ດຳລັດເລກທີ 84 ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ ກົດຫມາຍທົດແທນຄ່າສາຍຫາຍ ດຳລັດວ່າດ້ສຍການທົດແທນຄ່າເສຍຫາຍ
Tuesday, May 25, 2021
ດຳລັດເລກທີ 84 ວ່າດ້ວຍການທົດແທນຄ່າເສຍຫາຍຈາກໂຄງການພັດທະນາ
Friday, May 07, 2021
ຜັກແພວ Vietnamese coriander
ຜັກແພວ
ຜັກແພວ
ຊື່ສາມັນ Vietnamese coriander
ລັກສະນະຂອງຜັກແພວ
- ຕົ້ນຜັກແພວ ຈັດເປັນພືດລົ້ມລຸກ ມີລຳຕົ້ນສູງປະມານ 30-35 ຊັນຕິແມັດ ລຳຕົ້ນຕັ້ງກົ່ງ ມີຂໍ້ເປັນຊ່ວງໆ ຕາມຂໍ້ມັກມີຮາກງອກອອກມາ ຫລືລຳຕົ້ນ ເປັນແບບທອດເລື້ອຍໄປຕາມພື້ນດິນ ແລະ ມີຮາກງອກອອກມາຕາມສ່ວນທີ່ສຳຜັດກັບພື້ນດິນ ເປັນພືດທີ່ຈະເລີນເຕີບໂຕໄດ້ດີໃນທີ່ຊື້ນແສະ ເຊັ່ນ ໃນບໍລິເວນຫ້ວຍ ໜອງ ຄອງ ບຶງ ຫລືຕາມແອ່ງນ້ຳຕ່າງໆ ຂະຫຍາຍພັນດ້ວຍວິທີການເພາະເມັດ ແລະ ການໃຊ້ລຳຕົ້ນປັກຊຳ (ເມັດງອກຍາກ ນິຍົມໃຊ້ກິ່ງປັກຊຳຫລາຍກວ່າ) ພັນໄມ້ຊະນິດນີ້ເປັນພືດລົ້ມລຸກ ພົບໄດ້ທົ່ວທຸກພາກຂອງປະເທດ ເພາະເກີດໄດ້ເອງຕາມທຳມະຊາດ
- ໃບຜັກແພວ ມີໃບເປັນໃບດ່ຽວ ອອກສະຫລັບກັນ ລັກສະນະຂອງໃບເປັນຮູບຫອກ ຫລືຮູ ບຫອກແກມຮູບໄຂ່ ໃບມີຂະໜາດກ້ວາງປະມານ 2.5-3 ຊັງຕິແມັດ ແລະຍາວປະມານ 5.5-8 ຊັງຕິແມັດ ປາຍໃບຮຽວແຫຼມ ຄ້າຍໃບໄຜ່ແຕ່ບາງກວ່າ ຂອບໃບລຽບ ຖານໃບເປັນຣູບລິ່ມ ກ້ານໃບສັ້ນມີຫູ ໃບລັກສະນະຄ້າຍປອກຫຸ້ມອ້ອມລຳຕົ້ນຢູ່ບໍລິເວນເໜືອຂໍ້ຂອງລຳຕົ້ນ
- ດອກຜັກແພວ ອອກດອກເປັນຊໍ່ ຊໍ່ດອກມີດອກຍ່ອຍຂະໜາດນ້ອຍສີຂາວນວນຫລືຊົມພູມ່ວງ
ສັບພະຄຸນຂອງຜັກແພວ
- ຜັກແພວອຸດົມໄປດ້ວຍສານຕໍ່ຕ້ານອະນຸມູນອິດສະຫລະ ຫຼາຍຊະນິດທີ່ຊ່ວຍເສີມສ້າງພູມິຕ້ານທານພະຍາດໃຫ້ກັບຮ່າງກາຍ ແລະຊ່ວຍໃນການຊະລໍໄວ (ໃບ)
- ຊ່ວຍປ້ອງກັນແລະຕໍ່ຕ້ານມະເຣັງ (ໃບ)
- ຊ່ວຍປ້ອງກັນພະຍາດຫັວໃຈ (ໃບ)
- ໃບໃຊ້ຮັບປະທານຊ່ວຍເຮັດໃຫ້ຈະເລີນອາຫານ (ໃບ)
- ຊ່ວຍບຳຣຸງປະສາດ (ຮາກ)
- ລົດເຜັດຂອງຜັກແພວຊ່ວຍເຮັດໃຫ້ເລືອດລົມໃນຮ່າງກາຍຍ່າງສະດວກຫລາຍຂຶ້ນ (ໃບ)
- ຊ່ວຍປິ່ນປົວພະຍາດຫວັດ (ໃບ)
- ຊ່ວຍຂັບເຫື່ອ (ດອກ)
- ຊ່ວຍປິ່ນປົວພະຍາດປອດ (ດອກ)
- ຊ່ວຍຮັກສາຫອບຫືດ (ຮາກ)
- ຊ່ວຍແກ້ອາການໄອ (ຮາກ)
- ຊ່ວຍໃນການຂັບຖ່າຍ ປ້ອງກັນ ແລະ ແກ້ອາການທ້ອງຜູກ ແລະຊ່ວຍປ້ອງກັນມະເຣັງລຳໄສ້ໃຫຍ່ ເພາະເປັນຜັກທີ່ມີໄຟເບີ່ສູງເຖິງ 9.7 ກຣາມ ຊຶ່ງຈັດຢູ່ໃນຜັກທີ່ມີເສັ້ນໃຍອາຫານຫລາຍທີ່ສຸດ 10 ອັນດັບຂອງຜັກພື້ນບ້ານ (ໃບ)
- ຜັກແພວມີຣົດເຜັດຮ້ອນ ຈຶ່ງຊ່ວຍແກ້ລົມ ຂັບລົມໃນກະເພາະອາຫານ ແກ້ທ້ອງອືດ ທ້ອງເຟີ້ (ໃບ) ຢອດຜັກແພວໃຊ້ເປັນຢາຂັບລົມຂຶ້ນເບື້ອງເທິງ ຊ່ວຍໃຫ້ລະບາຍລົມອອກມາເວລາທ້ອງຂຶ້ນ ທ້ອງເຟີ້ (ໃບ, ດອກ, ຕົ້ນຮາກ)
- ຮາກຜັກແພວຊ່ວຍປິ່ນປົວພະຍາດກະເພາະອາຫານ (ຮາກ) ແກ້ກະເພາະອາຫານພິການ ຫລືກະເພາະອັກເສບ (ໃບ, ດອກ, ຕົ້ນຮາກ)
- ຊ່ວຍແກ້ທ້ອງເສຍ ອຸດຈາລະພິການ (ໃບ, ດອກ, ຕົ້ນຮາກ)
- ຊ່ວຍແກ້ອາການເຈັບທ້ອງ (ໃບ, ດອກ, ຕົ້ນຮາກ)
- ຊ່ວຍແກ້ອາການທ້ອງລົງພຸງມານ (ໃບ, ດອກ, ຕົ້ນຮາກ)
- ລຳຕົ້ນຜັກແພວໃຊ້ເປັນຢາຂັບຍ່ຽວ (ຕົ້ນ)
- ຮາກ ຕົ້ນ ໃບ ແລະດອກ ນຳມາປຸງເປັນຢາໄດ້ ໃຊ້ຮັກສາຣິດສີດວງທະວານ (ໃບ, ດອກ, ຕົ້ນ, ຮາກ)
- ຊ່ວຍປິ່ນປົວພະຍາດຕັບແຂງ (ໃບ)
- ຊ່ວຍລຸດອາການອັກເສບ (ໃບ)
- ໃບຜັກແພວໃຊ້ແກ້ຕຸ່ມຄັນ ຜົດຜື່ນຄັນຈາກເຊື້ອຣາ ເປັນກາກເກື້ອນ ດ້ວຍການໃຊ້ໃບ ຫລືທັງຕົ້ນນຳມາຄັ້ນ ຫລືຕຳປະສົມກັບເຫຼົ້າຂາວ ແລ້ວໃຊ້ເປັນຢາທາ (ໃບ, ທັງຕົ້ນ)
- ຊ່ວຍແກ້ອາການປວດເມື່ອຍຕາມຮ່າງກາຍ (ຮາກ)
- ຊ່ວຍຮັກສາອາການປວດຂໍ້ ປວດກະດູກ (ຮາກ)
- ຊ່ວຍແກ້ເສັ້ນປະສາດພິການ ແກ້ປວດຊາຕາມປາຍນິ້ວມື ປາຍຕີນ ແລະອາການມືສັ່ນ (ໃບ, ດອກ, ຕົ້ນຮາກ)
- ໃຊ້ປຸງເປັນຢາບຳຣຸງເລືອດລົມຂອງສະຕີ (ໃບ, ດອກ, ຕົ້ນຮາກ)
ຂໍ້ຄວນຮູ້
! : ຜັກແພວຫຼັກ ໆ ແລ້ວຈະມີຢູ່ສອງຊະນິດທີ່ຕ່າງກັນແຕ່ສີຕົ້ນ ຄື ຜັກແພວແດງ
ແລະ ຜັກແພວຂາວ ເປັນສະມຸນໄພຄູ່ແຝດທີ່ນຳມາປະກອບໃຊ້ຄູ່ກັນເປັນຢາສະມຸນໄພຈະມີລິດຢາແຮງຂຶ້ນ
ແລະມີປະສິດທິພາບໃນການຮັກສາຫລາຍຂຶ້ນດ້ວຍ
ຄຸນຄ່າທາງໂພດນາການຂອງຜັກແພວ ຕໍ່ 100 ກຣາມ
- ພະລັງງານ 54 ກິໂລແຄລໍຣີ
- ຄາຣ໌ໂບໄຮເດຣົດ 7.7 ກຣາມ
- ເສັ້ນໃຢອາຫານ 1.9 ກຣາມດອກຜັກແພວ
- ໄຂມັນ 0.5 ກຣາມ
- ໂປຣຕີນ 4.7 ກຣາມ
- ນ້ຳ 83.4%
- ວິຕາມິນເອ 8,112 ຫນ່ວຍສາກົນ
- ວິຕາມິນບີ 1 0.05 ມິນລິກຣັມ
- ວິຕາມິນບີ 2 0.59 ມິນລິກຣັມ
- ວິຕາມິນບີ 3 1.7 ມິນລິກຣັມ
- ວິຕາມິນຊີ 77 ມິນລິກຣັມ
- ທາດແຄລຊຽມ 79 ມິນລິກຣັມ
- ທາດເຫຼັກ 2.9 ມິນລິກຣັມ
- ທາດຟອດຟໍຣັດ 272 ມິນລິກຣັມ
ຂໍ້ມູນຈາກ : ກອງໂພດນາການ ກຣົມອະນາໄມ (ຕາຕະລາງສະແດງຄຸນຄ່າທາງໂພດນາການຂອງອາຫານໄທ)
Sunday, May 02, 2021
ໝາກໄຟ Baccaurea ramiflora ສັບພະຄຸນທາງຢາ
ການຈຳແນກຊັ້ນທາງວິທະຍາສາດ |
|
ອານາຈັກ |
Plantae |
ໝວດ: |
Magnoliophyta |
ຊັ້ນ |
Magnoliopsida |
ອັນດັບ |
Malpighiales |
ວົງ |
Phyllanthaceae |
ສະກຸນ |
Baccaurea |
ສະປີຊີສ໌ |
B. ramiflora |
ຊື່ວິທະຍາສາດ |
Baccaurea
ramiflora |
ລັກສະນະພືດສາດຂອງຫມາກໄຟ
ເປັນໄມ້ຢືນຕົ້ນ ຂະໜາດກາງ, ລຳຕົ້ນສູງ 13-17 ມ, ຕາມຍອດ ແລະ ປາຍກີ່ງອ່ອນມີຂົນ. ໃບດ່ຽວຈັບແບບສະບັບກັນ, ຮູບຮີແກມຮູບໃບຫອກ ຫຼື ຮູບໃບຫອກັບ, ບາງຄັ້ງຮູບໄຂ່, ໂຄນໃບແຫຼມ, ຂອບໃບລຽບ ຫຼື ແຂ້ວເລື້ອຍຕື່ນໆບໍ່ສະເໝີ, ປາຍໃບຮຽວແຫຼມ, ກວ້າງ 4,5-8 ຊມ, ຍາວ 10,5-22 ຊມ, ເສັ້ນຂະແໜງໃບມີ 5-8 ຄູ່, ດ້ານລ່າງນູນ, ຜີວໃບກ້ຽງທັງສອງດ້ານ, ເນື້ອໃບຄ້ອນຂ້າງບາງ, ກ້ານໃບຍາວ 1,5-6 ຊມ. ດອກ ອອກເປັນຊໍ່ຍາວໆ, ຕາມງ່າມໃບ ແລະ ຕາມກີ່ງງ່າໃບ, ສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່ສ່ວນຫຼາຍຢູ່ຕ່າງຕົ້ນກັນ, ສ່ວນນ້ອຍທີ່ຢູ່ຕົ້ນດຽວກັນ, ຊໍ່ດອກມີຂົນ, ດອກເພດຜູ້ ອອກເປັນຊໍ່ຍາວ 5-7,5 ຊມ, ໃບປະດັບຮູບໃບຫອກ, ກວ້າງ 2-3 ມມ, ກິບຮອງກິບດອກມີ 4-5 ກິບ, ຂະໜາດບໍ່ເທົ່າກັນ ເກສອນຜູ້ມີ 4-8 ອັນ, ດອກເພດແມ່ ອອກເປັນຊໍ່ຍາວ, ມີໃບປະດັບຢູ່ທີ່ໂຄນກ້ານດອກ, ກິບຮອບກີບດອກຮູບຂອບຂະໜານແຄບໆ, ຍາວປະມານ 1,2 ຊມ. ຮັ່ງໄຂ່ມີຂົນ ບໍ່ມີທໍ່ຮັງໄຂ່, ປາຍເກສອນແຍກເປັນ 2-3 ອັນ, ພາຍໃນມີ 3 ຊ່ອງ. ໝາກຄ້ອນຂ້າງກົມ ຫຼື ຮູບຮີ ເສັ້ນຜ່າສູນກາງປະມານ 25 ມມ, ຜີວສີເຫຼືອງ, ກ້ຽງ ມີ 1-3 ເມັດ, ເນື້ອຫຸ້ມເມັດສີຂາວນຸ່ມ ມີລົດຊາດຫວານສົ້ມ.
ການນຳໃຊ້ຫມາກໄຟ
ໝາກໄຟເປັນໝາກໄມ້ທຳມະຊາດທີ່ສາມາດກິນໄດ້ ແລະ ມີຫຼາຍເຂດທີ່ສາມາດພົບໄດ້ໃນ ພາກເໜືອຂອງລາວ ໃນເຂດປ່າປະສົມປ່ຽນໃບ ຫຼື ປ່າດົງດິບແຫ້ງ, ບາງເຂດພົບຕາມປ່າແຄມຫ້ວຍທີ່ມີຄວາມຊຸ່ມເຢັນ, ໝາກໄຟນີ້ ສາມາດພົບ ໄດ້ຕາມຕະຫຼາດ ທົ່ວໄປໃນຊ່ວງປະມານເດືອນພືດສະພາ ເຖີງເດືອນຕຸລາ, ໂດຍສະເພາະແມ່ນ ຊ່ວງ ບຸນເຂົ້າສະຫຼາກ ແລະ ບຸນເຂົ້າປະດັບດິນຈະມັກພົບຫຼາຍຕາມຕະຫຼາດຫຼວງພະບາງ. ລາຄາປະມານ 3000-10000ກິບ/ກິໂລ, ແຕ່ກໍ່ອີງຕາມລະດູການຖ້າລະດູໃດມີຫຼາຍຈະລາຄາຂ້ອນຂ້າງຖືກ. ໝາກໄຟເມື່ອສຸກແລ້ວຈະມີ ລົດຊາດຫວານ ແລະ ມີສານອາຫານຫຼາຍຊະນິດ ລວມໄປເຖີງວີຕາມີຊີ, ນ້ຳຕານ ແລະ ອື່ນໆ ທີ່ເປັນປະໂຫຍດ ຕໍ່ຮ່າງກາຍ ນີຍົມກີນເປັນໝາກໄມ້ສົດ ຫຼື ນຳໄປເຮັດນ້ຳໝາກໄມ້ ນອກຈາກໝາກຂອງມັນ ແລ້ວສ່ວນ ອື່ນໆ ກໍ່ມີປະໂຫຍດເຊັ່ນກັນເຊັ່ນ: ໃບ ແລະ ຮາກ ຕ່າງກໍ່ມີປະໂຫຍດໂດຍມີສັບພະຄູນໃນກາຮັກສ າພະຍາດຕ່າງໆເຊັ່ນ: ແກ້ໄອ, ແກ້ຫວັດ, ແກ້ໄຂ້ ມາເລເຣີຍ, ເມື່ອຕົ້ມຮາກຈະຊ່ວຍໃນການຂັບນ້ຳປັດສະວະ. ໜາກໄຟມີວິຕາມີນຊີຊ່ວຍ ໃນການສ້າງຄໍລາເຈນເຮັດໃຫ້ຜີວລຽບນຽນສົດໃສ, ຊ່ວຍໃເຮັດໃຫ້ຜີວຊຸ່ມຊື່ນ, ຊ່ວຍແກ້ຫາຍໃຈຝືດ ຫຼື ແກ້ອາການ ທ້ອງ ອືດທ້ອງເຟີ, ໝາກອ່ອນຈະມີລົດຊາດສົ້ມມັກແກ້ງສົ້ມປາ. ນອກນັ້ນໝາກໄຟສຸກຍັງສາມາດເຮັດນ້ຳເຊື່ອມໄດ້.
ວິທີເຮັດນ້ຳໝາກໄຟ:
ກ. ກະກຽມວັດຖຸດິບດັ່ງນີ້ ໝາກໄຟ 500 ກຣາມ, ນ້ຳເຊື່ອມ ½, ເກືອປ່ນ ½ ບ່ວງແກ້ງ, ນ້ຳສະອາດ 3 ຖ້ວຍຂ. ນຳໝາກໄຟມາລ້າງນ້ຳໃຫ້ສະອາດ ແລ້ວນຳໄປປອກເປືອກ ແລ້ວນຳເນື້ອທີ່ໄດ້ ໃສ່ນ້ຳຕົ້ມໃຫ້ຟົດປະມານ 10 ນາທີ
ຄ. ຖ້າຈົນເນື້ອໝາກໄຟເລະ ຫຼັງຈາກນັ້ນໃຫ້ຕອງເອົາແຕ່ນ້ຳ
ງ. ໃສ່ນ້ຳເຊື່ອມ, ເກືອປົນຕາມລົງໄປ ແລ້ວຄົນໃຫ້ເຂົ້າກັນ ເມື່ອສຳເລັດ ເທ່ໃສ່ຂວດ
ຈ. ນຳມາແຊ່ໄວໃນຕູ່ເຢັນ ຖ້າຈະດື່ມກໍ່ໃສ່ນ້ຳແຂງດ້ວຍຈະດີ ນີ້ກໍ່ຄືຂັ້ນຕອນເຮັດນຳ້ເຊື່ອມໝາກໄຟ
ສັບພະຄຸນຂອງໝາກໄຟ
- ຊ່ວຍເຮັດໃຫ້ຊຸ່ມຄໍ
ຊ່ວຍບຳຣຸງທາດໃນຮ່າງກາຍ (ໃບ)
- ຊ່ວຍແກ້ພະຍາດຫວັດ (ໃບ)
- ຊ່ວຍແກ້ໄຂ້ມາລາເຣຍ (ໃບ)
- ຊ່ວຍແກ້ ແລະ ບັນເທົາອາການໄອ (ໃບ)
- ຊ່ວຍຂັບເສມຫະ ແລະ ຊ່ວຍລະລາຍເສມຫະ
- ຊ່ວຍດັບພິດຮ້ອນ (ຮາກສົດ ຫລື ຮາກແຫ້ງ)
- ຜົນໃຊ້ເປັນຢາຊ່ວຍຍ່ອຍ ຮັກສາອາການອາຫານບໍ່ຍ່ອຍ
- ຜົນຊ່ວຍແກ້ອາການທ້ອງອືດ ທ້ອງເຟີ້
- ແກ້ອາການທ້ອງລ່ວງ (ຮາກນຳໄປຕົ້ມກັບສະມຸນໄພຊະນິດອື່ນ ໆ)
- ຊ່ວຍບັນເທົາອາການປວດທ້ອງ (ເມັດ)
- ໃຊ້ເປັນຢາຖ່າຍພະຍາດ (ໃບ)
- ຊ່ວຍຂັບຍ່ຽວ (ໃບ)
- ຊ່ວຍຮັກສາ ຂີ້ກາກ ເກື້ອນ ແລະພະຍາດຂີ້ທູດ (ໃບ)
- ເປືອກມະໄຟຕົ້ມໃຊ້ແກ້ພະຍາດຜິວໜັງ
- ຊ່ວຍແກ້ອາການຜິວໜັງອັກເສບຊະນິດທີ່ເປັນຖົງນ້ຳແລະ ລອກອອກມາ (ຮາກສົດຫລືຮາກແຫ້ງ)
- ຊ່ວຍແກ້ພິດຝີ (ໃບ)
- ຊ່ວຍແກ້ຝີພາຍໃນ (ຮາກສົດຫລືຮາກແຫ້ງ)
- ຊ່ວຍບັນເທົາອາການໄຂ້ທີ່ມີອາການປວດຂໍ້ ປວດເຂົ່າ ແລະມີຜື່ນຄ້າຍລົມພິດ ຫລື "ໄຂ້ປະດົງ" (ຮາກສົດຫລືຮາກແຫ້ງ)
- ຊ່ວຍປິ່ນປົວພະຍາດເຣີມ (ຮາກສົດຫລືຮາກແຫ້ງ)
- ແກ້ພະຍາດວັນນະໂຣກ (ຮາກສົດຫລືຮາກແຫ້ງ)
- ໃຊ້ແກ້ພິດຕານເຕັ້ນ (ຮາກສົດຫລືຮາກແຫ້ງ)
ໄຄ Spirogyra varians (Hassall) Kützing
ໄຄ Spirogyra varians (Hassall) Kützing
ໄຄດິບປະກອບດ້ວຍສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຫຼາຍຊະນິດໃນປະລິມານທີ່ສູງເມື່ອທຽບໃສ່ ອາຫານຫຼາຍ ຊະນິດ, ຈາກການສຶກສາປະລິມານສານອາຫານຂອງໄຄດິບສະກຸນ Chladophora ແລະ Microspora ພົບວ່າໄຄທັງ 2 ຕະກຸນມີທາດໂປຼຕີນສູງເທົ່າກັບປານໍ້າຈືດຄືປະມານ 20 ກຮາມຕໍ່ 100 ກຣາມນໍ້າຫນັກແຫ້ງ, ສ່ວນກາກ ຫຼື ເສັ້ນໃຍນັ້ນກໍມີປະລິມານຄ້າຍຄືກັນກັບຜັກໃບຂຽວທົ່ວໄປ. ນອກຈາກນັ້ນໄຄທັງ 2 ຕະກຸນຍັງມີວິຕາມິນ ແລະ ແຮ່ທາດທີ່ ສຳຄັນຫຼາຍຊະນິດ ເຊັ່ນ: ວິຕາມິນບີ 1 ແລະ ບີ 2, ວິຕາມິນຊີ, ທາດການຊຽມ ແລະ ທາດ selenium, ໂດຍສະເພາະທາດ selenium ເຊິ່ງເປັນສານຕ້ານອະນຸມູນອິດສະຫລະ ທີ່ສໍາຄັນນັ້ນແມ່ນພົບໃນປະລິມານຫຼາຍ ກ່ວາໃນຜັກໃບຂຽວທົ່ວໄປ; ດັ່ງນັ້ນໄຄຈຶ່ງເປັນແຫຼ່ງໂປຼຕີນເສີມທີ່ໜ້າສົນໃຈ (Peerapornpisal, Makonkawkeyoon et al. 2005).
- ຊື່ວິທະຍາສາດ / ຕະກຸນ
Spirogyra varians (Hassall) Kützing /
Zygnemataceae
- ຊື່ພ້ອງ
Zygnema varians Hassall
- ຊື່ອື່ນ
ໄຄ,ໄກ, ໄກຼ, ຊວ່າ, river weed
ລັກສະນະພືດສາດ
ໄຄຊະນີດນີ້ເປັນທີ່ຮູ້ຈັກກັນດີໃນສາຂາເທົາສີຂຽວ. ມັກເກີດລວມກັນເປັນກຸ່ມ, ອາດຈະເກີດຕາມແມ່ນ້ຳທີ່ມີກ້ອນຫິນ ຫຼື ຕາມແຄມນ້ຳ ທີ່ສະອາດ. ລັກສະນະເປັນ ເສັ້ນສາຍຍາວຄ້າຍ ເສັ້ນຜົນແຕ່ເປັນສີຂຽວສົດ, ເມື່ອສໍາຜັດຈະມີລັກສະນະ ມື່ນມື, ເນື່ອງຈາກມີເມືອກຫຸ້ມ ຢູ່ຊັ້ນນອກສຸດ, ຈຸລັງຈະມີຮູບຊົງກະບອກ, ເຊິ່ງມີຂະໜາດແຕ່ລວງຍາວເທົ່າກັບ ລວງກວ້າງ ແລະ ຍາວເຖິງ 1 ແມັດຂື້ນໄປ. ເຈັ້ຍຫຸ້ມຈຸລັງຈະມີ 3 ຊັ້ນຄື: ຊັ້ນໃນ ແລະ ຊັ້ນກາງຈະເປັນພວກເຊລລູໂລສ, ສ່ວນຊັ້ນນອກຈະເປັນພວກເພກໂຕສ (Pectose) ພາຍໃນ ຈຸລັງມີແວຄິວໂອລຢູ່ເຄີ່ງກາງເມັດໃຫຍ່ ມີນິວຄຽດແຂນລອຍຢູ່ ໂດຍມີສາຍໄຊໂຕພລາດຊືມ ເຊື່ອມໂຍງກັນ ແລະ ຍືດໄວ້ກັບເຈັ້ຍຫຸ້ມ ຈຸລັງ. Spirogyra ຊັ້ນຫຸ້ມຈຸລັງເປັນທາດເມືອກ (mucilaginous) 3 ຊັ້ນດ້ວຍກັນ ການທີ່ມີທາດເມືອກຫຸ້ມຢູ່ເຮັດ ໃຫ້ເຊື້ອໄຄ ຊະນິດອື່ນ ບໍ່ສາມາດຈະເລີນເຕິບໂຕໃນໄຄພວກນີ້ໄດ້. ບໍ່ມີການແຕກງ່າ. ການຂະຫຍາຍພັນໂດຍບໍ່ອາໄສເພດ ໂດຍມີເສັ້ນ ຕັດຂາດອອກຈາກກັນ ເປັນຫຼາຍໆເສັ້ນ. ໄຄເປັນພືດນ້ຳຊະນິດໜຶ່ງ ທີ່ມີສານ chlorophyll ເຊິ່ງເປັນສານທີ່ມີສີຂຽວເປັນອົງປະກອບ, ຈຶ່ງເປັນທີ່ມາຂອງຊື່ໄຄ ສີຂຽວ ຂອງພືດຊະນິດນີ້, ຂະໜາດຂອງໄຄມີແຕ່ໄມຄຣອນແມັດ (µm) ຫາຫຼາຍແມັດ (m) ຂຶ້ນຢູ່ກັບຕະກຸນ ແລະ ມີ 3 ຊະນິດຄື: Cladophora, Microspora ແລະ Sirogyra. ສຳລັບພັນທີ່ເຫັນໃນທ້ອງຖິ່ນ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນ Spirogyra ເຊິ່ງມີລັກສະນະເສັ້ນສາຍກົງຄືກັນແຕ່ຈະຕ່າງກັນໃນການຈັດລຽງຂອງ Chloroplast ໂດຍໄຄສະກຸນ Spirogyra ແມ່ນມີການຈັດລຽງຂອງ Chloroplast ລັກສະນະກ້ຽວວຽນ.
ການນຳໃຊ້
ອາຫານ:ໄຄເປັນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການສູງ ແລະ ປະຊາຊົນສາມາດຊອກຫາໄດ້ງ່າຍ. ປະຊາຊົນຫລາຍທ້ອງຖິ່ນ ເຄີຍມີພູມປັນຍາສືບທອດກັນມາແຕ່ດົນນານໃນການປຸງແຕ່ງໄຄມາບໍລິໂພກເປັນອາຫານດ້ວຍຫລາຍວິທີ ແລະຫລາຍຮູບແບບ.
ສິນຄ້າ: ໄຄຢູ່ບາງທ້ອງຖິ່ນໄດ້ກາຍເປັນສິນຄ້າ ເຊຶ່ງປະຊາຊົນເອົາມາຈໍາໜ່າຍໃນຮູບແບບໄຄດິບ ແລະ ໄຄປຸງແຕ່ງ ໂດຍສະເພາະ ແມ່ນໄຄແຜ່ນທີ່ຕະຫລາດມີຄວາມຕ້ອງການສູງ. ຈາກການສໍາຫລວດໃນປີ 2015 ພົບວ່າ ການຜະລິດ ແລະ ຈໍາໜ່າຍໄຄແຜ່ນຕໍ່ ຄອບຄົວຕໍ່ລະດູການຜະລິດໃນ 25 ບ້ານຢູ່ ແຂວງຫຼວງພະບາງ ມີລາຍຮັບສະເລ່ຍ 6 ລ້ານກີບ (ສູງສຸດ 38 ລ້ານກີບ ແລະ ຕໍ່າສຸດ 1 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ)