະເລີນເຕີບໂຕຂອງຫມາກ ແລະ ໃບອ່ອນຊ່ວຍໃນລະບົບການເຄື່ອນໄຫວອາຫານ ແລະນ້ຳຂອງຕົ້ນກ້ວຍໄມ້ຊ່ວຍໃຫ້ດອກໃຫຍ່ແລະ ມີສີສັນສວຍງາມ ຊ່ວຍສະສົມອາຫານຈຳພວກແປ້ງໄວ້ໃນຍາມຕົ້ນກ້ວຍໄມ້ພັກຕັວ ຖ້າຂາດທາດນີ້ຫລາຍເກີນໄປຕົ້ນ ແລະ ໃບຈະແຄະ ແຂງຜຶດປົກະຕິ ໃບອ່ອນຈະແຫ່ວໃບແກ່ ປຍຈະໃຫມ້ ການຈະເລີນເຕີບໂຕຢຸດສະງັກລຳຕົ້ນລີບ ແລະ ແຫ້ງຕາຍ ລຳຂໍ້ປ້ອງຖີ່ຜຶດປົກະຕິ
ສະນັ້ນການໃຫ້ອາຫານກ້ວຍໄມ້ຈະຕ້ອງມີປະສົບການວ່າໃຫ້ປຸດສູດໃດດີເມື່ອໃດ ແລະ ຫລາຍຫນ້ອຍຊ່ຳໃດ ຊ່ວຍຄວາມຈຳງ່າຍໆແບບຄົນ ຍັງນ້ອຍຢູ່ຈະໃຫ້ມີລູກກໍ່ຄົງຍາກ ຕົ້ນນ້ອຍໃຫ້ N ສູງ ສ່ວນຕົ້ນ ສາວໃຫ້ P ສູງເມື່ອທ້ອງ ລູກແລະ ແມ່ກໍ່ແຂງແຮງ
- N .ໃນໂຕເຈນລ້ຽງໄມ້ນ້ອຍ ໃບງາມ ຖ້າຫລາຍເກີນ ຮາກຈະລົດລົງ
- P ຟອສຟໍຣສ ເລັ່ງຮາກ ເລັ່ງດອກ ອອກຮາກສວຍງາມ
- K ດອກໃຫຍ່ ສີງາມ ກ້ານດອກແລະຕົ້ນແຂງແຮງ
ປຸຍທີ່ຊື່ມາຈາກຮ້ານຂາຍປຸຍ ຫລື ຂອງທີ່ບໍລິສັດຜະລິດມາ ຈະກຳນົດທາດອາຫານບໍ່ຄືກັນ ແລະສ່ວນ ໃຫຍ່ຜູ້ປູກລ້ຽງກ້ວຍໄມ້ຈະໃຊ້ສູດປູຍຕາມປະສົບການທີ່ປູກມາແລ້ວໄດ້ຜົນດີ ດັ່ງນັ້ນຈື່ງບໍ່ມີຫລັກການໃຫ້ປຸຍທີ່ຕາຍຕົວ
ສອບຖາມຂໍ້ມູນ ທີ່
ໂຫນ່ງ ອານຸສອນ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ