ກັນຊາ
ກັນຊາ (ຊື່ວິທະຍາສາດ: Cannabis indica (Cannabis sativa forma indica)) ເປັນຊື່ຂອງພືດລົ້ມລຸກຊະນິດໜຶ່ງ ໃນວົງ Cannabidaceae ໃບມົນແສກເລິກເຂົ້າໄປທາງກ້ານຫຼາຍແສກ
ດອກສີຂຽວ ຊໍ່ດອກເພດຜູ້ແລະຊໍ່ດອກເພດແມ່ຢູ່ຕ່າງຕົ້ນກັນ ໃບແລະຊໍ່ດອກ
ເພດເມຍທີ່ແຫ້ງໃຊ້ສູບ ມີສັບພະຄຸນເຮັດໃຫ້ມຶນເມົາ ເປືອກລຳຕົ້ນໃຊ້ເຮັດເຊືອກປ່ານ
ແລະ ຕ່ຳແຜ່ນ
| ການຈຳແນກຊັ້ນທາງວິທະຍາສາດ | |
| ອານາຈັກ: | Plantae | 
| ບໍ່ໄດ້ຈັດລຳດັບ | Angiosperms | 
| ບໍ່ໄດ້ຈັດລຳດັບ | Eudicots | 
| ບໍ່ໄດ້ຈັດລຳດັບ | Rosids | 
| ອັນດັບ: | Rosales | 
| ວົງ | Cannabaceae | 
| ສະກຸນ | Cannabis | 
| ສະປີຊີ | C.  indica | 
ຕົ້ນກັນຊາມີລັກສະນະທັ່ວໄປ ຄື ລຳຕົ້ນສູງປະມານ 2-5 ແມັດ ໃບລ້ຽງຄູ່ ເມື່ອໃຫຍ່ເຕັມໄວ
ລຳຕົ້ນສູງປະມານ 2-4 ຟຸດ 
ລັກສະນະໃບຈະແຍກອອກເປັນແສກປະມານ 5-8 ແສກ ມີລັກສະນະຄ້າຍໃບມັນຕົ້ນ
ທີ່ຂອບໃບທຸກໃບຈະມີຮອຍຢັກຢູ່ເປັນໄລ
ຍະໆ ອອກດອກເປັນຊໍ່ນ້ອຍໆ ຕາມງ່າມຂອງກິ່ງແລະກ້ານ
ສ່ວນທີ່ຄົນນຳມາເສບໄດ້ແກ່ສ່ວນຂອງຍອດຊໍ່ດອກກັນຊາ ໂດຍນຳ
ມາຕາກ ຫລື ອົບແຫ້ງ
ແລ້ວບົດ ຫລື ຕັດໃຫ້ເປັນຜົງຫຍາບ ໆ ຈາກນັ້ນຈຶ່ງນຳມາຍັດໄສ້ຢາສູບ (ແຕກຕ່າງຈາກຢາສູບທົວໄປທີ່
ໄສ້ບຸຈະມີສີຂຽວ
ຕ່າງຈາກໄສ້ຢາສູບທີ່ມີສີນ້ຳຕານ ແລະ ຂະນະຈຸດສູບຈະມີກິ້ນເໝືອນຫຍ້າແຫ້ງໄໝ້ໄຟ)
ຫລື ອາດສູບດ້ວຍ
ກ່ອງ ຫລື ບ້ອງກັນຊາ ບາງຄັ້ງກໍ່ໃຊ້ຫຍ້ຳ ຫລືປ ະສົມລົງໃນອາຫານຮັບປະທານ
ປະຈຸບັນຮູບແບບຂອງກັນຊາທີ່ພົບ ນອກຈາກ
ຈະພົບໃນລັກສະນະຂອງກັນຊາສົດ ກັນຊາແຫ້ງອັດເປັນແທ່ງເປັນກ້ອນແລ້ວ
ຢັງອາດພົບໃນຮູບຂອງ "ນ້ຳມັນກັນຊາ" 
(Hashish Oil) ຊຶ່ງມີລັກສະນະເປັນຂອງແຫລວສີນ້ຳຕານເຂ້ັມຫລື
ສີດຳ ຊີ່ງໄດ້ຈາກການນຳກັນຊາມາຜ່ານກະບວນການສະ
ກັດຫຼາຍໆ ເທື່ອ ຈຶ່ງໄດ້ເປັນນ້ຳມັນກັນຊາທີ່ມີປະລິມານສານອອກລິດຕໍ່ຈິດປະສາດສູງເຖິງ
20-60% ຫລື ອາດພົບໃນ
ລັກສະນະຂອງ
"ຢາງກັນຊາ" (Hashish) ເປັນຢາງແຫ້ງທີ່ໄດ້ຍອດຊໍ່ດອກກັນຊາ ຊຶ່ງໂດຍທັ່ວໄປຈະມີລິດແຮງກວ່າກັນຊາສົດ 
ແລະມີປະລິມານສານອອກລິດຕໍ່ຈິດປະສາດ ປະມານ 4-8 ເທົ່າ
 

![ຕົ້ນກັນຊາ ກັນຊາ [Cannabis indica], ຫົວນົກເຄົ້າ ຕົ້ມໄກ່ໃສ່ຊາ ສູບຊາ ຕົ້ນຊາ ຕົ້ນກັນຊາ](https://blogger.googleusercontent.com/img/b/R29vZ2xl/AVvXsEhd_pCJH_GYC7PjVv6oQcnUlaqkfVkfpmTPm7UVXF6fwoo6zAijlA68y_JesLih-NM6no24QEwZWTTqIv32eWaBZ4UBbJ5NmpkMOa6EEByQJwly59LZd9d_EvC5hcxpucmY20Wav5zZ9Lwm/w575-h474/1280px-Young_cannabis_plant_in_the_vegetative_stage_01.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ