ການກ້າເມັດພັນຜັກ:
ການກ້າເມັດ ພັນຜັກແມ່ນກ້າໃສ່ຟອງນ້ຳເວລາທີ່ໃສ່ເມັດລົງໃນຟອງນ້ຳຢ່າໃສ່ເລິກໃຫ້ໃສ່ປະມານ
12
ມີລີແມັດ ຫຼື ໃຫ້ເມັດຈົມລົງໄປຈາກໜ້າຟອງນ້ຳທາງເທິງເລັກນ້ອຍ
ຖ້າເລິກເກີນໄປຈະເຮັດໃຫ້ເມັດເກີດມາຍາກ ແລະ ໃຊ້ເວລາກວ່າຈະຂຶ້ນພົ້ນໜ້າຟອງນ້ຳແລ້ວໃຊ້ຜ້າກັນແສງປົກຫົດນ້ຳມື້ລະ
2
ຄັ້ງ ( ເຊົ້າແລງ ) ຫຼັງຈາກນັ້ນ 3 ວັນ ເມັດຈະງອກອອກມາ ໃຫ້ເປີດ ຜ້າກັນແສງທີ່ປົກໄວ້ນັ້ນອອກແລ້ວວາງໃສ່ກາງແຈ້ງພະຍາຍາມໃຫ້ຖືກແສງແດດ
ເພາະຈະເຮັດໃຫ້ພືດຢືດຕົວ ແລະ ສັງເຄາະແສງໄດ້ດີເປັນໄລຍະທີ່ພືດຈະປັບຕົວເຂົ້າກັບສະພາບແວດລ້ອມໃໝ່
ແລະ ນ້ຳຕ້ອງຢູ່ໃນລະບົບຄວນມີຄ່າຄວາມເປັນກົດ pH 5,56,5
ຈິ່ງຕ້ອງ ມີການກວດເບິ່ງຄ່າຄວາມເປັນກົດ pH ຂອງນ້ຳໃນໜານປູກ.
ການຍ້າຍປູກ:
ຫຼັງຈາກທີ່ກຽມຮາງປູກໄປທີ່ຮຽບຮ້ອຍແລ້ວໃຫ້ນຳຈອກປູກມາຢາຍຕາມຮູທີ່ເຈາະໄວ້ເທິງແຜ່ນໂຟມປູກແລ້ວນຳເບ້ຍຜັກນ້ອຍທີ່ກ້າໄວ້ນັ້ນມາຈີກອອກເປັນແຕ່ລະຕົ້ນສຸບໃສ່ຈອກໃນຟອງກ້າເມັດຢູ່ກາງກົ້ນຈອກປູກວາງຈອກໃສ່ຮູໂຟມນ້ຳຈົນກວ່າຈະຄົບທຸກຮູ
(15
ຮູຕໍ່ 1
ແຜ່ນໂຟມ).
ການໃສ່ຝຸ່ນ:
ເມື່ອປູກໄປໄດ້ 1 ວັນ
ໃຫ້ໃສ່ຝຸ່ນນ້ຳທີ່ປະສົມໄວ້ໃສ່ປະມານ 3 ລິດຕໍ່ນ້ຳ 600700 ລິດ ກໍຈະໄດ້ຄ່າ EC ປະມານ 1,82 ພໍດີກັບຄວາມຕ້ອງການຂອງຜັກສະຫຼັດ
ຈາກນັ້ນໃຫ້ໃສ່ລົງໄປເມື່ອສັງເກດເຫັນວ່າຄ່າ EC ຫຼຸດລົງການໃສ່ໃຫ້ໃສ່ຕາມການຫຼຸດຂອງຄ່າ
EC.
ການດູແລຮັກສາ:
ການຮັກສາລະດັບນ້ຳໃນຮາງປູກບໍ່ໃຫ້ນ້ຳແຫ້ງ
ເພາະ ຈະເຮັດໃຫ້ຜັກບໍ່ຈະເລີນເຕີບໂຕດີເທົ່າທີ່ຄວນ ແລະ
ຍັງເຮັດໃຫ້ດູດນ້ຳເພງ່າຍ ເປັນຕົ້ນແມ່ນລະດູຮ້ອນ ນ້ຳມັກຈະແຫ້ງໄວ 2 ວັນ
ຕ້ອງໄດ້ຕື່ມນ້ຳ 1
ຄັ້ງ.
ຫຼັງຈາກຜັກອາຍຸໄດ້ປະມານ
20
ວັນ ໃຫ້ຫຼຸດລະດັບນ້ຳໃນຮາງລົງໃຫ້ເຫຼືອ ພຽງ 2,53 ຊັງຕີແມັດ ເພື່ອໃຫ້ຮາກ
ຜັກໄດ້ຮັບອາກາດຫຼາຍຂຶ້ນການຈະເລີນເຕີບໂຕກໍຈະໄວກວ່າປົກກະຕິ
ເມື່ອຜັກອາຍຸໄດ້ 3035
ວັນ ໃຫ້ເອົານ້ຳໃນຮາງອອກ ແລ້ວຕື່ມນ້ຳໃຫ້ເຕັມຮາງຄື ຕອນປູກໃໝ່
ເພື່ອເຈືອຈາງສານອາຫານໃນຮາງປູກກ່ອນເກັບຜົນຜະລິດ 35 ວັນ.
ການເກັບຜົນຜະລິດ:
ເມື່ອອາຍຸຜັກ ໄດ້ປະມານ 3540 ວັນ
ກໍສາມາດ ເກັບຜົນຜະລິດໄດ້ ໂດຍການຖອນຕົ້ນຜັກອອກຈາກຈອກບໍ່ຈຳເປັນຕ້ອງຕັດຮາກອອກ
ເພາະການປະຮາກຕິດກັບຕົ້ນຜັກຈະເຮັດໃຫ້ຜັກສາມາດດູດນ້ຳໄດ້ ແລະ
ຈະຢູ່ໄດ້ດົນກວ່າການເກັບຜົນຜະລິດແບບເອົາຮາກອອກປົກກະຕິຜົນຜະລິດ
ໄດ້ປະມານ 1015
ຕົ້ນຕໍ່ກິໂລ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ