Friday, January 22, 2016

ລັກສະນະພືດສາດໃບຫູຊ້າງ Polypodiaceae

ໃບຫູຊ້າງ
Platycerium coronarium
(J.Koenig) Desv.
Polypodiaceae




ລັກສະນະພືດສາດ: ໃບຫູຊ້າງ ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າເລືອສັ້ນ, ຂະໜາດ 1 ຊມ,ອວບນ້ຳ. ປົກຄຸມດ້ວຍເກັດ, ເກັດຮູບແຖບກ້ວາງ, ກ້ວາງ 1 ຊມ, ຍາວ 1.5 ຊມ, ປາຍແຫຼມ, ສີນ້ຳຕານ;ໃບບໍ່ສ້າງສະປໍ ເປັນແຜ່ນໃບຂະໜາດໃຫຍ່ຄ້າຍໂລ້ຕັ້ງຂື້ນ, ຍາວ 50-110 ຊມ, ກ້ວາງ 25-55 ຊມ,ປາຍຢັກເລິກປະມານ 20 ຊມ, ຜິວໃບປົກຄຸມດ້ວຍຂົນຮູບດາວ. ໃບສ້າງສະປໍ ຫ້ອຍລົງດ້ານລຸ່ມຍາວໄດ້ເຖີງ2 ມ, ແຜ່ນໃບແຕກເປັນງ່າມແຄບແບບເພີ່ມທະວີຂື້ນຢ່າງສະໝ່ຳສະເໝີ. ກຸ່ມອັບສະປໍ ເກີດຢູ່ກ້ານໃບທີ່ແຍກເປັນແສກຄ້າຍຄືຮູບບ່ວງຂ້ວມ, ຂະໜາດ 15 ຊມ.



ປິ່ນປົວພະຍາດ: ແກ້ເຈັບຫູ ແລະ ເຈັບປ້າງ
ສ່ວນທີ່ໃຊ້: ໃບ
ວິທີການນຳໃຊ້: ໃຊ້ໃບ ຫູຊ້າງ ແຊ່ນ້ຳຮ້ອນແລ້ວເອົານ້ຳມາທາຫູ, ສ່ວນເຈັບປ້າງແມ່ນໃຊ້ໃບຕຳໂພະບໍລິເວນທີ່ເຈັບ.
ການປູກຂະຫຍາຍພັນ: ໃບຫູຊ້າງເປັນຈຳພວກຜັກກູດທີ່ອີງອາໃສຕາມຕົ້ນໄມ້ ຂະຫຍາຍພັນດ້ວຍສະປໍ, ຄົນ
ສ່ວນຫຼາຍນິຍົມເອົາມາປູກເປັນໄມ້ປະດັບ ຈະເອົາມາຕິດໃສ່ຕາມຕົ້ນໄມ້ ຫຼື ຂອນໄມ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ