ໝາກກຽງປ່າ
ໝາກກຽງປ່າ ຊື່ສາມັນ Rose
Apple
ໝາກກຽງປ່າ ຊື່ວິທະຍາສາດ Syzygium jambos (L.) Alston ຈັດຢູ່ໃນວົງໝາກກຽງ (MYRTACEAE)
ສະມຸນໄພໝາກກຽງປ່າ ມີຊື່ທ້ອງຖິ່ນອື່ນໆ ວ່າ: ຊົມພູ່ ມະນ້ຳຫອມ (ພາຢັບ), ຊົມພູ່ນ້ຳ ຝຣັ່ງນ້ຳ, ມະຫ້າຄອກລອກ, ມະຊາມຸດ ມະຊາມຸດ, ຢາມູປະນາວາ ເປັນຕົ້ນ
ລັກສະນະຂອງໝາກກຽງປ່າ
ຕົ້ນໝາກກຽງປ່າ ເປັນໝາກກຽງປ່າດັ້ງເດີມຂອງລາວ
ມີຖິ່ນກຳເນີດໃນພູມິພາກອິນໂດ-ມາລາຢັນ ໃນປະເທດພົບໄດ້ເກືອບທົ່ວທຸກພາກ
ໂດຍຈັດເປັນພັນໄມ້ຢືນຕົ້ນຂະໜາດກາງ ເຊັ່ນດຽວກັບໝກກຽງແດງ ມີຄວາມສູງຂອງຕົ້ນປະມານ
10 ແມັດ ເປືອກຕົ້ນຄ່ອນຂ້າງລຽບເປັນສີນ້ຳຕານ
ຂະຫຍາຍພັນດ້ວຍວິທີການເພາະເມັດ ແລະ ວິທີການຕອນກິ່ງ ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມຊື້ນພໍເໝາະ
ມັກແສງແດດສ່ອງເຖິງແບບເຕັມມື້ ໃນປະຈຸບັນມີສາຍພັນຫຼັກຢູ່ 2 ສາຍພັນ ຄື ພັນທີ່ມາຈາກປະເທດໄທ ຜົນຈະເປັນສີຂຽວອ່ອນ
ແລະພັນທີ່ມາຈາກປະເທດມາເລເຊຍຜົນຈະເປັນສີແດງ ໂດຍຈະໃຫ້ຜົນຫຼັງການປຸກປະມານ
2 ປີ ມັກຂຶ້ນຕາມປ່າເລົ່າທົ່ວໄປ ພົບປຸກກັນດ້ວຍຕາມສວນເພື່ອຮັບປະທານ
ຫລື ຂາຍເປັນສິນຄ້າ
ໃບໝາກກຽງ
ໃບເປັນໃບດ່ຽວ ອອກລຽງກົງກັນຂ້າມກັນເປັນຄູ່ ລັກສະນະຂອງໃບເປັນຮູບຂອບຂະຫນານແກມໃບຫອກຮຽວຍວ
ປາຍໃບແຫຼມ ແລະ ມີຕິ່ງແຫຼມ ໂຄນໃບມົນຮີ ສ່ວນຂອບໃບລຽບ ໃບມີຂະໜາດກວ້າງປະມານ
3-4 ຊັງຕິແມັດ ແລະຍາວປະມານ 12-17 ຊັງຕິແມັດ ແຜ່ນໃບໜາເປັນສີຂຽວເຂັ້ມ
ດອກຫມາກກຽງ
ອອກດອກເປັນຊໍ່ກະຈະ ໂດຍຈະອອກທີ່ປາຍກິ່ງ ມີດອກຍ່ອຍປະມານ 3-8 ດອກ ກີບດອກບາງເປັນສີຂາວ
ຫລືສີເຫຼືອງອ່ອນ ຖານຮອງດອກມີລັກສະນະເປັນຮູບກວຍ ດອກມີເກສົນເພດຜູ້ຈຳນວນຫລາຍ
ໜ່ວຍຫມາກກຽງ
ໝາກເປັນໝາກສົດໃຊ້ຮັບປະທານໄດ້ ເປັນໝາກດ່ຽວ ມີລັກສະນະເກືອບກົມ ເບິ່ງຄ້າຍກັບຫມາກຈັນສີເຫຼືອງ
ປາຍຫມາກມີກີບລ້ຽງຕິດຢູ່ 4 ກີບ ພາຍໃນໜ່ວຍໂລ່ງ ລວງ ມີກີ່ນຫອມຄ້າຍກັບດອກນົມແມວ
ມີຂະໜາດເສັ້ນຜ່ານສູນກາງປະມານ 5-6 ຊັງຕິແມັດ ແລະມີນ້ຳໜັກປະມານ 80-100 ກຣາມ ຫມາກດິບເປັນສີຂຽວເຂ້ັມ
ເມື່ອແກ່ສຸກແລ້ວຈະເປັນສີຂຽວອ່ອນ ຫລືສີເຫຼືອງທອງ ຊີ້ນດ້ານໃນບາງເປັນສີຂາວນວນ
ຫລືສີຂຽວອ່ອນ ສ່ວນເມັດເປັນສີນ້ຳຕານ ແລະມີຂະໜາດໃຫຍ່ ມີຣົດຫວານຫອມຊື່ນໃຈ
ໂດຍຈະເລີ່ມອອກໝາກໃນຊ່ວງປາຍລະດູໜາວ (ປະມານເດືອນທັນວາເຖິງເດືອນເມສາ)
ສັບພະຄູນຂອງໝາກກຽງ
- ຫມາກໃຊ້ປຸງເປັນຢາຊູກຳລັງ (ຜົນ)
- ມີສັບພະຄຸນເປັນຢາບຳຣຸງຫັວໃຈ (ຜົນ)
- ມີສັບພະຄຸນເປັນຢາແກ້ເບົາຫວານ (ເປືອກ, ຕົ້ນ, ເມັດ)
- ຊ່ວຍແກ້ລົມປາຍໄຂ້ (ຜົນ)
- ໃບມີສັບພະຄຸນເປັນຢາລົດໄຂ້ (ໃບ)
- ໃບໃຊ້ເປັນຢາແກ້ຕາອັກເສບ (ໃບ)
- ໃຊ້ເປັນຢາແກ້ທ້ອງເສຍ (ເປືອກ, ຕົ້ນ, ເມັດ) ເປືອກຕົ້ນໃຊ້ເປັນຢາແກ້ທ້ອງຣ່ວງໄດ້ດີ (ເປືອກຕົ້ນ)
- ເມັດມີສັບພະຄຸນເປັນຢາແກ້ພະຍາດບິດ (ເມັດ)
- ໃບສົດນຳມາຕົ້ມກັບນ້ຳໃຊ້ລ້າງແຜລສົດ (ໃບ)
- ໃບສົດໃຊ້ຕຳພອກປິ່ນປົວພະຍາດຜິວໜັງ (ໃບ)
ຄຸນຄ່າທາງໂພຊະນາການຂອງຫມາກກຽງ ຕໍ່ 100 ກຣາມ
- ພະລັງງານ 25 ກິໂລແຄລໍຣີ
- ນ້ຳ 93 ກຣາມ
- ຄາຣ໌ໂບໄຮເດຣດ 5.7 ກຣາມ
- ໄຂມັນ 0.3 ກຣາມ
- ໂປຣຕີນ 0.3 ກຣາມ
- ວິຕາມິນເອ 17 ໄມໂຄຣກຣັມ (2%)
- ວິຕາມິນບີ1 0.02 ມິນລິກຣັມ (2%)
- ວິຕາມິນບີ2 0.03 ມິນລິກຣັມ (2%)
- ວິຕາມິນບີ3 0.8 ມິນລິກຣັມ (5%)
- ວິຕາມິນຊີ 22.3 ມິນລິກຣັມ (27%)
- ແຄລຊຽມ 29 ມິນລິກຣັມ (3%)
- ທາດເຫຼັກ 0.07 ມິນລິກຣັມ (1%)
- ແມກນີຊຽມ 5 ມິນລິກຣັມ (1%)
- ແມງການີດ 0.029 ມິນລິກຣັມ (1%)
- ຟອດຟໍຣັດ 8 ມິນລິກຣັມ (1%)
- ໂພແທດຊຽມ 123 ມິນລິກຣັມ (3%)
- ສັງກະສີ 0.06 ມິນລິກຣັມ (1%)
% ຮ້ອຍລະຂອງປະລິມານແນະນຳທີ່ຮ່າງກາຍຕ້ອງການໃນແຕ່ລະມື້ສຳລັບຜູ້ໃຫຍ່
(ຂໍ້ມູນຈາກ : USDA Nutrient database)





![ໝາກຕາກົບສັບພະຄຸນທາງຢາ ໝາກຕາກົບ ໝາກຕາກົບ ຊື່ສາມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2] ໝາກຕາກົບ ຊື່ວິທະຍາສາດ Muntingia calabura L.[1] ປະຈຸບັນຈັດຢູ່ໃນວົງ MUNTINGIACEAE ສະມຸນໄພ ຕາກົບ ມີຊື່ທ້ອງຖິ່ນອື່ນ ໆ ວ່າ ຄົບຝຣັ່ງ, ໝາກຕະໂກ່ເສະ (ກະຫຣ່ຽງແດງ), ຕາກົບ (ມົ້ງ), ພ່ຽນໝ່າຍ (ມຽນມ່າ), ຕາຂົບຝຣັ່ງ (ໄທ) ເປັນຕົ້ນ ລັກສະນະຂອງຕາຂົບ ຕົ້ນຕາກົບ ຈັດເປັນໄມ້ພຸ່ມ ຫລືໄມ້ຢືນຕົ້ນຂະໜາດນ້ອຍ ມີຄວາມສູງໄດ້ປະມານ 5-7 ແມັດ ແລະ ອາດສູງໄດ້ເຖິງ 10 ແມັດ ແຕກກິ່ງກ້ານແຜ່ຂະໜານກັບພື້ນດິນ ເປືອກລຳຕົ້ນລຽບເປັນສີເທົາ ຕາມກິ່ງອ່ອນມີຂົນນຸ່ມຂຶ້ນປົກຄຸມ ຫມາກຕາກົບຫລື ຕະຂົບ ນີ້ມີຖິ່ນກຳເນີດໃນ ອາເມຣິກາກາງ ແລະ ອາເມຣິກາໃຕ້ ພົບປຸກເປັນໄມ້ປະດັບຫລືຕົ້ນໄມ້ໃຫ້ຜົນທົ່ວໄປໃນເຂດຮ້ອນ ໃນປະເທດພົບປຸກເປັນໄມ້ປະດັບ ຫລື ຕົ້ນໄມ້ໃຫ້ຫມາກ ແລະ ມັກພົບຂຶ້ນເປັນວັດພືດຕາມທີ່ນກວ້າງວ່າງເປົ່າ ຕາມປ່າໂປ່ງທົ່ວໄປ ຫລື ມັກຂຶ້ນເອງຕາມທຳມະຊາດທີ່ນົກ ແລະ ສັດຂະໜາດນ້ອຍຖ່າຍມູນແກ່ນຕາກົບຖິ້ມໄວ້ ສາມາດຂະຫຍາຍພັນໄດ້ເອງໂດຍວິທີການເພາະເມັດ ອອກດອກ ແລະ ຕິດຫນ່ວຍໄດ້ຕະຫລອດທັງປີ](https://blogger.googleusercontent.com/img/b/R29vZ2xl/AVvXsEgYGcDuKxvmpf-7AEpiGr3T6iId-ZrW4k0FtkRrDv6Y-kilPgHj0xwuNQjus4zFRJBZn2Xm_qcIYiU47ga3-56i2BNNubTL-wyXO5UXeU3HoBrg2-Wi9nVQ8pVg7V1Xx68H94FudyhywjAA/w640-h358/%25E0%25BA%25AB%25E0%25BA%25A1%25E0%25BA%25B2%25E0%25BA%2581%25E0%25BA%2595%25E0%25BA%25B2%25E0%25BA%2581%25E0%25BA%25BB%25E0%25BA%259A.png)
![ໃບຂອງຕົ້ນຫມາກຕາກົບ ໝາກຕາກົບ ໝາກຕາກົບ ຊື່ສາມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2] ໝາກຕາກົບ ຊື່ວິທະຍາສາດ Muntingia calabura L.[1] ປະຈຸບັນຈັດຢູ່ໃນວົງ MUNTINGIACEAE ສະມຸນໄພ ຕາກົບ ມີຊື່ທ້ອງຖິ່ນອື່ນ ໆ ວ່າ ຄົບຝຣັ່ງ, ໝາກຕະໂກ່ເສະ (ກະຫຣ່ຽງແດງ), ຕາກົບ (ມົ້ງ), ພ່ຽນໝ່າຍ (ມຽນມ່າ), ຕາຂົບຝຣັ່ງ (ໄທ) ເປັນຕົ້ນ ລັກສະນະຂອງຕາຂົບ ຕົ້ນຕາກົບ ຈັດເປັນໄມ້ພຸ່ມ ຫລືໄມ້ຢືນຕົ້ນຂະໜາດນ້ອຍ ມີຄວາມສູງໄດ້ປະມານ 5-7 ແມັດ ແລະ ອາດສູງໄດ້ເຖິງ 10 ແມັດ ແຕກກິ່ງກ້ານແຜ່ຂະໜານກັບພື້ນດິນ ເປືອກລຳຕົ້ນລຽບເປັນສີເທົາ ຕາມກິ່ງອ່ອນມີຂົນນຸ່ມຂຶ້ນປົກຄຸມ ຫມາກຕາກົບຫລື ຕະຂົບ ນີ້ມີຖິ່ນກຳເນີດໃນ ອາເມຣິກາກາງ ແລະ ອາເມຣິກາໃຕ້ ພົບປຸກເປັນໄມ້ປະດັບຫລືຕົ້ນໄມ້ໃຫ້ຜົນທົ່ວໄປໃນເຂດຮ້ອນ ໃນປະເທດພົບປຸກເປັນໄມ້ປະດັບ ຫລື ຕົ້ນໄມ້ໃຫ້ຫມາກ ແລະ ມັກພົບຂຶ້ນເປັນວັດພືດຕາມທີ່ນກວ້າງວ່າງເປົ່າ ຕາມປ່າໂປ່ງທົ່ວໄປ ຫລື ມັກຂຶ້ນເອງຕາມທຳມະຊາດທີ່ນົກ ແລະ ສັດຂະໜາດນ້ອຍຖ່າຍມູນແກ່ນຕາກົບຖິ້ມໄວ້ ສາມາດຂະຫຍາຍພັນໄດ້ເອງໂດຍວິທີການເພາະເມັດ ອອກດອກ ແລະ ຕິດຫນ່ວຍໄດ້ຕະຫລອດທັງປີ](https://blogger.googleusercontent.com/img/b/R29vZ2xl/AVvXsEjSbdIyDYke-dOrnYjY6Go4AX0GY-wtTePeRrp9oD8Qkd6Gh532e4FLs3Usg9dT4sdwoCyulGHKYM2MjIkXZ0MCW1qFUpZeNq3aNqZeOXtOxdCkoeOh8dLBCOgene4xQHwk1UKPImoZ6ede/w640-h480/%25E0%25BB%2583%25E0%25BA%259A%25E0%25BA%2595%25E0%25BA%25B2%25E0%25BA%2581%25E0%25BA%25BB%25E0%25BA%259A.jpg)
![ດອກຕາກົບ ໝາກຕາກົບ ໝາກຕາກົບ ຊື່ສາມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2] ໝາກຕາກົບ ຊື່ວິທະຍາສາດ Muntingia calabura L.[1] ປະຈຸບັນຈັດຢູ່ໃນວົງ MUNTINGIACEAE ສະມຸນໄພ ຕາກົບ ມີຊື່ທ້ອງຖິ່ນອື່ນ ໆ ວ່າ ຄົບຝຣັ່ງ, ໝາກຕະໂກ່ເສະ (ກະຫຣ່ຽງແດງ), ຕາກົບ (ມົ້ງ), ພ່ຽນໝ່າຍ (ມຽນມ່າ), ຕາຂົບຝຣັ່ງ (ໄທ) ເປັນຕົ້ນ ລັກສະນະຂອງຕາຂົບ ຕົ້ນຕາກົບ ຈັດເປັນໄມ້ພຸ່ມ ຫລືໄມ້ຢືນຕົ້ນຂະໜາດນ້ອຍ ມີຄວາມສູງໄດ້ປະມານ 5-7 ແມັດ ແລະ ອາດສູງໄດ້ເຖິງ 10 ແມັດ ແຕກກິ່ງກ້ານແຜ່ຂະໜານກັບພື້ນດິນ ເປືອກລຳຕົ້ນລຽບເປັນສີເທົາ ຕາມກິ່ງອ່ອນມີຂົນນຸ່ມຂຶ້ນປົກຄຸມ ຫມາກຕາກົບຫລື ຕະຂົບ ນີ້ມີຖິ່ນກຳເນີດໃນ ອາເມຣິກາກາງ ແລະ ອາເມຣິກາໃຕ້ ພົບປຸກເປັນໄມ້ປະດັບຫລືຕົ້ນໄມ້ໃຫ້ຜົນທົ່ວໄປໃນເຂດຮ້ອນ ໃນປະເທດພົບປຸກເປັນໄມ້ປະດັບ ຫລື ຕົ້ນໄມ້ໃຫ້ຫມາກ ແລະ ມັກພົບຂຶ້ນເປັນວັດພືດຕາມທີ່ນກວ້າງວ່າງເປົ່າ ຕາມປ່າໂປ່ງທົ່ວໄປ ຫລື ມັກຂຶ້ນເອງຕາມທຳມະຊາດທີ່ນົກ ແລະ ສັດຂະໜາດນ້ອຍຖ່າຍມູນແກ່ນຕາກົບຖິ້ມໄວ້ ສາມາດຂະຫຍາຍພັນໄດ້ເອງໂດຍວິທີການເພາະເມັດ ອອກດອກ ແລະ ຕິດຫນ່ວຍໄດ້ຕະຫລອດທັງປີ](https://blogger.googleusercontent.com/img/b/R29vZ2xl/AVvXsEikguRq8AaN8OGJp2e-EvAn29P_Eln_puh8WXV2BBONMELijzHycoGQZhmHnWP_aGhj6rbcWmw4OKch5bkeenh5IHKIepn2O2DnLcJVOxSvLyhmpF6JDBqobywcdPs54dfKqwix1Q9eYOZd/w640-h426/%25E0%25BA%2594%25E0%25BA%25AD%25E0%25BA%2581%25E0%25BA%2595%25E0%25BA%25B2%25E0%25BA%2581%25E0%25BA%25BB%25E0%25BA%259A.jpg)






