Monday, January 25, 2016

ໝາກຕູມ Aegle marmelos (L.) Corrêa RUTACEAE

ໝາກຕູມ
Aegle marmelos (L.) Corrêa
RUTACEAE



ລັກສະນະພືດສາດ:  ໝາກຕູມ ເປັນໄມ້ຕົ້ນຂະໜາດນ້ອຍຫາຂະໜາດກາງ, ສູງເຖິງ 13 ມ, ມີກິ່ງກ້ານນ້ອຍ ແລະ ຫ້ອຍລົງ, ເປືອກຕົ້ນສີເທົາ, ຜິວລຽບ ຫຼື ມີຮ່ອງນ້ອຍໆຕາມທາງຍາວຫຼຸດອອກໄດ້, ມີໜາມຍາວແຫຼມຕາມກິ່ງ, ຍາວ
1.2-2.5 ຊມ, ໜາມດ່ຽວ ຫຼື ອອກເປັນຄູ່, ເວລາປາດເປືອກຈະມີນ້ຳຢາງເມືອກໆ; ໃບເປັນໃບປະສົມແບບ 3 ໃບຍ່ອຍ, ຈັບຮຽງສະຫຼັບ, ຮູບໄຂ່, ຂອບໃບລຽບ ຫຼື ມີຢັກມົນໆ, ໃບອ່ອນສີຂຽວອ່ອນມີຂົນລະອຽດ, ໃບແກ່ສີຂຽວເຂັ້ມລຽບກ້ຽງ. ດອກ ຂະໜາດ 1.5-2 ຊມ, ສີຂຽວອ່ອນ ຫຼື ເຫຼືອງກິ່ນຫອມ, ດອກມັກອອກພ້ອມໆກັບໃບອ່ອນ, ກາບດອກເປັນຮູບດາວມີ 4-5 ແສກ. ກີບດອກ 4 ກີບ, ເກສອນຜູ້ມີຈຳນວນຫລາຍ, ກ້ານເກສອນແມ່ສັ້ນ, ຮັງໄຂ່ສີຂຽວສົດ; ໝາກ ຂະໜາດ 6-12 ຊມ, ໝາກກົມໆ, ເປືອກແຂງ ແລະ ໜາ ບໍ່ແຕກ,ທາງໃນມີ 8-15 ຊ່ອງ, ມີເນື້ອສີເຫຼືອງເຖິງສີສົ້ມ ເປັນເມືອກໜຽວມີກິ່ນຫອມ, ແຕ່ລະຊ່ອງມີ 6-10 ແກ່ນຮູບຂອບຂະໜານ ມີເສັ້ນຂົນໜາແໜ້ນປົກຄຸມ.

ປິ່ນປົວພະຍາດ: ແກ້ໄຂ້ຮ້ອນ, ເປັນຢາບຳລຸງຮ່າງກາຍ ແລະ ໃບອ່ອນຍັງເປັນຜັກກັບ
ສ່ວນທີ່ໃຊ້: ຮາກ, ໃບ ແລະ ໝາກ



ວິທີການນຳໃຊ້: ໃຊ້ຮາກຕົ້ມກິນແກ້ໄຂ້ຮ້ອນ, ໝາກເຮີ່ມນຳມາຝານຕາກແດດຕົ້ມກິນເປັນຢາບຳລຸງຮ່າງກາຍ
ແລະ ໃບອ່ອນຍັງນຳມາກິນເປັນຜັກກັບລາບກັບແຈ່ວ.
ການປູກຂະຫຍາຍພັນ ໝາກຕູມ ເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ ມັກເກີດຢູ່ຕາມປ່າປ່ຽນໃບ ແລະ
ຂະຫຍາຍພັນດ້ວຍແກ່ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ