Monday, January 25, 2016

ໝາກສີດາ Psidium guajava L.

ໝາກສີດາ
Psidium guajava L.
MYRTACEAE




ລັກສະນະພືດສາດ: ໝາກສີດາ ເປັນໄມ້ພຸ່ມ ຫຼື ໄມ້ຕົ້ນຂະໜາດນ້ອຍ, ສູງ 5-8 ມ. ເປືອກຕົ້ນ ໝາກສີດາ ລຽບສີນ້ຳຕານອ່ອນ,ກິ່ງອ່ອນເປັນສີຫຼ່ຽມ. ໃບດ່ຽວ, ຈັບກົງກັນຂ້າມ ຫຼື ສະຫຼັບກົງກັນຂ້າມ, ຮູບຮີ ຫຼື ຂອບຂະ ໜານ, ກ້ວາງ 4-6 ຊມ, ຍາວ 7-12 ຊມ, ແຜ່ນໃບດ້ານລຸ່ມມີຂົນສັ້ນອ່ອນໆ, ດ້ານເທິງສາກມື; ດອກ ດ່ຽວ ຫຼື ອອກເປັນຊໍ່ກະຈຸກຈຳນວນ 2-3 ດອກ, ຖານດອກຮູບຖ້ວຍ ຫຼື ຮູບລະຄັງ, ມີຂົນສັ້ນອ່ອນໆ, ວົງກາບດອກ ຄ້າຍຄືໝວກເກືອບກົມ, ຂະໜາດ 7-8 ມມ, ກີບດອກສີຂາວ, ຂະໜາດ 1-1.4 ຊມ. ເກສອນຜູ້ຈຳນວນຫຼາຍ,ຍາວ 6-9 ມມ. ໝາກ ແບບໝາກມີເນື້ອ, ຮູບກົມ ຫຼື ຮູບໄຂ່, ຂະໜາດ 3-8 ຊມ, ກາບດອກທົນທານຕິດເປັນແສກຢູ່ປາຍໝາກ. ແກ່ນມີຈຳນວນຫຼາຍ.

ປິ່ນປົວພະຍາດ: ແກ້ເຈັບທ້ອງ, ຖອກທ້ອງ ແລະ ຍ່ຽວຝືດ.

ສ່ວນທີ່ໃຊ້: ຮາກ ແລະ ໃບ



ວິທີການນຳໃຊ້: ໃຊ້ໃບປະມານ 1 ກຳມື ລ້າງນ້ຳໃຫ້ສະອາດຕົ້ມກັບນ້ຳ 1 ລິດ ແລ້ວດື່ມແກ້ເຈັບທ້ອງ ແລະ
ຖອກທ້ອງ. ສ່ວນຮາກແມ່ນນຳມາລ້າງນ້ຳໃຫ້ສະອາດແລ້ວຕົ້ມນ້ຳດຶ່ມແກ້ໄຂປັນຫາຍ່ຽວຝືດ.

ການປູກຂະຫຍາຍພັນ: ຕົ້ນໝາກສີດາເປັນພືດປູກ ຂະຫຍາຍພັນດ້ວຍແກ່ນ ແລະ ໂທມງ່າ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ