Thursday, February 18, 2016

ຄວາມໝາຍຂອງ ພືດຕະກູນຫຍ້າ (Grass)

ຄວາມໝາຍຂອງພືດຕະກູນຫຍ້າ (Grass)

ຫຍ້າ (Grass) ຈັດເປັນພືດໃບລ້ຽງດ່ຽວ ແລະມີສີຂຽວ (monocotyledonous green plant) ນອນຢູ່ໃນຕະກູນ (Family) Poaceae ຫຼື Gramineae. ໃນປະຈຸບັນ, ຫຍ້າຖືກປູກເພື່ອການໃຊ້ປະໂຫຍດຫຼາຍຢ່າງ ເປັນຕົ້ນແມ່ນໃຊ້ເປັນອາຫານຫຼັກຂອງສັດຄ້ຽວເອື້ອງ, ປູກ ເພື່ອຜະລິດແກ່ນພັນ, ຫຼື ເພື່ອປູພື້ນສະໝາມກິລາ...



ຮູບ  ທົ່ງຫຍ້າ

ພືດຕະກູນຫຍ້າຫຼາຍຊະນິດກໍ່ໃຊ້ເປັນອາຫານຂອງມະນຸດ ເຊັ່ນ: ເຂົ້າ (rice), ສາລີ (maize), ໜໍ່/ໄມ້ (bamboos); ບາງຊະນິດກໍ່ໃຊ້ເປັນສະໝຸນໄພ ເຊັ່ນ: ຫົວສິງໄຄ (Lemongrass); ບາງຊະນິດໃຊ້ເຂົ້າໃນວຽກງານອຸດສະຫະກໍາຜະລິດເຄື່ອງດື່ມຈຳພວກ Alcohol ເຊັ່ນ: ເຂົ້າບາເລ້ (Barley) ເປັນວັດຖຸດິບທີ່ສຳຄັນສຳລັບການໝັກເບຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ