Sunday, February 21, 2016

ການຮັກສາແກ່ນພັນ

ການຮັກສາແກ່ນແນວປູກ, ການຮັກສາແກ່ນພັນ, ການເລືອກແກ່ນແນວປູກ, ການເກັບຮັກສາແກ່ນແນວ, ຂະໜາດ, ລົດຊາດ,

ການຮັກສາແກ່ນແນວປູກ

ຊາວກະສິກອນຫຼາຍຄົນເອົາແນວໄວ້ປູກໃນລະດູຕໍ່ໄປໂດຍການປ່ອຍໃຫ້ພືດທີ່ຕົນປູກນັ້ນແກ່ ແລ້ວກໍ່ເກັບແກ່ນພືດໄວ້ເຮັດແນວ. ການທີ່ຊາວກະສິກອນເກັບແກ່ນພືດໄວ້ເຮັດແນວນັ້ນມັນເຮັດໃຫ້ເຂົາເຈົ້າສາມາດເລືອກປູກພືດທີ່ມີຄຸນນະພາບໄດ້. ການຂະຫຍາຍພັນພືດທ້ອງຖິ່ນ ແລະ ການເກັບຮັກສາແກ່ນແນວໄວ້ປູກໃນລະດູຕໍ່ໄປແມ່ນ ເປັນສິ່ງທີ່ສຳຄັນໃນການຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະ ການຮັບປະກັນໃນເລື່ອງສະບຽງອາຫານ ໃຫ້ພຽງພໍ.

ການຮັກສາແກ່ນແນວປູກ, ການຮັກສາແກ່ນພັນ, ການເລືອກແກ່ນແນວປູກ, ການເກັບຮັກສາແກ່ນແນວ, ຂະໜາດ, ລົດຊາດ,

ການເລືອກແກ່ນ​ພັນ​ດີ

ເພື່ອໃຫ້ໝັ້ນໃຈວ່າທ່ານໄດ້ແກ່ນແນວທີ່ດີໄວ້ປູກ ແມ່ນໃຫ້ເອົາແນວຈາກຕົ້ນທີ່ມີລັກສະນະດັ່ງຕໍ່ໄປນີ້:

  • ເປັນພືດທີ່ແຂງແຮງ, ບໍ່ມີສັດຕູພືດ ແລະ ພະຍາດພືດບຽດບຽນ.
  • ພືດທີ່ປັບໂຕເຂົ້າກັບພື້ນທີ່ນັ້ນໄດ້ດີ. ຕົວຢ່າງ: ຖ້າທ່ານອາໄສຢູ່ໃນບ່ອນທີ່ມີອາກາດເຢັນ ແລະ ມີພືດທີ່ສາມາດເຕີບໂຕໄດ້ໃນສະພາບອາກາດເຢັນເຊັ່ນນີ້ໄດ້, ແຕ່ທ່ານຜັດບໍ່ເອົາແນວຂອງພືດທີ່ເກີດຢູ່ບ່ອນທ່ານຢູ່ໄວ້ເຮັດແນວ ໃນທາງກັບກັນທ່ານຜັດໄປເອົາແນວພືດຊະນິດດຽວກັນນັ້ນທີ່ຢູ່ໃນບ່ອນທີ່ອາກາດອົບອຸ່ນກວ່າ, ພືດທີ່ທ່ານຈະເອົາມາປູກໃນລະດູຕໍ່ໄປນັ້ນອາດຈະທົນຕໍ່ສະພາບອາກາດໜາວບໍ່ໄດ້.
  • ພືດທີ່ມີຄຸນສົມບັດຄົບຕາມທີ່ທ່ານຕ້ອງການ ເຊັ່ນ: ຂະໜາດ, ລົດຊາດ, ຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະ ອື່ນໆ.
  • ພືດທີ່ເກີດຫ່າງຈາກໝູ່ທີ່ມີຫຼາກຫຼາຍສາຍພັນໃນຕະກຸນດຽວກັນ ເພື່ອຫຼີກເວັ້ນແກ່ນແນວທີ່ເປັນແນວພັນປະສົມ.

ບໍ່ໃຫ້ເກັບເອົາແກ່ນທີ່ຫຼົ່ນລົງມາເອງນັ້ນມາເຮັດແນວ. ກ່ອນຈະເອົາແກ່ນໄວ້ເຮັດແນວແມ່ນໃຫ້ປັດກວາດ ແກ່ນເກົ່າທີ່ຫຼົ່ນມາເອງຕາມກ້ອງຂອງຕົ້ນພືດອອກເສຍກ່ອນ, ແລ້ວຈາກ ນັ້ນຈິ່ງສັ່ນຕົ້ນພືດ ຫຼື ຕົ້ນໄມ້ເພື່ອໃຫ້ແກ່ນຂອງມັນຕົກລົງມາ. ຫຼັງຈາກເກັບແກ່ນແນວໄດ້ແລ້ວໃຫ້ທຳຄວາມສະອາດແກ່ນແນວນັ້ນໃຫ້ໄວເທົ່າທີ່ຈະເປັນໄປໄດ້, ຈາກນັ້ນ ກໍ່ໃຫ້ເລືອກເອົາແຕ່ແກ່ນດີໆໄວ້ເຮັດແນວ ບໍ່ໃຫ້ເອົາແກ່ນທີ່ມີແມງກິນ ຫຼື ເສຍຫາຍໄວ້ເປັນແນວ.

ການເກັບຮັກສາແກ່ນແນວ

ເພື່ອຢາກຮູ້ວ່າແກ່ນແນວນັ້ນຈະສາມາດເກັບໄດ້ດົນພຽງໃດນັ້ນ ແມ່ນໃຫ້ພິຈາລະນາເຖິງສະພາບເງື່ອນໄຂທີ່ພືດນັ້ນຕ້ອງການ. ຍົກຕົວຢ່າງ, ແກ່ນແນວທີ່ມາຈາກພື້ນທີ່ໆມີລະດູໜາວ ຫຼື ຮ້ອນແຫ້ງແລ້ງ ແມ່ນຈະສາມາດເກັບຮັກ ສາໄວ້ໄດ້ດົນເປັນເດືອນໆ ຫຼື ເປັນປີໆ, ນັ້ນກໍ່ຍ້ອນວ່າພວກມັນຕ້ອງການເງື່ອນໄຂທີ່ເໝາະສົມຈິ່ງສາມາດແຕກງອກອອກມາໄດ້.ສຳລັບແກ່ນພືດໃນພື້ນທີ່ໆມີອາກາດຮ້ອນ ແລະ ຝົນຕົກເກືອບທັງປີ ແມ່ນເກັບໄວ້ດົນ ບໍ່ ຄ່ອຍໄດ້ດີປານໃດ ເພາະວ່າແກ່ນແນວຂອງພວກມັນນັ້ນສາມາດທີ່ຈະແຕກໜໍ່ອອກມາໄດ້ທຸກເມື່ອ.ແກ່ນແນວທີ່ມີເປືອກແຂງຫຸ້ມແມ່ນສາມາດເກັບຮັກສາໄວ້ໄດ້ງ່າຍ ແລະ ໄດ້ດົນກວ່າພວກແກ່ນແນວທີ່ມີເປືອກຫຸ້ມແກ່ນທີ່ອ່ອນບາງ.

ການຮັກສາແກ່ນແນວປູກ, ການຮັກສາແກ່ນພັນ, ການເລືອກແກ່ນແນວປູກ, ການເກັບຮັກສາແກ່ນແນວ, ຂະໜາດ, ລົດຊາດ,


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ