Tuesday, April 27, 2021

ສັບພະຄຸນຂອງ ໝາກກຽງປ່າ Syzygium jambos (L.) Alston

 

ໝາກກຽງປ່າ

ໝາກກຽງປ່າ ຊື່​ສາ​ມັນ Rose Apple

ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)

ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ

 

ໝາກກຽງປ່າ ໝາກກຽງປ່າ ຊື່​ສາ​ມັນ Rose Apple  ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)  ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ

ລັກສະນະ​ຂອງໝາກກຽງປ່າ

ຕົ້ນ​ໝາກກຽງປ່າ ເປັນໝາກກຽງປ່າ​ດັ້ງ​ເດີມ​ຂອງ​ລາວ ມີ​ຖິ່ນ​ກຳ​ເນີດ​ໃນ​ພູມິພາກ​ອິນ​ໂດ​-​ມາ​ລາ​ຢັນ ໃນ​ປະເທດ​​ພົບ​ໄດ້​ເກືອບທົ່ວ​ທຸກ​ພາກ ໂດຍ​ຈັດ​ເປັນ​ພັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເຊັ່ນ​ດຽວ​ກັບ​ໝກກຽງ​ແດງ ມີ​ຄວາມ​ສູງ​ຂອງ​ຕົ້ນ​ປະ​ມານ 10 ແມັດ ເປືອກ​ຕົ້ນ​ຄ່ອນ​ຂ້າງ​ລຽບ​ເປັນ​ສີ​ນ້ຳ​ຕານ ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ເພາະ​ເມັດ ​ແລະ ​ວິທີ​ການ​ຕອນ​ກິ່ງ ຈະເລີນ​ເຕີບໂຕ​ໄດ້​ດີ​ໃນ​ດິນ​ທີ່​ມີ​ຄວາມ​ຊື້ນ​ພໍ​ເໝາະ ມັກ​ແສງ​ແດດ​ສ່ອງ​ເຖິງ​ແບບ​ເຕັມ​ມື້ ໃນ​ປະຈຸບັນ​ມີ​ສາຍ​ພັນ​ຫຼັກ​ຢູ່ 2 ສາຍ​ພັນ ຄື ພັນ​ທີ່​ມາ​ຈາກ​ປະເທດ​ໄທ ​ຜົນ​ຈະ​ເປັນ​ສີ​ຂຽວ​ອ່ອນ ແລະ​ພັນ​ທີ່​ມາ​ຈາກ​ປະເທດ​ມາ​ເລ​ເຊຍ​ຜົນ​ຈະ​ເປັນ​ສີ​ແດງ ໂດຍ​ຈະໃຫ້​ຜົນ​ຫຼັງ​ການ​ປຸກ​ປະ​ມານ 2 ປີ ມັກ​ຂຶ້ນ​ຕາມ​ປ່າ​ເລົ່າ​ທົ່ວ​ໄປ ພົບ​ປຸກ​ກັນ​ດ້ວຍ​ຕາມ​ສວນ​ເພື່ອ​ຮັບປະທານ​ ຫລື ​ຂາຍ​ເປັນ​ສິນ​ຄ້າ

ໝາກກຽງປ່າ ໝາກກຽງປ່າ ຊື່​ສາ​ມັນ Rose Apple  ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)  ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ


ໃບ​ໝາກກຽງ ໃບ​ເປັນ​ໃບ​ດ່ຽວ ອອກ​ລຽງ​ກົງກັນຂ້າມ​ກັນ​ເປັນ​ຄູ່ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ຂອບ​ຂະຫນານ​ແກມ​ໃບ​ຫອກ​ຮຽວ​ຍວ ປາຍ​ໃບ​ແຫຼມ ​ແລະ ​ມີ​ຕິ່ງ​ແຫຼມ ໂຄນ​ໃບ​ມົນ​ຮີ ສ່ວນ​ຂອບ​ໃບ​ລຽບ ໃບ​ມີ​ຂະໜາດ​ກວ້າງ​ປະ​ມານ 3-4 ຊັງ​ຕິ​ແມັດ ແລະ​ຍາວ​ປະ​ມານ 12-17 ຊັງ​ຕິ​ແມັດ ແຜ່ນ​ໃບ​ໜາ​ເປັນ​ສີ​ຂຽວ​ເຂັ້ມ


ໝາກກຽງປ່າ ໝາກກຽງປ່າ ຊື່​ສາ​ມັນ Rose Apple  ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)  ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ

ດອກຫມາກກຽງ ອອກ​ດອກ​ເປັນ​ຊໍ່​ກະ​ຈະ ໂດຍ​ຈະ​ອອກ​ທີ່​ປາຍ​ກິ່ງ ມີດ​ອກ​ຍ່ອຍ​ປະ​ມານ 3-8 ດອກ ກີບ​ດອກ​ບາງ​ເປັນ​ສີ​ຂາວ​ ຫລື​ສີ​ເຫຼືອງ​ອ່ອນ ຖານ​ຮອງ​ດອກ​ມີ​ລັກສະນະ​ເປັນ​ຮູບ​ກວຍ ດອກ​ມີ​ເກ​ສົນ​ເພດ​ຜູ້​ຈຳນວນ​ຫລາຍ

ໜ່ວຍຫມາກກຽງ ໝາກ​ເປັນ​ໝາກ​ສົດ​ໃຊ້​ຮັບປະທານ​ໄດ້ ​ເປັນ​ໝາກດ່ຽວ ມີ​ລັກສະນະ​ເກືອບ​ກົມ ເບິ່ງ​ຄ້າຍ​ກັບ​ຫມາກ​ຈັນ​ສີ​ເຫຼືອງ ປາຍຫມາກ​ມີກ​ີບ​ລ້ຽງ​ຕິດ​ຢູ່ 4 ກີບ ພາຍ​ໃນໜ່ວຍໂລ່ງ ​ລວງ ​ມີກີ່ນ​ຫອມ​ຄ້າຍ​ກັບ​ດອກ​ນົມ​ແມວ ມີ​ຂະໜາດ​ເສັ້ນ​ຜ່ານ​ສູນ​ກາງ​ປະ​ມານ 5-6 ຊັງຕິ​ແມັດ ແລະ​ມີ​ນ້ຳ​ໜັກ​ປະ​ມານ 80-100 ກຣາມ ຫມາກ​ດິບ​ເປັນ​ສີ​ຂຽວ​ເຂ້ັມ ເມື່ອ​ແກ່​ສຸກ​ແລ້ວ​ຈະ​ເປັນ​ສີ​ຂຽວ​ອ່ອນ​ ຫລື​ສີ​ເຫຼືອງ​ທອງ ຊີ້ນ​ດ້ານ​ໃນ​ບາງ​ເປັນ​ສີ​ຂາວ​ນວນ ​ຫລື​ສີ​ຂຽວ​ອ່ອນ ສ່ວນ​ເມັດ​ເປັນ​ສີ​ນ້ຳ​ຕານ ​ແລະ​ມີ​ຂະໜາດ​ໃຫຍ່ ມີ​ຣົດ​ຫວານ​ຫອມ​ຊື່ນ​ໃຈ ໂດຍ​ຈະ​ເລີ່ມ​ອອກໝາກ​ໃນ​ຊ່ວງ​ປາຍ​ລະດູ​ໜາວ (ປະ​ມານ​ເດືອນ​ທັນວາ​ເຖິງ​ເດືອນ​ເມ​ສາ)


ໝາກກຽງປ່າ ໝາກກຽງປ່າ ຊື່​ສາ​ມັນ Rose Apple  ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)  ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ

ໝາກກຽງປ່າ ໝາກກຽງປ່າ ຊື່​ສາ​ມັນ Rose Apple  ໝາກກຽງປ່າ ຊື່​ວິທະຍາ​ສາດ Syzygium jambos (L.) Alston ຈັດ​ຢູ່ໃນ​ວົງ​ໝາກກຽງ (MYRTACEAE)  ສ​ະມຸນ​ໄພໝາກກຽງປ່າ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ: ​ຊົມ​ພູ່ ມະ​ນ້ຳ​ຫອມ (ພາ​ຢັບ), ຊົມ​ພູ່​ນ້ຳ ຝ​ຣັ່ງ​ນ້ຳ, ມະ​ຫ້າ​ຄອກ​ລອກ, ມະ​ຊາ​ມຸດ ມະ​ຊາ​ມຸດ, ຢາ​ມູ​ປະ​ນາ​ວາ ເປັນ​ຕົ້ນ


ສັບພະຄູນ​ຂອງ​ໝາກກຽງ

  1. ຫມາກໃຊ້​ປຸງ​ເປັນ​ຢາ​ຊູ​ກຳ​ລັງ (ຜົນ)
  2. ມີ​ສັບພະຄຸນ​ເປັນ​ຢາ​ບຳ​ຣຸງ​ຫັວ​ໃຈ (ຜົນ)
  3. ມີ​ສັບ​ພະຄຸນ​ເປັນ​ຢາ​ແກ້​ເບົາ​ຫວານ (ເປືອກ, ຕົ້ນ, ເມັດ)
  4. ຊ່ວຍ​ແກ້ລົ​ມ​ປາຍ​ໄຂ້ (ຜົນ)
  5. ໃບ​ມີ​ສັບພະຄຸນ​ເປັນ​ຢາລົດ​ໄຂ້ (ໃບ)
  6. ໃບ​ໃຊ້​ເປັນ​ຢາ​ແກ້​ຕາ​ອັກ​ເສບ (ໃບ)
  7. ໃຊ້​ເປັນ​ຢາ​ແກ້​ທ້ອງ​ເສຍ (ເປືອກ, ຕົ້ນ, ເມັດ) ເປືອກ​ຕົ້ນ​ໃຊ້​ເປັນ​ຢາ​ແກ້​ທ້ອງ​ຣ່ວງ​ໄດ້​ດີ (ເປືອກ​ຕົ້ນ)
  8. ເມັດ​ມີ​ສັບພະຄຸນ​ເປັນ​ຢາ​ແກ້​ພະຍາດ​ບິດ (ເມັດ)
  9. ໃບ​ສົດ​ນຳ​ມາ​ຕົ້ມ​ກັບ​ນ້ຳ​ໃຊ້​ລ້າງ​ແຜລສົດ (ໃບ)
  10. ໃບ​ສົດ​ໃຊ້​ຕຳ​ພອກ​ປິ່ນປົວພະຍາດ​ຜິວ​ໜັງ (ໃບ)

ຄຸນຄ່າ​ທາງ​ໂພຊະນາ​ການ​ຂອງຫມາກກຽງ ຕໍ່ 100 ກຣາມ

  • ພະລັງ​ງານ                                25 ກິ​ໂລ​ແຄ​ລໍ​ຣີ
  • ນ້ຳ                                       93 ກຣາມ
  • ຄາ​ຣ​໌​ໂບ​ໄຮ​ເດ​ຣດ                         5.7 ກຣາມ
  • ໄຂ​ມັນ                                   0.3 ກຣາມ
  • ໂປຣ​ຕີນ                                  0.3 ກຣາມ
  • ວິ​ຕາ​ມິນ​ເອ                               17 ໄມ​ໂຄຣກ​ຣັມ (2%)
  • ວິ​ຕາ​ມິນ​ບີ1                              0.02 ມິນ​ລິກ​ຣັມ (2%)
  • ວິ​ຕາ​ມິນ​ບີ2                              0.03 ມິນ​ລິກ​ຣັມ (2%)
  • ວິ​ຕາ​ມິນ​ບີ3                              0.8 ມິນ​ລິກ​ຣັມ (5%)
  • ວິ​ຕາ​ມິນ​ຊີ                                22.3 ມິນ​ລິກ​ຣັມ (27%)
  • ແຄລ​ຊຽມ                                29 ມິນ​ລິກ​ຣັມ (3%)
  • ທາດ​ເຫຼັກ                                 0.07 ມິນ​ລິກ​ຣັມ (1%)
  • ແມກ​ນີ​ຊຽມ                              5 ມິນ​ລິກ​ຣັມ (1%)
  • ແມງ​ກາ​ນີດ                               0.029 ມິນ​ລິກ​ຣັມ (1%)
  • ຟອດ​ຟໍ​ຣັດ                                8 ມິນ​ລິກ​ຣັມ (1%)
  • ໂພ​ແທດ​ຊຽມ                             123 ມິນ​ລິກ​ຣັມ (3%)
  • ສັງ​ກະ​ສີ                                   0.06 ມິນ​ລິກ​ຣັມ (1%)

% ຮ້ອຍ​ລະ​ຂອງ​ປະລິມານ​ແນະ​ນຳ​ທີ່​ຮ່າງກາຍ​ຕ້ອງ​ການ​ໃນ​ແຕ່​ລະ​ມື້​ສຳລັບ​ຜູ້ໃຫຍ່ (ຂໍ້​ມູນ​ຈາກ : USDA Nutrient database)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ