Friday, January 22, 2016

ການປູກຂະຫຍາຍພັນ ຜັກໜອກ

ຜັກໜອກ
Centella asiatica (L.) Urb.
APIACEAE

ຜັກໜອກ Centella asiatica (L.) Urb. APIACEAE ລັກສະນະພືດສາດ: ຜັກໜອກ ເປັນໄມ້ລົ້ມລຸກຫຼາຍປີ, ລຳຕົ້ນ ຜັກໜອກ ເປັນໄຫຼເລືອໄປ

ລັກສະນະພືດສາດ: ຜັກໜອກ ເປັນໄມ້ລົ້ມລຸກຫຼາຍປີ, ລຳຕົ້ນ ຜັກໜອກ ເປັນໄຫຼເລືອໄປຕາມໜ້າດິນ, ຂຶ້ນງ່າຍມີຮາກຝອຍອອກຕາມຂໍ້, ແຕ່ລະຂໍ້ມີໄລຍະຫ່າງແຕ່ 6-20 ຊມ, ມີໄຫຼງອກອອກຈາກຕົ້ນເດີມ; ໃບຕັ້ງຊູຂຶ້ນ, ໃບເປັໃບດ່ຽວ, ຈັບຮຽງສະຫຼັບ, ໃບຮູບມົນກົມ, ຂະໜາດກ້ວາງ ແລະ ຍາວ 2-5 ຊມ, ປາຍໃບມົນ, ຖານໃບວ້ຳເຂົ້າ, ຂອບໃບຢັກ, ແຜ່ນໃບສີຂຽວມີຂົນຂະໜາດນ້ອຍຈຳນວນໜ້ອຍເວລາຈັບໃບຈະບໍ່ຮູ້ສຶກເລີຍວ່າມີຂົນ;ເສັ້ນໃບອອກຈາກກົກໃບ 6-7 ເສັ້ນ ແລ້ວແຕກຂະແໜງອອກ; ກ້ານໃບຍາວ 5-10 ຊມ, ກົມກ້ຽງ, ກົກກ້ານໃບເປັນກາບຫຸ້ມລຳຕົ້ນສັ້ນໆ. ດອກອອກເປັນຊໍ່ແບບຄັນຮົ່ມຕາມຊອກໃບ, ກ້ານຊໍ່ດອກ ຍາວ 7 ມມ,ມີຂົນນຸ້ມໆ, ມີໃບຊ້ອນຊໍ່ດອກຮູບໄຂ່ ຍາວ 3 ມມ, ມີດອກຍ່ອຍ 2-3 ດອກ, ໃບປະດັບສອງອັນ, ກີບດອກມີ 5 ກີບ, ສີບົວອອກສີແດງ, ເກສອນຜູ້ມີ 5 ອັນ, ກ້ານເກສອນແມ່ມີ 2 ອັນ. ໝາກ ແປ ໝາກແຫ້ງແລ້ວແຕກ, ແກ່ນສີດຳ.


ຜັກໜອກ Centella asiatica (L.) Urb. APIACEAE ລັກສະນະພືດສາດ: ຜັກໜອກ ເປັນໄມ້ລົ້ມລຸກຫຼາຍປີ, ລຳຕົ້ນ ຜັກໜອກ ເປັນໄຫຼເລືອໄປ


ປິ່ນປົວພະຍາດ: ແກ້ປວດຫົວຂ້າງດຽວ, ລົດຄວາມດັນເລືອດ ແລະ ແກ້ຊ້ຳໃນ.
ສ່ວນທີ່ໃຊ້: ທັງຕົ້ນ
ວິທີການນຳໃຊ້: ແກ້ປວດຫົວຂ້າງດຽວໃຊ້ຕົ້ນສົດກິນ ຫຼື ຄັ້ນນ້ຳຈາກຕົ້ນສົດດື່ມຕິດຕໍ່ກັນ 2-3 ວັນ, ລົດຄວາມດັນໃຊ້ທັງຕົ້ນສົດ 3-4 ກິໂລ ຄັ້ນເອົານ້ຳແລ້ວໃສ່ນ້ຳຕານພໍປະມານແລ້ວດື່ມຕິດຕໍ່ກັນ 5-7 ວັນ ແລະສຳລັບແກ້ຊ້ຳໃນແມ່ນໃຊ້ຕົ້ນສົດປະມານ 1 ກຳມືລ້າງໃຫ້ສະອາດແລ້ວຕຳຄັ້ນເອົານ້ຳຕື່ມນ້ຳຕານໜ້ອຍໜຶ່ງດື່ມຕິດຕໍ່ກັນ 4-5 ວັນ. ນອກນີ້ຜັກໜອກຍັງສາມາດນຳມາກິນເປັນຜັກກັບໄດ້ອີກ.
ການປູກຂະຫຍາຍພັນ: ຜັກໜອກເປັນພືດທີ່ປູກງ່າຍມັກຂຶ້ນຢູ່ຕາມດິນຊຸ່ມການຂະຫຍາຍພັນສາມາດເຮັດໄດ້
2 ວິທີຄື: ໂດຍການແຍກເຫງົ້າ ຕັດເປັນທ່ອນໃຫ້ມີຂໍ້ຢ່າງໜ້ອຍສອງຂໍ້ຂຶ້ນໄປ ແລະ ກ້າແກ່ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ