Wednesday, August 31, 2016

ຕົ້ນໄຜ່ [Ton Phai] Bambusa spp.,

http://hukased.blogspot.com/2016/08/ton-phai-bambusa-spp.html

ຕົ້ນໄຜ່ [Ton Phai]
ຊື່ວິທະຍາສາດ: Bambusa spp., 

ຊື່ທົ່ວໄປເປັນພາສາ ອັງກິດ: Bamboo

ຕົ້ນໄຜ່ ເປັນພືດຫຍ້າ ມີອາຍຸຫຼາຍປີ, ຢູ່ໃນຕະກຸນດຽວກັບກັບພວກຫຍ້າຂວາກ,ຕົ້ນສາລີ, ຕົ້ນອ້ອຍ ແລະ ຕົ້ນເຂົ້າ ດັ່ງນີ້ເປັນຕົ້ນ. ຕົ້ນໄຜ່ທີ່ພົບຢູ່ລາວທັງໝົດ ມີຫຼາຍກວ່າ 50 ຊະນິດ ເຊັ່ນ: ໄມ້ຊອດ, ໄມ້ເຮັ້ຍ, ໄມ້ຫົກ, ໄມ້ສ້າງໄພ, ໄມ້ເພັກ, ໜໍ່ຂົມ, ໜໍ່ລັ່ນ, ໄມ້ໄລ່, ໄມ້ບົງ,… ມີການກະຈາຍພັນໃນເກືອບທຸກປະເທດໃນທະວີບເອເຊຍ ແລະ ເປັນພືດເຂດຮ້ອນສະເພາະ. ມັກເກີດຢູ່ຕາມປ່າປະສົມ, ປ່າດິບແລ້ງ. ເກີດເປັນສຸມ ມີລຳເຫງົ້າຢູ່ໃຕ້ດິນ, ແລະ ລໍາທີ່ພວກເຮົາເຫັນຕາມສຸມໄຜ່ນັ້ນ ແມ່ນລຳຕັ້ງ ເກີດເທິງໜ້າດິນນັ້ນເອງ. ລຳປະເພດນີ້ ເອີ້ນວ່າ: ລຳຕົ້ນ ຊຶ່ງມີຂໍ້,ປ້ອງ, ໃບ ແລະ ມີແໜງ. ໃນຊ່ວງຊີວິດໜຶ່ງຂອງຂ້ອຍ ຈະອອກດອກ ແລະ ໝາກ ເທື່ອດຽວ ແລ້ວຕາຍໄປ. ຂ້ອຍເປັນພືດທີ່ມີຄວາມຜູກພັນຕໍ່ການດຳລົງຊີວິດປະຈຳວັນຂອງຄົນລາວມາແຕ່ບູຮານນະການ ເນື່ອງ ຈາກວ່າເປັນພືດທີ່ຫາງ່າຍ ມີລ້ອມຕົວ, ເຕີບໃຫຍ່ໄວ, ລຳແກ່ ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໄດ້ດີ. ສະນັ້ນ, ຄົນລາວບູຮານຈຶ່ງນຳໃຊ້ຂ້ອຍນັບແຕ່ ໜໍ່, ກາບ, ລຳ ແລະ ໃບ ເຂົ້າໃນຊີວິດປະຈຳວັນ ເຊັ່ນ:ລຳຕົ້ນ ເປັນພາກສ່ວນທີ່ນຳໃຊ້ໄດ້ຫຼາຍທີ່ສຸດ ຊຶ່ງໃຊ້ຫາບ ໃຊ້ຫາມ, ໃຊ້ເປັນສິ່ງປຸກສ້າງທີ່ຢູ່ອາໄສ, ເຄື່ອງຫັດຖະກຳຕ່າງໆ ໄດ້ແກ່: ກະບຸງ, ກະຕ່າ, ຫວດເຂົ້າ, ຕິບເຂົ້າ, ພາເຂົ້າ, ເຮັດໄມ້ທູ່, ໄມ້ຈິ້ມແຂ້ວ, ໄມ້ສຽບເອັນ, ກະເປົາ, ໂຕະຕັ່ງ, ເຄື່ອງເຟີນີເຈີ, ເຄື່ອງຫາປາ, ເຄື່ອງດົນຕີ ແລະ ນຳໃຊ້ເຂົ້າໃນພິທີກຳທາງສາດສະໜາຫຼາຍຢ່າງ ເຊັ່ນ: ພິທີຕົບພະຊາຍ, ຮ້ອຍດອກໄມ້, ຄັນທຸງ ແລະ ອື່ນໆ. ສ່ວນກາບ ນຳມາເຮັດກຸບໃຊ້ບັງແດດ ບັງຝົນໄດ້ດີ. ນອກ ນັ້ນ, ຍັງເອົາໝໍ່ ມາປຸງແຕ່ງອາຫານປະເພດຕ່າງໆ ຕາມແຕ່ລະທ້ອງຖິ່ນເຊັ່ນ: ແກງ, ຊຸບ, ໝົກ, ຕົ້ມ, ແຈ່ວ ຫຼືຮັກສາໄວ້ກິນດົນໃນຮູບແບບຕ່າງໆໄດ້ອີກ ດັ່ງ: ໝໍ່ໄມ້ສົ້ມ, ໝໍ່ໄມ້ແຊ່ແລະ ໝໍ່ໄມ້ແຫ້ງ.


ຕົ້ນ ຜັກຫວານ [Ton Phak Wan] Melientha suavis

http://hukased.blogspot.com/2016/08/ton-phak-wan-melientha-suavis.html
ຕົ້ນ ຜັກຫວານ [Ton Phak Wan]  Melientha suavis


ຕົ້ນ ຜັກຫວານ [Ton Phak Wan]
ຊື່ວິທະຍາສາດ: Melientha suavis, 

ຊື່ທົ່ວໄປເປັນພາສາ ອັງກິດ: melientha

ຕົ້ນຜັກຫວານ, ເປັນໄມ້ຢືນຕົ້ນ ມີອາຍຸຫຼາຍປີ, ຄົນລາວ ແລະ ຄົນອີ່ສານຢູ່ປະເທດໄທ ຮູ້ຈັກຂ້ອຍດີ ອາດແມ່ນຍ້ອນລົດຊາດຂອງຂ້ອຍ ຫວານ ແລະແຊບຊ້ອຍເມື່ອປຸງແຕ່ງໃນອາຫານຕາມສູດຂອງແຕ່ລະທ້ອງຖິ່ນໃຜລາວ. ຈຸດພິເສດຂອງປົ່ງຍອດອອ່ນຈຳນວນຫຼວງຫຼາຍ ໃນເວລາທີ່ອາກາດອົບເອົ້າ ແຫ້ງແລ້ງ ແລະແມ່ນຍາມນັ້ນລະທີ່ມີລົດຊາດແຊບ ແລະຫອມ ກວ່າຍາມໃດໆເລີຍ. ມີການກະຈາຍພັນຢູ່ປະເທດ ລາວ, ໄທ, ຫວຽດນາມ, ກໍາບູເຈຍ, ມາເລເຊຍ ແລະ ປະເທດຟິລິບປິນ. ເກີດ ຢູ່ຕາມປ່າປ່ຽນໃບ ແລະ ປ່າປະສົມ. ເປັນຕົ້ນຂະໜາດນ້ອຍ,ສູງ 10-15 ແມັດ. ໃບ ແມ່ນໃບດ່ຽວ, ຈັບສະຫຼັບກ້ຽວວຽນ, ຂອບໃບລຽບ ແລະ ເວລາເປັນໃບອ່ອນແຜ່ນໃບຂອງຂ້ອຍກອບຕຶ່ງເຕັມຕະຫຼອດເວລາ. ດອກອອກເປັນຊໍ່ ອອກຕາມຫຼືບໃບ ແລະ ຫ້ອຍຈັບຕາມລຳຕົ້ນ ແລະກິ່ງງ່າ. ມີຊໍ່ດອກຜູ້ ແລະ ຊໍ່ດອກແມ່ຕ່າງກັນຢູ່ພາຍໃນຕົ້ນດຽວ. ເມື່ອເປັນໝາກ ສ່ວນຫຼາຍ ໝາກຈັບເປັນພົ້ວແໜ້ນໜາຕາມລຳຕົ້ນ ຫຼື ກິ່ງງ່າ ຊຶ່ງມັນໄດ້ວິວັດມາຈາກດອກແມ່ນັ້ນເອງ. ໝາກເປັນຮູບໄຂ່ມີແກ່ນດຽວ. ລະດູອອກດອກ ແລະ ໝາກ ປະກົດໄລ່ເລັ່ຍກັນ ແລະ ເລີ້ມແຕ່ ເດືອນທັນວາ ໄປຈົນເຖິງເດືອນມີນາ. ຕົ້ນຜັກຫວານ ເປັນພືດທີ່ຊາວບ້ານນິຍົມນຳມາເປັນອາຫານແຕ່ສະໄໝປູ່ຍ່າເປັນຕົ້ນມາ ຍ້ອນເປັນຜັກປ່າເລີດລົດ ຊະນິດໜຶ່ງ ຈົນຜູ້ຄົນຈຳນວນໜຶ່ງໄດ້ປູກຕົ້ນນີ້ໄວ້ແຄມສວນແຄມນາ ເພື່ອສະດວກເກັບກິນຍອດອ່ອນ ແລະຊໍ່ດອກພ້ອມ. ອາຫານທີ່ປຸງແຕ່ງຈາກຜັກຫວານກໍ່ມີ ແກງໃສ່ປາ ປະສົມໄຂ່ມົດຍິ່ງດີເລີດ, ຂົ້ວໃສ່ໄຂ່, ເຮັດຊຸບ ແລະໜຶ້ງກັບແຈ່ວ ຫຼື ປົ່ນປາ. ນອກຈາກໃຊ້ເປັນຜັກແລ້ວ
ເພິ່ນຍັງໃຊ້ຮາກຂອງຕົ້ນຜັກຫວານເປັນຢາແກ້ໄຂ້ຮ້ອນນຳອີກ.

ຕົ້ນ ຜັກຫວານ [Ton Phak Wan]  Melientha suavis
ຕົ້ນ ຜັກຫວານ [Ton Phak Wan]  Melientha suavis

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii
ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii


ຕົ້ນ ໝາກຕາວ [Ton Mak Tao]
ຊື່ວິທະຍາສາດ: Arenga westerhoutii
ຊື່ທົ່ວໄປເປັນພາສາ ອັງກິດ: Sugar palm tree

ຕົ້ນໝາກຕາວ ເປັນພືດໃບລ້ຽງດ່ຽວຈັດຢູ່ໃນພືດຕະກຸນດຽວກັນກັບຫວາຍ,ຕົ້ນຕານ ຕົ້ນພ້າວ ດັ່ງນີ້ເປັນຕົ້ນ.ມີການ ກະຈາຍພັນຢູ່ທົ່ວໄປເຊັ່ນ: ມ່ຽນມ້າ,ພາກໃຕ້ຂອງຈີນ, ລາວ, ໄທ, ຫວຽດນາມ ແລະ ມາເລເຊຍ. ສຳລັບຢູ່ປະເທດລາວກະຈາຍພັນຢູ່ແຕ່ໃນເຂດພາກເໜືອເທົ່ານັ້ນ. ສະພາບແວດລ້ອມທີ່ຂ້ອຍມັກແມ່ນປ່າດົງດິບຊຸ່ມ ແລະ ເຢັນພໍ ສົມຄວນ. ຂ້ອຍມີຄວາມສູງ 8-20 ແມັດ ເປັນລຳຕົ້ນດ່ຽວບໍ່ແຕກກິ່ງງ່າ, ມີເສັ້ນຜ່າກາງ 25-60 ຊມ. ໃບ ແມ່ນໃບປະ ສົມແບບຂົນນົກ, ຈັດຮຽງກັນ ແບບວຽນສະຫຼັບ ແຜ່ນໃບມີຂະໜາດໃຫຍ່ ຍາວ 7-8 ແມັດ ກ້ວາງ 3-4 ແມັດ,ໃບຍ່ອຍ ຍາວ 1,6-1,8 ແມັດ ກ້ວາງ 7-8 ຊມ. ດອກ ອອກເປັນຊໍ່ ຂະໜາດໃຫຍ່ ເອີ້ນວ່າ: ແຊງ ຍາວປະມານ 1-2 ແມັດ, ມີກາບ ທັງແຂງ ທັງຫຍາບ ຊຶ່ງແມ່ນໃບຊ້ອນຊໍ່ດອກຫຸ້ມຫໍ່ຊໍ່ດອກໄວ້. ດອກຍ່ອຍເປັນດອກເພດແຍກ ດອກເພດແມ່ ເລີ້ມບານກ່ອນດອກເພດຜູ້ ຊຶ່ງຢູ່ລະຫວ່າງ ເດືອນຕຸລາ ເຖິງເດືອນພະຈິກ. ໝາກ ອອກໃນເດືອນພະຈິກເຖິງເດືອນມັງກອນ, ໝາກສຸກໃນເດືອນມັງກອນເຖິງເດືອນມີນາ ຊຶ່ງເປັນໄລຍະທີ່ປະຊາຊົນອອກເກັບກູ້. ໝາກຕາວ ຈັບເປັນແຊງໃຫຍ່, ແຊງໜຶ່ງໆມີໝາກປະມານ3500 ໜ່ວຍ. ແມ່ນໝາກມີເນື້ອ, ຮູບກົມ, ໃນໝາກໜຶ່ງມີ ແກ່ນ 2-5 ແກ່ນ, ມີແພຫຼໍ່ລ້ຽງເປັນສີຂາວໃສ ແກມສີເຫລືອງອ່ອນ, ມີນ້ຳ ໜຽວແລະຄັນມື ເວລາເຮົາຈັບບາຍໂດຍກົງ. ຂ້ອຍມີປະໂຫຍດຫຼາຍຢ່າງ ເຊັ່ນ: ຍອດຂອງລຳຕົ້ນ ມີລົດຫວານ ໃຊ້ປຸງແຕ່ງອາຫານ ເຊັ່ນ: ແກງກະທິ, ແກງເຜັດ ຫຼື ແກງຈືດ; ສ່ວນວ່າໃບ ເພິ່ນໃຊ້ເຮັດໝວກ, ໃຊ້ມຸງເຮືອນ ຫຼື ມຸງຄອກສັດຕ່າງໆ ມີຄວາມທົນທານໄດ້ຫຼາຍໆປີ. ພິເສດອີກອັນໜຶ່ງ ພວກເຈົ້າ ຜູ້ທີ່ເຄີຍໄດ້ກິນນ້ຳຫວານ, ນ້ຳໝາກຕາວ ຫຼືນໍ້າໝາກໄມ້ປັ່ນ ອາດ ຈະໄດ້ສັງເກດເຫັນເມັດສີຂາວ ຂະໜາດເທົ່າກັບຫົວໂປ້ມື ລອຍຢູ່ໃນຈອກ ອັນນັ້ນລະ ແມ່ນແພຫຼໍ່ລ້ຽງທີ່ໄດ້ເວົ້າມາຂ້າງເທິງ ຊຶ່ງໄດ້ຜ່ານຂັ້ນຕອນການຜະຫຼິດມາແລ້ວ, ມັນມີຄວາມນຸ້ມໜຽວແລະ ມີລົດຫວານ ຊຶ່ງເຮັດໃຫ້ຄວາມນິຍົມຂ້ອຍບໍ່ປ່ຽນ ແປງ ມາແຕ່ຊ້ານານ. ພິເສດອັນທີສອງ ແມ່ນປະຊາຊົນຍັງຕັດຍອດຊໍ່ດອກເພດຜູ້ ຊຶ່ງຊາວບ້ານເອີ້ນທົ່ວໄປ ວ່າ”ໂຄຍຕາວ“ ແລ້ວໂຕ່ງເອົານ້ຳທີ່ໄຫຼອອກມາ. ນ້ຳ ມີລົດຫວານຫອມ, ເມື່ອເພິ່ນຕົ້ມຂ້ຽວແລ້ວເຮັດເປັນນ້ຳຕານກ້ອນໄດ້ ແບບດຽວກັບນ້ຳຕານກ້ອນທີ່ໄດ້ຈາກຕົ້ນຕານນັ້ນເອງ

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii
ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia

ຕົ້ນ ຜັກສະເມັກ [Ton Phak Sa Mek]
ຊື່ວິທະຍາສາດ: Syzygium gratum, ຊື່ທົ່ວໄປເປັນພາສາ ອັງກິດ: Eugenia

ຕົ້ນຜັກສະເມັກ, ເປັນໄມ້ຢືນຕົ້ນຂະໜາດນ້ອຍ ທີ່ມີອາຍຸຫຼາຍປີ. ລຳຕົ້ນແລະ ກິ່ງງ່າ ມີສີນ້ຳຕານແດງ; ລຳຕົ້ນແກ່ ມີເກັດບາງໆ ຂະໜາດນ້ອຍ ສີນ້ຳຕານແດງຊ້ອນກັນເປັນຫຼາຍໆຊັ້ນ, ເກັດນັ້ນ ຫຼຸດລົ່ນ ອອກງ່າຍ ແລະ ແລ້ວເປືອກ ຂອງລໍາຕົ້ນກໍ່ກ້ຽງມື່ນ. ໃບອ່ອນຈະເປັນສີເທົາແກມແດງ, ມີລົດຝາດ ແລະ ຢູ່ຕາມແຜ່ນໃບ ມີຈຸດນ້ຳມັນລະເຫີຍຢາຍຢູ່ທົ່ວໆ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດຄື: ປະເທດລາວ,ຫວຽດນາມ, ກຳບູເຈຍ, ໄທ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດແມ່ນໃນປ່າດົງດິບ, ເກີດຢູ່ຕາມແຄມໜອງ ແຄມຫ້ວຍ ຫຼື ເກີດຢູ່ຕາມປ່າເຫຼົ່າ ແລະ ໄຮ່ເກົ່າ.ລຳຕົ້ນຂອງຂ້ອຍສູງ 4-7 ມ, ເສັ້ນຜ່າກາງ 10-15 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ,ໃບ ມີຮູບຫອກ, ແຜ່ນໃບໜຽວ, ຜິວໃບມັນ, ຂອບໃບລຽບ, ປາຍໃບແຫຼມຍາວ, ໂຄນໃບເປັນຮູບຫຼີ້ມ. ຂະໜາດໃບຍາວ 5.2-8 ຊມ, ກ້ວາງ 1.5-3 ຊມ. ດອກອອກເປັນຊໍ່ອອກຢູ່ຕາມປາຍກິ່ງ, ດອກສີຂາວນວນ.ໝາກ ກົມມົນ ສີຂາວ, ມີເນື້ອ
ແລະ ມີແກ່ນດຽວ. ດອກ ອອກໃນເດືອນມີນາ ເຖິງເດືອນເມສາ.ໝາກອອກໃນເດືອນມິຖຸນາ, ແກ່ໃນເດືອນກໍລະກົດເຖິງເດືອນສິງຫາ.ການບໍລິໂພກສ່ວນຕ່າງໆຂອງຕົ້ນສະເມັກມີມາແຕ່ໂບຮານນະການ ໂດຍສະເພາະໃບອ່ອນແລະ ຍອດອ່ອນໃຊ້ກິນກັບລາບ,ກັບເອາະ, ກັບ ເຂົ້າປຸ້ນຫຼື ຈ້ຳແຈ່ວ,ໝາກສຸກ ມີຮົດຝາດຫວານກິນໄດ້.ນອກນັ້ນ ຮາກ ແລະເປືອກຂອງລຳຕົ້ນຍັງໃຊ້ຕົ້ມກິນເປັນຢາບຳລຸງຕັບ.


Tuesday, August 23, 2016

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia
ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia


ຕົ້ນ ຜັກສະເມັກ [Ton Phak Sa Mek]
ຊື່ວິທະຍາສາດ: Syzygium gratum,
ຊື່ທົ່ວໄປເປັນພາສາ ອັງກິດ: Eugenia


ຂ້ອຍແມ່ນ ຕົ້ນຜັກສະເມັກ, ເປັນໄມ້ຢືນຕົ້ນຂະໜາດນ້ອຍ ທີ່ມີອາຍຸຫຼາຍປີ. ລຳຕົ້ນ ແລະ ກິ່ງງ່າ ມີສີນ້ຳຕານແດງ; ລຳຕົ້ນແກ່ ມີເກັດບາງໆ ຂະໜາດນ້ອຍ ສີນ້ຳຕານແດງຊ້ອນກັນເປັນຫຼາຍໆຊັ້ນ, ເກັດນັ້ນ ຫຼຸດລົ່ນ ອອກງ່າຍ ແລະ ແລ້ວເປືອກຂອງລໍາຕົ້ນກໍ່ ກ້ຽງມື່ນ. ໃບອ່ອນຈະເປັນສີເທົາແກມແດງ, ມີລົດຝາດ ແລະ ຢູ່ຕາມແຜ່ນໃບ ມີຈຸດນ້ຳມັນລະເຫີຍຢາຍຢູ່ທົ່ວໆ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດຄື: ປະເທດລາວ, ຫວຽດນາມ, ກຳບູເຈຍ, ໄທ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດແມ່ນໃນປ່າດົງດິບ, ເກີດຢູ່ຕາມແຄມໜອງ ແຄມຫ້ວຍ ຫຼື ເກີດຢູ່ຕາມປ່າເຫຼົ່າ ແລະ ໄຮ່ເກົ່າ.ລຳຕົ້ນຂອງຂ້ອຍສູງ 4-7 ມ, ເສັ້ນຜ່າກາງ 10-15 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ,
ໃບ ມີຮູບຫອກ, ແຜ່ນໃບໜຽວ, ຜິວໃບມັນ, ຂອບໃບລຽບ, ປາຍໃບແຫຼມຍາວ, ໂຄນໃບເປັນຮູບຫຼີ້ມ. ຂະໜາດໃບຍາວ 5.2-8 ຊມ, ກ້ວາງ 1.5-3 ຊມ. ດອກອອກເປັນຊໍ່ອອກຢູ່ຕາມປາຍກິ່ງ, ດອກສີຂາວນວນ. ໝາກກົມມົນສີຂາວ, ມີເນື້ອ ແລະ ມີແກ່ນດຽວ. ດອກ ອອກໃນເດືອນມີນາ ເຖິງເດືອນເມສາ. ໝາກອອກໃນເດືອນມິຖຸນາ, ແກ່ໃນ ເດືອນກໍລະກົດເຖິງເດືອນສິງຫາ.ການບໍລິໂພກສ່ວນຕ່າງໆຂອງຕົ້ນສະເມັກມີມາແຕ່ໂບຮານນະການ ໂດຍສະເພາະໃບອ່ອນ ແລະ ຍອດອ່ອນໃຊ້ກິນກັບລາບ, ກັບເອາະ, ກັບ ເຂົ້າປຸ້ນຫຼື ຈ້ຳແຈ່ວ, ໝາກສຸກ ມີຮົດຝາດຫວານກິນໄດ້. ນອກ ນັ້ນ ຮາກ ແລະເປືອກຂອງລຳຕົ້ນຍັງໃຊ້ຕົ້ມກິນເປັນຢາບຳລຸງຕັບ

ຫວາຍ [Wai] rattan palm

 ຫວາຍ [Wai] rattan palm
 ຫວາຍ [Wai] rattan palm

ຫວາຍ [Wai]

ຊື່ວິທະຍາສາດໂດຍລວມ: Calamus spp.
ຊື່ທົ່ວໄປເປັນພາສາອັງກິດ: rattan palm

ຂ້ອຍແມ່ນຕົ້ນຫວາຍ ຊຶ່ງນອນໃນຕະກຸນດຽວກັນກັບຕົ້ນພ້າວ, ຕົ້ນໝາກ ແລະ ຕົ້ນຕານ ດັ່ງນີ້ເປັນຕົ້ນ ແຕ່ຕ່າງຈາກຊະນິດອື່ນໃນຕະກຸນ ຢູ່ບ່ອນວ່າ ລຳຕົ້ນມີໜາມ, ເມື່ອແກ່ ລຳຕົ້ນຈະເປັນເຄືອ ພາດເກາະໃສ່ຕົ້ນໄມ້ ຫຼື ງ່າໄມ້ອື່ນ ອັນໄດ້ເຮັດໃຫ້ຜູ້ຄົນມັກເອີ້ນຂ້ອຍວ່າ “ເຄືອຫວາຍ” ແລະ ຕ່າງອີກອັນໜຶ່ງ ແມ່ນໝາກຫວາຍ ມີເປືອກຫຸ້ມເປັນ ເກັດໆ. ຢູ່ຕາມທຳມະຊາດຂອງບ້ານເຮົາ ຫວາຍມີຫຼາຍຊະນິດ ເຊັ່ນ: ຫວາຍແດງ (Calamus gurub), ຫວາຍຫາງໜູ (Calamus solitarius), ຫວາຍຂົມ (Calamus palustris), ຫວາຍຂີ້ໄກ່ (Myrialepis paradoxa), ຫວາຍພຸ່ມ (Calamus acanthophyllus), ຫວາຍທູນ (Calamus poilanei) ດັ່ງນີ້ ເປັນຕົ້ນ. ຂ້ອຍຂະຫຍາຍພັນຢູ່ທົ່ວໄປເຊັ່ນ: ອາຟຼິກກາ, ອິນເດຍ, ສີລັງກາ, ບໍລິເວນພູຫິມາໄລ, ພາກໃຕ້ຂອງຈີນ ລົງມາຈົນເຖິງແຫຼມມາເລເຊຍເຊັ່ນ: ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ມາເລເຊຍແລະ ກຳບູເຈຍ. ສຳລັບໃນປະເທດລາວພົບແຕ່ເໜືອເຖິງໃຕ້, ຫວາຍເກີດຢູ່ໃນດິນທຸກປະເພດ ຕາມປ່າຫຼາຍຊະນິດ, ໃນທຸກສະພາບພູມມີອາກາດ, ແຕ່ສ່ວນຫຼາຍ ເກີດໃນປ່າດົງດິບ, ປ່າປະສົມ ໃນບໍລິເວນທີ່ມີຄວາມຊຸ່ມຊື່ນສູງ. ຕົ້ນຫວາຍ ທຸກຊະນິດ ເກີດເປັນສຸມ, ລຳຕົ້ນມີກາບຫຸ້ມ, ມີໜາມແຫຼມ ແລະ ແຂງ, ແຕ່ຈະຫຼົ່ນອອກໄປເມື່ອລຳແກ່, ມີທັງ ຊະນິດທີ່ມີລຳຍາວເຖິງ 150 ແມັດ, ຊະນິດມີລຳສັ້ນພຽງແຕ່ 50 ຊມ. ເສັ້ນຜ່າສູນກາງຂອງລຳ ແຕ່ 0.3 ຊມ. ເຖິງ 20 ຊມ. ໃບ ແມ່ນໃບປະສົມແບບຂົນນົກ ຄ້າຍຄືໃບພ້າວ, ສ່ວນປະກອບຂອງໃບ ມີ: ກາບໃບທີ່ຫຍາບ, ກ້ານໃບ ຍາວ ແລະ ແຂງ, ໃບຍ່ອຍ ແລະ ມືເກາະສຳລັບບາງຊະນິດ. ຊໍ່ດອກ ອອກເປັນຊໍ່ຍາວ ອອກຢູ່ປາຍຍອດຂອງລຳ ຫຼື ຕາມຂໍ້ຂອງລຳຕົ້ນ, ມີຊໍ່ດອກຜູ້ ແລະ ຊໍ່ດອກແມ່ຕ່າງກັນ ຢູ່ພາຍໃນສຸມດຽວ ກັນ.ໝາກຂອງຂ້ອຍເປັນຊິ້ນສ່ວນໜຶ່ງທີ່ເພິ່ນໃຊ້ໃນການຈັດຈຳແນກຊະນິດແບບງ່າຍໆໄດ້ເພາະແຕ່ລະຊະນິດມີຈຸດພິເສດ ແຕກຕ່າງກັນໄປ. ນອກນັ້ນ ລະດູອອກດອກ ແລະໝາກຫວາຍ ແຕ່ລະຊະນິດກໍແຕກຕ່າງກັນອີກ, ສ່ວນຫຼາຍອອກຕະຫຼອດປີ ແຕ່ມີຫວາຍບາງຊະນິດເວລາເປັນໝາກ ຈະໃຊ້ເວລາເປັນປີ ໝາກຈິ່ງສຸກໄດ້. ປະຊາຊົນນຳ ໃຊ້ຫວາຍຢ່າງກວ້າງຂວາງ ແຕ່ສະໄໝບູຮານມາ ດັ່ງຍອດອ່ອນຂອງຫວາຍ ເພິ່ນໃຊ້ປຸງແຕ່ງອາຫານຍອດນິຍົມຂອງຄົນລາວທົ່ວໄປ ເຊັ່ນ ແຈ່ວຫວາຍ, ອ່ອມຫວາຍ, ເປັນຜັກກັບລາບ,… ດັ່ງນີ້ ເປັນຕົ້ນ. ພວກເຈົ້າເຄີຍ ເຫັນເຂົາເຈົ້າຂາຍເຄື່ອງຫັດຖະກໍາຕາມຮ້ານ ຫຼື ເປັນເຄ່ືອງໃຊ້ຢູ່ໃນເຮືອນ ເຊັ່ນ: ພາເຂົ້າ, ຕິບເຂົ້າ, ຂັນໃສ່ບາດ, ກະຕ່າແລະ ເຄື່ອງເຟີນິເຈິທີ່ສວຍງາມ ນັ້ນແມ່ນເຮັດມາຈາກລຳ ຫຼື ເຄືອຂອງຂ້ອຍນັ້ນເອງ ເພາະມັນມີຄວາມໝັ້ນໜຽວ ແຕ່ສາມາດ ປັບດັດເພື່ອໃຫ້ໄດ້ຮູບຊົງທີ່ຕ້ອງການໄດ້ງ່າຍ ຄຽງຄູ່ໄປກັບຄວາມສະງ່າງາມ. ຍ້ອນແນວນັ້ນ ຕະຫຼາດຄວາມຕ້ອງການຫວາຍ ທັງພາຍໃນ ແລະ ພາຍນອກ ຈຶ່ງສູງຂຶ້ນຢ່າງບໍ່ຢຸດຢັ້ງເລີຍອັນເຮັດໃຫ້ຂ້ອຍຖືກຂຸດຄົ້ນຫຼາຍ ຈົນວ່າຫວາຍບາງຊະນິດ ຖືກຈັດເປັນພືດຫາຍາກແລ້ວ ດັ່ງ ຫວາຍທູນ ຍ້ອນລຳໃຫຍ່ ລາຄາສູງ, ຫວາຍຫາງໜູ ຍ້ອນແຂງ ແລະ ທົນທານ,...ແຕ່ຍັງດີ ໃນປະເທດເຮົາ ຍັງມີຜູ້ຄົນຈຳນວນໜຶ່ງ ໄດ້ລິເລີ້ມປູກຫວາຍ ເປັນສິນຄ້າ ເພື່ອການບໍລິໂພກ ແລະ ໃຊ້ຜລິດເຄື່ອງຫັດຖະກຳ. ຫວາຍເປັນພືດ ທີ່ທົນທານ ແລະ ເຕີບໂຕຊ້າ ພວກເຮົາຄວນເພີ່ມທະວີການປູກຕົ້ນຫວາຍ ເພື່ອການຊົມໃຊ້ຕາມຄວາມຕ້ອງການ ແລະ ເພື່ອໃຫ້ລຸ້ນລູກຫຼານ ໄດ້ຊົມໃຊ້ ສົມກັບຄຸນຄ່າທີ່ແທ້ຈິງຂອງຫວາຍດ້ວຍ.
 ຫວາຍ [Wai] rattan palm
 ຫວາຍ [Wai] rattan palm

ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant

ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant


ຕົ້ນ ໝາກແໜ່ງ [Ton Mrak Neng]

ຊື່ວິທະຍາສາດ: Amomum spp.
ຊື່ທົ່ວໄປເປັນພາສາ ອັງກິດ: cardamom, amomum, grains of paradise plant

ຂ້ອຍແມ່ນຕົ້ນໝາກແໜ່ງ, ເປັນພືດຊະນິດໜຶ່ງໃນຕະກຸນດຽວກັນກັບ ພວກຂີງ-ຂ່າ,ຫວ້ານຕູບໝູບ ດັ່ງນີ້ເປັນຕົ້ນ. ລັກສະນະສະເພາະຂອງພືດໃນຕະກຸນນີ້ ແມ່ນທຸກພາກສ່ວນຂອງຕົ້ນມີກິ່ນຫອມ ຍ້ອນບັນຈຸທາດສານ ລະເຫີຍສະເພາະຕົວ. ໝາກແໜ່ງ ທີ່ເກີດໃນທຳມະຊາດຂອງບ້ານເຮົາ ມີຫຼາຍຊະນິດ ເຊັ່ນ: ໝາກແໜ່ງຂຽວ, ໝາກແໜ່ງ
ແດງ, ໝາກແໜ່ງຫົວໂລ້ນ, ... ຂ້ອຍກະຈາຍພັນເອງຕາມທຳມະຊາດ, ຍັງພົບຢູ່ ໃນ ປະເທດ ຈີນ, ອິນເດຍ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ, ອົດສະເຕເລຍ ແລະ ມາເລເຊຍ ອີກ. ສຳລັບປະເທດລາວ ເພິ່ນພົບຕົ້ນໝາກແໜ່ງແຕ່ເໜືອເຖິງໃຕ້ ຕັ້ງແຕ່ແຂວງຜົ້ງສາລີ ລົງເຖິງແຂວງອັດຕະປື. ຂ້ອຍມັກເກີດຕາມປ່າດົງດິບ, ປ່າປະສົມ ຕາມປ່າໂລ່ງແຈ້ງ ບໍລິເວນທີ່ມີຄວາມຊຸມຊື່ນຫຼາຍ. ປັດຈຸບັນ ໄດ້ມີການປູກຕົ້ນໝາກແໜ່ງເປັນສິນຄ້າສົ່ງອອກຂອງປະເທດເນປານ ແລະ ປະເທດກວາເຕມາລາ ລາຍໃຫຍ່ກວ່າໝູ່ໃນໂລກ. ໝາກແໜ່ງເປັນພືດ ມີອາຍຸຫຼາຍປີ, ມີລະບົບລຳຢູ່ໃຕ້ດິນ, ກາບໃບໂອບຊ້ອນກັນຫຼາຍໆຊັ້ນ ເປັນລຳຕົ້ນຢູ່ເທິງໜ້າດິນ, ໃບ ເປັນໃບດ່ຽວ, ເປັນແຜ່ນຍາວ ຮູບຂອບຂະໜານ, ຈັບສະຫຼັບກັນ. ດອກ ອອກເປັນຊໍ່ ປົ່ງອອກຈາກເຫງົ້າໂດຍກົງຄືກັບພວກຫວ້ານໄຟ, ຂີ້ໝິ້ນ ດັ່ງນີ້ເປັນຕົ້ນ. ຫຼາຍຊະນິດໃນກຸ່ມ ຕົ້ນໝາກແໜ່ງ ມີດອກ ອອກສີຂາວ, ດອກ ອອກໃນເດືອນເມສາ ເຖິງເດືອນມິຖຸນາ. ໝາກມີຮູບຮ່າງຫຼາຍແບບ ເຊັ່ນ: ໝາກຮູບກົມ, ຮູບສາມຫຼ່ຽມຫຼື ຮູບໝ່ວຍໄຂ່ ເປືອກກ້ຽງ ຫຼື ມີໜາມອ່ອນໆ, ຫມາກຈັບເປັນແຊງແໜ້ນໜາອອກຢູ່ຕີນຕົ້ນ ແລະ ໃນທ່າຕັ້ງ. ໝາກອອກໃນເດືອນມິຖຸນາເຖິງເດືອນສິງຫາ. ການນຳໃຊ້ໝາກແໜ່ງ ສ່ວນຫຼາຍແມ່ນທາງດ້ານການແພດແຜນບູຮານ ຊຶ່ງເພິ່ນໃຊ້ເປັນຢາດີເຈັບທ້ອງ, ແກ້ທ້ອງຍື່ງ, ຊ່ວຍລະລາຍອາຫານ, ປົວພະຍາດອະຫິວາໂດຍປະສົມກັບຢາອື່ນ ແລະ ຢາປົວອາການເຈັບແຂ້ວແມງ ໂດຍອົມຝຸ່ນໝາກແໜ່ງ. ນອກນັ້ນ ເພິ່ນຍັງນຳໃຊ້ໝາກແໜ່ງເຂົ້າໃນການປຸງແຕ່ງອາຫານ ເພື່ອເສີມກິ່ນ ໃຫ້ອາຫານ ແລະ ເຄື່ອງດື່ມ. ນອກຈາກນຳໃຊ້ ດັ່ງທີ່ກ່າວມາແລ້ວ ໝາກແໜ່ງ ຍັງເປັນເປັນສິນຄ້າສົ່ງອອກທີ່ສຳຄັນຂອງລາວອີກດ້ວຍ ຊຶ່ງມາຈາກ ການເກັບກູ້ໝາກແໜ່ງໃນປ່າທຳມະຊາດຂອງຊາວບ້ານນັ້ນເອງ ອັນເປັນການ ສ້າງລາຍຮັບໃຫ້ແກ່ຄອບຄົວຂອງເຂົາເຈົ້າ. ສ່ວນໃຫຍ່ ແມ່ນສົ່ງໄປປະເທດຈີນ, ເກົາຫຼີ ແລະ ໄທເພື່ອນໍາໃຊ້ເປັນ ຢາພື້ນເມືອງຕາມສູດຂອງປະເທດເຫຼົ່ານັ້ນ.
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant

ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

ຕົ້ນ ດອກເຜິ້ງ [Ton Dok Pheung] Orchid
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

ຕົ້ນ ດອກເຜິ້ງ [Ton Dok Pheung]

ຊື່ວິທະຍາສາດໂດຍລວມ: Orchidaceae
ຊື່ທົ່ວໄປເປັນພາສາ ອັງກິດ: Orchid
ຂ້ອຍແມ່ນຕົ້ນດອກເຜິ້ງ ຫຼືຕົ້ນເອື້ອງ ເປັນພືດຕະກຸນໜຶ່ງທີ່ມີການ ວິວັດທະນາການສູງສຸດໃນກຸ່ມພືດໃບລ້ຽງດ່ຽວ. ເປັນພືດຫຍ້າ ຂະໜາດນ້ອຍ, ແຕ່ ລະດັບ ມີລີແມັດ ເຖິງ3 ແມັດ, ມີອາຍຸຫຼາຍປີ. ພືດຕະກຸນນີ້ມີຄວາມຫຼາກຫຼາຍ ທາງດ້ານຊະນິດ ແລະ ດ້ານລັກສະນະ. ຂ້ອຍມີດອກທີ່ມີຮູບຮ່າງ ແລະ ສີສັນທີ່ສວຍງາມ ແລະ ເປັນທີ່ປະທັບຕາ 
ຕ້ອງໃຈຂອງຄົນທີ່ພົບເຫັນ. ຕົ້ນດອກເຜິ້ງຫຼາຍຊະນິດ ອາໄສຢູ່ຕາມຕົ້ນໄມ້ ແລະ ອາໄສຕາມດານຫີນ ເຊັ່ນ: ເອື້ອງສາຍໄໝ, ເອື້ອງຄຳ, ຊ້າງກະ, ເອື້ອງຕານາງ, ເອື້ອງລຳຕໍ່ ແລະ ອື່ນໆ. ດອກເຜິ້ງຈຳພວກນີ້ ມີລຳຕົ້ນສ່ວນຫຼາຍເປັນຂໍ້ໆ, ມີຮາກຈັບເກາະ ແລະ ຮາກອາກາດເກີດອອກຈາກຂໍ້. ນອກນັ້ນ, ມີກຸ່ມດອກເຜິ້ງ ຫຼາຍຊະນິດ ອາໄສຢູ່ຕາມໜ້າດິນ ເອີ້ນວ່າ: ດອກເຜິ້ງດິນ ເຊັ່ນ: ຫຍ້າໃບລາຍ, ເກີບນາລີ, ນາງອົ້ວ ແລະ ອື່ນໆ.ຂ້ອຍຂະຫຍາຍພັນຢູ່ທົ່ວໄປ ໃນເຂດພູມອາກາດອົບອຸ່ນ ແລະ ໃນເຂດອາກາດຮ້ອນແລະ ຊຸ່ມເປັນສ່ວນຫຼາຍ ໂດຍສະເພາະ ມີຫຼາຍໆຊະນິດເກີດໃນເຂດເອເຊຍຕາເວັນອອກສ່ຽງໃຕ້. ຂ້ອຍມັກເກີດຕາມປ່າດົງດິບ, ປ່າໂຄກ ແລະ ປ່າປະສົມ. ລະດູອອກດອກຂອງດອກເຜິ້ງ ແມ່ນທຸກລະດູການ ຂື້ນກັບແຕ່ລະຊະນິດຂອງດອກເຜິ້ງ. ຂ້ອຍເປັນໄມ້ປະດັບທີ່ຜູ້ຄົນທັງຫຼາຍ ມັກແລະຫຼົງໄຫຼໃນຄວາມງາມຂອງຂ້ອຍ ເຂົາເຈົ້າມັກປູກຂ້ອຍ ຫ້ອຍຕາມຕົ້ນໄມ້ ປະດັບໄວ້ຕາມເຮືອນຊານ, ຕາມອາຄານ ແລະ ຫ້ອງການຕ່າງໆ. ນອກຈາກຈະໃຊ້ປະດັບ ແລ້ວຕົ້ນດອກເຜິ້ງ ຍັງໃຊ້ເປັນພືດສະໝູນໄພອີກ ດັ່ງ ທີ່ຊາວຈີນ, ຊາວຫວຽດນາມ ແລະ ຍັງໃຊ້ໃນບາງຕຳລາຢາພື້ນເມືອງຂອງຊາວລາວນຳອີກ. ປະຊາຊົນ ສ່ວນຫຼາຍເກັບກູ້ຂ້ອຍມາຂາຍ ໃນເວລາທີ່ອອກດອກ ຈະໄດ້ລາຄາແພງ ແລະ ເປັນທີ່ຕ້ອງການຂອງຄົນທີ່ພົບເຫັນ ເຊັ່ນ: ເອື້ອງເກີບນາລີ, ຊ້າງກະ,ເອື້ອງຄຳ ແລະ ອື່ນໆ. ດອກເຜິ້ງຫຼາຍຊະນິດໃນສະກຸນຫວາຍ ຖືກຂາຍສົ່ງອອກປະເທດຈີນໃນປາລິມານຫຼາຍ ເຮັດໃຫ້ບາງຊະນິດມີຈຳນວນຫຼຸດລົງແລະກາຍເປັນທີ່ຫາຍາກ ຫຼື ບາງຄັ້ງກໍ່ສູນພັນໄປເສຍແລ້ວ. ຕາມຄວາມຈິງ ດອກເຜິ້ງທຸກຊະນິດ ຖືກຈັດໃນບັນຊີແດງຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າ <ໄຊແຕສ> (CITES). ດັ່ງນັ້ນ ຕາມລະບຽບການແລ້ວ ການຄ້າຂາຍພືດຕະກຸນນີ້ ຈຶ່ງເປັນການກະທຳທີ່ຜິດກົດໝາຍ.
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

Monday, August 22, 2016

ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່


ຕົ້ນ ຢາງບົງ [Ton Yang Bong]

ຊື່ວິທະຍາສາດ: Litsea monopetala,
ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່
ຂ້ອຍແມ່ນຕົ້ນຢາງບົງ ຫຼື ຕົ້ນບົງ ຊຶ່ງມີຄຸນລັກສະນະພິເສດຄືເປືອກຂອງຂ້ອຍມີຢາງໜຽວຄ້າຍຄືກາວ ເມື່ອບົດເປືອກໃຫ້ມຸ່ນ ສາມາດປັ້ນເປັນກ້ອນໄດ້. ຕົ້ນຢາງບົງທີ່ນຳໃຊ້ໃນປະເທດລາວມີ 3 ຊະນິດ ຄື: ຢາງບົງຂາວ, ຢາງບົງແດງ ແລະ ບົງມີ່ ແລະ ໂດຍທົ່ວໄປ ຊາວບ້ານເອີ້ນຕົ້ນຢາງບົງ ຫຼື ຕົ້ນບົງ ກໍໝາຍເຖິງທັງກຸ່ມຕົ້ນບົງນັ້ນເອງ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດ ຄື: ອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ກຳບູເຈຍ,ມາເລເຊຍ, ອິນໂດເນ ເຊຍ ແລະ ຟີລິບປິນ. ຕົ້ນຢາງບົງຂາວ ມັກເກີດໃນປ່າໂຄກ ແລະປ່າປະສົມ ສ່ວນຢາງບົງແດງ ແລະບົງມີ່ ມັກເກີດໃນປ່າດົງດິບ ແລະ ປ່າປະສົມ. ຕົ້ນບົງເປັນໄມ້ຢືນຕົ້ນ ເປືອກນອກສີເທົາ, ເປືອກມີຢາງໜຽວ, ມີກິ່ນຫອມ. ໃບ ແມ່ນໃບດ່ຽວ,ຮຽງສະຫຼັບ ຫຼື ວຽນສະຫຼັບຢູ່ໃກ້ກັບປາຍຍອດ, ກົກໃບ ແລະ ປາຍໃບມົນ ຫຼື ປາຍແຫຼມຕ່າງກັນເລັກ ນ້ອຍພາຍໃນກຸ່ມ, ຂອບໃບລຽບ, ໃບ ມີຮູບໄຂ່ປີ້ນ ຫຼືຮູບສ້ວຍ. ດອກອອກເປັນຊໍ່ ເກີດຕາມຫຼືບໃບ ແລະ ປາຍຍອດ. ຕົ້ນບົງຂາວ ອອກດອກໃນເດືອນທັນວາເຖິງເດືອນມັງກອນ ແລະ ໝາກ ອອກໃນເດືອນກຸມພາ ເຖິງເດືອນເມສາ. ຕົ້ນບົງແດງແລະ ບົງມີ່ ອອກດອກໃນເດືອນ ກໍລະກົດ ເຖິງເດືອນສິງຫາ ແລະ ໝາກ ອອກໃນເດືອນສິງຫາ ເຖິງເດືອນກັນຍາ. ປະຊາຊົນ ເກັບກູ້ ເປືອກບົງ ແລະ ຢາງບົງໄດ້ຕະຫຼອດປີ ເພື່ອນຳໄປຂາຍພາຍໃນ ແລະສົ່ງອອກປະເທດໃກ້ຄຽງ ສ້າງລາຍໄດ້ໃຫ້ແກ່ພວກເຂົາເຈົ້າ. ທູບທີ່ພວກເຈົ້າ ໄຕ້ບູຊາພະພຸດທະເຈົ້າ ນັ້ນແມ່ນເຮັດມາຈາກເປືອກຂອງຂ້ອຍໂດຍການບົດໃຫ້ມຸ່ນແລ້ວເຮັດເປັນເສັ້ນ. ນອກນັ້ນ ຍັງນຳມາເຮັດທູບໄລ່ຍຸງແລະໃຊ້ທາໄມ້ເພື່ອປ້ອງກັນການເຈາະຂອງພວກປວກ ແລະ ມອດ ດັ່ງນີ້ເປັນຕົ້ນ. ໃນສະໄໝກ່ອນ ຄົນບູຮານໄດ້ນຳໃຊ້ເປືອກບົງຂາວບົດໃຫ້ມຸ່ນ ປະສົມກັບດິນແລ້ວປັ້ນເປັນຮູບທີ່ຕ້ອງການ ແລະ ພະພຸດທະຮູບແບບຕ່າງໆໄວ້ໃນວັດວາອາຮາມ ຫຼື ເຮັດເປັນເຄື່ອງໃຊ້ສອຍເຊັ່ນ: ປັ້ນໝໍ້, ຫຼໍ່ໄຫ ແລະ ອື່ນໆ.
ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່
ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii,
 ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່

ຢາຫົວ [Ya Houa] Sarsaparilla root

ຢາຫົວ [Ya Houa] Sarsaparilla root
ຢາຫົວ [Ya Houa] Sarsaparilla root

ຢາຫົວ [Ya Houa]

ຊື່ວິທະຍາສາດ: Smilax glabra)
ຊື່ທົ່ວໄປ ເປັນພາສາ ອັງກິດ: Sarsaparilla root

ຂ້ອຍແມ່ນຢາຫົວ ເປັນພືດເຄືອຂະໜາດນ້ອຍ ແຕ່ຫາກແຂງແກ່ນ, ເຄືອ ມີສີຂຽວ, ມີຫົວຢູ່ໃຕ້ດິນ, ຢູ່ຕາມຂໍ້ ມີມືເກາະ ເພື່ອໃຫ້ຂ້ອຍໄດ້ເກາະຫ້ອຍຕາມພືດຫຍ້າທີ່ຢູ່ໄກ້ຄຽງ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດ ຄື: ພາກເໜືອຂອງປະເທດອິນເດຍ,ມ່ຽນມ້າ, ພາກໃຕ້ຂອງຈີນ, ໄຕ້ຫວັນ, ໄທ, ລາວ, ຫວຽດນາມ ແລະ ກຳບູເຈຍ. ຂ້ອຍ
ມັກເກີດຕາມປ່າດົງດິບ, ປ່າປະສົມແລ້ງ, ເກີດຕາມພູເຂົາ ແລະ ຕາມແຄມຫ້ວຍ. ເຄືອຂອງຂ້ອຍຍາວ 5-6 ມ, ເສັ້ນຜ່າກາງປະມານ 0.4-1 ຊມ. ເນື້ອຫົວແຂງແກ່ນ ແລະ ມີສີນ້ຳຕານແດງ, ຫົວ ຍາວ 40-80 ຊມ, ເສັ້ນຜ່າກາງ 3-5 ຊມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ, ໃບ ມີຮູບໄຂ່, ເນື້ອໃບແຂງ, ຜິວໃບກ້ຽງ ແລະ ເຫຼື້ອມເປັນເງົາງາມ, ຂອບ
ໃບລຽບ, ປາຍໃບແລະກົກໃບແຫຼມ ຫຼື ກົກໃບເປັນຮູບຫົວໃຈ, ເສັ້ນກ່າງໃບ ມີ 3 ເສັ້ນອອກຈາກກົກໃບ. ດອກອອກເປັນຊໍ່ ເກີດຕາມຫຼືບໃບ. ດອກອອກລະຫວ່າງ ເດືອນພຶດສະພາ ເຖິງ ກໍລະກົດ. ໝາກອອກໃນເດືອນກໍລະກົດ ເຖິງທັນວາ. ຊາວລາວ ຫຼາຍໆເຜົ່າໄດ້ມີຄວາມເຊື່ອຖືໃນສັບພະຄຸນ ຂອງຢາຫົວມາໄດ້ ຫຼາຍເຊັ່ນຄົນ ແລ້ວ, ເພິ່ນນຳໃຊ້ ຢາຫົວ ເປັນສ່ວນປະກອບຫຼັກໃນສູດຢາພື້ນເມືອງ ດັ່ງ ຕົ້ມຢາຫົວ ດື່ມ ແກ້ພິດທາດເບື່ອໃນຮ່າງກາຍ, ຊ່ວຍລະ ລາຍ ອາຫານ,ເຮັດໃຫ້ກະດູກສັນຫຼັງແຂງແຮງ, ແກ້ເຈັບຂໍ້ກະດູກ, ໃຊ້ເປັນຢາຟອກເລືອດ,ໃຊ້ ຂັບນ້ຳເຫື່ອ, ໃຊ້ເປັນນ້ຳດື່ມຂອງແມ່ຢູ່ກຳ ດັ່ງນີ້ເປັນຕົ້ນ.ນອກນັ້ນ ໂຮງງານຜະລິດຢາຍັງໄດ້ຜະລິດເປັນເຄື່ອງດື່ມບຳລຸງສຸຂະພາບອີກດ້ວຍ.
ຢາຫົວ [Ya Houa] Sarsaparilla root
ຢາຫົວ [Ya Houa] Sarsaparilla root

ເຄືອແຫມ [Kheua Hem] berberine, tumeric tree

ເຄືອແຫມ [Kheua Hem]
ຊື່ວິທະຍາສາດ: Coscimum fenestratum
ຊື່ທົ່ວໄປເປັນພາສາ ອັງກິດ: berberine, tumeric tree

ຂ້ອຍແມ່ນເຄືອແຫມ ເປັນພືດເຄືອ ຂະໜາດໃຫຍ່ ເລືອຕາມໜ້າດິນ ຫຼື ເກາະກ່າຍຕາມຕົ້ນໄມ້ໃຫຍ່ຢູ່ໃກ້ຄຽງ, ປາຍຍອດໂຄ້ງງໍ, ເຄືອແຕກແໜງເປັນຍ່ານໆ. ເປືອກນອກຂອງເຄືອ ມີສີເທົາ, ເປືອກໃນສີເຫຼືອງ ແລະ ມີລົດຂົມ. ຖ້າຕັດຕາມລວງຂວາງຈະເຫັນເນື້ອໄມ້ສີເຫຼືອງ ມີລາຍແຊກຊ້ອນກັນເປັນຊັ້ນໆ. ຂ້ອຍມີການກະຈາຍພັນຢູ່ໃນຫຼາຍ
ປະເທດ ຄື: ລາວ, ຫວຽດນາມ ແລະ ໄທ. ຂ້ອຍມັກເກີດຕາມປ່າດົງດິບແລ້ງ ຫຼື ປ່າດົງດິບຊຸ່ມ. ເຄືອຂອງຂ້ອຍຍາວ 25-30 ມ. ເສັ້ນຜ່າກາງ 6-7 ຊມ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ໃບຮູບໄຂ່ ຫຼັງໃບສີຂຽວ, ທ້ອງໃບສີຂາວປົນສີເທົາ, ກົກໃບມົນ ຫຼື ຕັດ, ປາຍໃບແຫຼມ, ຂອບໃບລຽບ, ຂະໜາດ ຂອງໃບ 9-15x6-8 ຊມ. ເສັ້ນກ່າງໃບແຕກອອກ ຈາກກົກໃບ 2 ຄູ່ ແລ້ວໂຄ້ງໄປທາງປາຍໃບ. ດອກອອກເປັນຊໍ່ຕາມຂໍ້, ດອກສີຂຽວ. ໝາກມີສີເຫຼືອງປົນສີເທົາ, ມີ 1 ເມັດ ມີລົດຂົມ. ດອກອອກໃນເດືອນມິຖຸນາ ເຖິງເດືອນກໍລະກົດ. ໝາກ ອອກ ໃນເດືອນກໍລະກົດ ເຖິງເດືອນທັນ ວາ. ຢູ່ລາວ ເພິ່ນໃຊ້ເຄືອແຫມເປັນວັດຖຸດິບ ສຳລັບການຍ້ອມສີທຳມະຊາດ ເພື່ອເອົາສີເຫຼືອງ ແລະ ຜະລິດເປັນຢາປົວພະຍາດຕ່າງໆເຊັ່ນ: ຢາປົວທ້ອງບິດ, ຖອກທ້ອງ, ຕັບອັກເສບ. ເຄືອແຫມຍັງໃຊ້ເປັນຢາປົວພະຍາດຕາຊຶມເຊື້ອ, ຕາແດງ. ທາດສານເບິເບີຣີນທີ່ສະກັດຈາກ ເຄືອແຫມຍັງມີປະໂຫຍດຫຼາຍຢ່າງອີກ ຄື: ຮັກສາຄວາມດັນເລືອດສູງ ໃຫ້ປົກກະຕິ, ປົວອາການພະຍາດໄຂມັນອຸດຕັນໃນເສັ້ນເລືອດ ແລະ ສາມາດລຸດຜ່ອນຄວາມຕຸ້ຍໄດ້.
ນອກຈາກນັ້ນ, ຍັງສາມາດຂັບໄລ່ສານເຄມີທີ່ຕົກຄ້າງໃນຮ່າງກາຍ, ປົວພະຍາດເບົາຫວານ ແລະ ອຳມະພາດ. ປະ ຊາຊົນເກັບກູ້ເອົາເຄືອແຫມໄດ້ຕະຫຼອດປີແລ້ວຂາຍເປັນສິນຄ້າພາຍໃນ ແລະ ສົ່ງອອກໃນຮູບແບບສົດ ຫຼືຝານເປັນ ແຜ່ນບາງໆຕາກແຫ້ງເພື່ອສາມາດນຳໃຊ້ແບບງ່າຍດາຍໄດ້ໂລດ. ມາຮອດປັດຈຸບັນ ປາລິມານຂອງເຄືອແຫມກໍ່ນ້ອຍເຕັມທີ ເນື່ອງມາຈາກການຂຸດຄົ້ນເກີນຂອບເຂດ ແລະ ແບບທຳລາຍ ດ້ວຍການຂຸດຄົ້ນເອົາແຕ່ເຄືອໃຫຍ່ ສ່ວນທີ່ເປັນປາຍເຄືອຖືກຕັດຖິ້ມ ແລະ ເຄືອນ້ອຍກໍ່ບໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຜູ້ເກັບກູ້ແຕ່ຢ່າງໃດເລີຍ ແລະໃນທີ່ສຸດ ພືດຊະນິດນີ້ ກໍໄດ້ກາຍເປັນພືດທີ່ຫາຍາກ.

Coscimum fenestratum
ເຄືອແຫມ [Kheua Hem] berberine, tumeric tree

ຕົ້ນ ແຂມ [Ton Khaem] tiger grass, broom grass

hukased.blogspot.com
ຕົ້ນ ແຂມ [Ton Khaem] tiger grass, broom grass


ຕົ້ນ ແຂມ [Ton Khaem]
ຊື່ວິທະຍາສາດ: Thysanolaena latifolia
ຊື່ທົ່ວໄປເປັນພາສາ ອັງກິດ: tiger grass, broom grass

ຂ້ອຍຄືຕົ້ນແຂມ ເປັນພືດຫຍ້າອາຍຸຫຼາຍປີ, ຢູ່ໃນຕະກຸນດຽວກັນກັບ ພວກຕົ້ນໄຜ່, ຕົ້ນເຂົ້າ ແລະ ຫຍ້າແຜດ. ລໍາຕົ້ນເກີດເປັນສຸມ, ມີເຫງົ້າໃຕ້ດິນ, ລຳຕົ້ນເປັນທໍ່ກົມໂກນກາງ, ມີຂໍ້ ແລະ ປ້ອງ ຊຶ່ງປົກຫຸ້ມດ້ວຍຂົນ ສີຂາວ ແກມສີທອງ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດ ຄື: ອິນເດຍ, ຈີນ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ, ມາເລເຊຍ ແລະ ຟີລິບປິນ. ຂ້ອຍມັກເກີດຕາມປ່າເຫຼົ່າ, ຕາມເຈີ້ຍພູ, ຕາມແຄມແມ່ນ້ຳ ບ່ອນມີດິນຊຸດໂຊມ. ລຳຕົ້ນຂອງຂ້ອຍ ສູງ 3-4 ມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ, ເນື້ອໃບທັງຫຍາບ ທັງແຂງ, ຂອບໃບເປັນແສກໆ, ປາຍໃບແຫຼມ, ກົກໃບມົນ ຫຼື ເປັນຮູບຫົວໃຈ, ໃບ ເປັນແຜ່ນ ຮູບແຂບ, ຍາວ 25-55 ຊມ., ກ້ວາງ 4-7 ຊມ. ກາບໃບ ກ້ຽງ
ແລະ ຫຸ້ມເອົາລຳ. ດອກ ອອກເປັນຊໍ່ ຂະໝາດໃຫຍ່, ອອກຢູ່ປາຍຍອດ. ດອກອອກ ໃນເດືອນຕຸລາ ເຖິງເດືອນທັນວາ. ໝາກອອກໃນເດືອນທັນວາ ແກ່ໃນເດືອນມັງກອນ ເຖິງເດືອນກຸມພາ. ເຖິງວ່າ ຕົ້ນແຂມເປັນພືດທີ່ເກີດໃນປ່າກໍ່ຕາມ ຕົ້ນນີ້ ຍັງມີການຕິດພັນກັບການດຳລົງຊີວິດຂອງຄົນຊາວເອເຊຍມາແຕ່ຊ້ານານ. ຂ້ອຍຄິດວ່າ ຢູ່ໃນເຮືອນຊານຂອງພວກເຈົ້າ ຕ້ອງມີຟອຍກວດ ທີ່ເຮັດດ້ວຍຕົ້ນແຂມ ແລະ ແມ່ນຊໍ່ດອກ ແລະກ້ານຊໍ່ດອກອີກ ທີ່ເພິ່ນໄດ້ນຳມາມັດເຂົ້າກັນ ເຮັດຟອຍກວາດຕາມຫຼາຍແບບອີງຕາມຮີດຂອງຄົນ ພາກໃຕ້ ຫຼື ພາກເໜືອ ເພື່ອການໃຊ້ໃນຄອບຄົວ ແລະ ຂາຍເປັນສິນຄ້າ,ອັນເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນຊາວຊົນນະບົດ ຫຼາຍພໍສົມຄວນ. ນອກນັ້ນຊໍ່ດອກແຂມ ຍັງເປັນສິນຄ້າສົ່ງອອກ ໄປປະເທດໄກ້ຄຽງ ເພ່ືອ ປຸງແຕ່ງເປັນຟອຍກວດຕາມຮູບແບບຂອງເຂົາ ເຈົ້າເອງ. ໜໍ່ອ່ອນຍັງນຳມາປຸງແຕ່ງເປັນອາຫານ ເຊັ່ນ: ເຮັດ ແກງ, ເຮັດຊຸບ ແລະ ຕົ້ມກັບແຈ່ວ. ພ້ອມກັນນັ້ນ ເພິ່ນຍັງໃຊ້ຍອດອ່ອນ ແລະ ໃບ ລ້ຽງສັດ ເຊັ່ນ: ງົວ, ຄວາຍ. ສຸດທ້າຍ ຕົ້ນແຂມຍັງຖືກນຳມາປູກເປັນໄມ້ປະດັບ ປະສົມກັບພັນພືດໄມ້ ປະດັບປະເພດອື່ນໄດ້ຢ່າງກົມກຽວທີ່ສຸດ

ຕົ້ນ ແຂມ [Ton Khaem] tiger grass, broom grass
ຕົ້ນ ແຂມ [Ton Khaem] tiger grass, broom grass

Sunday, August 21, 2016

ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum

ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum

ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som]

ຊື່ວິທະຍາສາດ: Cratoxylum formosum

ຂ້ອຍແມ່ນ ຕົ້ນຜັກຕິ້ວສົ້ມ, ເປັນໄມ້ຢືນຕົ້ນທີ່ມີອາຫຼາຍປີ, ມີເນື້ອໄມ້ແຂງແກ່ນ, ເປືອກລຳຕົ້ນມີໝາມແຂງ ແລະ ມີຢາງສີແດງ. ໃບອອ່ນ ອອກສີນ້ຳຕານແດງ ມີລົດສົ້ມສະນັ້ນຈິ່ງເອີ້ນວ່າຕິ້ວສົ້ມເພື່ອຈຳແນກ ອອກຈາກ ຊະນິດໜຶ່ງອີກ ຊຶ່ງເອີ້ນວ່າຕົ້ນຕິ້ວຂົນ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດຄື: ລາວ, ກຳບູເຈຍ, ມາເລເຊຍ, ໄທ,ອິນໂດເນ ເຊຍ,ຈີນ, ຫວຽດນາມ, ບຼູໄນ, ຟີລິບປິນ, ສິງກະໂປ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດ ແມ່ນຢູ່ໃນປ່າປະສົມ, ປ່າດົງດິບແລ້ງ ແລະ ບາງຄັ້ງພົບຕາມປ່າໂຄກ.ລໍາຕົ້ນຂອງຂ້ອຍສູງ 10-15 ມ, ເສັ້ນຜ່າກາງ 40-50 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ, ໃບ ມີຮູບສ້ວຍ, ໃບໜາ ແລະ ໜຽວ, ຜິວໃບກ້ຽງ, ຂອບໃບລຽບ, ປາຍໃບແຫຼມ.
ຂະໜາດໃບຍາວ 9-16.5 ຊມ, ກ້ວາງ 4-4.7 ຊມ. ດອກ ອອກເປັນຊໍ່ ເກີດຕາມຫຼືບໃບ, ຕາມກິ່ງ, ດອກ ສີຂາວແກມສີບົວ. ໝາກ ມີຮູບສ້ວຍ, ຍາວ 1-1.6 ຊມ, ເສັ້ນຜ່າກາງ 0.4-0.6 ຊມ. ກາບດອກຕິດຢູ່ນຳໝາກເລີຍຈົນກ່ວາໝາກຈະແກ່ ແລະ ແຫ້ງຄາຕົ້ນເລີຍ. ດອກ ອອກໃນເດືອນມີນາເຖິງເດືອນມິຖຸນາ. ໝາກ ອອກໃນເດືອນກໍລະກົດເຖິງເດືອນຕຸລາ. ໃບອ່ອນ ແລະ ຍອດອ່ອນຂອງຂ້ອຍກິນເປັນຜັກກັບລາບກັບກ້ອຍ,ພັນເຂົ້າປຸ້ນ ແລະ ປຸງໃສ່ແກງເພື່ອເອົາລົດສົ້ມ. ນອກຈາກໃຊ້ເປັນຜັກແລ້ວ ຮາກ ແລະໃບ ຍັງໃຊ້ຕົ້ມກິນ ເປັນຢາຊ່ວຍຍ່ອຍອາຫານ, ຢາກິນເຂົ້າແຊບ, ແກ້ອາການອິດເມື່ອຍຫຼັງຄອດລູກ. ໃບ ຕຳປະສົມນ້ຳມັນໝາກພ້າວ ໃຊ້ທາແກ້ໂລກຜິວໜັງ. ສ່ວນ ຢາງຈາກເປືອກລຳຕົ້ນ ໃຊ້ທາແກ້ຕຸ່ມຄັນຄາຍ ແລະ ໃຊ້ເປັນສີຍ້ອມຜ້ານຳອີກ.
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum

ຮ່ວມ​ບໍ​ລິ​ຈາກ ຕໍ່​ອາ​ຍຸ ເວັບ​ໄຊ້

ບັນ​ຊີ​ທະ​ນາ​ຄານ: ການ​ຄ້າ​ຕາງ​ປະ​ເທດ​ລາວ (ເງິນ​ກີບ)
ຊື່​ບັນ​ຊີ: Mr Anousone XAYYAATH
ເລັກ​ຊີ: 010120000272007221


































ບັນ​ຊີ​ທະ​ນາ​ຄານ: ພົງ​ສະ​ຫວັນ (ເງິນບາດ ໄທ)
ຊື່​ບັນ​ຊີ: Mr Anousone XAYYAATH
ເລັກ​ຊີ: 0​744000200515

ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle

ຕົ້ນ ສົ້ມປ່ອຍ [Ton Som Poi]
ຊື່ວິທະຍາສາດ: Acacia concinna
ຊື່ທົ່ວໄປເປັນພາສາ ອັງກິດ: piquant sappan, soap-pod wattle

ຂ້ອຍແມ່ນຕົ້ນສົ້ມປ່ອຍ ຊຶ່ງເປັນພືດຊະນິດໜື່ງທີ່ຢູ່ໃນຕະກຸນດຽວກັນກັບ ພວກກະຖິນແລະ ພວກຫຍ້າຫຍຸບ. ຕົ້ນສົ້ມປ່ອຍ ເວລາແກ່ ມີລຳຕົ້ນເທຶອ ຄ້າຍເຄືອເກາະກ່າຍໄປຕາມ ຕົ້ນອື່ນ, ລຳຕົ້ນ ແຂງແກ່ນ, ທຸກພາກສ່ວນ ນັບທັງກ້ານໃບ ມີໝາມ.ໃບ, ຍອດອ່ອນແລະ ໝາກ ມີລົດສົ້ມ. ຂ້ອຍມີການກະຈາຍພັນຢູ່ທຸກປະເທດໃນທະວີບເອເຊຍ. ສະເພາະຢູ່ປະເທດລາວແມ່ນ ເພິ່ນພົບສົ້ມປ່ອຍແຕ່ເໜືອຕະຫຼອດໃຕ້. ສົ້ມປ່ອຍມັກເກີດຢູ່ຕາມປ່າເປີດແປນ ແລະ ປ່າດົງດິບແລ້ງ. ໃບ ເປັນໃບປະສົມແບບຂົນນົກ ຂັ້ນສອງຊຶ່ງມີໃບປະສົມຍ່ອຍ 4 ເຖິງ 16 ຄູ່. ດອກອອກເປັນຊໍ່ແບບກະຈຸກຄ້າຍຄືດອກກະຖິນ,ມີສີເຫຼືອງອ່ອນ. ໝາກເປັນຝັກ ມີຂໍ້ໆ. ລະດູອອກດອກ ແລະ ໝາກແຕ່ເດືອນທັນວາເຖິງເດືອນເມສາ. ຊາວລາວ ນຳໃຊ້ຂ້ອຍມາແຕ່ສະໄໝບູຮານ ໂດຍນຳເອົາໝາກຂອງຂ້ອຍທີ່ແກ່ແລ້ວມາແຊ່ ຫຼື ຕົ້ມໃສ່ນ້ຳເຂົ້າໝ່າ (ນ້ຳມວກ) ນຳມາ ສະຜົມ ແລະ ມີຄວາມເຊື່ອວ່າ ມັນເຮັດໃຫ້ຜົມດົກ ດຳ, ເປັນເງົາງາມ ແລະ ມີກິ່ນຫອມ. ສະນັ້ນຄົນໃນສະໄໝໃໝ່ຈິ່ງນຳເອົາຄວາມຮູ້ດັ່ງກ່າວມາປະຫຍຸກໃຊ້ ໂດຍນໍ້າເອົາໝາກສົ້ມປ່ອຍແກ່ມາປະສົມເປັນ ຢາສະຜົມຫຼາຍໆປະເພດ ເຊັ່ນ: ຢາສະຜົມຍີ່ຫໍ້ແຟຊ່າ ແລະ ຢາສະຜົມຍີ່ຫໍ້ຊັນຊີລ ດັ່ງນີ້ເປັນຕົ້ນ. ນອກນັ້ນ ເພິ່ນຍັງໄດ້ນຳໃຊ້ໝາກຂອງຂ້ອຍເຂົ້າໃນພິທີກຳທາງສາດສະໜາຫຼາຍຢ່າງ ເຊັ່ນ: ໃນງານບຸນປີໃໝ່ລາວ ເອົາ ເຮັດນໍ້າສົງພຼະ ແລະ ເຮັດນ້ຳສູດລົດນ້ຳ ໃຊ້ໄດ້ໃນທຸກເວລາ. ສ່ວນໃບ ແລະ ຍອດອ່ອນນຳໄປຕົ້ມສົ້ມປາ, ກົບ ແລະ ອ່ຽນ ຈະຊ່ວຍລົດຄວາມຄາວ ແລະ ເພີ່ມຄວາມແຊບ. ເພິ່ນຍັງໃຊ້ນ້ຳຕົ້ມຈາກໃບສົ້ມປ່ອຍເຂົ້າໃນການປຸງແຕ່ງເຂົ້າແລ້ງຟືນຊຶ່ງເປັນອາຫານເລີດລົດ ແລະ ນິຍົມຂອງຊາວລາວພາກເໜືອ.
ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle
ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle

ຕົ້ນໝາກແຄ່ນ [Ton Mark Khene] Indian ivy-rue, Prickly ash, Sichuan pepper

ຕົ້ນໝາກແຄ່ນ [Ton Mark Khene] Indian ivy-rue, Prickly ash, Sichuan pepper
ຕົ້ນໝາກແຄ່ນ [Ton Mark Khene] Indian ivy-rue, Prickly ash, Sichuan pepper


ຕົ້ນໝາກແຄ່ນ [Ton Mark Khene]
ຊື່ວິທະຍາສາດ: Zanthoxylum limonella
ຊື່ທົ່ວໄປເປັນພາສາ ອັງກິດ: Indian ivy-rue, Prickly ash, Sichuan pepper

ຂ້ອຍແມ່ນຕົ້ນໝາກແຄ່ນ ເປັນໄມ້ຢືນຕົ້ນ ມີອາຍຸຫຼາຍປີ, ຕາມເປືອກ ຂອງລຳຕົ້ນແລະ ກິ່ງງ່າຂອງຂ້ອຍເຕັມແຕ່ໜາມ ທັງແຂງທັງແຫຼມ, ຄວາມພິເສດອີກອັນໜຶ່ງຂອງຂ້ອຍແມ່ນທຸກພາກສ່ວນຂອງຕົ້ນມີກິ່ນຫອມ, ມີລົດຊາດເຜັດ ແລະ ຮຶນ. ຂ້ອຍມີການກະຈາຍພັນຢູ່ປະເທດລາວ, ຫວຽດນາມ, ໄທ, ກຳບູເຈຍ, ອິນເດຍ ແລະ ຈີນ.ຊະນິດອື່ນນອນໃນສະກຸນດຽວກັນ ກໍ່ມີຈຳນວນບໍ່ຫນ້ອຍ ທີ່ພົບຢູ່ ບ່ອນທີ່ມີອາກາດຮ້ອນ ໃນເຂດອົບອຸ່ນ ແລະ ເຂດພູມອາກາດເກືອບຮ້ອນ ແລະ ຊຸ່ມໃນທົ່ວໂລກ.ສຳລັບປະເທດລາວພົບຫຼາຍຢູ່ທີ່ພາກເໜືອ ຕັ້ງແຕ່ແຂວງຫຼວງພະບາງຈົນເຖິງແຂວງຜົ້ງສາລີ ຂ້ອຍມັກເກີດຕາມປ່າເຫຼົ່າ, ໄຮ່ຮ້າງ ຫຼື ເກີດປົນກັບຕົ້ນເຂົ້າຢູ່ຕາມໄຮ່ໃໝ່.ຂ້ອຍມີລຳຕົ້ນ ສູງ 7-10 ມ. ເສັ້ນຜ່າ ກາງ 15-20 ຊມ. ໃບ ແມ່ນໃບປະສົມແບບຂົນນົກ, ມີ 5-23 ຄູ່, ເນື້ອໃບມີຈຸດຕ່ອມນ້ຳມັນ ໃສໆ ແລະ ສ່ອງຊອດແຈກຢາຍຢູ່ທົ່ວໆ ຄຽງຄູ່ໄປກັບຂົນແຂງດົກໜາ ແລະ ໃບຍ່ອຍຍາວ 3-8 ຊມ, ກ້ວາງ 2-4 ຊມມີຂອບເປັນແສກຕື້ນແບບແຂ້ວເລື່ອຍ. ດອກສີຂາວ ອອກເປັນຊໍ່ເກີດຢູ່ປາຍຍອດ ຫຼື ໃບ. ໝາກອ່ອນມີສີຂຽວ, ເມື່ອແກ່ແລ້ວ ອອກສີດຳ, ເວລາ ແຫ້ງໝາກຈະແຕກເປັນປ່ຽງບໍ່ເທົ່າກັນ ແລະ ແກ່ນກໍຍັງຫ້ອຍຢູ່ນຳດ້ວຍໄລຍະໜຶ່ງກ່ອນຈະຕົກລົ່ນອອກຢ່າງຊິ້ນເຊີງ. ຖ້າໝາກແຫ້ງເທົ່າໃດຍິ່ງມີຄວາມຫອມ ແລະ ມີລົດຊາດຮຶນ ແລະເຜັດເທົ່ານັ້ນ ຊຶ່ງເປັນ ເອກກະລັກຂອງຂ້ອຍ ທີ່ຜູ້ຄົນນິຍົມແຕ່ໃດໆມາ. ດອກອອກໃນເດືອນກໍລະກົດເຖິງເດືອນສິງຫາ. ໝາກອອກໃນເດືອນກັນຍາ ເຖິງເດືອນຕຸລາ.ຕົ້ນໝາກແຄ່ນເປັນທີ່ຮູ້ຈັກດີຂອງ ຊາວລາວພາກເໜືອເຊັ່ນເພິ່ນນຳໃຊ້ຂ້ອຍເປັນຢາຫຼາຍຢ່າງດັ່ງ: ນຳໃຊ້ຮາກ ເປັນຢາປົວແຂ້ວແມງ ໂດຍຖາກເອົາເປືອກຮາກມາຫຍ້ຳອົມໄວ້ໄລຍະໜຶ່ງ; ຮາກ, ເປືອກ ແລະ ໃບ ຍັງໃຊ້ເປັນຢາປົວປະດົງຂໍ້ອີກ, ໃບໃຊ້ເປັນຢາແກ້ພິດດ້ວຍການຕົ້ມອາບ. ນອກຈາກນັ້ນ ຍັງນຳໃຊ້ປຸງແຕ່ງອາຫານເຊິ່ງເປັນເອກກະລັກຂອງຊາວພາກເໜືອ ຄື: ໃບອ່ອນໃຊ້ກັບລາບ ກັບກ້ອຍ ແລະ ໃຊ້ຫໍ່ໝົກປະເພດຊີ້ນເປັນສ່ວນຫຼາຍ. ໝາກໃຊ້ປຸງແຕ່ງແຈ່ວ, ປຸງແຕ່ງອາຫານປະເພດໝົກ ແລະ ປະເພດເອາະຫຼາມ ດັ່ງນີ້ເປັນຕົ້ນ.
ຕົ້ນໝາກແຄ່ນ [Ton Mark Khene] Indian ivy-rue, Prickly ash, Sichuan pepper

ຕົ້ນ ຜັກກູດ [Ton Phak Kout] Ferns

ຕົ້ນ ຜັກກູດ [Ton Phak Kout] Ferns
ຕົ້ນ ຜັກກູດ [Ton Phak Kout] Ferns


ຕົ້ນ ຜັກກູດ [Ton Phak Kout]
ຊື່ທົ່ວໄປເປັນພາສາ ອັງກິດ: Ferns

ຂ້ອຍແມ່ນຜັກກູດ ຊຶ່ງເປັນພືດທີ່ມີບໍ່ມີດອກ ມີການແຜ່ເຊື້ອດ້ວຍສະປໍ. ລຳຂອງຂ້ອຍມີທັງລຳຕັ້ງ ແລະ ສ່ວນໜຶ່ງກໍ່ເປັນລຳເລືອຢູ່ໃຕ້ດິນ. ໃບ ແມ່ນໃບປະສົມເປັນສ່ວນຫຼາຍ,ໃບອ່ອນ ແລະ ຍອດອ່ອນ ມ້ວນງໍ ຫຼື ກູດເຂົ້າຫາລຳຕົ້ນ. ດັ່ງນັ້ນ ເພິ່ນຈິ່ງເອີ້ນຂ້ອຍວ່າ:ຜັກກູດ. ເມື່ອຕົ້ນຜັກກູດແກ່ແລ້ວ ຈຶ່ງເຫັນຖົງສະປໍຈັບຢູ່ຕາມພື້ນຂອງໃບແກ່ ເປັນສ່ວນຫຼາຍ.ໃນທຳມະຊາດ ຜັກກູດ ມີຫຼາຍຕະກຸນ, ຫຼາຍສະກຸນ ແລະ ຫຼາຍຊະນິດ ມີທັງອີງອາໄສຢູ່ຕາມຕົ້ນໄມ້, ເກີດແຜ່ຢູ່ຕາມລານຫີນ, ເກີດໃນດິນ ແລະ ເກີດ ຕີນຈຸ່ມນ້ຳ.ໃນນັ້ນມີບາງຊະນິດກິນບໍ່ໄດ້ ແລະ ມີບາງຊະນິດກິນເປັນເຊັ່ນ: ຜັກກູດງ້ອງ, ຜັກກູດດົງແລະ ຜັກກູດຂາວ (ຜັກກູດເມືອກ), ຜັກກູດແດງ ດັ່ງນີ້ເປັນຕົ້ນ. ຂ້ອຍມີການກະຈາຍພັນກວ້າງຂວາງຫຼາຍ ໃຜໆຈະບໍ່ເຄີຍເຫັນຜັກກູດແດ່, ຢູ່ປະເທດໜາວ ກໍ່ມີບາງຊະນິດສະເພາະ ສ່ວນປະເທດຮ້ອນກວ່າ ຫຼື ປະເທດໜາວຫລາຍ ກໍຫາກມີຊະນິດຕ່າງອີກ.ສະເພາະ ປະເທດລາວ ຜັກກູດເກີດຢູ່ທຸກພາກ ສ່ວນໃຫຍ່ມັກເກີດຕາມແຄມນ້ຳຫ້ວຍ

ຕົ້ນ ຜັກກູດ [Ton Phak Kout] Ferns
ຕົ້ນ ຜັກກູດ [Ton Phak Kout] Ferns
ຕົ້ນ ຜັກກູດ [Ton Phak Kout] Ferns
ຕົ້ນ ຜັກກູດ [Ton Phak Kout] Ferns

ບໍລິເວນເປີດແປນ ແລະ ມີຄວາມຊຸ່ມຊື່ນສູງ. ປະຊາຊົນນິຍົມເກັບຜັກກູດມາປຸງແຕ່ງເປັນອາຫານ ໄດ້ທຸກລະດູ ການ ຊຶ່ງເພິ່ນເອົາມາປຸງແຕ່ງ ເປັນອາຫານຫຼາຍຢ່າງ ດັ່ງລວກຍອດອ່ອນ ເປັນຜັກກັບ, ເຮັດແກງກັບຊີ້ນປະເພດຕ່າງໆ ຫຼື ເຮັດຊຸບປະສົມກັບຜັກຊະນິດອື່ນໆ. ໃນບາງຕຳລາຢາ ກໍ່ຍັງໃຊ້ຮາກຂອງຜັກກູດປະສົມກັບສະຫມູນ ໄພຊະນິດອື່ນປຸງແຕ່ງເປັນຢາເຢັນ ແລະ ເປັນຢາບຳລຸງຜິວໜັງ.
ຕົ້ນ ຜັກກູດ [Ton Phak Kout] Ferns
ຕົ້ນ ຜັກກູດ [Ton Phak Kout] Ferns

ຕົ້ນກອຍ [Ton Koy] Asiatic bitter yam

ຕົ້ນກອຍ [Ton Koy] Asiatic bitter yam
ຕົ້ນກອຍ [Ton Koy] Asiatic bitter yam

ຕົ້ນກອຍ [Ton Koy]

ຊື່ວິທະຍາສາດ: Dioscorea hispida
ຊື່ທົ່ວໄປເປັນພາສາ ອັງກິດ: Asiatic bitter yam


ຂ້ອຍແມ່ນຕົ້ນກອຍ ເປັນພືດໃບລ້ຽງດ່ຽວ ມີຫົວຢູ່ໃຕ້ດິນ ແລະ ມີລຳຕົ້ນ ເປັນເຄືອຂະໜາດນ້ອຍ, ມີມືເກາະກ້ຽວຂຶ້ນຕາມລຳຕົ້ນໄມ້ອື່ນໆ. ຂ້ອຍກະຈາຍພັນຢູ່ປະເທດບູຖານ, ຈີນ, ລາວ, ຫວຽດນາມ, ກຳບູເຈຍ, ໄທ, ມ່ຽນ ມ້າ, ອິນໂດເນເຊຍ, ມາເລເຊຍຕະຫຼອດ ຮອດປະເທດ ປາປົວ ນິວກີເນຍ. ໃນລາວ ຂ້ອຍມັກເກີດຕາມປ່າປະສົມ ແລະ
ປ່າດົງດິບແລ້ງ ໃນເຂດສູງ ແລະ ເຂດຕ່ຳ ໂດຍບໍ່ເລືອກ ດິນເລີຍ ແຕ່ບ່ອນຂ້ອຍມັກແທ້ແມ່ນບ່ອນທີ່ມີດິນຊາຍແກມຕົມ, ບ່ອນມີຮົ່ມ ແລະ ລຽບຕາມແຄມແມ່ນໍ້າ ຫຼື ຫ້ວຍຮ່ອງຄອງບຶງ. ເຄືອຂອງຂ້ອຍຍາວ 2-10 ມ, ມີໜາມແຂງ, ຫົວໃຕ້ດິນມີຮາກຂະໜາດນ້ອຍຈຳນວນຫຼາຍ ສົນສວ້າກັນຢູ່ ທັງເສັ້ນສັ້ນ ແລະ ເສັ້ນຍາວຕ່າງກັນ, ເປືອກຂອງຫົວກອຍ ອອກສີເຫຼືອງແກມສີນ້ຳຕານ, ຂ້າງໃນຂອງຫົວກອຍມີສີຂາວ. ໃບ ແມ່ນໃບປະສົມ ມີ 3 ໃບ ຍ່ອຍ, ໃບຍ່ອຍມີຮູບຮ່າງຫຼາຍແບບ ດັ່ງ: ຮູບຫອກ, ຮູບໄຂ່ປີ້ນ,ໂຄນໃບບ້ຽວ ບໍ່ສົມສ່ວນ. ແຜ່ນໃບໜຽວ, ຂອບໃບລຽບ. ຂະໜາດຂອງໃບ ຍາວ 14-19ຊມ, ກ້ວາງ 11-14 ຊມ. ດອກ ອອກເປັນຊໍ່ ອອກຕາມຂໍ້ ແລະ ຢູ່ງ່າມໃບ, ໝາກມີ 3
ລ່ຽມ. ຕົ້ນກອຍ ອອກດອກເດືອນຕຸລາ ເຖິງເດືອນພະຈິກ. ໝາກແກ່ເດືອນກຸມພາ ເຖິງ

ຕົ້ນກອຍ

ເດືອນມີນາ. ຫົວຂອງຂ້ອຍບັນຈຸທາດແປ້ງຫຼາຍ ເຊິ່ງເພິ່ນ ສາມາດກິນແທນເຂົ້າໄດ້ແຕ່ພ້ອມດຽວ ກໍບັນຈຸທາດສານອານກາລອຍ ດັ່ງ ທາດສານດີອົດສະກໍຣີນ ຊຶ່ງເປັນສານເບ່ືອເວລາເຮົາສຳພັດ ຈະເກີດອາການຄັນ. ສະນັ້ນ, ເມື່ອປະຊາຊົນ ຂຸດເອົາຫົວກອຍມາປຸງແຕ່ງເປັນອາຫານຕ້ອງ ໄດ້ປະຕິບັດ ຢ່າງເຂັ້ມງວດ ຕາມ 2 ວິທີ ເຊັ່ນ:ດ້ວຍວິ ທີ ຕົ້ມ ແລະ ວິທີແຊ່, ດັ່ງເພິ່ນຝານຫົວກອຍເປັນແຜ່ນບາງໆແລ້ວເອົາມາຕົ້ມ ປ່ຽນນ້ຳຫຼາຍເທື່ອຈົນໃຫ້ກອຍຈືດ ຫຼື ເອົາກອຍທີ່ຝານແລ້ວໃສ່ຂ້ອງຫຼືກະຢັງ ລົງແຊ່ໃນຫວ້ຍນ້ຳໄຫຼຈົນກວ່າມັນຈືດ ຊຶ່ງໃຊ້ເວລາປະມານ 1 ອາທິດແລ້ວນຳ ມາປຸງແຕ່ງເປັນຂອງຫວານ ຫຼື ໜຶ້ງກິນແທນເຂົ້າໃນເວລາຂາດເຂົ້າ. ນອກນັ້ນ,ຊາວຊົນນະບົດຍັງໃຊ້ເປັນຢາ ໂດຍຊອຍຫົວກອຍ 7 ປ່ຽງ ແຊ່ນ້ຳກິນປົວອາການໄຂ້ຍຸງ.ປົກກະຕິ ການເກັບກູ້ເລີ້ມແຕ່ເດືອນມີນາໄປ, ຫົວກອຍ ເກັບກູ້ແລ້ວສາມາດຮັກສາຄວາມສົດໄວ້ໄດ້ 3 ເຖິງ 4 ເດືອນ.
ຫົວ​ກອຍ

ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp

ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp


ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຊື່ວິທະຍາສາດໂດຍລວມ: Dipterocarpaceae
ຊື່ທົ່ວໄປ ເປັນພາສາ ອັງກິດ: Dipterocarp

ຕະກຸນໄມ້ຍາງເປັນຕະກຸນພືດທີ່ໃຫຍ່ຕະກຸນໜຶ່ງທີ່ແຜ່ຂະຫຍາຍໃນ ບ່ອນຕ່ຳຂອງເຂດຮ້ອນ ແລະ ຊຸ່ມ ເປັນຈຸດໜັກ, ມີປະມານ 500 ຊະນິດເຊັ່ນ: ໄມ້ບາກ, ໄມ້ກຸງ, ໄມ້ຍາງ,ໄມ້ຊາດ, ໄມ້ຕະແບງ, ໄມ້ຈິກ, ໄມ້ຮັງ, ໄມ້ພາວ,ໄມ້ຊີ ດັ່ງນີ້ເປັນຕົ້ນ. ຫຼາຍຊະນິດ ໃນຕະກຸນນີ້ສ້າງທາດແຫຼວມີກິ່ນຂິວ ແລ້ວລະບາຍອອກມາຕາມຫຼາຍແບບ ດັ່ງອອກເປັນນ້ຳ ເອີ້ນວ່ານ້ຳມັນຍາງ ຊຶ່ງແມ່ນໃນກໍລະນີ ຕົ້ນຍາງ ແລະ ຕົ້ນຕະແບງ, ອອກມາເປັນວັດຖຸແຂງ ເອີ້ນວ່າຂີ້ຊີ ຊຶ່ງແມ່ນນ້ຳຢາງກ້າມຢູ່ເທິງຕົ້ນເປັນແທ່ງ ແຂງແລ້ວຕົກລົ່ນລົງເຊັ່ນ ໃນກໍລະນີ ໄມ້ຊີ, ໄມ້ຈິກ ດັ່ງນີ້ເປັນຕົ້ນ ແລະ ສຸດທ້າຍແມ່ນຂີ້ຕົກ ຊຶ່ງແມ່ນກໍລະນີນ້ຳຢາງໄຫຼອອກນຳກິ່ງ, ນຳງ່າເລັກ ງ່ານ້ອຍຕົກລົ່ນອອກມາ ເມື່ອມາເຖິງດິນແລ້ວຈຶ່ງເລີ້ມແຂງ ເຊັ່ນ ໃນກໍລະນີ ໄມ້ແຄນ ດັ່ງນີ້ເປັນຕົ້ນ. ທາດສານເຫລົ່ານີ້ ມີຄວາມສຳຄັນຕໍ່ວິຖີຊີວິດຂອງ ຊຸມ ຊົນ ຊາວລາວ ມາແຕ່ຊ້ານານ ໂດຍສະເພາະໃນເຂດຊົນນະບົດ.ການກະຈາຍພັນມີຢູ່ຫຼາຍປະເທດ ຄື:ອິນເດຍ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ລາວ,ຫວຽດນາມ, ກຳບູເຈຍ ແລະ ມາເລເຊຍ. ນອກຈາກບ່ອນກະຈາຍພັນຂ້າງເທິງນີ້ແລ້ວຍັງມີຊະນິດສະເພາະຢູ່ໃນເຂດຮ້ອນຂອງທະວີບອາຟຼິກກາ ແລະ ຂອງທະວີບອາເມຣິກາໃຕ້ອີກດ້ວຍ. ສຳ ລັບ ໃນປະເທດລາວ ສ່ວນຫຼາຍພົບໃນພາກກາງ ລົງເຖິງພາກໃຕ້,ສະພາບແວດລ້ອມທີ່ຂ້ອຍມັກຢູ່ ແມ່ນປ່າດົງດິບ ແລະ ປ່າປະສົມ ແຕ່ ກໍ່ຍັງມີຢູ່ໃນປ່າໂຄກ ອາດປະປົນຢູ່ນຳຊະນິດອື່ນ ຫຼື ເປັນປ່າ ພືດຕະກຸນໄມ້ຍາງ ສົດກໍ່ມີ. ທຸກຊະນິດໃນຕະກຸນໄມ້ຍາງເປັນໄມ້ຢືນຕົ້ນ ມີຫຼາຍຊະນິດເປັນໄມ້ຂະໜາດໃຫຍ່, ມີຫູໃບຫຸ້ມຍອດອ່ອນໄວ້ ຈະຫຼົ່ນກໍ່ຕໍ່ເມື່ອໃບໃຫຍ່ຂຶ້ນ ແລ້ວປະຮອຍໄວ້. ດອກ ອອກເປັນຊໍ່ສັ້ນໆແບບເປັນກຸ່ມຍ່ອຍ, ເກີດຢູ່ລະຫວ່າງງ່າມໃບ ແລະ ປາຍຍອດ, ໄລຍະເວລາຊໍ່ດອກຍັງອ່ອນ ມີກາບຫຸ້ມຊໍ່ດອກ ແລ້ວລົ່ນອອກເມື່ອຊໍ່ດອກແກ່. ໝາກມີປີກໝາກແຕ່ 2 ເຖິງ 5ປີກ, ປີກອ່ອນມີສີນ້ຳຕານອົມແດງ ສ່ວນປີກແກ່ ອອກສີແດງ. ປີກຂອງໝາກຈະຊ່ວຍໃຫ້ໝາກປີວໄປໄດ້ໄກ ອັນມີສ່ວນຊ່ວຍໃນການກະຈາຍພັນ. ດອກ ອອກລະຫວ່າງເດືອນ ມັງກອນ ເຖິງເດືອນມີນາ ແລະ ເປັນໝາກລະຫວ່າງເດືອນມີນາ ເຖິງເດືອນພຶດສະພາ. ປະຊາຊົນລາວໄດ້ນຳໃຊ້ພືດຕະກຸນໄມ້ຍາງເຂົ້າໃນການກໍ່ສ້າງ, ເຮັດເຄື່ອງຫັດຖະກໍາໄມ້ຫຼາກຫຼາຍຊະນິດ. ຊາວບ້ານນຳໃຊ້ນ້ຳມັນຍາງ ທາໄມ້ເພື່ອກັນການເຈາະຂອງປວກ ແລະ ມອດແມງທັງຫຼາຍ, ໃຊ້ທາ ແລະ ຢາເຮືອ, ທາເຄື່ອງຈັກສານປະເພດຕ່າງໆ ແລະ ເຮັດກະບອງ. ນອກນັ້ນຍັງໃຊ້ເປັນຢາພື້ນເມືອງເຊັ່ນ: ລ້າງບາດແຜ, ເປັນ

ຕະກຸນໄມ້ຍາງ
ຕະກຸນໄມ້ຍາງ
ຢາປ້ອງກັນນ້ຳຄັນກິນຕີນ ແລະ ໃຊ້ເປັນສ່ວນປະກອບໃນອຸດສາຫະກຳນ້ຳມຶກພິມແລະ ສານເຄືອບຮູບ. ສຸດທ້າຍ ເພິ່ນຍັງນຳໃຊ້ເຂົ້າໃນພິທີກຳທາງສາດສະໜາບາງຢ່າງ ເຊັ່ນ: ນຳເອົາຂີ້ຊີມາປະສົມກັບນ້ຳ ມັນຍາງເພ່ືອເຮັດເຮືອໄຟນ້ຳ, ນຳເອົາຂີ້ຊີມາເປັນສວນປະກອບໃນການເຮັດກະໂທງ ໃນງານບຸນອອກພັນສາ ດັ່ງນີ້ເປັນຕົ້ນ.
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]

ຕົ້ນ ດອກແຄຂົນ [Ton Khae Khon] Markhamia stipulata

ຕົ້ນດອກແຄຂົນ

ຕົ້ນ ດອກແຄຂົນ [Ton Khae Khon]

ຊື່ວິທະຍາສາດ: Markhamia stipulata


ຂ້ອຍແມ່ນຕົ້ນດອກແຄຂົນ ເປັນໄມ້ຢືນຕົ້ນ, ມີອາຍຸຫຼາຍປີ ແລະ ມີການກະຈາຍພັນຢູ່ປະເທດລາວ, ຫວຽດນາມ, ກຳປູເຈຍ, ໄທ, ມ່ຽນມ້າ, ພາກໃຕ້ຂອງຈີນ ແລະອິນເດຍ. ຂ້ອຍມັກເກີດຕາມປ່າໂຄກ, ປ່າປະສົມ ແລະ ປ່າດົງດິບອີກ. ລຳຕົ້ນຂອງຂ້ອຍ ສູງ 10-15 ມ, ເສັ້ນຜ່າກາງ 50-80 ຊມ, ເປືອກລຽບ ອອກສີເທົາແກມເຫຼືອງ.ໃບ ແມ່ນໃບປະສົມແບບຂົນນົກ ປາຍຄີກ, ຍາວ 23-25 ຊມ, ໃບຍ່ອຍມີຮູບຂອບຂະໜານແກມຮູບຫອກ, ປາຍໃບແຫຼມ, ກົກໃບມົນ, ກ້ານໃບຍ່ອຍ ຍາວ 1 ຫາ 4 ຊມ.ພິເສດ ໃບອ່ອນ ມີຂົນດົກໜາ ກວ່າສ່ວນອ່ືນໆ ທັງໃບຍ່ອຍອ່ອນກໍ່ໂກບງໍເຂົ້າຫາກັນຕ່າງຈາກ ຊະນິດອື່ນໃນຕະກຸນດຽວກັນ. ດອກ ອອກເປັນຊໍ່ ຍາວ 4-5 ຊມ. ດອກຈູມອອກສີແດງອົມມ້ວງແກມເຫຼືອງ, ເວລາບານ ຈຶ່ງອອກສີເຫຼືອງເຂັ້ມ ຫຼື ເຫຼືອງຈືດໆ.ກາບດອກ ມີ 5 ກາບ, ຕີນກາບດອກ ເຊື່ອມຕິດກັນເປັນ ຫຼອດ ຮູບກະດິ່ງ ແລະ ກີບດອກ ມີ 5 ກີບ ເຊື່ອມຕິດກັນເປັນຫຼອດ ຮູບກະດິ່ງເຊັ່ນດຽວ, ສ່ວນປາຍສຸດຂອງກີບດອກ ແຍກເປັນ 5 ແສກ ບິດບ້ຽວ ບໍ່ເທົ່າກັນ, ເກສອນຜູ້ມີ 4 ອັນ. ເຕົ້າໄຂ່ ໜຶ່ງອັນ.ໝາກ ເປັນຝັກຍາວແປ, ຍາວ 40-50 ຊມ, ໝາກຂອງຂ້ອຍ ເວລາແກ່ ມີຂົນແລບດົກໜາເປັນຈຸ້ມໆ, ໝາກ ມີສີຂ້ອນຂ້າງສີກ່ຳເປື້ອນ ເຮັດໃຫ້ຜູ້ຄົນຍ່າງ ກາຍເວລາເຫັນຂ້ອຍ ນອກເສຍຈາກວ່າ ເຄີຍໄດ້ຮູ້ຈັກລົດຊາດຂອງຂ້ອຍແລ້ວ, ເວລາແກ່ ມັນຈະ
ແຕກ ອອກເປັນ 2 ປ່ຽງ. ແກ່ນ ມີປີກບາງສີຂາວຫຸ້ມໄວ້. ຂ້ອຍອອກດອກເດືອນກັນຍາເຖິງເດືອນທັນວາ. ໝາກແກ່ ເດືອນກຸມພາ ເຖິງເດືອນມີນາ ຊຶ່ງຈະເຫັນແມ່ຄ້າມາຈາກຊົນນະບົດໂດຍສະເພາະ ວາງຂ້ອຍຂາຍຢູ່ຕາມ ທ້ອງຕະຫຼາດ.ຂ້ອຍມີປະໂຫຍດຫຼາຍຢ່າງ ເຊັ່ນ: ໃຊ້ເປັນຢາ ໂດຍຖາກເອົາ ເປືອກຂອງລຳຕົ້ນມາອົມເພື່ອປົວອາການປາກເປັນກາງ, ແຊ່ເປືອກດິບ ແລ້ວກິນເປັນຢາປົວອາການເຫຼືອງ.ສ່ວນດອກ ເພິ່ນເອົາມາປຸງແຕ່ງອາຫານເອກກະລັກຢ່າງໜຶ່ງ ເຊັ່ນ ໜຶ້ງດອກແລ້ວຊຸບ ປະສົມກັບຜັກອື່ນ ຫຼື ຊຸບ ແຕ່ມັນ,ປຸງແຕ່ງເປັນແຈ່ວ, ຕຳໃສ່ຂີງແລ້ວຂົ້ວ ຫຼື ເຮັດອົ່ວດອກແຄ ຊຶ່ງ ເປັນອາຫານທີ່ແຊບຊ້ອຍ ແລະ ຮູ້ກັນຢ່າງກວ້າງຂວາງ. ສ່ວນໝາກເພິ່ນເອົາມາເຜົາແລ້ວຕໍາແຈ່ວເຊັ່ນດຽວກັນ. ນອກຈາກທີ່ເປັນຜັກ ທີ່ຊາວລາວ ມັກບໍລິໂພກແລ້ວຊຸມຊົນໃນເຂດພາກອີ່ສານຂອງ ປະເທດໄທ ກໍນິຍົມບໍລິໂພກດອກແຄເຊັ່ນດຽວກັນ.


Markhamia stipulata
Markhamia stipulata

ເຄື່ອງ​ປ່າ​ຂອ​ງດົງ

ເຄື່ອງ​ປ່າ​ຂອ​ງດົງ
ເຄື່ອງ​ປ່າ​ຂອ​ງດົງ


ຄຳທີ່ກ່າວເຖິງເຄື່ອງປ່າຂອງດົງ ໃຫ້ພາບແບບໜັກໜາ ໃຫ່ຍໂຕ ແລະ ກວ້າງໄກແກ່ພວກເຮົາເອົາແທ້ເອົາວ່າ ແຕ່ໃນຄວາມເປັນຈິງແລ້ວ ຜູ້ຄົນສ່ວນໃຫຍ່ ສຳພັດກັບສິ່ງເຫຼົ່ານີ້ເກືອບທຸກວັນບໍ່ວ່າໃນຮູບເຄື່ອງໃຊ້ສອຍ, ອາຫານການກິນ, ຫວ້ານຢາທານັງເຫຼົ່ານີ້ເປັນຕົ້ນ… ຈົນເຮົາມອງຂ້າມ ບໍ່ເຫັນຄວາມສຳຄັນພໍເທົ່າໃດເລີຍ. ຄວາມຈິງແລ້ວ ຄຳສັບເປັນພາສາອັງກິດແມ່ນ Non Timber Forest Products ຫຼື Nonwoody Forest Products ແລະ ເປັນພາສາຝລັ່ງແມ່ນ Les produits sousforestiers ຫຼື Les produits non ligneux ດັ່ງນີ້ເປັນຕົ້ນ, ຄວາມໝາຍໃນພາສາ
ລາວ ກໍ່ແມ່ນທຸກສິ່ງທີ່ມີໃນປ່າທີ່ບໍ່ແມ່ນໄມ້ (ໄມ້ຖ່ອນ) ນັ້ນເອງ ຊຶ່ງ ໄດ້ແກ່: ພືດຜັກ,ໝາກໄມ້, ຢາພື້ນເມືອງ, ສັດນໍ້າ, ສັດປ່າ, … ແຕ່ ໃນນັ້ນພັດຍັງ ກວມເອົາໄມ້ຟືນ ແລະຖ່ານອີກ ນອກຈາກພວກຫວາຍ ທີ່ເພິ່ນນຳມາໃຊ້ ເປັນອາຫານ, ເຮັດຕັ່ງເຮັດຕູ້ ແລະເຄື່ອງຫັດຖະກຳຫຼາກຫຼາຍປະເພດ. ອີງຕາມວິທີທີ່ຜູ້ຄົນນຳໃຊ້ເຄື່ອງປ່າຂອງດົງມາແຕ່ບູຮານນະການມາເພິ່ນຈຶ່ງ ແບ່ງເຄື່ອງປ່າຂອງດົງອອກເປັນ 7 ກຸ່ມໃຫຍ່ດັ່ງ: ເຄື່ອງປ່າຂອງດົງທີ່ໃຊ້ເປັນອາຫານ, ໃຊ້ເປັນຢາ, ໃຊ້ເສັ້ນໄຍ, ໃຫ້ນໍ້າມັນ, ໃຊ້ປະດັບ ແລະຕົບແຕ່ງ, ໃຊ້ເຮັດຖ່ານ ແລະ ຟືນ ແລະ ກຸ່ມສຸດທ້າຍໄດ້ແກ່ຜະລິດຕະພັນຈາກສັດຊຶ່ງແມ່ນ ບັນດາສັດປ່າທັງຫຼາຍ ແລະ ສິ່ງທີ່ໄດ້ມາຈາກສັດດັ່ງ ງາຊ້າງ, ຂົນສັດ, ກະ ດູກ,ໜັງສັດ ດັ່ງນີ້ ເປັນຕົ້ນ.…ໃນທົ່ວປະເທດ ການນຳໃຊ້ເຄື່ອງປ່າຂອງດົງເຂົ້າໃນການດຳລົງຊີວິດ ຂອງປະຊາ ຊົນລາວມີເຖິງ 80% ແລະ ລາຍຮັບທີ່ໄດ້ຈາກເຄື່ອງປ່າຂອງດົງຂອງປະຊາຊົນຢູ່ໃນເຂດຊົນນະບົດ ເກັບມາຂາຍໂດຍກົງ ຫຼື ແປຮູບເລັກນ້ອຍໃນປີໜຶ່ງໆກວມເອົາປະມານ 50% ຂອງລາຍຮັບທັງໝົດ ແລະ ລາຍຮັບທັງໝົດທີ່ໄດ້ຈາກເຄື່ອງປ່າຂອງດົງລະດັບປະເທດ ແມ່ນ 20-30% ຂອງລວມຍອດຜະລິດຕະພັນແຫ່ງຊາດ (Joost Foppes ແລະ Sounthone Ketphanh, 2000). ໃນເມື່ອມີລາຍຮັບຍ້ອນເຄື່ອງປ່າຂອງດົງສູງປານນັ້ນ ແນ່ນອນການຊ່ວງເສັງກັນເກັບກູ້ ແລະ ເກີນຂອບເຂດໄດ້ເຮັດໃຫ້ຫຼາຍໆຊະນິດຫຼຸດໜ້ອຍຖອຍລົງ ແລະ ບາງຊະນິດມີທ່າອ່ຽງໄກ້ຈະສູນພັນເຊັ່ນ: ເຄືອແຫມ, ໝາກແໜ່ງ, ຢາງບົງ, ໄມ້ເກັດສະໜາ (ຂີ້ຊີໄມ້ເກດ), ຫົວກອຍແລະ ອື່ນໆ… ໃນປື້ມຫົວນີ້ ໄດ້ຮວບຮວມເອົາ ສະເພາະເຄື່ອງປ່າຂອງດົງທີ່ເປັນພາກສ່ວນ ພືດເທົ່ານັ້ນມາສະເໜີ ເພື່ອໃຫ້ຜູ້ອ່ານໄດ້ຮູ້ຈັກກັບລັກສະນະ ແລະ ນິເວດຂອງແຕ່ລະຊະນິດ, ການກະຈາຍພັນ ແລະ ການນຳໃຊ້ ເພື່ອຈະເຫັນຊ່ອງທາງຊຸກຍູ້,ແກ້ ໄຂ ຫຼື ສືບຕໍ່ນຳໃຊ້ ຢ່າງມີການປະຢັດ ແລະ ຮັກສາພັນພືດເຫຼົ່ານັ້ນໃຫ້ຍືນຍົງ ຄົງຕົວໄວ້ໃຫ້ລຸ້ນລູກ ລຸ້ນຫຼານຂອງ ພວກເຮົາ ໃຫ້ໄດ້ນຳໃຊ້ມັນໄປອີກນານໆ.

Saturday, August 20, 2016

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

1. ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ:

ຊຶ່ງປະຕິບັດໄດ້ ໃນລະດັບບຸກຄົນ, ອົງການ ແລະ ລະດັບປະເທດ ໄດ້ແກ່:

  1. ການໃຊ້ຢ່າງປະຢັດ: ຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ດົນ ແລະ ເກີດປະ ໂຫຍດຢ່າງຄຸ້ມຄ່າຫຼາຍທີ່ສຸດ.
  2. ການນໍາກັບມາໃຊ້ຄືນ: ໄດ້ແກ່ສິ່ງຂອງບາງປະເພດເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງພຣາສຕິກ, ເຈັ້ຍ ຫຼື ສາມາດທີ່ຈະນໍາກັບມາໃຊ້ໃໝ່ໂດຍຜ່ານຂະບວນການຕ່າງໆເຊັ່ນ: ຕົວ ຢ່າງການນໍາເອົາເຈັ້ຍທີ່ໃຊ້ແລ້ວໄປຜ່ານຂະບວນການຕ່າງໆເພື່ອເຮັດເປັນເຈັ້ຍແຂງ ຊຶ່ງເປັນການຫຼຸດຜ່ອນປະລິມານການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທໍາລາຍສິ່ງແວດລ້ອມໄດ້.
  3. ການບູລະນະສ້ອມແປງສິ່ງຂອງບາງຢ່າງ: ເມື່ອໃຊ້ເປັນເວລານານອາດເກີດການເປ່ເພໄດ້, ດັ່ງນັ້ນຖ້າມີການສ່ອມແປງກໍ່ຈະຍືດອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອເປັນການນໍາໃຊ້ຊັບພະຍາກອນໃຫ້ເກີດປະ ໂຫຍດສູງສຸດ.
  4. ການບໍາບັດ ແລະ ການຟື້ນຟູ: ເປັນວິທີການເພື່ອຊ່ວຍຫຼຸດຜ່ອນຄວາມເຊື່ອມໂຊມຂອງຊັບພະຍາກອນດ້ວຍການບໍາບັດກ່ອນເຊັ່ນ: ການບໍາບັດນໍ້າເສຍຈາກຄົວເຮືອນ ຫຼືໂຮງງານອຸດສະຫະກໍາເປັນຕົ້ນ ກ່ອນທີ່ຈະປ່ອຍລົງສູ່ແຫຼ່ງນໍ້າສາທາລະນະ, ສ່ວນການຟື້ນຟູທໍາມະຊາດໃຫ້ກັບສູ່ສະພາບເດີມເຊັ່ນ: ການປູກຕົ້ນໄມ້ ເພື່ອຟື້ນຟູຄວາມສົມດຸນຂອງປ່າໃຫ້ກັບມາອຸດົມສົມບູນ ເປັນຕົ້ນ.
  5. ການໃຊ້ສິ່ງອື່ນມາທົດແທນ: ເປັນວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບພະຍາກອນທໍາມະຊາດລົດໜ້ອຍລົງ ແລະ ບໍ່ທໍາລາຍສິ່ງແວດລ້ອມເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງພຣາສຕິກ, ການໃຊ້ໃບຕອງແທນໂຟມ, ການໃຊ້ພະລັງງານແສງຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີເປັນຕົ້ນ.
  6. ການເວນຍາມ ແລະ ປ້ອງກັນ: ເປັນວິທີການທີ່ບໍ່ໃຫ້ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຖືກທໍາລາຍເຊັ່ນ: ການເຝົ້າລະວັງການຖີ້ມຂີ້ເຫຍື່ອລົງສູ່ແມ່ນໍ້າລໍາທານ, ການສ້າງແນວປ້ອງກັນໄຟປ່າເປັນຕົ້ນ.

2 ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງອ້ອມ

ສາມາດເຮັດໄດ້ຫຼາຍວິທີດັ່ງນີ້:
  1. ການພັດທະນາຄຸນນະພາບປະຊາຊົນ ໂດຍສະນັບສະໜູນການສຶກສາດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທີ່ຖືກຕ້ອງຕາມຫຼັກວິຊາການຊຶ່ງສາມາດເຮັດໄດ້ທຸກລະດັບອາຍຸ ທັງໃນລະບົບໂຮງຮຽນ ຫຼື ສະຖາບັນການສຶກສາຕ່າງໆ ແລະ ນອກລະບົບໂຮງຮຽນໂດຍຜ່ານຂໍ້ມູນຂ່າວສານຕ່າງໆ ເພື່ອໃຫ້ປະຊາຊົນເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການອະນຸລັກ, ເກີດຄວາມຫວງແຫນ ແລະໃຫ້ຄວາມຮ່ວມມືຢ່າງຈິງຈັງ.
  2. ການໃຊ້ມາດຕະການທາງສັງຄົມ ແລະ ກົດໝາຍ: ການຈັດຕັ້ງກຸ່ມຊຸມຊົນສະມະຄົມເພື່ອການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕ່າງໆ ຕະຫຼອດຮອດການໃຫ້ຄວາມຮ່ວມມືທາງດ້ານພະລັງກາຍ, ພະລັງໃຈ, ພະລັງຄວາມຄິດດ້ວຍຈິດສໍານຶກໃນຄວາມມີຄຸນຄ່າຂອງສິ່ງແວດລ້ອມ ແລະ ຊັບພະຍາ  ກອນທີ່ມີຕໍ່ໂຕເຮົາເຊັ່ນ: ອົງການອະນຸລັກສັດປ່າ WCS, WWF ແລະ ອື່ນໆ.
  3. ສົ່ງເສີມໃຫ້ປະຊາຊົນໃນທ່ອງຖີ່ນໄດ້ມີສ່ວນຮ່ວມໃນການອະນຸລັກ: ຊ່ວຍກັນຮັກສາເພື່ອໃຫ້ຄົງສະພາບເດີມ ແລະ ບໍ່ໃຫ້ເສື່ອມໂຊມ ເພື່ອປະໂຫຍດໃນການດໍາລົງຊີວິດໃນທ້ອງຖີ່ນຂອງຕົນ ການປະສານງານເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະຈິດສໍານຶກ ລະຫວ່າງໜ່ວຍງານຂອງລັດກັບອໍານາດການປົກຄອງທ້ອງຖີ່ນກັບປະຊາຊົນໃຫ້ມີບົດບາດໜ້າທີ່ໃນການປົກປ້ອງຄຸ້ມຄອງ ຟື້ນຟູການໃຊ້ຊັບພະຍາກອນຢ່າງຄຸ້ມຄ່າແລະ ເກີດປະໂຫຍດສູງສຸດ.
  4. ສົ່ງເສີມການສຶກສາວິໄຈຊອກຫາວິທີການ ແລະ ພັດທະນາເຕັກໂນໂລຊີ ມາໃຊ້ໃນການຈັດການກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ເກີດປະໂຫຍດສູງສຸດເຊັ່ນ: ການໃຊ້ຄວາມຮູ້ທາງຂໍ້ມູນຂ່າວສານເຕັກໂນໂລຊີ ມາຈັດການວາງແຜນພັດທະນາອຸປະກອນເຄື່ອງມື, ເຄື່ອງໃຊ້ໃຫ້ມີການປະຢັດພະລັງງານຫຼາຍຂຶ້ນເຊັ່ນ:ຄົ້ນຄ້ວາວິໄຈຫາວິທີການຈັດການ, ການປັບປຸງ, ການພັດທະນາສິ່ງແວດລ້ອມໃຫ້ມີຄຸນນະພາບ ແລະ ຍືນຍົງ.
  5. ການກໍານົດນະໂຍບາຍ ແລະ ວາງແນວທາງຂອງລັດຖະບານ ໃນການອະນຸລັກແລະ ພັດທະນາສິ່ງແວດລ້ອມທັງໃນໄລຍະສັ້ນແລະໄລຍະຍາວເພື່ອເປັນຫຼັກການໃຫ້ໜ່ວຍງານ, ອົງການ ແລະ ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຢຶດຖື ແລະ ນໍາໄປປະຕິບັດລວມໄປເຖິງການເຜີຍແຜ່ຂ່າວສານດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມທັງທາງກົງ ແລະ ທາງອ້ອມ.
ຊະນິດພັນສັດປ່າ ແລະ ພັນພືດປ່າ.
ຊະນິດພັນສັດປ່າ ແລະ ພັນພືດປ່າ.

ສົນທິສັນຍາ ແລະ ສັນຍາສາກົນ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ

ສປປ ລາວ ໄດ້ເຂົ້າຮ່ວມການແລກປ່ຽນບົດຮຽນ, ການປຶກສາຫາລື ແລະ ການເຈລະຈາກ່ຽວກັບບັນຫາດ້ານສິ່ງແວດ ລ້ອມລະດັບໂລກຢ່າງຕໍ່ເນື່ອງ. ວຽກງານກ່ຽວກັບສິ່ງແວດລ້ອມໄດ້ຖືກ ນຳເຂົ້າບັນຈຸໃນແຜນພັດທະນາ ເສດ ຖະກິດ-ສັງຄົມຂອງປະເທດ ແລະໄດ້ຖືກນໍາໄປຜັນຂະຫຍາຍ ໃຫ້ກາຍເປັນແຜນການ, ແຜນງານ ແລະ ໂຄງການຕົວຈິງ.ບັນດາສົນທິສັນຍາ ແລະ ສັນຍາດ້ານສິ່ງແວດລ້ອມທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ລວມມີ:
+ ສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992.
+ ສົນທິສັນຍາ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ ແລະ ໄພແຫ້ງແລ້ງຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992
+ ສົນທິສັນຍາ ວ່າດ້ວຍຊີວະນານາພັນ ຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992.
+ ສົນທິສັນຍາ ວ່າດ້ວຍມູນມໍລະດົກທາງດ້ານວັດທະນາທຳ ແລະ ທຳມະຊາດ ຂອງໂລກ ຈັດຂຶ້ນທີ່ເມືອງສະຕ໋ອກໂຮມ (Stockholm) ປະເທດສະວີເດັນ ໃນປີ 1972.
+ ສົນທິສັນຍາກຸງວຽນນາ ວ່າດ້ວຍການປົກປ້ອງຊັ້ນໂອໂຊນ ຈັດຂຶ້ນທີ່ປະເທດ ອອດສເຕຣຍ (Austria) ໃນປີ 1985.
+ ສົນທິສັນຍາ ວ່າດ້ວຍສານເຄມີຕົກຄ້າງທີ່ເປັນອັນຕະລາຍ ຈັດຂຶ້ນທີ່ເມືອງສະຕ໋ອກໂຮມ ປະເທດ ສະວີເດັນ ໃນປີ 2001.
+ ອະນຸສັນຍາກຽວໂຕ ຈັດຂຶ້ນທີ່ເມືອງທີຣານ Teheran ປະເທດ ອີຣານ 2003.
+ ສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໄກ້ຈະສູນພັນລະຫວ່າງຈັດຂຶ້ນທີ່ປະເທດສະຫະລັດອາເມລິກາ ໃນປີ 1973 (Convention on InternationalTrade in Endangered Species of Wild Fauna and Flora - CITES) ຫຼື ສົນທິສັນຍາ ວໍຊິງຕັນ. ໃນນີ້ ສປປ ລາວ ກໍ່ໄດ້ເຂົ້າຮ່ວມເປັນພາຄີຂອງສົນທິສັນ ຍາ ດັ່ງກ່າວນັບແຕ່ວັນທີ 30 ພຶດສະພາ 2004 ເປັນຕົ້ນມາ. ຈຸດປະສົງຂອງສົນທິສັນຍາສະບັບນີ້ແມ່ນເພື່ອຄຸ້ມ ຄອງການຄ້າ-ຂາຍຊະນິດພັນສັດປ່າ ແລະ ພັນພືດທີ່ໃກ້ຈະສູນພັນລະຫວ່າງຊາດເພື່ອບໍ່ໃຫ້ມີໄພຂົ່ມຂູ່ເຖິງການຢູ່ລອດຂອງຊະນິດພັນສັດປ່າ ແລະ ພັນພືດປ່າ.
ຊະນິດພັນສັດປ່າ ແລະ ພັນພືດປ່າ

ຊະນິດພັນສັດປ່າ ແລະ ພັນພືດປ່າ
ຊະນິດພັນສັດປ່າ ແລະ ພັນພືດປ່າ


ຄວາມໝາຍຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ


ຄວາມໝາຍຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໝາຍເຖິງ ການໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງສະຫຼາດ ໂດຍໃຊ້ໃຫ້ໜ້ອຍ ເພື່ອໃຫ້ເກີດປະໂຫຍດສູງສຸດ ໂດຍຄໍານຶງເຖິງໄລຍະເວລາໃນ ການໃຊ້ໃຫ້ຍາວນານ ແລະ ເກີດຜົນເສຍຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ. ປະຈຸບັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມມີຄວາມເຊື່ອມໂຊມຫຼາຍຂຶ້ນ, ດັ່ງນັ້ນ ການອະນຸລັກຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມຈິ່ງມີຄວາມໝາຍລວມໄປເຖິງການພັດທະນາຄຸນນະພາບສິ່ງແວດລ້ອມອີກດ້ວຍ.

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ:

ຊຶ່ງປະຕິບັດໄດ້ ໃນລະດັບບຸກຄົນ, ອົງການ ແລະ ລະດັບປະເທດ ໄດ້ແກ່:

  1. ການໃຊ້ຢ່າງປະຢັດ: ຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ດົນ ແລະ ເກີດປະໂຫຍດຢ່າງຄຸ້ມຄ່າຫຼາຍທີ່ສຸດ.
  2. ການນໍາກັບມາໃຊ້ຄືນ: ໄດ້ແກ່ສິ່ງຂອງບາງປະເພດເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງພຣາສຕິກ, ເຈັ້ຍ ຫຼື ສາມາດທີ່ຈະນໍາກັບມາໃຊ້ໃໝ່ໂດຍຜ່ານຂະບວນການຕ່າງໆເຊັ່ນ: ຕົວຢ່າງ ການນໍາເອົາເຈັ້ຍທີ່ໃຊ້ແລ້ວໄປຜ່ານຂະບວນການຕ່າງໆ ເພື່ອເຮັດເປັນເຈັ້ຍແຂງ ຊຶ່ງເປັນການຫຼຸດຜ່ອນປະລິມານການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທໍາລາຍສິ່ງແວດລ້ອມໄດ້.
  3. ການບູລະນະສ້ອມແປງສິ່ງຂອງບາງຢ່າງ: ເມື່ອໃຊ້ເປັນເວລານານອາດເກີດການເປ່ເພໄດ້, ດັ່ງນັ້ນຖ້າມີການສ່ອມແປງກໍ່ຈະຍືດອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອເປັນການນໍາໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
  4. ການບໍາບັດ ແລະ ການຟື້ນຟູ: ເປັນວິທີການເພື່ອຊ່ວຍຫຼຸດຜ່ອນຄວາມເຊື່ອມໂຊມຂອງຊັບພະຍາກອນດ້ວຍການບໍາບັດກ່ອນເຊັ່ນ: ການບໍາບັດນໍ້າເສຍຈາກຄົວເຮືອນ ຫຼືໂຮງງານອຸດສະຫະກໍາເປັນຕົ້ນ ກ່ອນທີ່ຈະປ່ອຍລົງສູ່ແຫຼ່ງນໍ້າສາທາລະນະ, ສ່ວນການຟື້ນຟູທໍາມະຊາດໃຫ້ກັບສູ່ສະພາບເດີມເຊັ່ນ: ການປູກຕົ້ນໄມ້ ເພື່ອຟື້ນຟູຄວາມສົມດຸນຂອງປ່າໃຫ້ກັບມາອຸດົມສົມບູນ ເປັນຕົ້ນ.
  5. ການໃຊ້ສິ່ງອື່ນມາທົດແທນ: ເປັນວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບພະຍາກອນທໍາມະຊາດລົດໜ້ອຍລົງ ແລະ ບໍ່ທໍາລາຍສິ່ງແວດລ້ອມເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງພຣາສຕິກ, ການໃຊ້ໃບຕອງແທນໂຟມ, ການໃຊ້ພະລັງງານແສງຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີເປັນຕົ້ນ.
  6. ການເວນຍາມ ແລະ ປ້ອງກັນ: ເປັນວິທີການທີ່ບໍ່ໃຫ້ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຖືກທໍາລາຍເຊັ່ນ: ການເຝົ້າລະວັງການຖີ້ມຂີ້ເຫຍື່ອລົງສູ່ແມ່ນໍ້າລໍາທານ, ການສ້າງແນວປ້ອງກັນໄຟປ່າເປັນຕົ້ນ.

ມົນລະພິດທາງສຽງ (Noise pollution)

ມົນລະພິດທາງສຽງ
ມົນລະພິດທາງສຽງ


ມົນລະພິດທາງສຽງ (Noise pollution)

ມົນລະພິດທາງສຽງ ໝາຍເຖິງ ສະພາວະທີ່ມີສຽງດັງເກີນປົກກະຕິ ຫຼື ສຽງດັງຕໍ່ເນື່ອງຍາວນານຈົນກໍ່ໃຫ້ເກີດຄວາມລໍາຄານ ຫຼື ກໍ່ໃຫ້ເກີດອັນຕະລາຍຕໍ່ລະບົບການໄດ້ຍິນຂອງມະນຸດ ແລະ ສັດ. ມົນລະພິດທາງສຽງເປັນໜຶ່ງໃນບັນຫາສິ່ງແວດລ້ອມຂອງເມືອງໃຫຍ່ທີ່ເກີດພ້ອມກັບການປ່ຽນແປງທາງວິທະຍາສາດ ເທັກໂນໂລຊີ ແລະ ວັດທະ ນາທໍາລວມເຖິງການເຕີບໂຕທາງເສດຖະກິດບໍ່ວ່າຈະເປັນສຽງດັງຈາກລົດ, ຍົນ, ຍານພາຫະນະທີ່ໃຊ້ເຄື່ອງ ຈັກ, ສຽງດັງຈາກເຄື່ອງຈັກ, ສຽງດັງຈາກການກໍ່ສ້າງ, ສຽງດັງຈາກເຄື່ອງກະຈາຍສຽງເຊັ່ນ: ໂທລະທັດ, ວິທະຍຸ ແລະ ອຸປະກອນສື່ສານ (ສຽງໂທລະສັບມືຖື) ລວມທັງສຽງສົນທະນາທີ່ດັງເກີນຄວນ ແລະ ບໍ່ຖືກກາລະເທສະ.ຜົນກະ ທົບຈາກມົນລະພິດທາງສຽງ
+ ຕໍ່ການໄດ້ຍິນ: ສະແດງອອກຢູ່ສາມລັກສະນະ ຄື: ຫູໜວກທັນທີ, ຫູອື້ຊົ່ວຄາວແລະ ຫູອື້ຖາວອນ.
+ ຕໍ່ສຸຂະພາບກາຍ: ຄວາມດັນເລືອດສູງ, ໃຈສັ່ນ, ຫົວໃຈເຕັ້ນໄວ, ຕີນມືເຢັນ, ການໄຫຼວຽນຂອງເລືອດບໍ່ເປັນປົກ ກະຕິ ແລະ ໂລກຫົວໃຈ.
+ ຕໍ່ສຸຂະພາບຈິດ: ລົບກວນການຜັກຜ່ອນ, ເກີດຄວາມຄຽດ ຊຶ່ງກ້າວ ໄປສູ່ອາການເຈັບປ່ວຍເສົ້າຊຶມ ແລະ ໂລກປະສາດໄດ້.
+ ຕໍ່ສັງຄົມ: ກະທົບຕໍ່ການສ້າງມະນຸດສໍາພັນທີ່ດີ ເຮັດໃຫ້ຂາດຄວາມສະຫງົບ.
+ ຕໍ່ດ້ານສິ່ງແວດລ້ອມ: ສຽງດັງມີຜົນຕໍ່ການດໍາລົງຊີວິດຂອງສັດເຊັ່ນ: ເຮັດໃຫ້ສັດຕົກໃຈ ແລະ ອົບພະຍົກໜີ.

ມົນລະພິດທາງສຽງ
ມົນລະພິດທາງສຽງ

ການປ້ອງກັນ ແລະ ແກ້ໄຂມົນລະພິດທາງສຽງ

+ ກໍານົດມາດຕະຖານການຄວບຄຸມລະດັບສຽງດັງທຸກປະເພດ.
+ ຄວບຄຸມລະດັບສຽງຈາກແຫຼ່ງກໍາເນີດ ໃຫ້ຢູ່ໃນລະດັບມາດຕະຖານ ທີ່ກົດໝາຍກໍານົດ.
+ ຜູ້ທີ່ຢູ່ໃນບໍລິເວນທີ່ມີສຽງດັງ ຄວນໃສ່ສິ່ງປ້ອງກັນການໄດ້ຍິນສຽງດັງເຊັ່ນ:ເຄື່ອງອັດຫູ ເປັນຕົ້ນ.
+ ກໍານົດເຂດການໃຊ້ທີ່ດິນ ປະເພດກໍ່ໃຫ້ເກີດສຽງດັງລໍາຄານໃຫ້ຢູ່ຫ່າງຈາກສະຖານທີ່ຕ້ອງການຄວາມສະຫງົບເຊັ່ນ: ທີ່ພັກອາໄສ, ໂຮງຮຽນ, ໂຮງໝໍ, ວັດ ເປັນຕົ້ນ ຫຼື ຄວນສ້າງເຂດກັນຊົນເພື່ອຫຼຸດຜ່ອນຄວາມດັງຂອງສຽງ.
+ ຄວນມີມາດຕະການລົດຜົນກະທົບຈາກກິດຈະກໍາກໍ່ສ້າງຕ່າງໆ ຢ່າງເຂັ້ມງວດ.