Sunday, May 02, 2021

ໄຄ Spirogyra varians (Hassall) Kützing

ໄຄ Spirogyra varians (Hassall) Kützing ໄຄດິບປະກອບດ້ວຍສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຫຼາຍຊະນິດໃນປະລິມານທີ່ສູງເມື່ອທຽບໃສ່ ອາຫານຫຼາຍ ຊະນິດ, ຈາກການສຶກສາປະລິມານສານອາຫານຂອງໄຄດິບສະກຸນ Chladophora ແລະ Microspora ພົບວ່າໄຄທັງ 2 ຕະກຸນມີທາດໂປຼຕີນສູງເທົ່າກັບປານໍ້າຈືດຄືປະມານ 20 ກຮາມຕໍ່ 100 ກຣາມນໍ້າຫນັກແຫ້ງ, ສ່ວນກາກ ຫຼື ເສັ້ນໃຍນັ້ນກໍມີປະລິມານຄ້າຍຄືກັນກັບຜັກໃບຂຽວທົ່ວໄປ. ນອກຈາກນັ້ນໄຄທັງ 2 ຕະກຸນຍັງມີວິຕາມິນ ແລະ ແຮ່ທາດທີ່ ສຳຄັນຫຼາຍຊະນິດ ເຊັ່ນ: ວິຕາມິນບີ 1 ແລະ ບີ 2, ວິຕາມິນຊີ, ທາດການຊຽມ ແລະ ທາດ selenium, ໂດຍສະເພາະທາດ selenium ເຊິ່ງເປັນສານຕ້ານອະນຸມູນອິດສະຫລະ ທີ່ສໍາຄັນນັ້ນແມ່ນພົບໃນປະລິມານຫຼາຍ ກ່ວາໃນຜັກໃບຂຽວທົ່ວໄປ; ດັ່ງນັ້ນໄຄຈຶ່ງເປັນແຫຼ່ງໂປຼຕີນເສີມທີ່ໜ້າສົນໃຈ (Peerapornpisal, Makonkawkeyoon et al. 2005).

ໄຄ Spirogyra varians (Hassall) Kützing

ໄຄດິບປະກອບດ້ວຍສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຫຼາຍຊະນິດໃນປະລິມານທີ່ສູງເມື່ອທຽບໃສ່ ອາຫານຫຼາຍ ຊະນິດ, ຈາກການສຶກສາປະລິມານສານອາຫານຂອງໄຄດິບສະກຸນ Chladophora ແລະ Microspora ພົບວ່າໄຄທັງ 2 ຕະກຸນມີທາດໂປຼຕີນສູງເທົ່າກັບປານໍ້າຈືດຄືປະມານ 20 ກຮາມຕໍ່ 100 ກຣາມນໍ້າຫນັກແຫ້ງ, ສ່ວນກາກ ຫຼື ເສັ້ນໃຍນັ້ນກໍມີປະລິມານຄ້າຍຄືກັນກັບຜັກໃບຂຽວທົ່ວໄປ. ນອກຈາກນັ້ນໄຄທັງ 2 ຕະກຸນຍັງມີວິຕາມິນ ແລະ ແຮ່ທາດທີ່ ສຳຄັນຫຼາຍຊະນິດ ເຊັ່ນ: ວິຕາມິນບີ 1 ແລະ ບີ 2, ວິຕາມິນຊີ, ທາດການຊຽມ ແລະ ທາດ selenium, ໂດຍສະເພາະທາດ selenium ເຊິ່ງເປັນສານຕ້ານອະນຸມູນອິດສະຫລະ ທີ່ສໍາຄັນນັ້ນແມ່ນພົບໃນປະລິມານຫຼາຍ ກ່ວາໃນຜັກໃບຂຽວທົ່ວໄປ; ດັ່ງນັ້ນໄຄຈຶ່ງເປັນແຫຼ່ງໂປຼຕີນເສີມທີ່ໜ້າສົນໃຈ (Peerapornpisal, Makonkawkeyoon et al. 2005).

  • ຊື່ວິທະຍາສາດ / ຕະກຸນ

Spirogyra varians (Hassall) Kützing / Zygnemataceae

  • ຊື່ພ້ອງ

Zygnema varians Hassall

  • ຊື່ອື່ນ

ໄຄ,ໄກ, ໄກຼ, ຊວ່າ, river weed

ລັກສະນະພືດສາດ

ໄຄຊະນີດນີ້ເປັນທີ່ຮູ້ຈັກກັນດີໃນສາຂາເທົາສີຂຽວ. ມັກເກີດລວມກັນເປັນກຸ່ມ, ອາດຈະເກີດຕາມແມ່ນ້ຳທີ່ມີກ້ອນຫິນ ຫຼື ຕາມແຄມນ້ຳ ທີ່ສະອາດ. ລັກສະນະເປັນ ເສັ້ນສາຍຍາວຄ້າຍ ເສັ້ນຜົນແຕ່ເປັນສີຂຽວສົດ, ເມື່ອສໍາຜັດຈະມີລັກສະນະ ມື່ນມື, ເນື່ອງຈາກມີເມືອກຫຸ້ມ ຢູ່ຊັ້ນນອກສຸດ, ຈຸລັງຈະມີຮູບຊົງກະບອກ, ເຊິ່ງມີຂະໜາດແຕ່ລວງຍາວເທົ່າກັບ ລວງກວ້າງ ແລະ ຍາວເຖິງ 1 ແມັດຂື້ນໄປ. ເຈັ້ຍຫຸ້ມຈຸລັງຈະມີ 3 ຊັ້ນຄື: ຊັ້ນໃນ ແລະ ຊັ້ນກາງຈະເປັນພວກເຊລລູໂລສ, ສ່ວນຊັ້ນນອກຈະເປັນພວກເພກໂຕສ (Pectose) ພາຍໃນ ຈຸລັງມີແວຄິວໂອລຢູ່ເຄີ່ງກາງເມັດໃຫຍ່ ມີນິວຄຽດແຂນລອຍຢູ່  ໂດຍມີສາຍໄຊໂຕພລາດຊືມ ເຊື່ອມໂຍງກັນ ແລະ ຍືດໄວ້ກັບເຈັ້ຍຫຸ້ມ ຈຸລັງ. Spirogyra ຊັ້ນຫຸ້ມຈຸລັງເປັນທາດເມືອກ (mucilaginous) 3 ຊັ້ນດ້ວຍກັນ ການທີ່ມີທາດເມືອກຫຸ້ມຢູ່ເຮັດ ໃຫ້ເຊື້ອໄຄ ຊະນິດອື່ນ ບໍ່ສາມາດຈະເລີນເຕິບໂຕໃນໄຄພວກນີ້ໄດ້. ບໍ່ມີການແຕກງ່າ. ການຂະຫຍາຍພັນໂດຍບໍ່ອາໄສເພດ ໂດຍມີເສັ້ນ ຕັດຂາດອອກຈາກກັນ ເປັນຫຼາຍໆເສັ້ນ. ໄຄເປັນພືດນ້ຳຊະນິດໜຶ່ງ ທີ່ມີສານ chlorophyll ເຊິ່ງເປັນສານທີ່ມີສີຂຽວເປັນອົງປະກອບ, ຈຶ່ງເປັນທີ່ມາຂອງຊື່ໄຄ ສີຂຽວ ຂອງພືດຊະນິດນີ້, ຂະໜາດຂອງໄຄມີແຕ່ໄມຄຣອນແມັດ (µm) ຫາຫຼາຍແມັດ (m) ຂຶ້ນຢູ່ກັບຕະກຸນ ແລະ  ມີ 3 ຊະນິດຄື: Cladophora, Microspora ແລະ Sirogyra. ສຳລັບພັນທີ່ເຫັນໃນທ້ອງຖິ່ນ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນ Spirogyra ເຊິ່ງມີລັກສະນະເສັ້ນສາຍກົງຄືກັນແຕ່ຈະຕ່າງກັນໃນການຈັດລຽງຂອງ Chloroplast ໂດຍໄຄສະກຸນ Spirogyra  ແມ່ນມີການຈັດລຽງຂອງ Chloroplast ລັກສະນະກ້ຽວວຽນ.

ການນຳໃຊ້

ອາຫານ:ໄຄເປັນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການສູງ ແລະ ປະຊາຊົນສາມາດຊອກຫາໄດ້ງ່າຍ. ປະຊາຊົນຫລາຍທ້ອງຖິ່ນ ເຄີຍມີພູມປັນຍາສືບທອດກັນມາແຕ່ດົນນານໃນການປຸງແຕ່ງໄຄມາບໍລິໂພກເປັນອາຫານດ້ວຍຫລາຍວິທີ ແລະຫລາຍຮູບແບບ.
ສິນຄ້າ: ໄຄຢູ່ບາງທ້ອງຖິ່ນໄດ້ກາຍເປັນສິນຄ້າ ເຊຶ່ງປະຊາຊົນເອົາມາຈໍາໜ່າຍໃນຮູບແບບໄຄດິບ ແລະ ໄຄປຸງແຕ່ງ ໂດຍສະເພາະ ແມ່ນໄຄແຜ່ນທີ່ຕະຫລາດມີຄວາມຕ້ອງການສູງ. ຈາກການສໍາຫລວດໃນປີ 2015 ພົບວ່າ ການຜະລິດ ແລະ ຈໍາໜ່າຍໄຄແຜ່ນຕໍ່ ຄອບຄົວຕໍ່ລະດູການຜະລິດໃນ 25 ບ້ານຢູ່ ແຂວງຫຼວງພະບາງ ມີລາຍຮັບສະເລ່ຍ 6 ລ້ານກີບ (ສູງສຸດ 38 ລ້ານກີບ ແລະ ຕໍ່າສຸດ 1 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ)

ໄຄ Spirogyra varians (Hassall) Kützing ໄຄດິບປະກອບດ້ວຍສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຫຼາຍຊະນິດໃນປະລິມານທີ່ສູງເມື່ອທຽບໃສ່ ອາຫານຫຼາຍ ຊະນິດ, ຈາກການສຶກສາປະລິມານສານອາຫານຂອງໄຄດິບສະກຸນ Chladophora ແລະ Microspora ພົບວ່າໄຄທັງ 2 ຕະກຸນມີທາດໂປຼຕີນສູງເທົ່າກັບປານໍ້າຈືດຄືປະມານ 20 ກຮາມຕໍ່ 100 ກຣາມນໍ້າຫນັກແຫ້ງ, ສ່ວນກາກ ຫຼື ເສັ້ນໃຍນັ້ນກໍມີປະລິມານຄ້າຍຄືກັນກັບຜັກໃບຂຽວທົ່ວໄປ. ນອກຈາກນັ້ນໄຄທັງ 2 ຕະກຸນຍັງມີວິຕາມິນ ແລະ ແຮ່ທາດທີ່ ສຳຄັນຫຼາຍຊະນິດ ເຊັ່ນ: ວິຕາມິນບີ 1 ແລະ ບີ 2, ວິຕາມິນຊີ, ທາດການຊຽມ ແລະ ທາດ selenium, ໂດຍສະເພາະທາດ selenium ເຊິ່ງເປັນສານຕ້ານອະນຸມູນອິດສະຫລະ ທີ່ສໍາຄັນນັ້ນແມ່ນພົບໃນປະລິມານຫຼາຍ ກ່ວາໃນຜັກໃບຂຽວທົ່ວໄປ; ດັ່ງນັ້ນໄຄຈຶ່ງເປັນແຫຼ່ງໂປຼຕີນເສີມທີ່ໜ້າສົນໃຈ (Peerapornpisal, Makonkawkeyoon et al. 2005).

ໄຄ Spirogyra varians (Hassall) Kützing ໄຄດິບປະກອບດ້ວຍສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຫຼາຍຊະນິດໃນປະລິມານທີ່ສູງເມື່ອທຽບໃສ່ ອາຫານຫຼາຍ ຊະນິດ, ຈາກການສຶກສາປະລິມານສານອາຫານຂອງໄຄດິບສະກຸນ Chladophora ແລະ Microspora ພົບວ່າໄຄທັງ 2 ຕະກຸນມີທາດໂປຼຕີນສູງເທົ່າກັບປານໍ້າຈືດຄືປະມານ 20 ກຮາມຕໍ່ 100 ກຣາມນໍ້າຫນັກແຫ້ງ, ສ່ວນກາກ ຫຼື ເສັ້ນໃຍນັ້ນກໍມີປະລິມານຄ້າຍຄືກັນກັບຜັກໃບຂຽວທົ່ວໄປ. ນອກຈາກນັ້ນໄຄທັງ 2 ຕະກຸນຍັງມີວິຕາມິນ ແລະ ແຮ່ທາດທີ່ ສຳຄັນຫຼາຍຊະນິດ ເຊັ່ນ: ວິຕາມິນບີ 1 ແລະ ບີ 2, ວິຕາມິນຊີ, ທາດການຊຽມ ແລະ ທາດ selenium, ໂດຍສະເພາະທາດ selenium ເຊິ່ງເປັນສານຕ້ານອະນຸມູນອິດສະຫລະ ທີ່ສໍາຄັນນັ້ນແມ່ນພົບໃນປະລິມານຫຼາຍ ກ່ວາໃນຜັກໃບຂຽວທົ່ວໄປ; ດັ່ງນັ້ນໄຄຈຶ່ງເປັນແຫຼ່ງໂປຼຕີນເສີມທີ່ໜ້າສົນໃຈ (Peerapornpisal, Makonkawkeyoon et al. 2005).


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ