google-site-verification: google0d91bc93cfc88895.html ການແບ່ງກຸ່ມຂອງກ້ວຍໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 16, 2012

ການແບ່ງກຸ່ມຂອງກ້ວຍໄມ້


ກ້ວຍໄມ້ທີ່ແບ່ງກຸ່ມຕາມການການເກີດ ກ້ວຍໄມ້ລາວເຮົາສາມາດແບ່ງເປັນກຸ່ມຕາມສະຖານທີ່ເກີດຢ່າງງ່າຍໆເປັນ 2 ກຸ່ມໃຫຍ່ໆຄື:  1. ກຸ່ມກ້ວຍໄມ້ອີງອາໃສ(ກາຝາກ) epiphytic orchids ເຊິ່ງມີປະມານ 65% ຂອງຫ້ວຍໄມ້ທັງໝົດໄດ້ແກ່:

ຕາມການລວບລວມ ແລະ ສຶກສາມາ ສາມາດແບ່ງກຸ່ມຂອງກ້ວຍໄມ້ອອກໄດ້ດັ່ງນີ້:

  1. ກ້ວຍໄມ້ທີ່ແບ່ງກຸ່ມຕາມການການເກີດ

ກ້ວຍໄມ້ລາວເຮົາສາມາດແບ່ງເປັນກຸ່ມຕາມສະຖານທີ່ເກີດຢ່າງງ່າຍໆເປັນ 2 ກຸ່ມໃຫຍ່ໆຄື:
1. ກຸ່ມກ້ວຍໄມ້ອີງອາໃສ(ກາຝາກ) epiphytic orchids ເຊິ່ງມີປະມານ 65% ຂອງຫ້ວຍໄມ້ທັງໝົດໄດ້ແກ່:
  • ກວ້ຍໄມ້ສະກຸນຫວາຍ Dendrobium spp
  • ສະກຸນຫວາຍແດງ Renanthera spp
  • ສະກຸນັ້າມຸ່ຍ Vanda spp
  • ແລະ ອື່ນໆ
ແລະກ້ວຍໄມ້ດິນ terrestrial spp ປະມານ 35% ເຊັນ ປັດແດງ Habenaria spp, ສະກຸນເອື້ອງສີລາ Taenia spp, ສະກູນນົກຄຸ່ມໄຟ Anoectochtochilus, ເອື້ອງດິນໃບຫມາກ Spathoglottis spp ນອກນີ້ກຸ່ມຂອງກ້ວຍໄມ້ດິນຍັງສາມາດແຍກເປັນກຸ່ມຍ່ອຍໄດ້ອີກເຊັ່ນ: ກ້ວຍໄມ້ກິນຊາກ saprophytic ເຊັ່ນ ສະກຸນ ເຖົາວັນພັນດົງ Galeola spp ສະກຸນກ້ວຍປວກ Aphyllorchis spp ນອກນີ້ຍັງພົບກ້ວຍໄມ້ທີ່ເກີດຕາມຫີນ lithophytic orchids ເຊິ່ງມີທັງກ້ວຍໄມ້ອີງອາໃສ ແລະກ້ວຍໄມ້ດິນ ເຊັ່ນ: ສະກຸນ ມ້າແລ່ນ Doritis spp ການທີ່ກ້ວຍໄມ້ສາມາດເກີດໄດ້ທຸກທີ່ ແລະ ສະພາບແວດລ້ອມທີ່ຕ່າງກັນນັ້ນແມ່ນເນື່ອງມາຈາກວິວັດທະນາການ ແລະ ການປັບຕົວ ໄດ້ຢ່າງເໝາະສົມກັບສະພາບແວດລ້ອມນັ້ນໆມາເປັນເວລາດົນນານ ຈື່ງເຮັກໃຫ້ມີລະບົບຮາກ, ລຳຕົ້ນ, ໃບ ດອກ ຫມາກ ແລະ ແກ່ນ ຕະຫລອດຈົນລັກສະນະການຈະເລີນເຕີບໂຕ ທີ່ຜິດພ້ຽນແຕກຕ່າງກັນ

2 . ກ້ວຍໄມ້ທີ່ແບ່ງຕາມລັກສະນະການຈະເລີນເຕີບໂຕ

ແບ່ງຕາມການຈະເລີນເຕີບໂຕທາງລຳຕົ້ນ: ມີ 2 ກຸ່ມໃຫຍ່ຄື
1. ກຸ່ມທີ່ຈະເລີນເຕີບໂຕທາງຍອດ: ປະກອບມີ ສະກຸນເຂັມ, ສະກຸນກຸຫລາບ, ພະຍາໄຮໃບ, ຕີນເຕົ່າ, ຫວານແດງ, ໄອຍະເລດ, ເສືອໂຄ່ງ ແລະ ສະກຸນຫູຊ້າງ
2. ກຸ່ມທີ່ຈະເລີນເຕີບໂຕທາງຂ້າງ:  ປະກອບມີ  ສະກຸນ ຫາງແມງເງົາ Appendicula spp, ສິງໂຕ (Bulbophyllum spp), ນ້ຳຕົ້ນ(Calanthe), ກະເຮກະລອນ(Cymbidium spp) ສະກຸນ ຫວາຍ ແລະ  ວ່ານເພັດຫີ້ງ (Grammatophyllum speciosum) ທີ່ມີລຳຕົ້ນຫຍ່ຄືອ້ອຍ
  • ແບ່ງຕາມການຈະເລີນເຕີບໂຕທາງຮາກ:(ຂໍອະໄພທີ່ຂຽນບໍ່ທັນ ມື້ແລງຈະຂຽນຕໍ່)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ