Friday, January 22, 2016

ຜັກຄາວທອງ SAURURACEAE ການປູກຂະຫຍາຍພັນ

ຜັກຄາວທອງ
Houttuynia cordata Thunb.
SAURURACEAE



ລັກສະນະພືດສາດ: ເປັນພືດລົ້ມລຸກ, ສູງ 15-30 ຊມ, ລໍາຕົ້ນກົມສີຂຽວ, ຕາມຂໍ້ບ່ອນໃບຈັບບວມພອງ
ເລັກນ້ອຍ ມີຂົນອ່ອນໆ, ມີກິ່ນຄາວ. ໃບ ເປັນໃບດ່ຽວ, ຈັບຮຽງສະຫຼັບ, ແຜ່ນໃບບາງກ້ຽງ, ແຜ່ນໃບຮູບ
ຫົວໃຈ, ກວ້າງ 4-6 ຊມ, ຍາວ 6-10 ຊມ, ປາຍໃບຮຽວແຫຼມ, ຖານໃບມົນວ້ຳເຂົ້າ ຫຼື ຮູບຫົວໃຈ,
ຂອບໃບລຽບ; ເສັ້ນໃບກ່າງໃບອອກຈາກກົກໃບ 4-5 ເສ້ັນ; ແຜ່ນໃບດ້ານລຸ່ມມັກເປັນສີນ້ຳຕານ ຫຼື
ສີຂຽວອ່ອນ; ກ້ານໃບຍາວ 2 ຊມ, ກ້ານໃບເປັນຮ່ອງດ້ານໃນ, ກົກກ້ານໃບບ່ອນຈັບກັບລຳຕົ້ນອົບລຳຕົ້ນໄວ້
ເຄິ່ງໜື່ງ, ກາບມີລີ້ນໃບ ຍາວ 4 ມມ ມີຂົນເລັກນ້ອຍ. ດອກສີຂາວອົມເຫຼືອງ, ອອກເປັນຊໍ່ທີ່ປາຍຍອດ, ຍາວ
1.5 ຊມ, ມີໃບປະດັບສີຂາວ 4 ໃບ, ກາບດອກ ແລະ ກີບດອກປ່ຽນຮູບມີຂະໜາດນ້ອຍຫຼາຍ, ເກສອນຜູ້ມີ 3
ອັນ, ສີເຫຼືອງ. ໝາກ ເປັນໝາກແຫ້ງແຕກອອກໄດ້.



ປິ່ນປົວພະຍາດ: ແກ້ພະຍາດຜິວໜັງທຸກຊະນິດ, ເປັນຢາຂັບປັດສະວະ ຂ້າເຊື້ອໃນທາງເດີນປັດສະວະ ແລະ
ຍັງສາມາດກິນເປັນຜັກກັບ.
ສ່ວນທີ່ໃຊ້: ທັງຕົ້ນ
ວິທີການນຳໃຊ້: ແກ້ພະຍາດຜິວໜັງແມ່ນໃຊ້ໃບທັບໂພະໃສ່ບໍລິເວນທີ່ເປັນພະຍາດ
ການປູກຂະຫຍາຍພັນ: ຜັກຄາວທອງເປັນພືດທີ່ມັກເກີດຢູ່ດິນທີ່ມີຄວາມຊຸ່ມສາມາດຂະຫຍາຍພັນດ້ວຍການ
ກ້າແກ່ນ ແລະ ຕັດຊຳ ຕັດໃຫ້ຍາວປະມານ 10 ຊມ, ແລ້ວນຳມາປູກໃນກະໂຖ ຫຼື ແປງເປັນໜານປູກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ