google-site-verification: google0d91bc93cfc88895.html ເຮືອນ 3 ນ້ຳ 4 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, April 05, 2016

ເຮືອນ 3 ນ້ຳ 4


ເຮືອນ 3 ນ້ຳ 4

ເຮືອນ ໓ ນ້ຳ ໔ ເປັນຄຳສອນທີ່ຜູ້ເຖົ້າຄົນເເກ່ບູຮານເຮົາມັກຈະສອນລູກຫລານຢູ່ສະເໝີໂດຍສະເພາະກໍ່ເເມ່ນບັນດາຍິງສາວ ທັງຫລາຍ ວ່າ: "ເປັນຍິງນີ້ໃຫ້ຮູ້ຈັກເຮືອນ ໓ ນໍ້າ ໔" ເພາະໜ້າທີ່ໃນການເບິ່ງເເຍງເຮືອນຊານໃຫ້ສະອາດ ເເລະ ຮຽບຮ້ອຍ ນັ້ນເເມ່ນໜ້າທີ່ຂອງເເມ່ຍິງເຊັ່ນວ່າ: '' ຍິງໃດສົມບູນດ້ວຍເຮືອນສາມນ້ຳສີ່ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຮືອນ ''

ເຮືອນ 3
1. ເຮືອນຄົວ: ແນ່ນອນເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ສຳຫລັບປຸງແຕ່ງອາຫານການກິນດັ່ງນັ້ນຜູ້ເປັນແມ່ບ້ານຈຶ່ງຕ້ອງມີໜ້າທີ່ ຮັກສາທຳຄວາມສະອາດປັດກວາດໃຫ້ມັນສະອາດ ແລະເປັນລະບຽບຮຽບຮ້ອຍຢູ່ສະເໝີ.

2. ເຮືອນນອນ: ກໍແມ່ນສະຖານທີ່ພັກຜ່ອນຫລັບນອນ ແລະເປັນທີ່ສ້າງຄວາມໜ້າຢູ່ໃຫ້ມີຄວາມຮົ່ມເຢັນແກ່ຜູ່ທີ່ມາຂໍເພິ່ງພາອາ ໄສ ແລະຄວນເປັນລະບຽບຮຽບຮ້ອຍຄວນມ້ຽນເຊັດຖູເກັບຜ້າແພພັນເຄື່ອງນຸ່ງຫົ່ມໃຫ້ເປັນທີ່ສະອາດຫູສະອາດຕາແກ່ຜູ້ພົບເຫັນ.

3. ເຮືອນຜົມ: ແມ່ຍິງລາວໃນຍຸກບູຮານແມ່ນມັກໄວ້ຜົມຍາວດຳສະນິດເອົາໄວ້ເກົ້າເປັນມວຍງາມ ສະນັ້ນຜູ້ຍິງຈຶ່ງຕ້ອງຮູ້ຈັກຮັກ ສາຜົມທີ່ຍາວດຳໃຫ້ມັນສະອາດໃຫ້ມັນຖືກຫວີຈົບງາມພາໃຫ້ຜູ້ພົບເຫັນຮູ້ສຶກສະອອນຕາເມື່ອໄດ້ຊົມໄດ້ເບີ່ງການເກົ້າຜົມດຳເປັນ ເງົາງາມພາໃຫ້ເຊີດຊູ ບຸກຄະລິກບໍ່ແມ່ນຈະປະປ່ອຍ ໃຫ້ມັນຫຍຸ້ງເຫຍີງຂາດການເອົາໃຈໃສ່.


ນ້ຳ 4

ນໍ້າ 1: ນໍ້າຄຳຫມາຍເຖິງຄຳເວົ້າຄຳຈາຂອງແມ່ຍິງເຊິ່ງຈະຕ້ອງເວົ້າຈາມ່ວນຫູຫລືເວົ້ານົວຫົວມ່ວນນັ້ນເອງເວົ້າຈາຊື່ກົງສະ
ເໝີຕົ້ນສະເໝີປາຍບໍ່ເວົ້າໂລເລ ແລະຮູ້ກາລະເທສະໃນການເວົ້າຈາ (ນ້ຳຄຳ)

ນໍ້າ 2: ກໍແມ່ນນໍ້າສະອາດບໍລິສຸດເອົາໄວ້ດື່ມກີນຕັກນໍ້າກິນໃສ່ອຸໄວ້ໜ້າຂັ້ນໃດເຮືອນເພື່ອຜູ້ໃດຜ່ານມາຈະໄດ້ແວະເຊົາກິນນໍ້າໃນອຸໄດ້ແລະກໍເພື່ອສຳລັບຄົນໃນເຮືອນດ້ວຍ ດັ່ງນັ້ນຄົນລາວບູຮານເພີິ່ນຈຶ່ງສັ່ງສອນວ່າຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າແອ່ງກິນ ຢ່າໃຫ້ມີຂີ້ໝີ່ນມ້ຽງສະນິມໄຄໃຕ້ກົ້ນແອ່ງຢ່າໃຫ້ນໍ້າຂອດແຫ້ງແລງເຊົ້າໃຫ້ເຈົ້າຂົນໃສ່ເດີ...ຜູ້ໃດຫີວນໍ້າຍາມໃດແມ່ນກິນໄດ້ຍາມ ນັ້ນຢ່າໃຫ້ໄຫໃນບ້ານຂາດແຫ້ງຢ່າໃຫ້ແອ່ງຂາດກ້ຽງຊາວບ້ານຊິກ່າວຂວັນ (ນ້ຳກິນນ້ຳໃຊ້)

ນໍ້າ 3: ໄດ້ແກ່ນໍ້າທີ່ຄວນໃສ່ໃນເຕົ້າປູນຜູ້ໃດເປັນແມ່ເຮືອນກໍຕ້ອງຮັກສານໍ້າໃນກະບອກປູນຢ່າໃຫ້ມັນແຫ້ງເລີຍເພາະເມື່ອ ຫາກ ມີແຂກມາຢ້ຽມຢາມກໍຕ້ອງໄດ້ເອົາຂັນໝາກຂັນພູສູ່ແຂກຜູ້ມາຢາມຖາມຂ່າວຄາວສຸກທຸກຕາມ ອັດທະຍາໄສອັນຈົບງາມຂອງຊາວລາວບູຮານ (ນ້ຳເຕົ້າປູນ)

ນໍ້າ 4: ອັນນີ້ໝາຍເຖິງນໍ້າຈິດນໍ້າໃຈຂອງເຈົ້າແມ່ເຮືອນໂດຍຕ້ອງເປັນຄົນໃຈກວ້າງເພື່ອແຜ່ແກ່ຍາດຕິພີ່ນ້ອງຂອງຝ່າຍສາມີ ແລະຝ່າຍຕົນໃຫ້ມັນສະເຫມີພາບກັນ ເຊັ່ນວ່າ ຢ່າໄດ້ມີຄຳຂົມຕໍ່ໃຜພໍນ້ອຍຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ຄຽດຂໍ້ລໍ້ແຂ່ແຫລ້ແນວນີ້ມັນບໍ່ດີນໍຂໍໃຫ້ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າຈຶ່ງຊິມີຂື້ນໄດ້ຄວາມໄຮ້ຈະໜີໄກພຸ້ນແລ້ວ (ນ້ຳໃຈ)ເຮືອນ 3 ນໍ້າ 4 ເປັນຄຳສັ່ງສອນບູຮານໃຫ້ຄົນຮຸ້ນໃຫມ່ນຳໄປຮິ່ນຕອງ ແລະສາມາດປະຕິບັດໄດ້ຕາມການປັບຕົວເອງໃຫ້ ເຂົ້າກັບຍຸກໂລກາພິວັດເພື່ອສຸຂະພາບ ແລະອະນາໄມແລະສືບຕໍ່ກິລິຍາອັນໜ້າພາກພູມໃຈຂອງຄວາມມີມາລະຍາດດີກິລິຍາຄ່ອງ ຂອງຜູ້ຍິງລາວສືບຕໍ່ໄປ.

ທີ່ມາ : 
ວັດສີໄຄ Wat Sikhai

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ