google-site-verification: google0d91bc93cfc88895.html ການເພາະລ້ຽງເນື້ອເຍື່ອ ການຂະຫຍາຍພັນດ້ວຍເນື້ອເຍື່ອ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 03, 2013

ການເພາະລ້ຽງເນື້ອເຍື່ອ ການຂະຫຍາຍພັນດ້ວຍເນື້ອເຍື່ອ

             ການເພາະເນື້ອເຍື່ອກ້ວຍໄມ້ຫລືທີ່ເອີ້ນກັນວ່າ ການປັ່ນຕາ  ເປັນການຂະຫຍາຍພັນທີ່ເຮັດໃຫ້ໄດ້ຕົ້ນທີ່ມີລັກສະນະພັນເຫມືອນເດີມເປັນປະລິມານລາຍໃນເວລາອັນວ່ອງໄວ ໂດຍການນຳເນື້ອເຍື່ອຈາກສ່ວນຕ່າງໆຂອງກ້ວຍໄມ້ ເຊັ່ນ ຕາຍອດ, ຕາຂ້າງ ປາຍໃບອ່ອນ ມາລ້ຽງດ້ວຍອາຫານສັງເຄາະໃນສະພາບເຊື້ອ ໂດຍມີກນຄວບຄຸມສະພາບແວດລ້ອມ ແສງ ອຸນຫະພູມໃຫ້ເຫມາະສົມກັບການຈະເລີນເຕີບໂຕ ການຂະຫຍາຍພັນແບບນີ້ຈະໃຊ້ເວລາປະມານ 10 ເດືອນ ຫລື ຫລາຍກວ່ານັ້ນເຊີ່ງຈະຂື້ນກັບຊະນິດຂອງກ້ວຍໄມ້ ຄວາມສົມບູນຂອງຫນໍ່ ເທັກນິກໃນການເພາະລ້ຽງ ສູດອາຫານສັງເຄາະ ແລະ ສະພາບແວດລ້ອມ ດັ່ງນັ້ນຈຶ່ງສາມາດສະຫລູບຂັ້ນຕອນຂອງການເພາະລ້ຽງໄດ້ດັ່ງນນີ້:


1. ເລືອກຊີ້ນສ່ວນຂອງກ້ວນໄມ້ທີ່ເນີ້ອເຍີ່ອມີຈະເລີນເຕີບໂຕທີ່ສາມາດພັດທະນາເປັນຕົ້ນອ່ອນໄດ້ເຊັ່ນ ກ້ວຍໄມ້ສະກຸນຫວາຍ ໃຊ້ ຕາຂ້າງ ຕາຍອດ ດອກອ່ອນ ກ້ວຍໄມ້ແຄດທຮີຢ່າ ໃຊ້ຫນໍ່ອ່ອນ ຕາຂ້າງ ຕາດອກ ປາຍໃບອ່ອນ
2. ຟອກຂ້າເຊື້ອທີ່ຜິວຊີ້ນສ່ວນກ້ວຍໄມ້ໃຫ້ປອດເຊື້ຈຸລິນຊີກ່ອນຕັດຊີ້ນສ່ວນ


3. ການຕັດຊີ້ນສ່ວນ

 

      ໃນໄລຍະແລກໃຊ້ມີດເຈາະຕາຂະຫນາດນ້ອຍບໍ່ເກີນ 0.5 ຊມ ນຳໄປລ້ຽງໃນອາຫານແຫລວ ຫລື ແຂງສູດທີ່ເຫມາະ ຕາຈະຕ້ອງມີໂປໂຕຄອບມprotocorm ສີຂຽວແຕກອອກມາຮອບໆໄລຍະນີ້ຕ້ອງປ່ຽນອາຫານທຸກໆ 2 ອາທິດ

3. ເພີ່ມຈຳນວນໂປໂຕຄອມ ແລະ ຄວນສັງເກດຖ້າ ໂປໂຕຄອມປົ່ງຍອດຍາວໃຫ້ຕັດຖີ້ມເພື່ອໃຫ້ເກີດໂປໂຕຄອມ

5. ການລ້ຽງໂປໂຕຄອມໃຫ້ເປັນຕົ້ນ ເມື່ອໄດ້ຈຳນວນຕາມຕ້ອງການແລ້ວ ໃຫ້ຍ້າຍໄປລ້ຽງໃນອາຫານວຸ້ນສູດເຫມາະສົມ ໃຫ້ໂປໂຕຄອມ ແຕ່ລະຫນ່ວຍ ຈະເລິນເຕິບໂຕເປັນຕົ້ນກ້າ ມີໃບຍອດແລະຮາກ ເມື່ອຕົ້ນສູງ 2-3 ຊມ ກໍ່ຄັດແຍກ ໄປລ້ຽງໃນອາຫານວຸ້ນສູດປ່ຽນແກ້ວ ປະມານ 50 ຕົ້ນຕໍ່ ແກ້ວ ເພື່ອໃຫ້ຈະເລີນເຕິບໂຕແຂງແຮງດີ ພ້ອມອອກປູກໄດ້














                                                      ຕິດຕໍ່ສອບຖາມ ຫລື ຕ້ອງການສຳມະນາ ສອນວິທີຕົວຈິງ

ໂຫນ່ງ ອານຸສອນ
020 99945768  email: nong_kvt@yahoo.com

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ