Thursday, February 18, 2016

ຄວາມຕ້ອງການພືດອາຫານສັດ ແລະ ນໍ້າ ຂອງສັດຄ້ຽວເອື້ອງ (Feed Demand for Ruminants)

ຄວາມຕ້ອງການພືດອາຫານສັດ ແລະ ນໍ້າ ຂອງສັດຄ້ຽວເອື້ອງ
(Feed Demand for Ruminants)


ການທີ່ຈະລ້ຽງສັດໃຫ້ປະສົມຜົນສຳເລັດນັ້ນປະກອບມີຫຼາຍປັດໃຈທີ່ສຳຄັນ, ແຕ່ໜື່ງໃນນັ້ນ ກໍ່ຄື: ການວາງແຜນທີ່ດີເຊັ່ນ: ແຜນເງິນ, ແຜນຄົນ ແລະ ແຜນງານ. ນັກລ້ຽງສັດທີ່ດີຈະຕ້ອງມີຄວາມຮູ້ດ້ານຄວາມຕ້ອງການອາຫານສັດແຕ່ລະຊະນິດ, ແຕ່ລະປະເພດເພື່ອທີ່ຈະເປັນຂໍ້ມູນສຳລັບການວາງແຜນດ້ານງົບປະມານສຳລັບການຈັດຫາອາ ຫານໃຫ້ສັດໄດ້ຢ່າງພຽງພໍ ໃນຕະຫຼອດປີ ໂດຍສະເພາະແມ່ນການວາງແຜນດ້ານການສ້າງທົ່ງຫຍ້າເພື່ອລ້ຽງສັດຈຳພວກສັດຄ້ຽວເອື້ອງ ເຊັ່ນ: ງົວ-ຄວາຍ, ແກະ-ແບ້. ຕາຕະລາງຕໍ່ໄປນີ້ຈະຊ່ວຍເຮັດໃຫ້ຜູ້ທີ່ສົນໃຈ ແລະ ຄິດທີ່ຈະລິເລີ້ມລ້ຽງສັດໂດຍສະເພາະແມ່ນສັດຈຳພວກຄ້ຽວເອື້ອງສາມາດວາງແຜນກ່ຽວກັບການສ້າງທົ່ງຫຍ້າ ແລະ ການຈັດຫາຕຽມອາຫານໄວ້ໃນຊ່ວງລະດູແລ້ງໄດ້ຢ່າງພຽງພໍໃນແຕ່ລະປີ.



ເມື່ອຮູ້ເຖີງຄວາມຕ້ອງການດ້ານອາຫານຂອງສັດຈຳພວກສັດຄ້ຽວເອື້ອງແລ້ວ, ນັກລ້ຽງສັດ ຈະຕ້ອງຮູ້ວ່າພືດອາ ຫານສັດແຕ່ລະຊະນິດ, ແຕ່ລະປະເພດ ມີຄວາມສາມາດໃຫ້ຜົນຜະລິດຕໍ່ພື້ນທີ່ການຜະລິດຕໍ່ປີໄດ້ຫຼາຍໜ້ອຍພຽງໃດ ເພື່ອທີ່ຈະສາມາດວາງແຜນໃນການສ້າງທົ່ງຫຍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງສັດໄດ້ໃນແຕ່ລະປີໂດຍສະເພາະໃນຊ່ວງລະດູແລ້ງ ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ສົນໃຈສຳລັບວຽກງານການລ້ຽງສັດຈະໄດ້ຮັບຮູ້ກ່ຽວກັບພືດອາຫານຫຼາຍຊະນິດທີ່ມີຄວາມສຳຄັນ ແລະ ຄຸນປະໂຫຍດສຳລັບກາລ້ຽງສັດ ໂດຍສະເພາະສັດຄ້ຽວເອື້ອງຈຳ ພວກ ງົວ-ຄວາຍ, ແກະ-ແບ້. ນອກຈາກນີ້,ພືດອາຫານສັດບາງຊະນິດທີ່ນຳມາສະເໜີໃນບົດຮຽນຕໍ່ໄປນີ້ ຍັງສາ ມາດໃຊ້ເປັນອາຫານເສີມຂອງສັດກະເພາະດຽວໄດ້ເປັນຢ່າງດີເຊັ່ນ: ໃຊ້ເປັນອາຫານເສີມໃຫ້ແກ່ໝູ, ເປັດ-ໄກ່, ກະ ຕ່າຍ...

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ