google-site-verification: google0d91bc93cfc88895.html Namsor hydropower project on 15-5-2018 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 21, 2018

Namsor hydropower project on 15-5-2018



ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ ເປັນ​ເຂື່ອນ​ຂະ​ຫນາດ​ນ້ອຍ ອີກ​ແຫ່ງ​ຫນຶ່ງ ເຊິ່ງ​ມີ​ທີ່​ຕັ້ງ​ຢູ່ ບ້ານ​ມີ​ໄຊ ເມືອງວຽງ​ທອງ ແຂວງ ບໍ​ລິ​ຄຳ​ໄຊ ເຂື່ອນ​ດັ່ງ​ກ່າວ ໄດ້​ຮັບ​ການ​ພັດ​ທະ​ນາ​ຂື້ນ​ ໂດຍ​ການ​ຮ່ວມ​ມື​ລະ​ຫວ່າງ ນັກ​ທຸ​ລະ​ກິດ ຈາກ​ປະ​ເທດລາວ ແລະ ນັກ​ທຸ​ລະ​ກິດ​ຈາກ ປະ​ເທດ​ໄທ ໃນ​ນີ້​ການ​ຮ່ວມ​ມື​ປະ​ກອບ​ຫູ້ນ ມີ 4 ຫຸ້ນ​ສ່ວນ​ດັ່ງ​ນີ້:

  1. ບໍ​ລິ​ສັດ ວຽງ​ຈັກ​ເຕັກ​ໂນ​ກໍ່​ສ້າງ​ຈຳ​ກັດ (ປະ​ເທດ​ລາວ) ຖື​ຫຸ້ນ 40%
  2. ບໍ​ລິ​ສັດ ພ​ຣີ​ໄຊ ພາວ​ເວີ ໂພ​ຣ​ດັກ​ເຊິນ company ຖື​ຫຸ້ນ      28%
  3. ບໍ​ລິ​ສັດ CSS Communication Solution System Company ຖື​ຫຸ້ນ      28%
  4. ບໍ​ລິ​ສັດ ວີ​ໄຮ​ໂດ​ຣ ຖື​ຫຸ້ນ 4%


ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້​ ເປັນ​ເຂື້ອນ​ໄຟ​ຟ້າ​ລະ​ບົບ Hight head ຫລື ຝາຍ​ນ້ຳ​ລົ້ນ ແບບ​ມີ​ອ່າງ​ເກັບ​ນ້ຳ ປະ​ກອບ​ດ້ວຍ
1.   ຝາຍ​ຕັນ​ນ້ຳ ທີ່​ມີ​ຄວາມ​ຍາວ 66ມ ແລະ ກວ້າງ 44ມ ສູງ 19ມ ນຳ​ນອງ​ອອກ​ແບບ ຸ568ມ3/s ບໍ​ລິ​ມາດ​ນ້ຳ​ໃນ​ອ່າງ​ທີ່​ມີ​ປະ​ສິດ​ທິ​ຜົນ 2.265 ລ້ານ​ຕາ​ແມັດ

2.   ຄອງ​ສົ່ງ​ນ້ຳ ຮູບ​ສີ​ຫລ່ຽມ ມີ​ຝາ​ປິດ ຂະ​ຫນາດ ກວ້າງ 2ມ ສູງ 1.85ມ ແລະ ຍາວ1228ມ


3.   ອ່າງ​ພັກ​ນ້ຳ ຂະ​ນາດບັນ​ຈຸ 480ມ3



4.   ທໍ່​ສົ່ງ​ແຮງ​ດັນ ຂະ​ຫນາດ​ຫນ້າ​ຕັດ 1.30ມ ຫນາ 12ມມ ແລະ ຍາວ 741ມ


5.   ຈັກ​ປັ່ນ​ໄຟ ເປັນ​ຈັກ​ປະ​ເພດ Francis ​ແກນນອນ ຈຳ​ນວນ 2 ເຄື່ອງ ກຳ​ລັງ​ກ​ານຕິດ​ຕັ້ງ 
ເຄື່ອງ​ລະ 3 ເມັກະ​ວັດ ຄາດ​ຄະ​ເນ​ຄວາມ​ອາດ​ສາ​ມາດ​ດ້ານ​ພະ​ລັງ​ງານ​ແມ່ນ 23 GWh/ປີ





6.   ລະ​ບົບ​ໄຟ​ຟ້າ​ສົ່ງ​ອອກ ເປັນ​ໄຟ 22ກວ ເຊື່ອມ​ເຂົ້າ​ລະ​ບົບ​ຕາ​ຂ່າຍ 22ກວ ຂອງ​ໄຟ​ຟ້າ​
7.   ການ​ຈຳ​ຫນ່າຍ​ໄຟ ແມ່ນ​ຂາຍ​ໃຫ້​ໄຟ​ຟ້າ​ລາວ​ໂດຍ​ກົງ ເພື່ອ​ນຳ​ໃຊ້​ພາຍ​ໃນ​ປະ​ເທດ



ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ ເລີ່ມ​ລົງ​ມື​ສຳ​ຫລວດ​ໃນ​ປີ 2012 ພາຍ​ຫລັງ​ເຊັນ​ສັນ​ຍາ MOU ກັບ​ພາກ​ລັດ ໄດ້​ທຳ​ການ​ສຶກ​ສາ-ສຳ​ຫລວດ​ ແລະ ອອກ​ແບບມາ ຈົນ​ເຖິງ​ປີ 2015 ເຂືອນ​ໄຟ​ຟ້າ​ນ້ຳ​ຊໍ້ ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ເບື້ອງ​ຕົ້ນ​ຈົນ​ສຳ​ເລັດ ເຊິ່ງ​ມີ​ວຽກ​ງານ ແລະ​ທີ່​ມາ​ດັ່ງ​ນີ້:
      ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້​ແບ່ງ​ເປັນ 3 ຫນ້າ​ວຽກ​ໃຫຍ່​ດັ່ງ​ນີ້:
1.   ວຽກ​ກໍ່​ສ້າງ​ຫລັກຂອງ​ໂຄງ​ການ ໄດ້​ຮັບ​ເຫມົາ​ກໍ່​ສ້າງ EPC ​ໂດຍ​ ບໍ​ລິ​ສັດ​ວຽງ​ຈັນ​ເຕັກ​ໂນ​ກໍ່​ສ້າງ​ຈຳ​ກັດ​ຜູ້​ດຽວ
2.   ວຽກ​ຕິດ​ຕັ້ງ​ປະ​ຕູຕ່າງໆ ແລະ ທໍ່​ສົ່ງ​ແຮງ​ດັນ ແມ່ນ ບໍ​ລິ​ສັດ VAE ຈາກ​ປະ​ເທດ​ຫວຽດ​ນາມ
3.   ວຽກ​ຕິດ​ຕັ້ງ​ເຄື່ອງ​ຈັກປັ່ນ​ໄຟ ແລະ ອື່ນໆ ທັງ​ຫມົດ​ພາຍ​ໃນ​ເຮືອນ​ຈັກແມ່ນ ທີມ​ງານ​ຈາກ​ໄຟ​ຟ້າ​ລາວ​
ສວນ​ວັດ​ສະ​ດຸ​ຫລັກ​ໃນ​ການ​ກໍ່​ສ້າງ​ແມ່ນ​ນຳ​ໃຊ້​ວັດ​ສະ​ດຸ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ດັ່ງ​ນີ້:
      ເຫລັກ ແລະ ຊີ​ມັງ ໄດ້​ນຳ​ເຂົ້າ​ຈາກ ປະ​ເທດ​ຫວຽດ​ນາມ
      ລະ​ບົບ​ປະ​ຕູ ແລະ ທໍ່​ສົ່ງ​ແຮງ​ດັນ ນຳ​ເຂົ້າ​ຈາກ​ປະ​ເທດ​ຫວຽດ​ນາມ
      ສ່ວນ ເຄື່ອງ​ຈັກ​ປັ່ນ​ໄຟ​ຟ້າ ແລະ​ເຄື່ອງ​ປະ​ກອບ​ອື່ນ ແມ່ນ​ໄດ້​ນຳ​ເຂົ້າ​ຈາກ​ປະ​ເທດ ອໍ​ຕ​ຣິດ (ທາງ​ຢູ​ໂຣບ)
ແຮງ​ງານ​ທີ່​ນຳ​ໃຊ້​ຊ່ວງ​ກໍ່​ສ້າງ ແມ່ນ​ແຮງ​ງານ​ຄົນ​ລາວ​ທັງ​ຫມົດ ປະ​ກອບ​ດ້ວຍ: ຫົວ​ຫນ້າ​ໂຄງ​ການ, ວິ​ສະ​ວະ​ກອນ, ຜູ້​ຄຸມ​ງານ ແລະ ກຳ​ມະ​ກອນ ທີ່​ປຶກ​ສາ​ໂຄງ​ການ​ກໍ່​ນຳ​ໃຊ້ ບໍ​ລິ​ສັດ​ ​ຈາກ​ປະ​ເທດ​ລາວ ເຊິ່ງ​ໄດ້​ວ່າ​ຈ້າງ​ ບໍ​ລິ​ສັດວຽງ​ຈັນ​ເຕັກ​ໂນ ຄອນ​ຊາວ​ຕິ່ງ​ໂຊ ​ຈຳ​ກັດ
1.   ວຽກ​ກໍ່​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ: ປະ​ກອບ​ມີ ທະ​ລຸ​ເສັ້ນ​ທາງ​ເຂົ້າ​ຫາ​ໂຄງ​ການ, ກໍ່​ສ້າງ​ທີ່​ພັກ​ອາ​ໃສ​ຂອງ​ພະ​ນັກ​ງານ, ກຳ​ມະ​ກອນ ແລະ ທີ​ພັກ​ແຂກ​ທີ່​ເຂົ້າ​ມາ​ຢ້ຽມ​ຢາມ, ຕິດ​ຕັ້ງ​ໄຟ​ຟ້າ​ເພື່ອ​ການ​ກໍ່​ສ້າງ ແລະ ໄຟ​ຟ້າ​ຊົມ​ໃຊ້​ພາຍ​ໃນ​ໂຄງ​ການ, ຕິດ​ຕັ້ງ​ລະ​ບົບ​ສື່​ສານ ໂທ​ລະ​ຄົມ ແລະ ອິນ​ເຕ​ເນັດ, ຕິດ​ຕັ້ງ​ລະ​ບົບ​ນ້ຳ​ກິນ ແລະ ນ້ຳ​ໃຊ້​ພ້ອ​ມ​ທັ້ງ​ນ້ຳ​ເພື່ອ​ການ​ກໍ່​ສ້າງ ອື່ນໆ
2.   ວຽກ​ງານ​ການ​ກໍ່​ສ້າງ​ຫົວ​ງານ ຫລື ຝາຍ​ນ້ຳ​ລົ້ນ: ເລີມ​ລົງ​ມື​ວຽກ​ດິນໃນ​ເດືອນ 7 ປີ 2017​ຈົນ​ມາ​ເຖິງ​ ທີ່28 ເດືອນ 11 ປີ 2017 ຈຶ່ງ​ໄດ້​ເລີ່ມ​ລົງ​ມື​ວຽກ​ກໍ່​ສ້າງ​ຫລັກ ແລະ​ດຳ​ເນີ​ນການກໍ່​ສ້າງ​ມາ​ເລື່ອຍໆ ຕາມ​ມາດ​ຖານ​ເຕັກ​ນິກ​ຂອງວຽກ​ງານ ແລະ ສະ​ເລັດ​ສົມ​ບູນ​ໃນ​ຄັ້ງ​ວັນ​ທີ………
3.   ວຽກ​ກໍ່​ສ້າງ​ຄອງ​ສົ່ງ​ນ້ຳ: ໄດ້​ເລີ່ມ​ລົງ​ມື​ວຽກ​ດິນ​ພ້ອມໆ​ກັບ​ຫົວ​ງານ​ຄຶ ຕົ້ນ​ເດືອນ 7 ປີ 2017 ແລະ ລົງ​ມື​ວຽກ​ກໍ່​ສ້າງ​ໃນ​ເດືອນ 12 ປີ 2017 ໃຊ້​ເວ​ລາ​ໃນ​ການ​ກໍ່​ສ້າງ​ຢູ່ 7ເດືອນ ແລະ ສຳ​ເລັດ​ໃນ​ເດືອນ 7ປີ 2018
4.   ວຽກ​ງານ​ກໍ່​ສ້າງ ອ່າງ​ພັກ​ນ້ຳ ເລີມ​ລົງ​ມື​ວຽກ​ດິນ ຕົ້ນ​ເດືອນ 12 ປີ 2017 ແລະ ສຳ​ເລັດ​ການ​ກໍ່​ສ້າງ​ໃນ​ທ້າຍ​ເດືອນ 6 ປີ 2018
5.   ວຽກ​ກໍ່​ສ້າງ ແລະ ຕິດ​ຕັ້ງ ​ທໍ່​ສົ່ງ​ແຮງ​ດັນ​ສູງ: ເລີມ​ຕົ້ນ​ໃນ​ເດືອນ7 ປີ 2017 ແລະ ສຳ​ເລັດ ເດືອນ​ທ້າຍໃນ6 ປີ 2018
6.   ວຽກ​ກໍ່​ສ້າງ​ເຮືອນ​ຈັກ ແລະ ຕິດ​ຕັ້ງ: ເລີມ​ລົງ​ມື ຕົ້ນ​ເດືອນ 12 ປີ 2017 ແລະ ສຳ​ເລັດ​ທ້າຍ​ເດືອນ6 ປີ 2018
7.   ວຽກ​ຕິດ​ຕັ້ງ ແລະ ສ​້ອມ​ແປງ​ສາຍ​ສົ່ງ22ກວ ເລີມ​ລົງ​ມື ຕົ້ນ​ເດືອນ 6 ປີ 2018 ແລະ ສຳ​ເລັດ ກາງ​ເດືອນ 6 ປີ 2018







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ