Sunday, February 21, 2016

ປູກຕົ້ນໄມ້ ແລະ ພືດພັນທັນຍາຫານນຳກັນ

ປູກຕົ້ນໄມ້ ແລະ ພືດພັນທັນຍາຫານນຳກັນ
ເມື່ອດິນປູກຝັງຂາດເຂີນ, ຊາວກະສິກອນຈຳນວນໜຶ່ງກໍ່ຖາງປ່າອອກ ແລະ ສັບຊ່າວດິນ ເພື່ອປູກພືດທັນຍາຫານ. ແຕ່ວ່າການປູກພືດ ແລະ ຕົ້ນໄມ້ໄປນຳ (ການກະສິກຳ-ປ່າໄມ້)ແມ່ນເຮັດໃຫ້ດິນສາມາດຜະລິດໄດ້ຫຼາຍຂຶ້ນ ແລະ ສາມາດປູກພືດໄດ້ຫຼາຍຊະນິດແຕກຕ່າງກັນໄດ້ດີຂຶ້ນ. ການກະສິກຳ-ປ່າໄມ້ແມ່ນຕ້ອງການເອົາໃຈໃສ່ໃນການເລືອກຕົ້ນໄມ້ຕ່າງໆ ແລະ ຈະປູກພວກມັນໄວ້ໃນບ່ອນທີ່ຈະເກີດປະໂຫຍດສູງສຸດ. ຊາວກະສິກອນຈຳນວນໜຶ່ງປະຕິບັດຕາມຄຳແນະນຳຕໍ່ໄປນີ້:

  • ຕົ້ນໄມ້ທີ່ປູກນັ້ນບໍ່ຄວນຫງຳພືດທີ່ທ່ານປູກເພາະມັນຈະໄປຍາດແຍ່ງອາຫານ, ນ້ຳ, ແສງແດດ ຫຼື ເນື້ອທີ່ດິນ.
  • ຕົ້ນໄມ້ທີ່ປູກແຕ່ລະຊະນິດຄວນໃຫ້ຜົນປະໂຫຍດຫຼາຍຢ່າງ ເຊັ່ນ: ອາຫານ, ເປັນອາຫານສັດ, ເປັນຢາປົວພະຍາດ, ໃຫ້ຮົ່ມ, ເປັນຟືນ, ເປັນແນວມຸງຫຼັງຄາ, ຫຼື ໃຫ້ໄມ້.
ປູກຕົ້ນໄມ້, ພືດພັນທັນຍາຫານນຳກັນ, ອາຫານ, ເປັນອາຫານສັດ, ເປັນຢາປົວພະຍາດ, ໃຫ້ຮົ່ມ, ເປັນຟືນ, ເປັນແນວມຸງຫຼັງຄາ, ຫຼື ໃຫ້ໄມ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ