google-site-verification: google0d91bc93cfc88895.html ໂຄງການກໍສ້າງເສັ້ນທາງລົດໄຟລາວ-ຈີນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, April 10, 2014

ໂຄງການກໍສ້າງເສັ້ນທາງລົດໄຟລາວ-ຈີນ

ຫລັງຈາກທ່ີພໍແມ່ພີ່ນ້ອງ ປະຊາຊົນລາວພວກເຮົາໄດ້ ຄອງຄອຍມາເປັນເວລາດົນ ນານທ່ີຈະໄດ້ຊົມໃຊ້ລົດໄຟ ຄວາມໄວສູງຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນທ່ີສຸດໂຄງການດັ່ງກ່າວກໍໄດ້ຖືກຮັບຮອງເອົາຢ່າງ ເປັນເອກະພາບຈາກສະມາ ຊິກສະພາແຫ່ງຊາດຊຸດທີ VII  ທ່ີເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະ ຊາຊົນດ້ວຍຄະແນນສຽງ ສ່ວນຫລາຍໃນກອງປະຊຸມ ສະໄຫມວິສາມັນຂອງສະພາແຫ່ງຊາດຊຸດທີ VII. ເຊິ່ງຈັດ ຂຶ້ນໃນກາງເດືອນຕຸລາທ່ີຜ່ານມາ ແລະ ຈະລົງມືວາງສີລາ ລຶກກໍ່ສ້າງໃນມໍ່ໆນີ້ ແລະ ຈະ ໃຫ້ສຳເລັດໃນທ້າຍປີ 2015 ເພື່ອເປັນການຮ່ວມສະເຫລີມສະຫລອງໃນໂອກາດທ່ີວັນ ສະຖາປານາເປັນ ສປປ ລາວ ຄົບຮອບ 40 ປີ. ວັນທີ 2 ທັນ ວາ 1975- 2 ທັນວາ 2015. 
ທ່ານສົມສະຫວາດ ເລັ່ງ ສະຫວັດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນຳວຽກງານເສດຖະ ກິດ, ຫົວຫນ້າຄະນະຊີ້ນຳ ໂຄງການທາງລົດໄຟລາວ-ຈີນໄດ້ກ່າວຢືນຢັນຕໍ່ກອງປະຊຸມສະໄຫມວິສາມັນຂອງສະພາແຫ່ງຊາດຊຸດທີ VII. ວ່າ: ເພື່ອເປັນການຮັບຮອງໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມທ່ີນັບມື້ນັບສູງ ຂຶ້ນໃນປັດຈຸບັນກໍຄືໃນໄລຍະຍາວ, ທັງເປັນການຍົກສູງປະ ສິດທິຜົນຂອງການຜະລິດທຸ ລະກິດ ແລະ ເອື້ອອຳນວຍ ຄວາມສະດວກໃນການໄປ ມາຫາສູ່ກັນກໍຄືການເຊື່ອມ ຈອດກັບບັນດາປະເທດໄກ້ ຄຽງ, ທັງເປັນການສ້າງປະຖົມ ປັດໄຈເພື່ອຫັນເປັນອຸດສາ ຫະກຳ ແລະ ທັນສະໄຫມ ເທື່ອລະກ້າວ.ດັ່ງນັ້ນໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈິ່ງມີຄວາມຫມາຍຄວາມສຳຄັນທາງດ້ານການເມືອງ ເສດຖະກິດ-ສັງຄົມທັງແມ່ນ ປະຫວັດການຫນຶ່ງທ່ີບໍ່ເຄີຍ ມີມາໃນປະຫວັດສາດຂອງ ຊາດລາວພວກເຮົາ.
ໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ແມ່ນເລີ່ມ ຊາຍແດນລາວ-ຈີນ ເຖິງນະ ຄອນຫຼວງວຽງຈັນແລ້ວເຊື່ອມຕໍ່ໃສ່ປະເທດໄທ, ຂັ້ນຕອນ ຕໍ່ໄປຈິ່ງຂະຫຍາຍແຕ່ນະ ຄອນຫລວງວຽງຈັນລົງຫາທ່າແຂກແຂວງຄຳມ່ວນຕໍ່ໃສ່ ຊາຍແດນລາວ-ຫວຽດນາມ ອອກສູ່ທະເລວຸ່ງອ່າງ ແລະ ຂະຫຍາຍຕໍ່ຈາກທ່າແຂກ ແຂວງຄຳມ່ວນລົງໄປພາກໃຕ້ຕໍ່ໃສ່ຊາຍແດນລາວ-ກຳປູ ເຈຍ-ແຕ່ໃນເບື້ອງຕັ້ນນີ້ຈະ ເລີ່ມລົງມືວາງສີລາລຶກກໍ່ສ້າງແຕ່ຊາຍແດນລາວ-ຈີນບໍ່ ເຕັນ-ນະຄອນຫລວງວຽງຈັນ ກ່ອນ. ເຊິ່ງມີຄວາມຍາວທັງ ຫມົດ 417,68 ກິໂລແມັດ, ຄວາມກວ້າງຂອງລາງແມ່ນ ,435 ແມັດ ໃນນີ້ມີການກໍ່ ສ້າງເຈາະອຸບມຸງ 76 ແຫ່ງ ເທ່ົາກັບ 195,78 ກິໂລແມັດ ກໍ່ສ້າງຂົວ 154 ແຫ່ງ ( ລວມ ທັງຂວຂ້າມນ້ຳຂອງ 2 ແຫ່ງ ) ເທ່ົາກັບ 67,15 ກິໂລແມັດ        ( ຖ້າລວມເອົາຄວາມຍາວ ທັງຫມົດຂອງອຸບມຸງ ແລະ ຂົວແມ່ນກວມເອົາ 62,98% ຂອງໄລຍະເສັ້ນທາງທັງໝົດ. ໂຄງການດັ່ງກ່າວນີ້ແມ່ນມີ ສະຖານີຂົນສົ່ງທັງຫມົດ 31 ແຫ່ງ ແຕ່ໃນໄລຍະຕົ້ນນີ້ຈະ ເປີດນຳໃຊ້ພຽງແຕ່ 20 ສະຖາ ນີສ່ວນທ່ີເຫຼືອ 11ແຫ່ງນັ້ນຈະ ເປີດນຳໃຊ້ໃນໄລຍະກາງ,ຈາກ ຊາຍແດນຕໍ່ໄປ.ທ່ານສົມສະຫວາດ ເລັ່ງສະຫວັດໄດ້ເນັ້ນ ໜັກຕື່ມອີກວ່າ: ໃນຈຳນວນ ສະຖານີທັງໝົດນີ້ຈະມີສະຖາ ນີໃຫຍ່ຢູ່ 7 ແຫ່ງຄື: ຫຼວງນ້ຳ ທາ, ອຸດົມໄຊ, ຫຼວງພະບາງ, ວັງວຽງ,ໂພນໂຮງ ແລະ ນະ ຄອນຫຼວງວຽງຈັນແມ່ນມີ 2. ສະຖານີຄືສະຖານີຂົນສົ່ງ ໂດຍສານ ແລະ ສະຖານີຂົນ ສົ່ງສິນຄ້າ,ນັບທັງ 7 ສະຖານີ ນີ້ຈະມີລະບົບສາງເກັບມ້ຽນ ຕູ້ຄອນເທນເນີ ແລະ ອູ່ສ້ອມ ແປງໂດຍຈະນຳໃຊ້ເນື້ອທ່ີ 

ດິນທັງຫມົດ 3.058 ເຮັກຕາ, ດັ່ງນີ້ດິນແລວທາງຕະຫລອດ ເສັ້ນເບື້ອງລະ 50 ແມັດ ສ່ວນ ອຸບມຸງຈະເພີ່ມຂຶ້ນເບື້ອງລະ 100 ແມັດ, ສຳລັບສະຖານີ ໃຫຍ່ແມ່ນ 3.000 x 200 ແມັດ ແລະ ສະຖານີນ້ອຍ ແມ່ນ 2.000x100 ແມັດ ຕໍ່ ຫນຶ່ງສະຖານີ, ໂຄງການກໍ່ ສ້າງເສັ້ນທາງລົດໄຟລາວ-ຈີນມີມູນຄ່າໃນການກໍ່ສ້າງທັງຫມົງ 42,2 ຕື້ຢວນ ໂດຍທຶນ ກູ້ຢືມຈາກທະນາຄານແຫ່ງ ສປປ ຈີນ.
ພ້ອມດຽວກັນນີ້ທ່ານ ດຣ ນາງສຸວັນເພັງ ຸບຸບຜານຸວົງ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດແຜນການ ແລະ ການເງິນ ຂອງສະພາແຫ່ງຊາດຕາງໜ້າສະພາແຫ່ງຊາດທ່ີເປັນຕົວ ແທນໃຫ້ແກ່ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ ໄດ້ຮຽກຮ້ອງມາຍັງຄະນະລັດຖະບານຈົ່ງໄດ້ເອົາໃຈໃສ່ ແລະ ຮີບຮ້ອນແກ້ໄຂຢ່າງຕັ້ງ ຫນ້າໂດຍສະເພາະແມ່ນຜົນກະທົບຕໍ່ຫນ້າທຳມະຊາດສິ່ງແວດລ້ອມ ແລະ ຊົດເຊີຍຄ່າ ເສຍຫາຍທ່ີເຫມາະສົມຕໍ່ກັບປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ບັນຫາໜີ້ສິນກ່ຽວກັບ ການກູ້ຢືມຕ່າງໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ