![]() |
| ຢາຫົວ [Ya Houa] Sarsaparilla root |
ຢາຫົວ [Ya Houa]
ຊື່ວິທະຍາສາດ: Smilax glabra)
ຊື່ທົ່ວໄປ ເປັນພາສາ ອັງກິດ: Sarsaparilla root
ຂ້ອຍແມ່ນຢາຫົວ ເປັນພືດເຄືອຂະໜາດນ້ອຍ ແຕ່ຫາກແຂງແກ່ນ, ເຄືອ ມີສີຂຽວ, ມີຫົວຢູ່ໃຕ້ດິນ, ຢູ່ຕາມຂໍ້ ມີມືເກາະ ເພື່ອໃຫ້ຂ້ອຍໄດ້ເກາະຫ້ອຍຕາມພືດຫຍ້າທີ່ຢູ່ໄກ້ຄຽງ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດ ຄື: ພາກເໜືອຂອງປະເທດອິນເດຍ,ມ່ຽນມ້າ, ພາກໃຕ້ຂອງຈີນ, ໄຕ້ຫວັນ, ໄທ, ລາວ, ຫວຽດນາມ ແລະ ກຳບູເຈຍ. ຂ້ອຍມັກເກີດຕາມປ່າດົງດິບ, ປ່າປະສົມແລ້ງ, ເກີດຕາມພູເຂົາ ແລະ ຕາມແຄມຫ້ວຍ. ເຄືອຂອງຂ້ອຍຍາວ 5-6 ມ, ເສັ້ນຜ່າກາງປະມານ 0.4-1 ຊມ. ເນື້ອຫົວແຂງແກ່ນ ແລະ ມີສີນ້ຳຕານແດງ, ຫົວ ຍາວ 40-80 ຊມ, ເສັ້ນຜ່າກາງ 3-5 ຊມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ, ໃບ ມີຮູບໄຂ່, ເນື້ອໃບແຂງ, ຜິວໃບກ້ຽງ ແລະ ເຫຼື້ອມເປັນເງົາງາມ, ຂອບ
ໃບລຽບ, ປາຍໃບແລະກົກໃບແຫຼມ ຫຼື ກົກໃບເປັນຮູບຫົວໃຈ, ເສັ້ນກ່າງໃບ ມີ 3 ເສັ້ນອອກຈາກກົກໃບ. ດອກອອກເປັນຊໍ່ ເກີດຕາມຫຼືບໃບ. ດອກອອກລະຫວ່າງ ເດືອນພຶດສະພາ ເຖິງ ກໍລະກົດ. ໝາກອອກໃນເດືອນກໍລະກົດ ເຖິງທັນວາ. ຊາວລາວ ຫຼາຍໆເຜົ່າໄດ້ມີຄວາມເຊື່ອຖືໃນສັບພະຄຸນ ຂອງຢາຫົວມາໄດ້ ຫຼາຍເຊັ່ນຄົນ ແລ້ວ, ເພິ່ນນຳໃຊ້ ຢາຫົວ ເປັນສ່ວນປະກອບຫຼັກໃນສູດຢາພື້ນເມືອງ ດັ່ງ ຕົ້ມຢາຫົວ ດື່ມ ແກ້ພິດທາດເບື່ອໃນຮ່າງກາຍ, ຊ່ວຍລະ ລາຍ ອາຫານ,ເຮັດໃຫ້ກະດູກສັນຫຼັງແຂງແຮງ, ແກ້ເຈັບຂໍ້ກະດູກ, ໃຊ້ເປັນຢາຟອກເລືອດ,ໃຊ້ ຂັບນ້ຳເຫື່ອ, ໃຊ້ເປັນນ້ຳດື່ມຂອງແມ່ຢູ່ກຳ ດັ່ງນີ້ເປັນຕົ້ນ.ນອກນັ້ນ ໂຮງງານຜະລິດຢາຍັງໄດ້ຜະລິດເປັນເຄື່ອງດື່ມບຳລຸງສຸຂະພາບອີກດ້ວຍ.
![]() |
| ຢາຫົວ [Ya Houa] Sarsaparilla root |
![ຢາຫົວ [Ya Houa] Sarsaparilla root ຢາຫົວ [Ya Houa] Sarsaparilla root](https://blogger.googleusercontent.com/img/b/R29vZ2xl/AVvXsEgBbuUdib5Jv5ZdprS3RSbE5mfgy3selxbMfNUYGtVJ7b7Lt99pK2kqPsV4htl7WifDAO24j7eN8ONScjEgMqCXcSVs50bUKvno2jHsFxLX3Onm_VuHih5Vxwr7yr08J7EQxAzbKNzV7_I/s640/%25E0%25BA%25A2%25E0%25BA%25B2%25E0%25BA%25AB%25E0%25BA%25BB%25E0%25BA%25A7+%255BYa+Houa%255D+Sarsaparilla+root.jpg)
![ຢາຫົວ [Ya Houa] Sarsaparilla root ຢາຫົວ [Ya Houa] Sarsaparilla root](https://blogger.googleusercontent.com/img/b/R29vZ2xl/AVvXsEh51b0VfofYTyQ-zQauvg4CMRPuGHUTv5D4N2wBTKTUVZl_UVKG7mHrmmTp4TIvP-6G4V8WMMPFLhrG4YNwgPCKXntc3HUMHDSXQuOhVsewBxwZ6G63mhkiQqZhtm76nkCVIc_Czauyfb4/s1600/%25E0%25BB%2580%25E0%25BA%2584%25E0%25BA%25B7%25E0%25BA%25AD%25E2%2580%258B%25E0%25BA%25A2%25E0%25BA%25B2%25E2%2580%258B%25E0%25BA%25AB%25E0%25BA%25BB%25E0%25BA%25A7.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ