![ຕົ້ນ ຜັກກູດ [Ton Phak Kout] Ferns ຕົ້ນ ຜັກກູດ [Ton Phak Kout] Ferns](https://blogger.googleusercontent.com/img/b/R29vZ2xl/AVvXsEhqAqxP6tdk0EuaxYRpX4Of2rFnesTwTp-uQ0dsKcwi-ciu99Tpl5_pvTEcqdLEosqbA0-FBO8laDE-jgPJpzaC4uSkXnnynTHXdIieoZoPa6KUf2fJnMNQJ3gA3WvaCqqbQIn1KX-B-dE/s280/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599+%25E0%25BA%259C%25E0%25BA%25B1%25E0%25BA%2581%25E0%25BA%2581%25E0%25BA%25B9%25E0%25BA%2594+%255BTon+Phak+Kout%255D+Ferns.jpg) |
ຕົ້ນ ຜັກກູດ [Ton Phak Kout] Ferns |
ຕົ້ນ ຜັກກູດ [Ton Phak Kout]
ຊື່ທົ່ວໄປເປັນພາສາ ອັງກິດ: Ferns
ຂ້ອຍແມ່ນຜັກກູດ ຊຶ່ງເປັນພືດທີ່ມີບໍ່ມີດອກ ມີການແຜ່ເຊື້ອດ້ວຍສະປໍ. ລຳຂອງຂ້ອຍມີທັງລຳຕັ້ງ ແລະ ສ່ວນໜຶ່ງກໍ່ເປັນລຳເລືອຢູ່ໃຕ້ດິນ. ໃບ ແມ່ນໃບປະສົມເປັນສ່ວນຫຼາຍ,ໃບອ່ອນ ແລະ ຍອດອ່ອນ ມ້ວນງໍ ຫຼື ກູດເຂົ້າຫາລຳຕົ້ນ. ດັ່ງນັ້ນ ເພິ່ນຈິ່ງເອີ້ນຂ້ອຍວ່າ:ຜັກກູດ. ເມື່ອຕົ້ນຜັກກູດແກ່ແລ້ວ ຈຶ່ງເຫັນຖົງສະປໍຈັບຢູ່ຕາມພື້ນຂອງໃບແກ່ ເປັນສ່ວນຫຼາຍ.ໃນທຳມະຊາດ ຜັກກູດ ມີຫຼາຍຕະກຸນ, ຫຼາຍສະກຸນ ແລະ ຫຼາຍຊະນິດ ມີທັງອີງອາໄສຢູ່ຕາມຕົ້ນໄມ້, ເກີດແຜ່ຢູ່ຕາມລານຫີນ, ເກີດໃນດິນ ແລະ ເກີດ ຕີນຈຸ່ມນ້ຳ.ໃນນັ້ນມີບາງຊະນິດກິນບໍ່ໄດ້ ແລະ ມີບາງຊະນິດກິນເປັນເຊັ່ນ: ຜັກກູດງ້ອງ, ຜັກກູດດົງແລະ ຜັກກູດຂາວ (ຜັກກູດເມືອກ), ຜັກກູດແດງ ດັ່ງນີ້ເປັນຕົ້ນ. ຂ້ອຍມີການກະຈາຍພັນກວ້າງຂວາງຫຼາຍ ໃຜໆຈະບໍ່ເຄີຍເຫັນຜັກກູດແດ່, ຢູ່ປະເທດໜາວ ກໍ່ມີບາງຊະນິດສະເພາະ ສ່ວນປະເທດຮ້ອນກວ່າ ຫຼື ປະເທດໜາວຫລາຍ ກໍຫາກມີຊະນິດຕ່າງອີກ.ສະເພາະ ປະເທດລາວ ຜັກກູດເກີດຢູ່ທຸກພາກ ສ່ວນໃຫຍ່ມັກເກີດຕາມແຄມນ້ຳຫ້ວຍ
![ຕົ້ນ ຜັກກູດ [Ton Phak Kout] Ferns ຕົ້ນ ຜັກກູດ [Ton Phak Kout] Ferns](https://blogger.googleusercontent.com/img/b/R29vZ2xl/AVvXsEh9NIg92D3X4qvs5SIyDmGvwxbDGsy4Gj7KJ0cXlooEm0C9fjo9QfHmdwFWUqdUuSzlHgpLyPT9LiWc_OaUB2B2zB3t60VvdIUDnduZakO8puTJgOiwZv3YAzElUHQzMXF-8zX336yBGzo/s1600/%25E0%25BA%259C%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B9%25E0%25BA%2594.jpg) |
ຕົ້ນ ຜັກກູດ [Ton Phak Kout] Ferns |
![ຕົ້ນ ຜັກກູດ [Ton Phak Kout] Ferns ຕົ້ນ ຜັກກູດ [Ton Phak Kout] Ferns](https://blogger.googleusercontent.com/img/b/R29vZ2xl/AVvXsEjzmc_2ScvKoduQy17OEzkKlVe3aej-i2s70XuCYqWWc3ONElFbddtSoTxXFOd7RTqIaNaPEybCR7N0lxwY3RpNCmhWUk6WYLWtch-Ka8yKVTa5HeLBK07EVkoGMwddfrmmOK4kAyl_tzA/s1600/%25E0%25BB%2583%25E0%25BA%259A%25E2%2580%258B%25E0%25BA%259C%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B9%25E0%25BA%2594.jpg) |
ຕົ້ນ ຜັກກູດ [Ton Phak Kout] Ferns |
ບໍລິເວນເປີດແປນ ແລະ ມີຄວາມຊຸ່ມຊື່ນສູງ. ປະຊາຊົນນິຍົມເກັບຜັກກູດມາປຸງແຕ່ງເປັນອາຫານ ໄດ້ທຸກລະດູ ການ ຊຶ່ງເພິ່ນເອົາມາປຸງແຕ່ງ ເປັນອາຫານຫຼາຍຢ່າງ ດັ່ງລວກຍອດອ່ອນ ເປັນຜັກກັບ, ເຮັດແກງກັບຊີ້ນປະເພດຕ່າງໆ ຫຼື ເຮັດຊຸບປະສົມກັບຜັກຊະນິດອື່ນໆ. ໃນບາງຕຳລາຢາ ກໍ່ຍັງໃຊ້ຮາກຂອງຜັກກູດປະສົມກັບສະຫມູນ ໄພຊະນິດອື່ນປຸງແຕ່ງເປັນຢາເຢັນ ແລະ ເປັນຢາບຳລຸງຜິວໜັງ.
![ຕົ້ນ ຜັກກູດ [Ton Phak Kout] Ferns ຕົ້ນ ຜັກກູດ [Ton Phak Kout] Ferns](https://blogger.googleusercontent.com/img/b/R29vZ2xl/AVvXsEhYblRpMF7P2ssD-vSuJDtVuTYg6OFo_68y3sGJYcugvU6pp_5gw72ZZcRZ_np4vUOKQw-20E_M5phEQ_5WEd8XygyKr8TAGG2q8_vsdNgfMNDdSCj_FcfPuMi8vq-hzjnlMOSEg6KGe6w/s1600/%25E0%25BA%259C%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B9%25E0%25BA%2594%25E2%2580%258B%25E0%25BA%2594%25E0%25BA%25B4%25E0%25BA%2599.jpg) |
ຕົ້ນ ຜັກກູດ [Ton Phak Kout] Ferns |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ