![ຕົ້ນ ແຂມ [Ton Khaem] tiger grass, broom grass hukased.blogspot.com](https://blogger.googleusercontent.com/img/b/R29vZ2xl/AVvXsEhNT5ELg-yqECgbWSN98VP-ExJFvNtSx1TwOiJPjgRsJBRKgdlymNqOCndcx_Dzqygi86wF5wDngQIYC6gxCmFkNMwLQhcFS-b6zZiv3HC1ty5gsDNmP8a81NvmXE70UBS4ivwLy-i2ab0/s280/hukased.blogspot.com.jpg) |
ຕົ້ນ ແຂມ [Ton Khaem] tiger grass, broom grass |
ຕົ້ນ ແຂມ [Ton Khaem]
ຊື່ວິທະຍາສາດ: Thysanolaena latifolia
ຊື່ທົ່ວໄປເປັນພາສາ ອັງກິດ: tiger grass, broom grass
ຂ້ອຍຄືຕົ້ນແຂມ ເປັນພືດຫຍ້າອາຍຸຫຼາຍປີ, ຢູ່ໃນຕະກຸນດຽວກັນກັບ ພວກຕົ້ນໄຜ່, ຕົ້ນເຂົ້າ ແລະ ຫຍ້າແຜດ. ລໍາຕົ້ນເກີດເປັນສຸມ, ມີເຫງົ້າໃຕ້ດິນ, ລຳຕົ້ນເປັນທໍ່ກົມໂກນກາງ, ມີຂໍ້ ແລະ ປ້ອງ ຊຶ່ງປົກຫຸ້ມດ້ວຍຂົນ ສີຂາວ ແກມສີທອງ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດ ຄື: ອິນເດຍ, ຈີນ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ, ມາເລເຊຍ ແລະ ຟີລິບປິນ. ຂ້ອຍມັກເກີດຕາມປ່າເຫຼົ່າ, ຕາມເຈີ້ຍພູ, ຕາມແຄມແມ່ນ້ຳ ບ່ອນມີດິນຊຸດໂຊມ. ລຳຕົ້ນຂອງຂ້ອຍ ສູງ 3-4 ມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ, ເນື້ອໃບທັງຫຍາບ ທັງແຂງ, ຂອບໃບເປັນແສກໆ, ປາຍໃບແຫຼມ, ກົກໃບມົນ ຫຼື ເປັນຮູບຫົວໃຈ, ໃບ ເປັນແຜ່ນ ຮູບແຂບ, ຍາວ 25-55 ຊມ., ກ້ວາງ 4-7 ຊມ. ກາບໃບ ກ້ຽງ
ແລະ ຫຸ້ມເອົາລຳ. ດອກ ອອກເປັນຊໍ່ ຂະໝາດໃຫຍ່, ອອກຢູ່ປາຍຍອດ. ດອກອອກ ໃນເດືອນຕຸລາ ເຖິງເດືອນທັນວາ. ໝາກອອກໃນເດືອນທັນວາ ແກ່ໃນເດືອນມັງກອນ ເຖິງເດືອນກຸມພາ. ເຖິງວ່າ ຕົ້ນແຂມເປັນພືດທີ່ເກີດໃນປ່າກໍ່ຕາມ ຕົ້ນນີ້ ຍັງມີການຕິດພັນກັບການດຳລົງຊີວິດຂອງຄົນຊາວເອເຊຍມາແຕ່ຊ້ານານ. ຂ້ອຍຄິດວ່າ ຢູ່ໃນເຮືອນຊານຂອງພວກເຈົ້າ ຕ້ອງມີຟອຍກວດ ທີ່ເຮັດດ້ວຍຕົ້ນແຂມ ແລະ ແມ່ນຊໍ່ດອກ ແລະກ້ານຊໍ່ດອກອີກ ທີ່ເພິ່ນໄດ້ນຳມາມັດເຂົ້າກັນ ເຮັດຟອຍກວາດຕາມຫຼາຍແບບອີງຕາມຮີດຂອງຄົນ ພາກໃຕ້ ຫຼື ພາກເໜືອ ເພື່ອການໃຊ້ໃນຄອບຄົວ ແລະ ຂາຍເປັນສິນຄ້າ,ອັນເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນຊາວຊົນນະບົດ ຫຼາຍພໍສົມຄວນ. ນອກນັ້ນຊໍ່ດອກແຂມ ຍັງເປັນສິນຄ້າສົ່ງອອກ ໄປປະເທດໄກ້ຄຽງ ເພ່ືອ ປຸງແຕ່ງເປັນຟອຍກວດຕາມຮູບແບບຂອງເຂົາ ເຈົ້າເອງ. ໜໍ່ອ່ອນຍັງນຳມາປຸງແຕ່ງເປັນອາຫານ ເຊັ່ນ: ເຮັດ ແກງ, ເຮັດຊຸບ ແລະ ຕົ້ມກັບແຈ່ວ. ພ້ອມກັນນັ້ນ ເພິ່ນຍັງໃຊ້ຍອດອ່ອນ ແລະ ໃບ ລ້ຽງສັດ ເຊັ່ນ: ງົວ, ຄວາຍ. ສຸດທ້າຍ ຕົ້ນແຂມຍັງຖືກນຳມາປູກເປັນໄມ້ປະດັບ ປະສົມກັບພັນພືດໄມ້ ປະດັບປະເພດອື່ນໄດ້ຢ່າງກົມກຽວທີ່ສຸດ
![ຕົ້ນ ແຂມ [Ton Khaem] tiger grass, broom grass ຕົ້ນ ແຂມ [Ton Khaem] tiger grass, broom grass](https://blogger.googleusercontent.com/img/b/R29vZ2xl/AVvXsEjZZfYcgV5uyIEktvBQlDxPxH2W2LFZ-4MGKqt6gi3O5yxMxSr_87r67BvzAxA6nQ9kSnEBrarnS2PR9meNDlMTAjNdz4fDYBtmMelUniQZ7q2MkIJQPTDSD8gvNmzWinEXxaRY5yFv9aE/s1600/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E2%2580%258B%25E0%25BB%2581%25E0%25BA%2582%25E0%25BA%25A1.jpg) |
ຕົ້ນ ແຂມ [Ton Khaem] tiger grass, broom grass |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ