google-site-verification: google0d91bc93cfc88895.html ການ​ໃຫ້​ປຸຍ​ກ້ວຍ​ໄມ້ (N.P.K) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 17, 2013

ການ​ໃຫ້​ປຸຍ​ກ້ວຍ​ໄມ້ (N.P.K)


  • ທາດ​ໃນ​ໂຕ​ຣ​ເຈນ Nitrogen: ເປັນ​ທາດ​ອາ​ຫານ​ທີ່​ຊ່ວຍ​ຈະ​ເລິນ​ເຕິບ​ໂຕ​ທາງ​ໃບ ເຮັດ​ໃຫ້​ຕົ້ນ​ກ້ວຍ​ໄມ້​ຈະ​ເລີນງອກ​ງາມ​ມີ​ໃບ​ສີ​ຂຽວ​ ແລະ ໃຫ​ຍ່ ແຕ່​ຖ້າ​ໃສ່​ຫລາຍ​ຕົ້ນ​ກ້ວຍ​ໄມ້​ຈະ​ອ່ອນ​ແອ ຂາດ​ພູມ​ຕ້ານ​ທານ​ໂລກ​ເນົ່າ​ງ່າຍ ລຳ​ຕົ້ນ​ໂນ້ມ​ງໍ ຕ້ອງ​ໃສ່​ປຸຍ​ສູດ ຟົ​ສ​ຟໍ​ຣັ​ສ P ຄື​ຕົວ​ກາງສູງ​ແກ້​ລຳ​ຕົ້ນ​ກ້ວຍ​ໄມ້​ທີ່​ຂາດ​ໃນ​ໂຕ​ຣ​ເຈນ ໃບ​ນ້ອຍ ສີ​ບໍ່​ຂຽວ​ເທົ່າ​ທີ່​ຄວນ ​ຕົ້ນ​ເຕ້ຍ
  • ທາດ​ຟອ​ສ​ຟໍ​ຣັສ (Phosphorus)  ຊ່ວຍ​ໃຫ້​ລຳ​ຕົ້ນ​ຂອງ​ກ້ວຍ​ໄມ້​ແຂງ​ແຮງ ອອກ​ຮາກ​ອອກ​ດອກ​ໄວ ຊ່ວຍ​ໃຫ້​ຫມາກ​ຂອງ​ກ້ວຍ​ໄມ້​ມີແກ່ນ​ທີ່​ແຂງ​ແຮງ ແລະ ງອກ​ດີ ແຕ່​ຖ້າ​ໃສ່​ຫລາຍ​ຈະ​ເຮັດ​ໃຫ້​ກ້ວຍ​ໄມ້​ແກ່​ໄວ ແລະ ອອກດອກ​ໄວ​ໄປ ໃບ​ນ້ອຍ ແລະ ແຂງ ສັ້ນ ແຕ່​ຖ້າ​ຂາດ ລຳ​ຕົ້​ນ​ຈະ​ເຕ້ນ​ແກ່ນ ໃບ​ຈະ​ຂຽວ​ອົມ​ມ່ວງ​ອອກດອກ​ຊ້າ ຝັກ​ລົ່ນ​ງ່າຍ
  • ທາດ​ໂປ​ຣ​ຕິ​ສ​ຊ່ຽມ K : ຊ່ວຍ​ໃນ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ຫມາກ ແລະ ໃບ​ອ່ອນ​ຊ່ວຍ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ອາ​ຫານ ແລະ​ນ້ຳ​ຂອງ​ຕົ້ນ​ກ້ວຍ​ໄມ້​ຊ່ວຍ​ໃຫ້​ດອກ​ໃຫ​ຍ່​ແລະ ມີ​ສີ​ສັນ​ສວຍ​ງາມ ຊ່ວຍ​ສະ​ສົມ​ອາ​ຫານ​ຈຳ​ພ​ວກ​ແປ້ງໄວ້​ໃນ​ຍາມ​ຕົ້ນ​ກ້ວຍ​ໄມ້​ພັກ​ຕັວ ຖ້າ​ຂາດ​ທາ​ດ​ນີ້​ຫລາຍ​ເກີນ​ໄປ​ຕົ້ນ ແລະ ໃບ​ຈະ​ແຄະ ແຂງ​ຜຶດ​ປົກະ​ຕິ ໃບ​ອ່ອນ​ຈະ​ແຫ່ວ​ໃບ​ແກ່ ປຍ​ຈະ​ໃຫມ້ ການ​ຈະ​ເລີນ​ເຕີບ​ໂຕ​ຢຸດ​ສະ​ງັກ​ລຳ​ຕົ້ນ​ລີບ ແລະ ແຫ້ງ​ຕາຍ ລຳ​ຂໍ້​ປ້ອງ​ຖີ່​ຜຶດ​ປົກະ​ຕິ

         ສະ​ນັ້​ນການ​ໃຫ້​ອາ​ຫານ​ກ້ວຍ​ໄມ້​ຈະ​ຕ້ອງ​ມີ​ປະ​ສົບ​ການ​ວ່າ​ໃຫ້​ປຸດ​ສູດ​ໃດ​ດີ​ເມື່ອ​ໃດ ແລະ ຫລາຍ​ຫ​ນ້ອຍ​ຊ່ຳ​ໃດ ຊ່ວຍ​ຄວາມ​ຈຳ​ງ່າຍໆ​ແບບ​ຄົນ ຍັງ​ນ້ອຍ​ຢູ່​ຈະ​ໃຫ້​ມີ​ລູກ​ກໍ່​ຄົງ​ຍາກ ຕົ້ນ​ນ້ອຍ​ໃຫ້ N ສູງ ສ່ວນ​ຕົ້ນ ສາວ​ໃຫ້ P ສູງ​ເມື່ອ​ທ້ອງ ລູກ​ແລະ ແມ່​ກໍ່​ແຂງ​ແຮງ

- N .ໃນ​ໂຕ​ເຈນ​ລ້ຽງ​ໄມ້​ນ້ອຍ ໃບ​ງາມ  ຖ້າ​ຫລາຍ​ເກີນ ຮາກ​ຈະ​ລົດ​ລົງ
- P ຟອ​ສ​ຟໍ​ຣ​ສ ເລັ່ງ​ຮາກ ເລັ່ງ​ດອກ ອອກ​ຮາກ​ສວຍ​ງາມ
- K ດອກ​ໃຫ​ຍ່ ສີງາມ ກ້ານດອກ​ແລະ​ຕົ້ນ​ແຂງ​ແຮງ

           ປຸຍ​ທີ່​ຊື່​ມາ​ຈາກ​ຮ້ານ​ຂາຍ​ປຸຍ ຫລື ຂອງ​ທີ່​ບໍ​ລິ​ສັດ​ຜະ​ລິດ​ມາ ຈະ​ກຳ​ນົດ​ທາດ​ອາ​ຫານ​ບໍ່​ຄື​ກັນ ແລະ​ສ່ວນ ໃຫ​ຍ່​ຜູ້​ປູກ​ລ້ຽງ​ກ້ວຍ​ໄມ້​ຈະ​ໃຊ້​ສູດ​ປູຍ​ຕາມ​ປະ​ສົບ​ການ​ທີ່​ປູກ​ມາ​ແລ້ວ​ໄດ້​ຜົນ​ດີ ດັ່ງ​ນັ້ນ​ຈື່ງ​ບໍ່​ມີ​ຫລັກ​ການ​ໃຫ້​ປຸຍ​ທີ່​ຕາຍ​ຕົວ



ສອບ​ຖາມ​ຂໍ້​ມູນ ທີ່

ໂຫ​ນ່ງ ອາ​ນຸ​ສອນ  

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ