Friday, January 22, 2016

ທູນ

ທູນ

Colocasia gigantea (Blume)
Hook.f. ARACEAE

ທູນ Colocasia gigantea (Blume) Hook.f. ARACEAEລັກສະນະພືດສາດທູນ: ທູນ ເປັນພືດລົ້ມລຸກຫລາຍປີ

ລັກສະນະພືດສາດທູນ: ທູນ ເປັນພືດລົ້ມລຸກຫລາຍປີ, ມີຂະໜາດໃຫຍ່ ທັງຕົ້ນ ແລະ ໃບ ທູນ ສູງປະມານ 3ມ, ລຳຕົ້ນເທິງໜ້າດິນອວບ. ໃບດ່ຽວຂະໜາດໃຫຍ່, ກ້ານໃບສີຂຽວຈາງ, ມີຝຸ່ນອອກສີຟ້າແກມຂຽວຢ່າງໂດດເດັ່ນ, ກ້ານຍາວເຖິງ 2.5 ມ, ແຜ່ນໃບຮູບຫົວໃຈ, ກ້ວາງ 17-150 ຊມ, ຍາວ 25-250 ຊມ, ເປັນແຜ່ນບາງຄືເຈ້ຍ, ຖານໃບຮູບຫົວໃຈ, ກ້ານໃບຈັບຢູ່ກາງໃບ, ຂອບໃບເປັນຄື້ນ,ປາຍຮຽວແຫຼມ; ດອກ ທູນ ອອກເປັນຊໍ່ຕາມແນວແກນກາງຂອງໃບ, ກ້ານຊໍ່ດອກເປັນທໍ່ກົມ, ຍາວ 30-80 ຊມ, ໃບຊ້ອນຊໍ່ດອກສີຂາວແກມສີຂຽວຂະໜາດ 12-24 ຊມ, ດອກແຍກເພດຢູ່ໃນຊໍ່ດຽວກັນ,ເຂດດອກເພດແມ່ສີຂາວ ຫຼື ສີຄີມຢູ່ທາງດ້ານລຸ່ມ, ມີເຂດທີ່ເປັນໝັນ 3-4 ຊມ, ເຂດດອກເພດຜູ້ຍາວ 5-14 ຊມ. ໝາກແບບມີເນື້ອ, ຮູບເກືອບກົມ ເມື່ອໝາກ ທູນ ແກ່ຈະເປັນສີແດງ ມີແກ່ນຈຳນວນຫຼາຍ.


ທູນ Colocasia gigantea (Blume) Hook.f. ARACEAEລັກສະນະພືດສາດທູນ: ທູນ ເປັນພືດລົ້ມລຸກຫລາຍປີ


ປິ່ນປົວພະຍາດ: ຊ່ວຍດູດນ້ຳໜອງຢູ່ໃນຝີ
ສ່ວນທີ່ໃຊ້: ກ້ານໃບ
ວິທີການນຳໃຊ້: ນຳເອົາກ້ານອ່ອນມາຕຳໃຫ້ມຸ່ນແລ້ວເອົານ້ຳມັນພືດໃສ່ໃຫ້ພໍມື່ນໆ ຫຼັງຈາກນັ້ນເອົາມາຫໍ່ໃສ່
ຕອງແລ້ວນຳໄປໝົກໄຟໃຫ້ຮ້ອນ ແລ້ວນຳມາໂພະໃສ່ບໍລິເວນທີ່ເປັນຝີ ເພາະຈະຊ່ວຍດູດນ້ຳໜອງອອກໄດ້.
ການປູກຂະຫຍາຍພັນ: ທູນ ເປັນພືດທີ່ປູກງ່າຍເປັນພືດທີ່ມັກດິນຜຸ່ຍມີເສດຊາກພືດທັບຖົມ ແລະ ມັກຢູ່
ບ່ອນຊຸ່ມ, ຂະຫຍາຍພັນໄດ້ສອງວິທີຄື: ກ້າແກ່ນ ແລະ ແຍກເຫງົ້າ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ