Monday, January 25, 2016

ໝາກຍໍ Morinda citrifolia L. RUBIACEAE

ໝາກຍໍ
Morinda citrifolia L.
RUBIACEAE



ລັກສະນະພືດສາດ: ໝາກຍໍເປັນໄມ້ພຸ່ມ ຫຼື ໄມ້ຕົ້ນ, ສູງ 2-5 ມ. ເປືອກຕົ້ນສີນ້ຳຕານ, ມັກແຕກເປັນສະເກັດແລ້ວຫຼຸດອອກ, ກິ່ງອ່ອນເປັນສີ່ຫຼ່ຽມ, ບໍ່ມີຂົນ. ໃບດ່ຽວ, ຈັບກົງກັນຂ້າມ, ຮູບຮີເຖິງຮູບຂອບຂະໜານ, ກວ້າງ 8-15ຊມ, ຍາວ 10-25 ຊມ, ແຜ່ນໃບທັງສອງດ້ານບໍ່ມີຂົນ, ຂອບໃບລຽບ, ປາຍໃບແຫຼມ, ຫູໃບຢູ່ລະຫ່ວາງງ່າມໃບ,ຮູບສາມຫຼ່ຽມກ້ວາງເຖິງຮູບໄຂ່ແນມເຫັນໄດ້ຊັດເຈນ. ດອກ ອອກເປັນຊໍ່ຕາມຊອກໃບ, ກ້ານຊໍ່ດອກຍາວ 1-1.5 ຊມ. ວົງກາບດອກເປັນຫຼອດ, ສີຂາວ, ປາຍມີ 5 ແສກ, ຮູບໄຂ່ເຖິງຮູບຫອກ, ມີກິ່ນຫອມ. ໝາກເປັນໝາກລວມ, ຮູບເກືອບກົມ ຫຼື ບິດບ້ຽວເປັນຕຸ່ມ, ແກ່ນສີນ້ຳຕານມີຈຳນວນຫຼາຍ.

ປິ່ນປົວພະຍາດ: ປ້ອງກັນເຕຕານົດ, ແກ້ຖອກທ້ອງ ແລະ ຂັບປະຈຳເດືອນ
ສ່ວນທີ່ໃຊ້: ຮາກ, ໃບ ແລະ ໝາກ



ວິທີການນຳໃຊ້: ໃຊ້ຮາກຕົ້ມດື່ມເພື່ອປ້ອງກັນເຕຕານົດ, ສ່ວນໃບຕົ້ມນ້ຳດື່ມຊ່ວຍແກ້ຖອກທ້ອງ ແລະ ຂັບປະ
ຈຳເດືອນຂອງຜູ້ຍິງແມ່ນໃຊ້ໝາກມາຕຳສົ້ມກິນ.

ການປູກຂະຫຍາຍພັນ: ຕົ້ນໝາກຍໍເປັນພືດປູກ ຂະຫຍາຍພັນດ້ວຍແກ່ນ ແລະ ໂທມງ່າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ