ຜັກບຳລຸງສາຍຕາ
ການມີສຸຂະພາບຕາທີ່ດີໄດ້ບໍ່ຍາກພຽງແຕ່ໝັ່ນ ຖະໜອມໃຫ້ຖືກວິທີ ແລະ ບໍາລຸງດ້ວຍ “ຜັກທີ່ອຸດົມໄປດ້ວຍວິຕາມິນເອ” ຫາງ່າຍລາຄາບໍ່ແພງກິນເປັນປະຈໍາຈະ ເຮັດໃຫ້ຕາ ແຈ້ງດີບັນຫາທາງດ້ານສາຍຕາແມ່ນ ມັກພົບຫຼາຍຂຶ້ນໃນທຸກເພດທຸກໄວໂດຍສະເພາະ ນັກຮຽນນັກສຶກສາ,ພະນັກງານທີ່ຕ້ອງຢູ່ໜ້າ ຄອມພີວເຕີ ຫຼື ເບິ່ງໂທລະພາບ ເປັນເວລາດົນ ໃຊ້ສາຍ ຕາອ່ານໜັງສືຂະນະແສງບໍ່ພຽງພໍ ລວມເຖິງ ແສງແດດ ແລະລົມ ລ້ວນເປັນປັດໃຈເຮັດໃຫ້ດວງຕາເສື່ອມເສຍກ່ອນໄວ ດັ່ງນັ້ນ ໃນແຕ່ລະວັນຈຶ່ງຄວນໝັ່ນຖະໜອມ ເພື່ອຍືດອາຍຸການໃຊ້ໃຫ້ດົນທີ່ສຸດ ເລີ່ມງ່າຍໆດ້ວຍການກິນຜັກທີ່ຊ່ວຍບໍາລຸງສາຍຕາທີ່ອຸດົມໄປດ້ວຍວິຕາມິນເອດັ່ງນີ້:
• ຜັກບົ້ງ ແກ້ຕາຟາງ ຫຼື ຕາບອດກາງຄືນ ຫຼຸດອາການການປວດກະບອກຕາໃນກໍລະນີທີ່ໃຊ້ສາຍຕາຫຼາຍ ແລະຊ່ວຍບັນເທົາຕາແຫ້ງ.
• ກະຫຼົດ ມີຫຼາຍສີເຊັ່ນ: ເຫຼືອງ, ມ້ວງ ແລະ ສົ້ມ ແຕ່ນິຍົມຮັບປະທານແຕ່ສີສົ້ມບໍາລຸງສາຍຕາ ຊ່ວຍເພີ່ມປະສິດທິພາບການ ເບິ່ງເຫັນໃນເວລາກາງຄືນ ຫຼືໃນເວລາແສງສະຫວ່າງໜ້ອຍ.
• ໝາກອຶ ຊ່ວຍໃນການເບິ່ງເຫັນ ຊ່ວຍໃນການປ້ອງກັນຕາແຫ້ງ ແລະແກ້ວຕາເປັນບາດ.
• ຜັກກາດ ແມ່ນມີ Lulin ສູງໂດຍຜົນການວິໄຈໃນຕ່າງປະເທດພົບວ່າ ຮັບປະທານເປັນປະຈໍາຈະຫຼຸດຜ່ອນຄວາມສ່ຽງ ຂອງການເກີດໂຣດຕໍ້ແກ້ວຕາໄດ້ເຖີງ 20%.
• ຜັກຕໍານິນ ມີ Carotene ແລະ Caroline Patapsco ທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອ ແກ້ພະຍາດຕາມົວຕອນກາງຄືນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ