- ການເກັບກຳຂໍ້ມູນ: ໝາຍເຖິງການລວບ ລວມ ຂໍ້ມູນທີ່ຈຳເປັນ ທາງ ດ້ານ ເສດຖະກິດ-ສັງຄົມ, ທີ່ ດິນ ແລະ ປ່າ ໄມ້ ຈາກກຸ່ມບ້ານ, ບ້ານ ແລະ ຄອບຄົວ ເພື່ອ ກຳນົດແບ່ງ ເຂດ ແລະ ວາງແຜນຈັດ ສັນ ຄຸ້ມຄອງ ນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້.
- ການກຳນົດເຂດແດນຂອງບ້ານ: ໝາຍເຖິງການກຳນົດ, ການສຳຫຼວດ ແລະ ການສ້າງ ແຜນ ທີ່ ເຂດຄຸ້ມຄອງຂອງບ້ານແລະ ກຸ່ມບ້ານ ໂດຍ ສົມທົບ ປຶກສາ ຫາລື ກັບພະນັກງານ ປະຈຳ ກຸ່ມ ບ້ານ, ອົງການ ປົກຄອງ ບ້ານ ແລະ ຊາວບ້ານ.
- ການກຳນົດເຂດນຳໃຊ້ທີ່ດິນແບບມີສ່ວນຮ່ວມ: ໝາຍເຖິງຂະບວນການກຳນົດຂອບເຂດ ແລະ ສ້າງແຜນທີ່ ເຂດນຳ ໃຊ້ທີ່ດິນກະສິກຳ ແລະ ປ່າ ໄມ້ຢູ່ພາຍໃນເຂດຄຸ້ມຄອງຂອງບ້ານ ແລະ/ຫຼື ກຸ່ມບ້ານໂດຍສົມທົບ ປຶກສາ ຫາລືກັບພະນັກງານປະຈຳກຸ່ມບ້ານ, ອົງການບ້ານ ແລະ ຊາວບ້ານ ເຊັ່ນ: ເຂດທີ່ດິນກະສິກຳ, ທີ່ດິນປ່າໄມ້, ເຂດລ້ຽງສັດ ແລະ ເຂດ ທີ່ ດິນ ອື່ນໆ.
- ການວາງແຜນ ຈັດສັນຄຸ້ມຄອງທີ່ດິນແບບມີສ່ວນຮ່ວມ: ໝາຍເຖິງຂະບວນການກຳນົດກິດຈະກຳ ແລະ ວິທີການພັດທະນາ ທີ່ຈະປະຕິບັດພາຍໃນເຂດນຳໃຊ້ທີ່ດິນຕ່າງໆທີ່ໄດ້ກຳນົດໄວ້ຂອງບ້ານ ແລະ/ຫຼື ກຸ່ມບ້ານໂດຍສົມທົບປຶກສາ ຫາລື ກັບພະນັກງານປະຈຳກຸ່ມບ້ານ, ອົງການບ້ານ ແລະ ຊາວບ້ານ.
- ແຜນຈັດສັນຄຸ້ມຄອງທີ່ດິນ: ໝາຍເຖິງ ບັນດາແຜນກິດຈະກຳທີ່ກຳນົດສຳລັບແຕ່ລະເຂດຂອງເຂດນຳໃຊ້ທີ່ດິນກະສິ ກຳ ແລະ ປ່າໄມ້ຊຶ່ງນອນຢູ່ໃນເຂດຄຸ້ມຄອງຂອງບ້ານ ຫຼື ກຸ່ມບ້ານໂດຍນຳໃຊ້ຂະບວນການວາງ ແຜນ ຈັດສັນຄຸ້ມຄອງທີ່ດິນແບບມີສ່ວນຮ່ວມທີ່ກ່າວໃນຂ້າງເທິງ.
- ການຈັດແບ່ງທີ່ດິນບ້ານຄຸ້ມຄອງ: ໝາຍເຖິງ ລະບົບການແບ່ງປັນ ແລະ ການຄຸ້ມຄອງ ຕອນດິນກະສິກຳຢ່າງສະເໝີ ພາບຢູ່ພາຍໃນເຂດທີ່ດິນກະສິກຳທີ່ກຳນົດໄວ້ໂດຍອົງການບ້ານ, ໜ່ວຍງານທີ່ດິນຂອງບ້ານ ແລະ ຄະນະກຳມະການຄຸ້ມ ຄອງ ທີ່ ດິນ ແລະ ປ່າ ໄມ້ ຂອງບ້ານ ບົນພື້ນຖານການຮັບຮູ້ເປັນທາງການ ຈາກ ອົງການເມືອງ.
- ເຄືອຂ່າຍບ້ານ ແລະ ກຸ່ມບ້ານ: ໝາຍເຖິງກົນໄກ ທີ່ມີການຮັບຮູ້ເປັນທາງການຈາກອົງການເມືອງ ຊຶ່ງສ້າງຂຶ້ນເພື່ອເອື້ອອຳນວຍໃຫ້ບັນດາບ້ານ ແລະ ກຸ່ມບ້ານໄດ້ມີການເຄື່ອນໄຫວກິດຈະກຳການຄຸ້ມຄອງ ແລະ ນຳໃຊ້ຊັບພະກອນທຳ ມະຊາດພາຍໃນເຂດຄຸ້ມຄອງຂອງບ້ານ ແລະ ກຸ່ມບ້ານຮ່ວມກັນ.
- ການເຄືອຂ່າຍ: ໝາຍເຖິງການດຳເນີນກິດຈະກຳການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດພາຍໃນເຂດຄຸ້ມ ຄອງຂອງບ້ານ ແລະ ກຸ່ມບ້ານທັງໝົດຮ່ວມກັນລະຫວ່າງບັນດາຕົວແທນຈາກບ້ານຕ່າງໆ.
- ການເກັບຮັກສາຂໍ້ມູນທີ່ດິນ: ໝາຍເຖິງວິທີເກັບຮັກສາຂໍ້ມູນ ແລະ ແຜນທີ່ຕ່າງໆຂອງການວາງແຜນນຳໃຊ້ທີ່ດິນ
- ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານພັດທະນາຢ່າງເປັນລະບົບຢູ່ທີ່ຫ້ອງການທີ່ກ່ຽວຂ້ອງ ປະຈຳເມືອງ ແລະ ແຂວງໃນຮູບເອກະສານພິມ ຫຼື ເອກະສານອີເລັກໂຕຣນິກແລ້ວແຕ່ເງື່ອນໄຂ ແລະ ຂີດຄວາມສາ ມາດຕົວຈິງ ຂອງທ້ອງຖິ່ນ.
- ການສ້າງແຜນທີ່ດີຈີຕອນ: ໝາຍເຖິງການນຳໃຊ້ລະບົບຈີໄອເອັສ (GIS) ເປັນເຄື່ອງມືສ້າງແຜນທີ່ການນຳໃຊ້ທີ່ດິນ ແລະ ປ່າໄມ້ຂອງບ້ານ ແລະ ກຸ່ມບ້ານທີ່ໄດ້ມາຈາກຜົນການຈັດແບ່ງເຂດນຳໃຊ້ທີ່ດິນແບບມີສ່ວນຮ່ວມໂດຍການນຳໃຊ້ພາບຖ່າຍດາວທຽມ, ແຜນທີ່ພູມີປະເທດ, ພາບຖ່າຍທາງອາກາດ ແລະ ເຄື່ອງຈີພີເອັສ (GPS).
- ການຂື້ນທະບຽນທີ່ດິນຢູ່ເຂດຊົນນະບົດ: ໝາຍເຖິງຂະ ບວນການສືບສາວ, ການສຳ ຫຼວດ, ແລະ ການສ້າງແຜນທີ່ຢ່າງເປັນລະບົບເພື່ອກຳນົດກຳມະສິດກ່ຽວກັບຕອນດິນປ່າໄມ້, ຕອນດິນກະສິກຳ ແລະ ທີ່ຢູ່ອາໄສຂອງບຸກຄົນ ແລະ ລວມໝູ່ເພື່ອໃຫ້ສາມາດຂື້ນທະບຽນ ແລະ ອອກໃບຕາດິນພາຍໃນບ້ານ ແລະ ກຸ່ມບ້ານໃນເຂດຊົນນະບົດ.
- ທີ່ດິນລວມໝູ່: ໝາຍເຖິງທີ່ດິນທີ່ເປັນຂອງສະຫະກອນ, ອົງການຈັດຕັ້ງລວມໝູ່ ແລະ ທີ່ດິນບ້ານທີ່ກຸ່ມຄົນຫຼື ກຸ່ມຊົນ
- ເຜົ່າເປັນຜູ້ນຳໃຊ້ຢູ່ໃນບ້ານຊຶ່ງລວມມີ: ທີ່ດິນທີ່ບໍ່ເປັນກຳມະສິດຂອງບຸກຄົນໃດໜຶ່ງທີ່ຈັດສັນໃຫ້ຄອບຄົວທຳການຜະລິດກະສິກຳຕາມລະດູການ, ປ່າຊົມໃຊ້ຂອງບ້ານ, ປ່າສັກສິດ ແລະ ປ່າຊ້າ, ທີ່ດິນສຳລັບຈັດພິທີທາງສາສະໜາ ຫຼື ທາງຮີດຄອງປະເພນີ ແລະ ທີ່ດິນລວມເພື່ອການລ້ຽງສັດ.
- ທີ່ດິນສ່ວນບຸກຄົນ ຫຼື ທີ່ດິນເອກະຊົນ: ໝາຍເຖິງທີ່ດິນທີ່ໄດ້ຮັບສິດນຳໃຊ້ໂດຍ : (1) ການມີເອກະສານ ກ່ຽວ ກັບ ທີ່ດິນຄົບຊຸດ; ຫຼື (2) ທີ່ດິນທີ່ຄອບຄອງ ແລະ ນຳໃຊ້ຢ່າງບໍ່ມີບັນຫາມາເປັນເວລາບໍ່ຕ່ຳກວ່າ 10 ປີໂດຍ ມີເອກະສານຫຼັກຖານບາງຢ່າງກ່ຽວກັບທີ່ດິນ; ຫຼື (3) ທີ່ດິນທີ່ຄອບຄອງ ແລະ ຈັດສັນໃຫ້ນຳໃຊ້ພາຍຫຼັງຍົກຍ້າຍບ້ານ; ຫຼື (4) ທີ່ດິນທີ່ຄອບຄອງ ແລະ ນຳໃຊ້ຕາມປະເພນີໂດຍບໍ່ມີເອກະສານຫຍັງແຕ່ມີນາຍບ້ານ ແລະ ມີພະຍານຢ່າງນ້ອຍ 3 ຄົນທີ່ຢູ່ໃກ້ຄຽງເປັນຜູ້ຢັ້ງຢືນໃຫ້; ຫຼື (5) ທີ່ດິນທີ່ໄດ້ຮັບຮູ້ສິດດ້ວຍການເຂົ້າຄອບຄອງແລະ ພັດທະນາມາເປັນເວລາບໍ່ຕ່ຳກວ່າ 20 ປີ ຢ່າງຖືກຕ້ອງຕາມກົດໝາຍ ແລະ ບໍ່ມີບັນຫາ.
- ທີ່ີ່ດິນລັດ: ໝາຍເຖິງທີ່ດິນທີ່ຄຸ້ມຄອງໂດຍອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນເຊັ່ນ: ທີ່ດິນລັດ, ເຂດ ປ້ອງກັນຊາດ, ເຂດປ້ອງກັນຄວາມສະຫງົບ, ທີ່ດິນຄົມມະນາຄົມ ແລະ ທີ່ດິນອື່ນໆທີ່ເປັນຂອງລັດ, ຂອງຜູ້ທີ່ ປະລະໜີໄປຢູ່ຕ່າງປະເທດ ແລະ ທີ່ດິນທີ່ສານຕັດສິນໃຫ້ເປັນຂອງລັດລວມທັງພື້ນທີ່ປ່າສະຫງວນ ແລະ ປ່າປ້ອງກັນຂອງບ້ານ.
- ການຕິດຕາມຊຸກຍູ້ ຫຼື ການຕິດຕາມກວດກາ: ໝາຍເຖິງຂະບວນການປະເມີນຄວາມຄືບໜ້າ ແລະ ການປ່ຽນ ແປງທີ່ເກີດຂື້ນຈາກການຈັດຕັ້ງປະຕິບັດກິດຈະກຳໃດໜຶ່ງ ຢູ່ໃນຊ່ວງໄລຍະເວລາໃດໜຶ່ງແບບເປັນລະບົບ ແລະ ຕໍ່ເນື່ອງຊຶ່ງປົກກະຕິຈະປະເມີນຕາມຕົວຊີ້ວັດທີ່ໄດ້ກຳນົດໄວ້ກ່ອນແລ້ວ.
- ກຸ່ມບ້ານພັດທະນາ (ຫຼື ກຸ່ມບ້ານ): ໝາຍເຖິງກຸ່ມຂອງບັນດາບ້ານໃນເມືອງດຽວກັນທີ່ຖືກຈັດລວມເຂົ້າກັນ ເປັນເຂດປົກຄອງ ເພື່ອໃຫ້ສະດວກໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ການພັດທະ ນາຂອງລັດ.
- ການຈັດສັນບ້ານ ຫຼື ການເຕົ້າໂຮມບ້ານ: ໝາຍເຖິງການຍົກຍ້າຍບ້ານ ຫຼື ບັນດາບ້ານຕາມແຜນພັດທະນາຂອງເມືອງຈາກບ່ອນທີ່ຢູ່ຫ່າງໄກສອກຫຼີກມາໂຮມເຂົ້າກັນກັບບ້ານທີ່ສາມາດເຂົ້າເຖິງໄດ້ສະດວກ ແລະ ມີສະ ພາບເງື່ອນໄຂທີ່ຕັ້ງເໝາະສົມກວ່າ ເພື່ອໃຫ້ມີການພັດທະນາເສດຖະກິດສັງຄົມ ແລະ ເຂົ້າເຖິງບໍລິການສາທາລະ ນະຕ່າງໆສະດວກຂື້ນ.
- ການຈັດສັນພູມລຳເນົາໃໝ່: ໝາຍເຖິງການຍົກຍ້າຍຊາວບ້ານຈາກບ້ານເດີມໄປຢູ່ບ່ອນທີ່ຈັດສັນໃຫ້ໃໝ່ຍ້ອນ ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຊັ່ນ: ການພັດທະນາອຸດສະຫະກຳ, ຂຸດຄົ້ນບໍ່ແຮ່ ແລະ ການສ້າງເຂື່ອນໄດ້ມີການທົດແທນຄືນຕໍ່ທີ່ດິນ ແລະ ຊັບສົມບັດອື່ນໆ ແລະ ສິດທິຕ່າງໆທີ່ຜູ້ທີ່ຖືກຍົກຍ້າຍສູນເສຍໃນບ່ອນອາໄສເດີມຂອງເຂົາເຈົ້າ.
Sunday, September 22, 2019

ຄວາມໝາຍຂອງຄຳ ສັບ (ຕາມທີ່ນຳໃຊ້ຢູ່ ຂັ້ນບ້ານ ແລະ ກຸ່ມບ້ານ)
Tags
# ສາລະໜ້າຮູ້
# ບົດນຳສະເຫນີ
Share This
Newer Article
ການວາງແຜນນຳໃຊ້ທີ່ດິນໃນເງື່ອນໄຂຄວາມເປັນຈິງດ້ານການພັດທະນາຢູ່ ສປປ ລາວ
Older Article
ຈຸດປະສົງຂອງວຽກງານ ວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ
ຄວາມສຳຄັນ ຂອງການຜະລິດເຂົ້າໃນເຂດນານໍ້າຝົນ ສປປ ລາວ
konhukasedFeb 28, 2021ປະຫວັດຄວາມເປັນມາຂອງລະບົບກະສິກໍາປ່າໄມ້
konhukasedSept 20, 2020ການປະເມີນສະພາບການຄຸ້ມຄອງນໍາໃຊ້ແຫຼ່ງແກ່ນພັນໄມ້ ຂອງ ສປປ ລາວ
konhukasedMar 03, 2020
ກຸ່ມ
ສາລະໜ້າຮູ້,
ບົດນຳສະເຫນີ
Subscribe to:
Post Comments (Atom)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ