ອົງປະກອບ ທີ່ສຳຄັນ ໃນການ ປູກກ້ວຍໄມ້
1. ແສງສະຫວ່າງ : ແມ່ນຂື້ນກັບແຈ່ລະສາຍພັນຂອງກ້ວຍໄມ້ ແຈ່ສ່ວນໃຫຍາແລ້ວຈະຢູ່ລະຫວ່າງ 50-70 % ຂອງປະລິມານແສງຊ່ວງ 11-13 ໂມງ
2. ອູນນະພູມ: ຕ້ອງອີງຕາມແຕ່ລະສະກູນ ເຊິ່ງຈະມີຜົນໃນເວລາສ້າງໂຮງເຮືອນ ສ່ວນໃຫຍ່ແລ້ວ ຖ້າເປັນກ້ວຍໄມ້ລວມ(ມີທູກສາຍພັນ) ຈະໃຊ້ຜ້າພາງແສງ 70-85% ມູງແລະ ແອ້ມ
3. ຄວາມຊຸ່ມຊື້ນ: ເປັນສ່ວນສຳຄັນສຸດຂອງການປູກລ້ຽງ ຕ້ອງໃຫ້ຄວາມຊຸ່ມຢູ່ໃນລະດັບທີ່ເຫມາະສົມກັບແຕ່ລະສາຍພັນຫ້າມໃຫ້ຄວາມຊຸ່ມຂາດ ເພາະຈະເຮັດໃຫ້ການຈະເລີນເຕີບໂຕຢຸດສະງັກ ແລະ ຕວາມຊຸ່ມສູງ ຈະເປັນພາຫານະນຳໂລກມາສູ່ກ້ວຍໄມ້
4. ສິ່ງແວດລ້ອມ: ຫມາຍເຖິງສະພາບແວດລ້ອມອ້ອມຂ້າງ ລວມເຖິງຄົນເອງ ພາສະນະປູກ ຮ້ານວາງຮາວແຂນ ແລະອື່ນໆ
5. ຜູ້ປູກລ້ຽງ: ເປັນປັດໃຈສຳຄັນ ຖ້າຂາດການເອົາໃຈໃສ່ ຂາດປະສົບການ ຂາດເຕັກນິວິທີ່ການທີ່ຖືກຕ້ອງ ຂາການແນະນຳ ເຮັດຕາມລຳພັງໃຈ ກໍ່ຈະມີບັນຫາຕາມມາເຊັ່ນກັນ
ສອບຖາມຂໍ້ມູນ ຫລື ຕິດຕໍ່ຝຶກອົບຮົມ ສຳມະນາທີ່
02099945768 ໂຫນ່ງ ອນຸສອນ
nong_kvt@yahoo.com
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ