![]() |
| ເຫັດ [Hed] Mushroom |
ເຫັດ [Hed]
ຊື່ທົ່ວໄປເປັນພາສາ ອັງກິດ: Mushroom
ຄວາມຈິງແລ້ວ ເຫັດທີ່ບໍລິໂພກຢູ່ບ້ານເຮົາໃນນາມເຫັດເກັບຈາກທຳມະຊາດ ນອນໃນຫຼາຍຕະກຸນ, ມັນຈະເກີດໃນຊ່ວງທີ່ມີອາກາດອົບເອົ້າທີ່ສຸດ ກ່ອນລະດູຝົນ ແລະ ມີບາງຊະນິດກໍມັກເກີດກາງລະດູຝົນໃນໄລຍະເວລາທີ່ມີຄວາມຊຸ່ມຊື່ມເໝາະສົມ. ໃນຈຳນວນເຫັດທີ່ບໍລິໂພກກັນຢູ່ ມີຈຳນວນໜຶ່ງເກີດຢູ່ດິນ ໂດຍບຸດິນຂຶ້ນມາ, ບາງຄັ້ງກໍ່ຊ້ອນຢູ່ກ້ອງໃບໄມ້ແຫ້ງ ແລະ ມີຈຳນວນໜຶ່ງພັດເກີດນຳແຕ່ທ່ອນໄມ້ໂດກ. ຕົນໂຕຂອງຂ້ອຍຕ່າງຈາກພືດ, ບາງເທື່ອເພິ່ນກໍ່ຈັດຂ້ອຍເຂົ້ານຳພືດ ບາງເທື່ອເພິ່ນກໍ່ຈັດຂ້ອຍໄວ້ຕ່າງຫາກ ແລະ ບໍ່ແມ່ນພືດ ຍ້ອນຂ້ອຍຕ່າງຈາກໝູ່ ເພາະຂ້ອຍບໍ່ສາມາດສັງເຄາະແສງໄດ້ມີແຕ່ຖ້າຮັບອາຫານທີ່ສ້າງມາແລ້ວເທົ່ານັ້ນ. ຂ້ອຍແຜ່ພັນໄດ້ດ້ວຍສະປໍ. ເຫັດ ມີຈຳນວນຫຼາຍແສນຊະນິດ ມີທັງເຫັດທີ່ກິນໄດ້ ແລະ ເຫັດທີ່ກິນບໍ່ໄດ້ ຫຼືເອີ້ນວ່າເຫັດເບື່ອ.ຂ້ອຍມີການກະ ຈາຍ ພັນຢູ່ຫຼາຍປະເທດ ຊຶ່ງຂຶ້ນກັບແຕ່ລະຊະນິດຂອງເຫັດ. ເຫັດໂດຍທົ່ວໄປ ມີການປະກອບສ້າງຄ້າຍຄືກັນເຊັ່ນ: ໝວດເຫັດ ແລະ ພື້ນໝວກ ຊຶ່ງບັນຈຸກີບຫຼາຍໆ ຫຼື ພື້ນໝວກເປັນຮູໆ ຫຼື ແບບອື່ນອີກ, ວົງແຫວນ, ກ້ານ, ເປືອກ ຫຸ້ມສຳລັບບາງຊະນິດ ແລະ ເສັ້ນໄຍ. ເຫັດມີວົງຈອນຊີວິດຄືກັນກັບພືດຂັ້ນຕໍ່າ ຊຶ່ງເກີດຈາກເມັດສະປໍທີ່ຖືກຜລິດຢູ່ພື້ນໝວກ ເວລາທີ່ດອກເຫັດແກ່ແລ້ວເທົ່ານັ້ນ ຈາກນັ້ນ ມັນຈຶ່ງຕົກລ່ົນລົງ,ເມື່ອພົບສະພາບແວດລ້ອມທີ່ເໝາະສົມເຊັ່ນ: ຄວາມຊຸ່ມ ແລະ ອຸນຫະພູມ ເມັດສະປໍກໍຈະງອກອອກມາເປັນເສັ້ນໄຍ, ຈາກນັ້ນເສັ້ນໄຍຈຳນວນໜຶ່ງຈຶ່ງໃຫ້ກຳເນີດແກ່ດອກເຫັດ ຊຶ່ງຈະເຕີບໃຫຍ່ຂະຫຍາຍຕົວໄປເລື້ອຍໆ ຈົນກາຍເປັນດອກທີ່ສົມບູນ. ປະຊາ ຊົນນຳໃຊ້ດອກເຫັດມາແຕ່ສະໄໝບູຮານນະການ ໂດຍໃຊ້ປຸງແຕ່ງເປັນອາຫານ ແລະນຳໃຊ້ເປັນຢາ. ເຫັດທີ່ນິຍົມນຳມາເປັນອາຫານ ແລະ ມີລາຄາແພງ ໄດ້ແກ່: ເຫັດປວກ,ເຫັດແປກ, ເຫັດເຜາະ, ເຫັດລະໂງກ, ເຫັດຂອນຂາວ, ເຫັດບົດ, ເຫັດເຜິ້ງ ແລະຊະນິດອື່ນໆ. ຍ້ອນມີຄົນນິຍົມກິນຫຼາຍ ແລະ ຍ້ອນເຫັດມີລາຄາແພງ ຈິ່ງເຮັດໃຫ້ຄົນມີ ຫົວ ຄິດນຳເອົາເຫັດມາປູກ ສາມາດເກັບມາກິນ ແລະ ເກັບມາຂາຍເພື່ອສ້າງລາຍໄດ້ໃຫ້ແກ່ປະຊາຊົນໄດ້ທຸກໆລະດູ, ມີຫຼາຍຊະນິດເຊັ່ນ: ເຫັດບົດ, ເຫັດຂອນຂາວ,ເຫັດນາງລົມ ແລະເຫັດເຟືອງ. ນອກຈາກນັ້ນຍັງນຳມາເປັນຢາ ເຊັ່ນ: ເຫັດແປກ,ເຫັດຊີ້ນ ດັ່ງເຫັດລີ້ນຈື່ ແລະ ເຫັດໄມ້, ເພິ່ນເອົາດອງເຫຼົ້າກິນເປັນຢາ ລ້າງໝາກໄຂ່ຫຼັງ,
ບຳລຸງເລືອດ ແລະ ບໍາລຸງປະສາດ.
![]() |
| ເຫັດ [Hed] Mushroom |
![ເຫັດ [Hed] Mushroom http://hukased.blogspot.com/2016/09/hed-mushroom.html](https://blogger.googleusercontent.com/img/b/R29vZ2xl/AVvXsEgoeRiWfTRKGy3qY7K8NUG8c7JokT7SAbLW52ekSWr1QwMfFieRGlUwWZIY1zLpxutS1WFIht03CUEpDf2WdUO_FIJu0VN4nmgqyS3NRr3jqsa38XuoTSJtW-a0smj2vP0bQPc8SY92DS0/s640/%25E0%25BB%2580%25E0%25BA%25AB%25E0%25BA%25B1%25E0%25BA%2594+%255BHed%255D+Mushroom.jpg)
![ເຫັດ [Hed] Mushroom http://hukased.blogspot.com/2016/09/hed-mushroom.html](https://blogger.googleusercontent.com/img/b/R29vZ2xl/AVvXsEgMRyMybmvMvcrnxFDSO3JJYyDPtJ_30i4Og6AVszSRBQ0xEC4Oq13QQgvOWTCxGYC_OxDgE1Ngswg3IxVJ7QRKSdXFqOLniTKCw9O0qNKkOd1WE0Hs96zkQG_Ju2PaRCcHX-H95BwHlCg/s640/%25E0%25BB%2580%25E0%25BA%25AB%25E0%25BA%25B1%25E0%25BA%2594.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ