Thursday, May 12, 2016

​ຜັກ​ບຳ​ລຸງ​ສາຍ​ຕາ

ຜັກຮັກສາສາຍຕາ

ການມີສຸຂະພາບຕາທີ່ດີໄດ້ບໍ່ຍາກພຽງແຕ່ໝັ່ນ ຖະໜອມໃຫ້ຖືກວິທີ ແລະ ບໍາລຸງດ້ວຍ “ຜັກທີ່ອຸດົມໄປດ້ວຍວິຕາມິນເອ” ຫາງ່າຍລາຄາບໍ່ແພງກິນເປັນປະຈໍາຈະ ເຮັດໃຫ້ຕາ ແຈ້ງດີບັນຫາທາງດ້ານສາຍຕາແມ່ນ ມັກພົບຫຼາຍຂຶ້ນໃນທຸກເພດທຸກໄວໂດຍສະເພາະ ນັກຮຽນນັກສຶກສາ,ພະນັກງານທີ່ຕ້ອງຢູ່ໜ້າ ຄອມພີວເຕີ ຫຼື ເບິ່ງໂທລະພາບ ເປັນເວລາດົນ ໃຊ້ສາຍ ຕາອ່ານໜັງສືຂະນະແສງບໍ່ພຽງພໍ ລວມເຖິງ ແສງແດດ ແລະລົມ ລ້ວນເປັນປັດໃຈເຮັດໃຫ້ດວງຕາເສື່ອມເສຍກ່ອນໄວ ດັ່ງນັ້ນ ໃນແຕ່ລະວັນຈຶ່ງຄວນໝັ່ນຖະໜອມ ເພື່ອຍືດອາຍຸການໃຊ້ໃຫ້ດົນທີ່ສຸດ ເລີ່ມງ່າຍໆດ້ວຍການກິນຜັກທີ່ຊ່ວຍບໍາລຸງສາຍຕາທີ່ອຸດົມໄປດ້ວຍວິຕາມິນເອດັ່ງນີ້:


•    ຜັກບົ້ງ ແກ້ຕາຟາງ ຫຼື ຕາບອດກາງຄືນ ຫຼຸດອາການການປວດກະບອກຕາໃນກໍລະນີທີ່ໃຊ້ສາຍຕາຫຼາຍ ແລະຊ່ວຍບັນເທົາຕາແຫ້ງ.



•    ກະຫຼົດ ມີຫຼາຍສີເຊັ່ນ: ເຫຼືອງ, ມ້ວງ ແລະ ສົ້ມ ແຕ່ນິຍົມຮັບປະທານແຕ່ສີສົ້ມບໍາລຸງສາຍຕາ ຊ່ວຍເພີ່ມປະສິດທິພາບການ ເບິ່ງເຫັນໃນເວລາກາງຄືນ ຫຼືໃນເວລາແສງສະຫວ່າງໜ້ອຍ.



•    ໝາກອຶ ຊ່ວຍໃນການເບິ່ງເຫັນ ຊ່ວຍໃນການປ້ອງກັນຕາແຫ້ງ ແລະແກ້ວຕາເປັນບາດ.



•    ຜັກກາດ ແມ່ນມີ Lulin ສູງໂດຍຜົນການວິໄຈໃນຕ່າງປະເທດພົບວ່າ ຮັບປະທານເປັນປະຈໍາຈະຫຼຸດຜ່ອນຄວາມສ່ຽງ ຂອງການເກີດໂຣດຕໍ້ແກ້ວຕາໄດ້ເຖີງ 20%.



•    ຜັກຕໍານິນ ມີ Carotene ແລະ Caroline Patapsco ທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອ ແກ້ພະຍາດຕາມົວຕອນກາງຄືນ.

ຫມາກ​ຍົມ ຄຸນ​ຄ່າ​ທາງ​ການ​ຢາ

ສັບພະ​ຄຸນ​ຂອງ​ໃບໝາກ​ຍົມ:  ​ໃບໝາກຍົມ​ແກ້​ເບົາຫວານ​ວິທີ​ກໍ່​ຄື​ການ​ໃຊ້​ໃບ​ສົດ ​ແລະ ​ໃບ​ເຕີຍ​ຫອມ​ພໍປະມານ​ນຳ​ມາ​ຕົ້ມ​ກັບ​ນໍ້າ​ເພື່ອ​ດື່ມ ຊຶ່ງ​​ໃນ​ໄລຍະ​ການ​ດື່ມ​ເຂົ້າ​ໄປນໍ້າ​ຈະ​ເຂົ້າ​ໄປກະ​ຕຸ້ນ​ຕັບ​ອ່ອນ​ໃຫ້​ແຂງ​ແຮງ ​ແລະ ສາມາດ​ຜະລິດ​ນໍ້າຕານ​ໃນ​ພາວະ​ສົມ​ດຸນ​ໂດຍ​ບໍ່​ຕ້ອງ​​ເພິ່ງ​ອິນ​ຊູ​ລິນຈາກ​ ພາຍ​ນອກຊ່ວຍ​ບຳລຸງ​ປະສາດ​ , ບັນ​ເທົາ​ອາການ​ເຈັບຫົ​ວ ດ້ວຍ​ການ​ໃຊ້​ໃບໝາກຍົມ​ແກ່ 1 ກໍາມືຕົ້ມ​ກັບ​ນໍ້າ​ແລ້ວ​ໃສ່​ນໍ້າຕານ​ລົງ​ໄປ​ພໍປະມານ​ແຕ່​ບໍ່​ໃຫ້​ຫວານ​ເກີນ ຕົ້ມ​ໃຫ້​ຟົດ​​ເພື່ອເອົາ​ໄວ້​ດື່ມ ​ເຊົ້າ - ​ແລງ ຄັ້ງ​ລະ 1 ຈອກ,​ ແກ້​ໄຂ້ຫວັດ, ​ແກ້​ພິດ​ອີ່​ສຸກ​ອີ່​ໃສ ດ້ວຍ​ການ​ໃຊ້​ໃບ​ຕົ້ມ​ກັບ​ນໍ້າ​ແລ້ວ​ນຳ​ມາ​ອາບ

 

ປະ​ໂຫຍ​ດຂອງໝາກຍົມ: ໜ່ວຍໝາກຍົມ ​ມີ​ສານ​ຕໍ່ຕ້ານ​ອະນຸ​ນູນອິສະລະ,​ຊ່ວຍ​ດັບ​ຄວາມ​ຮ້ອນ ​ແລະ ປັບ​ຄວາມ​ສົມ​ດຸນ​ໃນ​ຮ່າງກາຍ​ໃຊ້​ເປັນ​ຢາ​ອະນຸວັດ​ທະນະ, ບຳລຸງ​ເລືອດ ດ້ວຍ​ວິທີ​ໃຊ້ໝາກ​ທີ່​ສຸກ​ດີ​ນຳ​ມາດ​ອງ​ໃນ​ນໍ້າ​ເຊື່ອມຈົນ​ຄົບ 3 ມື້( ນໍ້າ 1 ສ່ວນ​ຕໍ່​ນໍ້າຕານ 3 ສ່ວນ) ​ແລ້ວ​ນຳ​ມາ​ກິນ​ມື້​ລະ 1 ບ່ວງ​ແກງ , ​ແກ້​ໄຂ້ ​ໂດຍ​ການ​ນຳ​ເປື​ອກມາ​ຕົ້ມ​ກັບ​ນໍ້າ​ເພື່ອ​ດື່ມ​ແຖມ​ຍັງ​ສາມາດ​ແກ້​ອາການ​ ໄຂ້ຫວັດ​ໄດ້​ເພາະມີ​ວິຕາມິນ​ເຊ​ສູງ , ມີ​ລິດ​ດັບ​ພິດ​ແກ້​ອາການ​ຄໍ​​ແຫ້ງ ດ້ວຍ​ການ​ຮັບ​ປະທານໝາກສຸກຫຼືດິບ​ກໍ່​ໄດ້ ​ໃຊ້​ເປັນ​ຢາ​ລະບາຍ​ຊ່ວຍ​ຮັກສາ​ຜົດຝື່ນ​ຄັນ ຫຼື ​ແກ້​ໂລກ​ປະດົງ ພຽງ​ແຕ່​ໃຊ້​ຮາກໝາກຍົມ​ປະມານ 1 ກິ​​ໂລກຣາມຕົ້ມ​ກັບ​ນໍ້າ 10 ລິດ ຕົ້ມ​ໃຫ​​້ຟົດ 10 ນາທີ ​ແລ້ວ​ປະ​ໄວ້​ໃຫ້​ອຸ່ນ​ຈຶ່ງ​ນຳ​ມາ​ອາບ ​ແລະ ຄວນ​ເຮັດ​ຄວບ​ຄູ່​ໄປ​ກັບ​ການ​ໃຊ້​ຮາກ​ຂອງ​ມັນ​ມາ​ຝົນ​ທາ​ບໍລິ​ເວນ​ທີ່​ເປັນ​ ດ້ວຍ , ​ແກ້​ໂລກ​ຜິວໜັງ, ອາການ​ປວດຫຼັງ, ປວດ​ກ້າມ​ຊີ້ນ, ​ໂລກ​ຂໍ້​ອັກ​ເສບ ດ້ວຍ​ການ​ນຳໝາກ​ມາ​ຕຳ​ກັບ​ພິກ​ໄທ​ແລ້ວ​​ໂອບ​ໄວ້​ບໍລິ​ເວນປວດ ຫຼື ຈະ​ກິນ​ເປັນໝາກສົດໆ​ເລີຍ​ກໍ່​ໄດ້.

ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ

1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສົດໃສ ຫຼຸດຜ່ອນຄວາມເຖົ້າ ແລະ ຊ່ວຍຕ້ານອານຸມູນອິດສະຫຼະແລ້ວ ເຊີີຣີຍັງຊ່ວຍໃຫ້ສາວໆອາລົມດີຂຶ້ນອີກນຳ ເນື່ອງຈາກເຊີຣີມີສານທີ່ຊື່ວ່າ ແອນໂທໄຊຍານິນ (anthocyanin) ຊຶ່ງເປັນເມັດສີທີ່ເຮັດໃຫ້ໝາກໄມ້ຊະນິດນີ້ມີສີສັນສົດໃສ ແລະ ມີສັບພະຄຸນທີ່ສຳຄັນຄືເຮັດໃຫ້ຄົນກິນມີຄວາມສຸກ ໃນທາງການແພດເຊີຣີຈັດໄດ້ວ່າເປັນ ແອັດສໄພລິນທຳມະຊາດເລີຍແຫຼະ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

2. ກ້ວຍ ກ້ວຍທຸກຊະນິດບໍ່ວ່າຈະເປັນກ້ວຍໄຂ່ ກ້ວຍນ້ຳ ກ້ວຍຫອມ ຫຼື ກ້ວຍອື່ນໆນອກຈາກຈະຫາກິນງ່າຍ ແລະ ມີລາຄາຖືກແລ້ວ ຍັງອຸດົມໄປດ້ວຍຄຸນປະໂຫຍດຫຼວງຫຼາຍ ດ້ວຍທາດໂປຕາສຊ້ຽມ (Potassium) ທີ່ສູງ ແຕ່ໂຊດ້ຽມຕ່ຳ ກ້ວຍຈຶ່ງຊ່ວຍໃນການຫຼຸດຄວາມດັນເລືອດ ມີທາດເຫຼັກສູງທີ່ຊ່ວຍກະຕຸ້ນການຜະລິດເຮໂມໂກລບິນ(Hemoglobin) ໃນເລືອດ ເຮັດໃຫ້ຜິວພັນຂອງທ່ານສ່ອງແສງມີເລືອດຝາດ ແລະ ປະລິມານເສັ້ນໄຍອາຫານທີ່ມີຢູ່ຫຼາຍຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິນຳ ກ້ວຍຍັງມີສ່ວນປະກອບຂອງວິຕາມິນບີ 6 ຊ່ວຍຮັກສາລະດັບນຳຕານໃນເລືອດໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມສຳຫຼັບສາວໆ ທີ່ມາອາການກ່ອນມີປະຈຳເດືອນ (PMS-Premenstrual Syndrome) ການກິນກ້ວຍຈຶ່ງຊ່ວຍໃຫ້ອາລົມດີຂຶ້ນ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

3. ສະຕໍເບີຣີ ອຸດົມດ້ວຍວິຕາມິນຊີ ແລະ ໄຟຕິວຣຽນທີ່ຈະເຮັດໃຫ້ອະນຸມູນອິດສະຫຼະໝົດລິດ ຊ່ວຍຄືນຄວາມໜຸ່ມໃຫ້ລະບົບປະສາດ ຜ່ອນຄາຍຄວາມເມື່ອຍຂອງສະໝອງ ແລະ ເຮັດໃຫ້ສະໝອງຂອງທ່ານຕືີ່ນຕົວ ສາມາດຈື່ຈຳສິ່ງຕ່າງໆໄດ້ຢ່າງຕົງປະເດັນ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

4. ຜັກໃບຂຽວຕ່າງໆ ອາຍຸຫຼາຍຂຶ້ນ ຄວາມສ່ຽງຕໍ່ພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈກໍ່ເພີ່ມຫຼາຍຂຶ້ນໄປນຳ ການກິນຜັກໃບຂຽວທຸກມື້ຈະຊ່ວຍຫຼຸດຄວາມສ່ຽງພະຍາດນີ້ໄດ້ເຖິງ 11 ສ່ວນຮ້ອຍ ທັງຍັງຊ່ວຍໃນເລື່ອງການເບິ່ງເຫັນ ເນື່ອງຈາກມີແຄໂຣທີນອຍ (carotenoid) ເຖິງສອງຊະນິດຄື ລູທີນ (Lutein)  ແລະ ຊີແຊນທິນ (Zeaxanthin) ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕໍ່ຕາເຊື່ອມອັນເນື່ອງມາຈາກໄວອາຍຸ ແລະ ຍັງອຸດົມໄປດ້ວຍກົດໂຟລິກ (Folic Acid) ທີ່ຈະຊ່ວຍໃຫ້ຮ່າງກາຍຜະລິດເຊວໃໝ່ໆ ທັງເປັນແຫຼ່ງວິຕາມິນອີ ແລະ ໂຟເລດ (folate) ທີ່ຈະຊ່ວຍຊະລໍບັນຫາຄວາມຈຳເຊື່ອມ

ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

5. ແອັບເປິ້ນ ເປັນທີ່ຮູ້ຈັກກັນມາດົນແລ້ວວ່າແອບເປິ້ນອຸດົມໄປດ້ວຍສານແອນຕີອ໋ອກຊີແດນ (Antioxidant) ຊ່ວຍກຳຈັດຕົວການທີ່ເຮັດໃຫ້ເຊວເຊື່ອມສະພາບ ສຳຫຼັບສາວໆທີ່ຕ້ອງການຄວາມສົດໃສ ຂໍແນະນຳໃຫ້ເລືອກກິນ ແອັບເປິ້ນສີບົວທີ່ມີສານພິໂລນິກ (phenolic) ຊຶ່ງຈະຊ່ວຍຢຸດຢັ້ງການເກີດຝາ ແລະ ຊະລໍຄວາມເຖົ້າໃຫ້ຜິວໜັງ ພ້ອມທັງມີສານຟລາໂວນອຍ (Flavonoids) ທີ່ເພີ່ມການດູດຊຶມວິຕາມິນຊີ ແລະ ເຮັດໃຫ້ຝາຫຼອດເລືຶອດຝອຍແຂງແຮງນຳ


ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

ພືດ ທີ່ສາມາດຟອກປອດ


ອາ­ຫານ​ຟອກ​ປອດ​ຊ່ວຍໃຫ້​ຫາຍ­ໃຈ​ສະ­ດວກ​ແມ່ນ​ປະ ກອບ​ດ້ວຍ: ໝາກ­ເຜັດ​ທີ່​ອຸ­ດົມ​ໄປດ້ວຍ​ສານ​ແຄ​ປ​ໄຊ​ຊີນ ທີ່​ໃຫ້​ຄວາມ ເຜັດ​ຮ້ອນ​ເຮັດ​ໃຫ້­ການ​ໄຫຼ​ວຽນຂອງ​ເລືອດ​ດີ​ຂຶ້ນ​

ກະ​ຕຸ້ນ​ການ​ສ້າງ ເຍື່ອ​ເມືອກ ແລະ​ປ້ອງ​ກັນ​ການ​ຕິດ ເຊື້ອ, ແອ​ປ​ເປິ້ນ ມີ​ສານ​ຟລາ​ໂວ ນອຍ, ວິ­ຕາ­ມິນ​ອີ​ແລະ​ຊີ​ຊ່ວຍ​ໃຫ້ ປອດ​ເຮັດ​ວຽກ​ໄດ້​ດີ​ທີ່​ສຸດ, ໝາກ­ອຶ ອຸ­ດົມ​ດ້ວຍ​ສານ​ເບ​ຕ້າ​ແຄ​ໂຣ​ທີນ ແລະ ວິ­ຕາ­ມິນ​ເຊ​ມີ ສັບ­ພະ​ຄຸນ​ເຊັ່ນ ດຽວ​ກັບ​ຫົວ​ກາ​ຣົດ, ຂີງ​ເປັນ​ເຄື່ອງ ເທດ​ທີ່​ມີ​ສານ​ຕໍ່­ຕ້ານ​ການ​ອັກ­ເສບ ແລະ​ກະ​ຕຸ້ນ​ການ​ຂັບ​ຂອງ​ເສຍ ອອກ​ຈາກ​ປອດ, ຫົວ​ກາ​ຣົດ​ອຸ­ດົມ ດ້ວຍ​ວິ­ຕາ­ມິນ​ເອ, ວິ­ຕາ­ມິນ​ຊີ ແລະ ໄລ​ໂຄ​ປີນ ຊຶ່ງ​ເປັນ­ສານ​ຕ້ານ​ອະ­ນຸ ມູນ​ອິດ­ສະ­ຫຼະ​ທີ່​ສົ່ງ​ຜົນ​ດີ​ຕໍ່​ສຸ​ຂະ ພາບ​ປອດ ແລະ​ຊ່ວຍ​ຫຼຸດ​ຄວາມ ສ່ຽງ​ຂອງ​ການ​ເກີດ​ໂລກ​ກ່ຽວ​ກັບ ປອດ, ໝາກ​ພິ­ລາ​ຊ່ວຍ​ຢັບ​ຢັ້ງ​ການ ຈະ­ເລີນ​ເຕີບ​ໂຕ​ຂອງ​ກ້ອນ​ຊີ້ນ​ປົ່ງ ທີ່​ປອດ ເພາະ​ປະ­ກອບ​ດ້ວຍ​ສານ ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ຈຳ­ນວນ ຫຼາຍ​ອຸ­ດົມ​ໄປ​ດ້ວຍ​ສານ​ແມັກ​ນີ ຊຽມ​ໃນ​ປະ­ລິ­ມານ​ສູງ ຈິ່ງ​ຊ່ວຍ​ໃຫ້ ປອດ​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ​ຍັງ​ເປັນ​ແຫຼ່ງ​ກົດ​ໄຂ­ມັນ​ທີ່​ຈຳ ເປັນ​ຕໍ່​ລະ­ບົບ​ຫົວ­ໃຈ ແລະ​ຫຼອດ ເລືອດ, ກະ­ທຽມ ແລະ​ຫົວ​ຜັກ­ບົ່ວ ແຫ້ງ​ອາ­ຫານ​ທີ່​ມີ​ກິ່ນ​ແຮງໆ​ເຫຼົ່າ ນີ້​ດີ​ຕໍ່​ຫົວ­ໃຈ ແລະ​ປອດ ເພາະ​ຊ່ວຍ ຫຼຸດ​ການ​ອັກ­ເສບ​ຫຼຸດ​ໄຂ­ມັນ ແລະ ປ້ອງ​ກັນ​ການ​ຕິດ­ເຊື້ອ.

    ນອກ­ຈາກ​ສິ່ງ​ທີ່​ກ່າວ​ມາ​ນັ້ນ ແລ້ວ​ຜັກ​ໃນ​ຕະ­ກູນ​ກະ​ຫຼ່ຳ​ປີ​ຍັງ​ມີ ລິດ​ຊ່ວຍ​ຢັບ​ຢັ້ງ​ໂລກ​ມະ​ເຮັງ​ປອດ ແລະ​ຕັດ​ຄວາມ​ສ່ຽງ​ການ​ເປັນ​ມະ ເຮັງ​ປອດ​ລົງ​ໄດ້​ເຄິ່ງ​ໜຶ່ງ​ອີກ​ທັງ​ຍັງ​ອຸ­ດົມ​ດ້ວຍ​ຄໍ​ໂຣ​ຟິ​ລ​ທີ່​ຊ່ວຍ​ຟອກເລືອດ​ໃຫ້​ສະ­ອາດ ແລະ​ສ້າງ​ເມັດ ເລືອດ​ຂຶ້ນ​ມາ​ໃໝ່ ລວມ​ທັງ​ມີ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ບາງ​ຊະ ນິດ​ໄດ້ ເທົ່າ​ນັ້ນ​ຍັງ​ບໍ່​ພໍ​ຂີ້­ໝິ້ນ​ເຄື່ອງ ເທດ​ຊະ­ນິດ​ນີ້​ມີ​ສັບ­ພະ​ຄຸນ​ຫຼາຍ ຢ່າງ​ຄ້າຍໆ​ຄື​ກັບ​ຂີງ​ທີ່​ສຳ­ຄັນ​ຍັງ ປະ­ກອບ​ດ້ວຍ​ເຄີ​ຄູ​ມິນ ຊຶ່ງ​ເປັນ­ສານ ທີ່​ກະ​ຕຸ້ນ​ການ​ທຳ­ລາຍ​ເຊລ​ມະ​ເຮັງ

Wednesday, May 04, 2016

ສະຫມຸນໄພໄລຍຸງ


ພືດສະຫມຸນໄພໄລຍຸງ
1. ຕົ້ນກະເພົາ: ເປັນພືດສວນຄົວສະນິດຫນຶ່ງ ທີ່ມີປະສິດທິພາບໃນການຂັບໄລ່ຍຸງ ດັ່ງນັ້ນຄວນປູກໄວ້ບໍລິເວນປະຕູປ່ອງຢ້ຽມ ຮັບຮອງວ່າຍຸງຈະບໍ່ກ້າມາໃກ້ 
2.ຫຍ້າຫນວດແມວ: ເປັນຕົ້ນຫວ້າຊ່ວຍໄລ່ຍຸງ ເຊິ່ງຈະປ່ອຍນຳມັນຊະນິດຫນຶ່ງອອກມາຈາກໃບ ແລະ ລຳຕົ້ນ ສຳລັບເຮືອນທີ່ມີແມວ ແລະ ຫມາ ລະວັງ ສັດພວກນີ້ຈະເມົາກີ່ນຂອງມັນ

3.ຕົ້ນໄຫມຈຸລີ  ເປັນດອກໄມ້ສວຍງາມທີ່ສາມາດໄລ່ຍຸງ ໂດຍທົ່ວໄປບໍລິສັດຜະລິດນ້ຳຢາໄລ່ຍຸງມັກໃຊ້ພືດຊະນິດນີ້
4.ດອກເຈີລານ່ຽມ ເປັນພັນໄມ້ອີກຊະນິດຫນຶ່ງທີ່ເຫມາະຈະປູກໄວ້ໃນສວນຫາກດິນ ສະພາບອາກາດເຫມາະສົມສາມດໄລ່ຍຸງໄດ້ດີ 


5.ເລມ່ອນປາມ: ນອກຈາກສັບພະຄຸນໃນການນອນຫລັບ ຍັງຊ່ວຍປັບຄວາມດັນໂລຫິດ ທີ່ສຳຄັນ ຫິນຂອງມັນພຽງເລັກນ້ອຍ ກໍ່ສາມາດໄລ່ຍຸງໃຫ້ໄປໄກໄດ້
6. Pennyroyal ດອກຂອງມັນສາມາດໄລ່ຍຸງ ແລະກຳຈັດຫມັດໄດ້ ນອກນັ້ນຍັງສາມາດຊົງເປັນຊາ ແກ້ອາການປວດປະຈຳເດືອນ ແລະ ຊີ້ນປັ້ນ
7. ຫົວສີໄຄຫອມ: ຫລັງຈາກບົດຫົວສີໄຄຫອມແລ້ວ ສາມາດນຳໄປປະສົມກັບດອກໄມ້ສະນິດອື່ນໄດ້ ແລ້ວທາຜິວເພື່ອປ້ອງກັນຍຸງ 

8. ລາເວັນເດີ: ຫລາຍທ່ານກໍ່ຮູ້ຈັກດີວ່າ ພືດສະນິດນີ້ສາມາດໄລ່ຍຸງໂດຍສະເພາະ 


9. Lemon Thyme ມີກິ່ນໄກ້ຄຽງກັບຫມາກນາວ ເຮັດໃຫ້ສາມາດໄລ່ຍຸງໄດ້ດີ


10. ດອກດາວເຮືອງ: ດອກດາວເຮືອງ ກິນຂອງມັນຈະບໍ່ຄ່ອຍຖືກໃຈທັງແມງໄມ້ ແລະຄົນ ໂດຍສະເພາະຍຸງ ຈະບໍ່ສາມາດທົນກິ່ນໄດ້ເລີຍ

11.ຜັກສາລະແນ 













12.ດອກໂຣດແມລີ: ນອກຈາກຈະຊ່ວຍໄລ່ຍຸງແລ້ວ ຍັງສາມາດເອົາໄປປະສົມກັບດອກໄມ້ສະນິດອື່ນໆ ເພື່ອດູແລຮັກສາຜິວ 
ພືດເຫລົ່ານີ້ ເປັນພືດທີ່ມີໃນບ້ານເຮົາ ແລະ ບໍ່ມີ ດັ່ງນັ້ນເວລາທີ່ຈະປູກ ຄວນຄຳຫນຶ່ງຖືກ ພືດທີ່ມີພາຍໃນບ້ານເຮົາ

ພືດ 4 ສະນິດ ທີຮັກສາ ໂລກ ລົມພິດ


ການຮັກສາລົມພິດ
  • ໝາກກ້ວຍ: ພຽງໃຊ້ເປືອກໝາກກ້ວຍນ້ຳສຸກແລ້ວເອົາດ້ານໃນຂອງເປືອກທາບໍລິເວນທີ່ມີຜື່ນຄັນຈະຊ່ວຍໃຫ້ອາການຄັນຈາກລົມຜິດບັນເທົາລົງແລະບໍ່ຮູ້ສຶກແສບຮ້ອນ

  • ຕົ້ນໄຜ່: ໃຊ້ໃບໄຜ່ຊະນິດໃດກໍ່ໄດ້ກັບໃບໝາກຂາມຢ່າງລະເທົ່າກັນໃສ່ນ້ຳໃຫ້ຖ້ວມຢາຕົ້ມນ້ຳໃຫ້ເດືອດປະມານ15ນາທີປະໄວ້ໃຫ້ເຢັນຈື່ງເອົາມາອາບມື້ລະ2ຄັ້ງອາການຜື່ນຄັນຈະຄ່ອຍໆຍຸບໄປເອງ


  • ເສລົດພັງພອນ: ໃຊ້ໃບກັບດິນສໍພ່ອງນຳມາຕຳປະສົມກັນແລ້ວເຕີມນ້ຳເລັກນ້ອຍທາແກ້ລົມພິດຫຼືຈະເອົາມາຕຳປະສົມກັບເຫຼົ້າທາກໍ່ໄດ້ເຊັ່ນກັນ


  • ໃບພູ:ໃຊ້ໃບພູຕາມຈຳນວນທີ່ຕ້ອງການຕຳໃຫ້ລະອຽດແລ້ວເຕີມເຫຼົ້າຂຽວຫຼືແອວກໍຮໍຖ້າບໍ່ມີໃຫ້ໃຊ້ນ້ຳກໍ່ໄດ້ເຕີມພໍໃຫ້ແຫຼວເອົານ້ຳຢາທີ່ໄດ້ມາທາບໍລິເວນທີ່ເປັນຜື່ນທາທັງກາກບໍ່ຕ້ອງຄັ້ນນ້ຳພໍຢາແຫ້ງກໍ່ທາໃໝ່ທາຈົນຜື່ນຍຸບດີຂື້ນເມື່ອທາຢາແລ້ວຈະຮູ້ສຶດເຢັນອາການຄັນບວມຈະຄ່ອຍຍຸບລົງ

ສາລະຫນ້າຮູ້ ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​




ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​

- ນ້ຳ​ມັນ​ງາ​ ນຳ​ງາ​ດິບ​ປະ​ມານ​ 1 ຖ້ວຍ​ ຕຳໃຫ້​ລະອຽດ​ບີບ​ເອົາ​ນ້ຳ​ມັນ​ຈາກ​ງາ​ເກັບ​ໄວ້​ໃນ​ຂວດ​ທາ​ຜິວ​ຕອນ​ເຊົ້າ​ແລະ​ກ່ອນ​ນອນ​ ນ້ຳ​ມັນ​ງາ​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື່ນ​ ຫຼຸດ​ອາ ການ​ແຫ້ງ​ແຕກ​ແລະ​ຄັນ.​
- ຂີ້​ມິ້ນ ມີສັບພະຄຸນຊ່ວຍ​ຫຼຸດ​ອາການ​ຄັນ​ແລະ​ຊ່ວຍ​ຫຼຸດ​ອາການ​ຜົດ​ຜື່ນ​ຕາມ​ຜິວ​ໜັງ​ ພຽງ​ນຳ​ຂີ້​ມິ້ນ​​ສົດ​ມາ​ລ້າງ​ໃຫ້​ສະ​ອາດ​ ຕຳໃຫ້​ລະອຽດ​ບີບ​ນ້ຳ​ທີ່​ໄດ້​ນຳ​ມາ​ທາ​ຜິວ​ຫຼັງ​ອາບ​ນ້ຳ​ເຊົ້າ​-ແລງ​ ແຕ່​ອາດຈະ​ມີ​ສີ​ຂອງ​ຂີ້ມິ້ນ​ຕິດ​ຕາມ​ເສື້ອ​ຜ້າ​ທີ່​ໃສ່.​
- ຜິວ​ໝາກ​ກູດ​ ນ້ຳ​ມັນ​ທີ່​ຜິວ​ຂອງ​ໝາກ​ນາວ​ແລະ​ໝາກ​ກູດ​ ຈະ​ຊ່ວຍ​ເຄືອບ​ຜິວ​ ໃຫ້​ຊຸ່ມ​ຊື່ນ,​ ຫຼຸດດ​ອາການ​ຄັນ,​ ຫຼຸດ​ການ​ອັກ​ເສບໂດຍ​ນຳ​ໝາກ​ນາວ​ທີ່​ໃຊ້​ແລ້ວ​ ສ່ວນ​ບໍລິເວນ​ຜິວ​ດ້ານ​ນອກ​ຂອງ​ໝາກ​ນາວ​ມາ​ທາ​ຜິວ​ບໍລິເວນ​ທີ່​ແຫ້ງ​ຄັນ ເຊົ້າ​-ເແລງ​ ກໍ່ຈະ​ຊ່ວຍ​ຫຼຸດ​ອາ ການ​ຄັນ​ໄດ້.​

ການ​ເບິ່ງ​ແຍງ​ສຸຂະພາບ​ດ້ວຍ​ການ​ອາບ​ສ​ະໝຸນ​ໄພ​

ການ​ອາບ​ນ້ຳ​ອຸ່ນ​ໃນ​ລະດູ​ໜາວ​ຈະ​ຊ່ວຍ​ໃຫ້​ການ​ໄຫຼ​ວຽນ​ຂອງເລືອດ​ດີ​ຂຶ້ນ​ ເພາະ​ໃນ​ລະດູ​ໜາວ​ ຄົນ​ສ່ວນ​ໃຫຍ່​ມັກ​ຈະ​ເປັນ​ຫວັດ​ແລະ​ຄັນ​ຕາມ​ຜິວ​ໜັງ​ ຊຶ່ງ​ຫາກ​ນຳ​ສະ​ໝຸນ​ໄພ​ທີ່​ມີສັບພະຄຸນ​ຊ່ວຍ​ຫຼຸດ​ອາການ​ຄັນ​ມາ​ຕົ້ມ​ອາບ​ແທນ​ນ້ຳ​ກໍ່​ຈະ​ຊ່ວຍ​ບັນ​ເທົາ​ອາການ​ຄັນ​ໄດ້​ດີ​ ສະ​ໝຸນ​ໄພທີ່​ຫາ​ໄດ້​ງ່າຍທີ່​ຄວນ​ນຳ​ມາ​ຕົ້ມ​ມີ​ດັ່ງ​ນີ້.​

- ຍອດ​ຜັກ​ບົ່ງ​ ຈຳນວນ​ 5 ຍອດ​ ໃຊ້​ຮັກສາ​ອາການ​ຄັນ​
- ໃບ​ໝາກ​ກູດ​ ຈຳນວນ​ 3-5 ໃບ​ ແກ້​ວິນວຽນ​ ຊ່ວຍ​ໃຫ້​ຫາຍ​ໃຈ​ສະບາຍ​
- ຕົ້ນຫົວສີໄຄ​ ຈຳນວນ​ 3 ຕົ້ນ​ ບຳ​ລຸງ​ທາດ​ໄຟ​
- ຫົວ​ໄພ​ ຈຳນວນ​ 2-3 ຫົວ​ ຫຼຸດ​ອາການ​ອັກ​ເສບ​ ປວດ​ ບວມ​
- ໃບ​ໜາດ​ ຈຳນວນ​ 3-5 ໃບ​ ຊ່ວຍ​ບຳ​ລຸງ​ ແກ້​ພະຍາດ​ຜິວ​ໜັງ​ ນ້ຳ​ເຫຼືອງ​
- ຫົວ​ຂີ້​ມິ້ນ​ ຈຳນວນ​ 2-3 ຫັວ​ ຊ່ວຍ​ສ​ະມານ​ແຜ ແກ້​ຄັນ​ຕາມ​ຜິວ​ໜັງ​
- ກາລະ​ບູນ​ ຈຳນວນ​ 15 ກຣາມ​ ຊ່ວຍ​ບຳ​ລຸງ​ຫົວ​ໃຈ​
- ຫົວ​ຫອມ​ແດງ​ ຈຳນວນ​ 3-5 ຫົວ​ ແກ້​ຫວັດ​​


         ພຽງ​ນຳ​ສະ​ໝຸນໄພ ທັງ​ໝົດ​ມາ​ຕົ້ມ​ໃສ​ກັນ​ປະສົມ​ນ້ຳ​ເຍັນ​ໃຫ້​ພໍ​ອຸ່ນແລ້ວ​ນຳ​ມາ​ອາບ​ສັບພະຄຸນ​ຂອງ​ສ​ະໝຸນ​ໄພ​ກໍ່​ຈະ​ຊ່ວຍ​ກະຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດ​ ຫຼຸ​ດອາການ​ຄັນ​ຕາມ​ຜິວ​ໜັງ​ ຊ່ວຍ​ໃຫ້​ຫາຍ​ໃຈ​ໂລ່ງ​ ພຽງເທົ່າ​ນີ້​ສາວ​ໆ​ກໍ່​ຈະ​ຮູ້ສຶກ​ສະບາຍ​ຕົວ​ບໍ່​ຕ້ອງ​ກັງ​ວົນ​ກັບ​ລະດູ​ໜາວ​ແລ້ວ.

ສັບພະຄຸນຂອງໝາກຂາມປ້ອມ ແລະ ໝາກກ້ຽງ




ຫມາກກ້ຽງ


ມີຄຸນປະໂຫຍດແກ່ຮ່າງກາຍຂອງເຮົາເຊັ່ນເຮັດໃຫ້ຜິວງາມເສີມສ້າງກະດູກ, ປ້ອງກັນພະຍາດຫົວໃຈ, ຖ່າຍສະດວກ, ບຳລຸງສາຍຕາແລະເຮັດໃຫ້ອາລົມແຈ່ມໃສ່ ແລະ ໃນຫມາກກ້ຽງ ຍັງມີສານໄຟໂຕນິວທຽນຢ່າງຫລວງຫລາຍເຊິ່ງເຮັດຫນ້າທີ່ເປັນ ສານຕ້ານອະນຸມູນອິດສະຫລະລວມເຖິງກຸ່ມ ຟລາວາໂນນ, ສານ ແອນໂທໄຊຍານິນ, ສານໂພລີຟີນອຍແລະວິຕາມິນເຊທີ່ມີຄວາມ ສຳຄັນຕໍ່ຮ່າງກາຍເປັນຕົ້ນກໍ່ແມ່ນປົກ ປ້ອງແກ້ວຕາຈາກພະຍາດ
ອານາຈັກ:Plantae
ຫມວດ:Magnoliophyta
ຊັ້ນ:Magnoliopsida
ຊັ້ນຍ່ອຍ:Rosidae
ອັນດັບ:Sapindales
ວົງ:Rutaceae
ສະກຸນ:Citrus
(L.Osbeck[1]
 
Nutritional value per 100 g (3.5 oz)
Energy197 kJ (47 kcal)
11.75 g
Sugars9.35 g
Dietary fiber2.4 g
0.12 g
0.94 g
Vitamins
Vitamin A equiv.
(1%)
11 μg
Thiamine (B1)
(8%)
0.087 mg
Riboflavin (B2)
(3%)
0.04 mg
Niacin (B3)
(2%)
0.282 mg
Pantothenic acid (B5)
(5%)
0.25 mg
Vitamin B6
(5%)
0.06 mg
Folate (B9)
(8%)
30 μg
Choline
(2%)
8.4 mg
Vitamin C
(64%)
53.2 mg
Vitamin E
(1%)
0.18 mg
Minerals
Calcium
(4%)
40 mg
Iron
(1%)
0.1 mg
Magnesium
(3%)
10 mg
Manganese
(1%)
0.025 mg
Phosphorus
(2%)
14 mg
Potassium
(4%)
181 mg
Zinc
(1%)
0.07 mg
Other constituents
Water86.75 g

ຫມາກຂາມປ້ອມ

ຊື່ວິທະຍາສາດ:  Phyllanthus emblica Linn ວົງEUPHORBIACEAE ສ່ວນພາສາບາລີ ມັກເອີ້ນວ່າ ອາມັນທະ ຫລື ອາມົນກະ

ຈະມີລົດຊາດສົ້ມຫລາຍ ແຕ່ເມື່ອກິນແລ້ວ ເຮັດໃຫ້ຊຸ່ມຄໍ ແລະ ໃຫ້ວິຕາມິນເຊສູງດັ່ງນັ້ນຈຶ່ງມີຄົນນຳເອົາ ໝາກຂາມປ້ອມສົດມາໃຊ້ເປັນຢາແກ້ຫວັດ, ແກ້ໄອ, ລະລາຍ ຂີ້ກະເທີ່, ປິ່ນປົວອາການເລືອດອອກຕາມຕີນແຂ້ວ.


ສັບພະຄຸນປະໂຫຍດ ຂອງຫມາກຂ້າມປ້ອມ 
  • ວິຕາມິນ ຊີ ໃນຫມາກຂາມປ້ອມສາມາດູດຊືມໄດ້ໄວກ່ວາ ວິຕາມິນ ຊີ ຢູ່ໃນຮູບການອື່ນໆ
  • ໃຊ້ບຳລຸງຜິວພັນ ໃຫ້ຂາວສົດໃສ ຮັກສາຝ່າ ກະ ແລະ ຊະລໍ ການເກີດຮອຍຕີນກາ
  • ຊ້ວຍບຳລຸງຮັກສາສາຍຕາ ຮັກສາຕາແດງ ຕາອັກເສບ
  • ຊ່ວຍບຳລຸງປະສາດ ແລະ ສະຫມອງ
  • ມີສານຕໍ່ຕ້ານອານຸມູນອິດສະຫລະ ປົກປ້ອງເຊວທີ່ຖືກທຳລາຍຈາກສານອານຸມູນອິດສະຫລະ ມີລິດໃນກນຕ້ານເຊວມະເລັງ
  • ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ
  • ລົດຄໍເຣດສຕໍລອນ ລົດນ້ຳຕານ ແລະໄຂມັນໃນເລືອດ ປ້ອງກັນການເກີດໂລກເບົາຫວານ
  • ຊ່ວຍຮັກສາ ແລະ ປ້ອງກັນໂລກເລືອດອອກຕາມຫວ່າງແຂ້ວ
  • ຊ່ວຍປ້ອງກັນແລະ ຮາສາໂລກຄວາມດັນເລືອດສູງ
  • ຊ່ວຍບຳລຸງປອດ ແລະ ຫລອດລົມ ຫົວໃຈ ແລະ ກະເພາະ ຮັກສາໂລກຫອບຫືດ ຫລອດລົມອັກເສບ ອາການປຸ້ນທ້ອງນາກ
  • ລ້າງພິດໃນຕັບ ຢັບຢັ້ງຄວາມເປັນພິດຂອງຕັບ ແລະ ໄຕ
  • ມີລິດຕໍ່ຕ້ານ ເຊື້ອ ໄວຣັດ ແບກທີເລຍ ແລະ ເຊື້ອລາ

Tuesday, May 03, 2016

ປະໂຫຍດຂອງການດືມ ເບຍ beer



ເບຍມີສານຕ່າງໆກ່ວາ 1000 ຊະນິດມີວິຕາມິນ ແລະ ເກືອແຮ່ຊ່ວຍໃຫ້ເສັ້ນປະສາດ ແລະ ກ້າມເນື້ອແຂງແຮງ,ແຕ່ເຖິ່ງຢ່າງ ໃດຄວນດື່ມພໍປະມານຈິ່ງມີປະໂຫຍດເຫດຜົນກໍ່ຄືເບຍມີສານຕ່າງໆກ່ວາ 1000 ຊະນິດລວມທັງວິຕາມິນແລະເກືອແຮ່ເຊັ່ນ: ສັງກະສີ,ແມັກນິຊຽມ, ເຫຼັກ ແລະ ແຮ່ທາດທີ່ຈຳເປັນເຊິ່ງຊ່ວຍໃຫ້ເສັ້ນປະສາດ ແລະ ກ້າມຊີ້ນແຂງແຮງ ແລະ ຍັງມີອີກຫຼາຍ ຢ່າງອີກເຊັ່ນ:


– ປ້ອງກັນໂລກຫົວໃຈ
ຈາກການສຶກສາຂອງວິຊາການພົບວ່າ:ຜູ້ທີ່ດື່ມເບຍມີຄວາມສ່ຽງຕໍ່ໂລກຫົວໃຈໜ້ອຍກ່ວາຜູ້ທີ່ບໍ່ດື່ມເບຍ 40-60% ແຕ່ ຄວນດື່ມບໍ່ເກີນເຄິ່ງລິດຕໍ່ວັນ
– ຊ່ວຍຫລຸດຄວາມສ່ຽງຕໍ່ໂລກອຳມະພຶດ ອຳມະພາດໄດ້
– ຊ່ວຍຫລຸດຄວາມດັນເລືອດ : ແພດຊາວຮອນແລນ ແລະ ຈາກມະຫາວິທະຍາໄລຫາວາຣຄົ້ນພົບວ່າ: ການດື່ມເບຍຊ່ວຍ ຫລຸດຄວາມດັນເລືອດສູງໄດ້.
– ປ້ອງກັນເບົາຫວານ ມີຈຳນວນໜ້ອຍປ່ວຍເປັນໂລກເບົາຫວານ ເຫດຜົນກໍ່ຄືເບຍເຮັດໃຫ້ຮ່າງກາຍສາມາດປັບຮໍໂມນອິນ ຊູລີນເຮັດໃຫ້ຈື່ຈຳໄດ້ດີ ສະນັ້ນນັກດື່ມເບຍຈິ່ງບໍ່ເປັນໂລກອັນໄຊເມີ.
– ຊ່ວຍໃຫ້ກະດູກແຂງແຮງ: ເບຍມີຜົນດີຕໍ່ກະດູກສາມາດຊ່ວຍປ້ອງກັນໂລກກະດູກຜຸໄດ້ແຕ່ໄດ້ຜົນຕໍ່ໜຸ່ມສາວເທົ່ານັ້ນ
– ຊ່ວຍໃຫ້ອາຍຸຍືນ: ຈາກການສຶກສາຫຼາຍກ່ວາ 50 ບ່ອນພົບວ່າ:ຜູ້ທີ່ດື່ມເບຍວັນລະ 1-2 ຈອກມັກມີອາຍຸຍືນຍາວ ເນື່ອງ ຈາກເບຍມີສານປົກປ້ອງຫົວໃຈ
– ປ້ອງກັນໂລກຖອກທ້ອງ: ໂມເລກູນໃນເບຍມີສ່ວນປະກອບຄືກັບກົດນົມ ແລະ ນ້ຳສົ້ມສາຍຊູ ສານທີ່ວ່ານີ້ຂັດຂວາງເຊື້ອ ໂລກໃນລຳໄສ້ທີ່ເປັນສາເຫດຂອງການຖອກທ້ອງ.
– ຕ້ານຄວາມຄຽດ: ນັກວິຊາການຈາກມະຫາວິທະຍາໄລ MONTREAL ຄົ້ນພົບວ່າ: ຄົນເຮັດວຽກທີ່ໄດ້ດື່ມເບຍເປັນຄັ້ງຄາວ ມີຄວາມຄຽດໜ້ອຍກ່ວາຜູ້ທີ່ບໍ່ໄດ້ດື່ມເບຍ.
    ປ້ອງກັນຫນິ້ວໃນຖົງນ້ຳບີແລະໃນໄຕ: ນັກວິຊາການຈາກເມືອງເຮລຊິງກິປະເທດຟິນແລນຄົ້ນພົບວ່າ:ການດື່ມເບຍມື້ລະ 1 ຂວດ ກໍ່ຈະໄດ້ຮັບແມັກນີຊຽມ ເຊຶ່ງຈະຊ່ວຍຫລຸດຄວາມສ່ຽງໂລກຫນິ້ວໃນໄຕໄດ້ເຖິງ 40%
– ປ້ອງກັນໂລກນອນບໍ່ຫລັບ: ສານຈາກດອກ HOPS ໃນເບຍປຽບເໝືອນຢານອນລັບຈາກທຳມະຊາດຊ່ວຍໃຫ້ປະສາດ ຜ່ອນຄາຍ, ດັ່ງນັ້ນການດືມເບຍ 1 ຈອກໃນຕອນແລງຈິ່ງເໝືອນກັບການກິນຢານອນຫັລບ.
– ຊ່ວຍຕ້ານມະເຮັງ:ເບຍມີສານໂຟລີຟີນອຍທີ່ຈະຊ່ວຍປ້ອງກັນມະເຮັງໂດຍການດັກຈັບອະນຸມູນອິດສະຫລະຕົວຮ້າຍອອກ ຈາກຮ່າງກ່າຍ, ສານໂຟລີຟີນອຍຫຼັກກໍ່ຄື: XANTHOHUNOL ເຊິ່ງມີຂໍ້ດີຄື:ຊ່ວຍສະກັດກັ້ນໂປຼຮຕີນທີ່ຈະຊ່ວຍໃນການພັດ ທະນາຂອງມະເຮັງ
– ຊ່ວຍໃຫ້ຜິວງາມ: ໃນເບຍມີວິຕາມິນສູງເຊັ່ນ: PANTOTHENIC ACID, ວິຕາມິນບີ 3 ແລະ ໄນອາຊິນ ເຊິ່ງຈະຊ່ວຍກະຕຸ້ນ ການຜະລິດເຊວຜິວໃຫ່ມ, ຊ່ວຍສ້າງຄໍລາເຈນ ແລະ ເມັດສີຈິ່ງເປັນເຫດເຮັດໃຫ້ຜິວລຽບນຽນ ແລະ ອ່ອນນຸ້ມ.