Friday, January 22, 2016

ສົ້ມພໍດີ MALVACEAE

ສົ້ມພໍດີ
Hibiscus sabdariffa L.
MALVACEAE

ສົ້ມພໍດີ Hibiscus sabdariffa L. MALVACEAE ລັກສະນະພືດສາດ: ສົ້ມພໍດີ ເປັນພືດລົ້ມລຸກປີດຽວ, ສູງເຖິງ 2 ມ, ແຕກກິ່ງກ້ານສີມ່ວງແດງ. ໃບດ່ຽວ, ຈັບແບບ ສະຫຼັບ, ຮູບໄຂ່ ຫຼື ຮູບຝ່າມື, ກວ້າງ 7-12 ຊມ, ຍາວ 8-15 ຊມ, ຂອບໃບຢັກວ້ຳເລິກ 3-5 ແສກ, ກ້ານໃບຍາວປະມານ 4-10 ຊມ, ສີແດງ, ເສັ້ນກາງໃບອອກຈາກກົກໃບ 4-8 ເສັ້ນ. ດອກດ່ຽວ, ກ້ານດອກສັ້ນໆ, ດິ້ວປະດັບມີ 8-12 ເສັ້ນ, ສີແດງ, ຮູບຫອກ,


ລັກສະນະພືດສາດ: ສົ້ມພໍດີ ເປັນພືດລົ້ມລຸກປີດຽວ, ສູງເຖິງ 2 ມ, ແຕກກິ່ງກ້ານສີມ່ວງແດງ. ໃບດ່ຽວ, ຈັບແບບ
ສະຫຼັບ, ຮູບໄຂ່ ຫຼື ຮູບຝ່າມື, ກວ້າງ 7-12 ຊມ, ຍາວ 8-15 ຊມ, ຂອບໃບຢັກວ້ຳເລິກ 3-5 ແສກ, ກ້ານໃບຍາວປະມານ 4-10 ຊມ, ສີແດງ, ເສັ້ນກາງໃບອອກຈາກກົກໃບ 4-8 ເສັ້ນ. ດອກດ່ຽວ, ກ້ານດອກສັ້ນໆ, ດິ້ວປະດັບມີ 8-12 ເສັ້ນ, ສີແດງ, ຮູບຫອກ, ເຊື່ອມຕິດກັນທີ່ຖານ. ກາບດອກສີມ່ວງແດງ, ຮູບຖ້ວຍ,ເຊື່ອມຕິດກັນທີ່ຖານ, ອວບນ້ຳ, ປາຍແຍກເປັນ 5 ແສກ, ວົງກີບດອກສີເຫຼືອງ, ດ້ານໃນມີວົງສີແດງຊ້ຳ, ເກສອນເພດຜູ້ຈຳນວນຫຼາຍ, ປາຍເກສອນເພດແມ່ແຍກເປັນ 5 ແສກ. ໝາກແຫ້ງແລ້ວແຕກ, ຮູບຮ່າງຂ້ອນຂ້າງກົມ, ກ້ວາງ 1.5 ຊມ, ມີກາບດອກສີແດງອວບນ້ຳຫຸ້ມໄວ້.

ສົ້ມພໍດີ Hibiscus sabdariffa L. MALVACEAE ລັກສະນະພືດສາດ: ສົ້ມພໍດີ ເປັນພືດລົ້ມລຸກປີດຽວ, ສູງເຖິງ 2 ມ, ແຕກກິ່ງກ້ານສີມ່ວງແດງ. ໃບດ່ຽວ, ຈັບແບບ ສະຫຼັບ, ຮູບໄຂ່ ຫຼື ຮູບຝ່າມື, ກວ້າງ 7-12 ຊມ, ຍາວ 8-15 ຊມ, ຂອບໃບຢັກວ້ຳເລິກ 3-5 ແສກ, ກ້ານໃບຍາວປະມານ 4-10 ຊມ, ສີແດງ, ເສັ້ນກາງໃບອອກຈາກກົກໃບ 4-8 ເສັ້ນ. ດອກດ່ຽວ, ກ້ານດອກສັ້ນໆ, ດິ້ວປະດັບມີ 8-12 ເສັ້ນ, ສີແດງ, ຮູບຫອກ,

ປິ່ນປົວພະຍາດ: ດີເຈັບຕັບ ແລະ ໜິ້ວ
ສ່ວນທີ່ໃຊ້: ໝາກ ແລະ ແກ່ນ
ວິທີການນຳໃຊ້ ສົ້ມພໍດີ: ດີເຈັບຕັບແມ່ນໃຊ້ໝາກຕົ້ມນ້ຳກິນ, ສຳລັບໜິ້ວແມ່ນໃຊ້ແກ່ນຕົ້ມນ້ຳກິນທຸກມື້ຈົນກ່ວາກ້ອນໜິ້ວຈະອອກ. ໃບກັບຍອດອ່ອນ ແລະ ກາບດອກທີ່ມີສີແດງມີລົດສົ້ມຍັງສາມາດນຳມາປຸງອາຫານໄດ້.
ການປູກຂະຫຍາຍພັນ: ສົ້ມພໍດີ ເປັນພືດທີ່ມັກດິນທີ່ອຸດົມສົມບູນລະບາຍນ້ຳໄດ້ດີ, ເປັນພືດທີ່ມີອາຍຸສັ້ນຂະຫຍາຍພັນດ້ວຍແກ່ນ, ແກ່ນສາມາດກ້າ ແລະ ເລີ່ມປູກໃນຊ່ວງຕົ້ນລະດູຝົນ ແລ້ວຈະອອກດອກ,ໝາກປະມານທ້າຍປີ. ໝາກຈະແຕກອອກເຫັນເມັດສີດຳທີ່ສາມາດເກັບເປັນແນວພັນໄດ້.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ