ກັນຊາ 5 ສາຍພັນໜ້າປຸກ ໃຫ້ຄ່າ CBD ສູງ ປະໂຫຍດຫຼາກຫຼາຍ ຜົນຕອບແທນດີງາມ
ນາທີນີ້ຄົງບໍ່ມີພືດຊະນິດໃດມາແຮງໄປກວ່າ ກັນຊາ ເພາະຫຼັງຈາກທີ່ກະຊວງສາທາລະນະສຸກໄດ້ອອກປະກາດ, ກະຊວງກະສິກຳໄດ້ທຳການສຶກສາ ແລະ ປົດລັອກໃຫ້ສາມາດປຸກ ເພື່ອໃຊ້ປະໂຫຍດທາງການແພດ ແລະ ເສດຖະກິດໄດ້ ໂດຍຢູ່ພາຍໃຕ້ກອບທີ່ກົດຫມາຍກຳນົດ ກໍ່ເຮັດໃຫ້ພືດຊະນິດນີ້ມີຄ່າດັ່ງຄຳ ກາຍເປັນໂອກາດທາງທຸລະກິດສຳລັບໃຜຫຼາຍຄົນ
ການຈະປຸກກັນຊາເພື່ອສ້າງເງີນນັ້ນ ການເລືອກສາຍພັນທີ່ເໝາະສົມກັບພື້ນທີ່ປຸກ
ແລະ ກົງກັບຄວາມຕ້ອງການຂອງຕະລາດເປັນເລື່ອງທີ່ສຳຄັນ ຊຶ່ງທົ່ວໂລກມີສາຍພັນກັນຊາຢູ່ເປັນຈຳນວນຫລາຍ
ແລະ ມີການພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ໄດ້ສາຍພັນທີ່ຕອບສະຫນອງຄວາມຕ້ອງການຂອງຜູ້ບໍລິໂພກ
ກັນຊາເປັນພືດສະກຸນ Cannabis ຢູ່ໃນວົງ Cannabidaceae ພົບໄດ້ເລື້ອຍ
3 ສາຍພັນໃຫຍ່ ໄດ້ແກ່ ສາຍພັນຊາຕິວາ (Cannabis Sativa) ສາຍພັນອິນດິກາ (Cannabis Indica) ແລະ ສາຍພັນຣູເດີຣາລິດ
(Cannabis Ruderalis) ຊຶ່ງແຕ່ລະສາຍພັນມີຄວາມໂດດເດັ່ນ ແລະ ຕ້ອງການການຈະເລີນເຕີບໂຕທີ່ແຕກຕ່າງກັນ
ສາຍພັນກັນຊາທີ່ນິຍົມນຳມາໃຊ້ໃນທາງການແພດຕ້ອງເປັນສາຍພັນທີ່ມີສານ
CBD (Cannabinoid) ສູງ ເພາະເມື່ອນຳມາໃຊ້ຈະບໍ່ກໍ່ໃຫ້ເກີດຜົນຂ້າງຄຽງເມື່ອທຽບກັບສານ
THC (Tetrahydrocannabinol) ສຳລັບໃຜທີ່ສົນໃຈຢາກປຸກກັນຊາ ເຮົາໄດ້ລວບລວມສາຍພັນກັນຊາທີ່ເໝາະຈະນຳມາໃຊ້ໃນການແພດຫລາຍທີ່ສຸດທົ່ວໂລກ
5 ສາຍພັນ ດັ່ງນີ້
ຮາລະສຶ (Harle-Tsu) ສາຍພັນກັນຊາ Indica Dominant 60% ເກີດຈາກການປະສົມລະຫວ່າງພັນ Sour Tsunami ແລະ Harlequin ອອກມາເປັນສາຍພັນກັນຊາທີ່ປຽບເຫມືອນຢາແກ້ປວດ
ແລະໃຫ້ສານ CBD ສູງຫລາຍ ເມື່ອທຽບກັບສານ THC
ສັດສ່ວນຢູ່ທີ່ 22 : 1 ຖືກນຳມາໃຊ້ໃນການປິ່ນປົວພະຍາດຕ່າງໆ
ເຊັ່ນ ໄມເກຣນ ພາວະຊຶມເສົ້າ ການນອນບໍ່ຫຼັບ ການອັກເສບ ແລະ ພາວະປ່ວຍທາງຈິດຈາກເຫດການຮຸນແຮງ
(PTSD)
ຮາລະສຶ (Harle-Tsu) |
Cannatonic ແຄນນາໂທນິກ
ແຄນນາໂທນິກ (Cannatonic) ເປັນສາຍພັນ Indica ແລະ Sativa ຢ່າງລະ 50% ເກີດຈາກການປະສົມລະຫວ່າງພັນ Reina Madre ແລະ NYCD ເມື່ອສະກັດອອກມາຈະໄດ້ສານ CBD ປະມານ 6-17% ແລະ ສານ THC ປະມານ 6% ໂດຍກັນຊາສາຍພັນນີ້ສາມາດຈຳແນກປະລິມານສານ CBD ຕໍ່ສານ THC ໄດ້ 3 ຮູບແບບຄື 1.ມີອັດຕາສ່ວນຂອງສານ CBD ແລະ THC ເທົ່າກັນຢູ່ທີ່ 1
: 1 , 2.ມີອັດຕາສ່ວນຂອງສານ CBD ຫລາຍກວ່າ THC, 3.ມີອັດຕາສ່ວນຂອງສານ
THC ຫລາຍກວ່າ CBD
ສຳລັບສາຍພັນແຄນນາໂທນິກ ອັດຕາສ່ວນທີ່ໄດ້ຮັບການຍອມຮັບຫລາຍທີ່ສຸດຄື
1 : 1 ເຖິງແມ່ນວ່າສານ THC ຈະມີຜົນຂ້າງຄຽງຫລາຍ ແຕ່ກໍ່ມີພະຍາດບາງຊະນິດ ເຊັ່ນ ພະຍາດມະເຣັງຜິວໜັງ
ພະຍາດອໍທິດຕິກ ແລະ ອາການປາຍປອກປະສາດເສື່ອມ ທີ່ຕ້ອງໃຊ້ສານທັງສອງຊະນິດຄອບຄູ່ກັນໄປໃນການຮັກສາ
ດັ່ງນັ້ນກັນຊາສາຍພັນແຄນນາໂທນິກ ຈຶ່ງນິຍົມນຳໄປໃຊ້ໃນທາງການແພດ
OG Kush CBD ໂອຈີ ຄຸດ ຊີບີດີ
ໂອຈີ ຄຸດ ຊີບີດີ (OG Kush CBD) ເປັນສາຍພັນ Sativa Dominant 60% ເກີດຈາກການປະສົມລະຫວ່າງພັນ OG Kush ແລະ pureCBD ເປັນສາຍພັນກັນຊາທີ່ມີປະລິມານສານ
CBD ແລະ THC ເທົ່າກັນຄື 10% ຫລືໃນອັດຕາ 1 : 1 ຊຶ່ງຖືວ່າຢູ່ໃນລະດັບທີ່ສູງ ເຮັດໃຫ້ສາຍພັນນີ້ມີປະໂຫຍດຢ່າງຫລາຍ
ມັກຈະນຳໄປໃຊ້ປະໂຫຍດໃນການຊ່ວຍລຸດຄວາມວິຕົກກັງວົນ ຄວາມຕຶງຄຽດຂອງກລ້າມຊີ້ນ
ຄວາມເຈັບປວດ ແລະ ຄວາມຜິດປົກກະຕິຂອງການນອນ
ໂອຈີ ຄຸດ ຊີບີດີ (OG Kush CBD)
Charlotte’s Web ຊາຣ໌ລັອດຕ໌ ເວັບ
ຊາຣ໌ລັອດຕ໌ ເວັບ (Charlotte’s Web) ກັນຊາທີ່ມີຊື່ສຽງທີ່ສຸດໃນໂລກ
ເປັນສາຍພັນທີ່ມີ Indica Dominant 60% ໃຫ້ສານ CBD ໃນປະລິມານທີ່ສູງ ໂດຍມີອັດຕາສ່ວນຂອງສານ
CBD ຕໍ່ສານ THC ຢູ່ທີ່ 27 : 1 ດ້ວຍປະລິມານສານ THC ທີ່ຕ່ຳຫລາຍ ຈຶ່ງມັກຈະນຳໄປໃຊ້ໃນຜະລິດຕະພັນເພື່ອສຸກຂະພາບ ຊ່ວຍບຳບັດອາການອ່ອນເພຍ
ເມື່ອຍລ້າ ໃນຮູບແບບຂອງນ້ຳມັນ CBD
(CBD oil) ເພາະສາຍພັນນີ້ບໍ່ເຮັດໃຫ້ເກີດການມຶນເມົາ
ແລະ ບໍ່ມີຜົນຕໍ່ສະຫມອງ
ໃນທາງການແພດສາຍພັນນີ້ຖືກນຳໄປໃຊ້ໃນການ
ຮັກສາອາການຊັກໃນເດັກ ຈົນໂດ່ງດັ່ງເປັນທີ່ຮູ້ຈັກ ແລະ ເປັນທີ່ມາຂອງຊື່ຈາກການຊ່ວຍເດັກຊາວ
Charlotte Figi ຊຶ່ງປ່ວຍເປັນໂລກລົມຊັກຊະນິດຮຸນແຮງ
(Dravet’s Syndrome)
ຊາຣ໌ລັອດຕ໌ ເວັບ (Charlotte’s Web)
Ringo’s Gift ຣິງໂກ ກິຟຕ
ຣິງໂກ ກິຟຕ໌ (Ringo’s Gift) ເປັນສາຍພັນ Sativa Dominant 60% ຫລື ເປັນກັນຊາທີ່ມີຄວາມເປັນຊາຕິວາສູງກວ່າອິນດິກາ
ເປັນສາຍພັນທີ່ເກີດຈາກການປະສົມລະຫວ່າງ ACDC ແລະ Harle-Tsu
ຊຶ່ງທັງສອງພັນຂຶ້ນຊື່ວ່າໃຫ້ສານ CBD ຢູ່ໃນລະດັບສູງ ໂດຍຕັ້ງຊື່ຕາມ
Lawrence Ringo ນັກເຄື່ອນໄຫວດ້ານກັນຊາ
ແລະ ເປັນຜູ້ຊ່ຽວຊານກ່ຽວກັບ CBD
ຣິງໂກ ກິຟຕ໌ ມີອັດຕາສ່ວນລະຫວ່າງສານ CBD ແລະ THC ຢູ່ທີ່ 20 : 1 ມັກຈະນິຍົມໃຊ້ກັບກຸ່ມຄົົນທີ່ມີອາການທາງສະຫມອງ ໂລກລົມຊັກ ພະຍາດພາກິນສັນ
ອາການຊຶມເສົ້າ ວິຕົກກັງວົນ ພາວະປ່ວຍທາງຈິດຈາກເຫດການຮຸນແຮງ (PTSD) ແລະ ພະຍາດກ້າມຊີ້ນຫົດຈັງ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ