Friday, April 23, 2021

ຕົ້ນໄມ້ມົງຄົນສຳລັບ ວັນເກີດທັງ7

ຕົ້ນໄມ້ມົງຄົນສຳລັບວັນເກີດທັງ7

ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນອາທິດ Sunday

ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ

ຕາມ​ຄຳ​ທຳນວາຍ​ກ່າວ​ໄວ້​ວ່າ ຄົົນທີ່​ເກີດ​ວັນ​ອາທິດ ຈະ​ເປັນ​ຄົົນທີ່​ມີ​ຄວາມ​ມຸ້ງ​ມັ່ນ ທະ​ເຍີທະຍານ​ສູງ ອາດ​ບໍ່​ສຸກ​ສະບາຍ​ໃນ​ຊ່ວງ​ຊີວິດ​ໄວ​ເດັກ ແຕ່​ຈະ​ມີ​ຖານະ​ມັ່ງ​ຄັ່ງ​ໃນ​ຍາມ​ເຕີບໂຕ ເປັນ​ຄົນ​ໃຈ​ກວ້າງ ມັກ​ຊ່ວຍ​ເຫລືອ​ຜູ້​ທີ່​ດ້ອຍ​ກວ່າ ຈຶ່ງ​ຄວນລະ​ວັງ​ໃນ​ການ​ໃຊ້​ຈ່າຍ ນອກ​ຈາກ​ນີ້​ຍັງ​ເປັນ​ຄົນ​ຈິງ​ໃຈ ຮັກ​ເພື່ອນ​ຝູງ ແຕ່​ເຮັດດີ​ກັບ​ໃຜ​ບໍ່​ຄ່ອຍ​ຂຶ້ນ ບໍ່​ຄ່ອຍ​ໄດ້ຮັບ​ຄວາມ​ຈິງ​ໃຈ​ຕອບ ເປັນ​ຄົນ​ເຈົ້າ​ຊູ້ ແຕ່​ຮັກ​ໃຜ​ຮັກ​ຈິງ ມັກ​ທ່ອງ​ທ່ຽວ ຄວນ​ລະ​ວັງ​ເລື່ອງ​ຄວາມ​ໃຈ​ຮ້ອນ ເຊື່ອ​ຄົນ​ງ່າຍ ແລະ​ຄວາມ​ໜ້າ​ໃຫຍ່​ໃຈ​ໃຫຍ່ ເພາະ​ອາດ​ສ້າງ​ສັດຕູ​ໂດຍ​ບໍ່​ຮູ້​ຕົວ
          
ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ດອກ​ໄມ້​ສີ​ເຫຼືອງ ຫລື​ສີ​ສົ້ມ ເນື່ອງ​ຈາກ​ເປັນ​ສີ​ທີ່​ຖືກ​ສະໂຫຼກ​ ແລະ​ຈະ​ຊ່ວຍ​ເສີມ​ສິ​ຣິມ​ົງ​ຄົນ ເຊັ່ນ
          
ຕົ້ນເສດຖີ : ເລືອກ​ປຸກ​ສີ​ສົ້ມ​ຫລື​ສີ​ເຫຼືອງ ຈະ​ນຳ​ໂຊ​ກລາບ​ເຂົ້າ​ມາ​ຫາ
          
ກຸ​ຫຼາບ : ຫາກ​ປຸກ​ໄວ້​ຈະ​ເກີດ​ຄວາມ​ສ​ະງ່າ​ງາມ ພາກພູມ
          
ລາດຊະພຶກ : ​ຈະ​ເຮັດໃຫ້​ບ້ານ​ເບິ່ງ​ສົດ​ໃສ ແລະ​ເສີມ​ໃຫ້​ມີ​ກຽດ ມີ​ສັກ​ສີ
          
ຈຳ​ປາ : ປຸກ​ໄວ້​ຈະ​ຊ່ວຍ​ນຳ​ໂຊກ ເໝາະ​ກັບ​ຄົນ​ວັນ​ອາທິດ​ຢ່າງ​ຍິ່ງ

ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນຈັນ Monday

ຄົົນທີ່​ເກີດ​ວັນຈັນ ຈະ​ເປັນ​ທີ່​ຮັກ​ໄຄ​່ຂອງ​ຄົນ​ທົ່ວ​ໄປ ມີ​ສະເ​ນ​່ ເວົ້າ​ຈາ​ມ່ວນ​ອ່ອນ​ຫວານ ກິ​ລິ​ຍາ​ນຸ່ມ​ນວນ ແຕ່​ເມື່ອໂມໂຫ​ຈະ​ປາກ​ຮ້າຍ ສ່ວນ​ໃຫຍ່​ມັກ​ກຳ​ພ້າ​ພໍ່ ​ ຫລື ແມ່ ​ຕັ້ງ​ແຕ່​ໄວ​ເດັກ ພຶ່ງ​ພາ​ຍາດ​ພີ່ນ້ອງ​ບໍ່​ຄ່ອຍ​ໄດ້ ເປັນ​ຄົນ​ເຈົ້າ​ນ້ຳ​ຕາຊ່າງ​ເອົາ​ໃຈ​ຜູ້​ອື່ນ​ ແລະ​ ມັກ​ຖືກ​ເອົາ​ໃຈ​ດ້ວຍ​ເຊັ່ນ​ກັນ ເປັນ​ຄົນ​ເຈົ້າ​ສຳລານ ມະນຸດ​ສຳພັນ​ດີ ມີ​ນ້ຳ​ໃຈ ລະອຽດ​ຮອບຄອບ ນອກ​ຈາກ​ນີ້​ຍັງ​ມັກ​ຄວາມ​ຫລູຫຣາ ມີ​ສະຕິປັນຍາ​ດີ ໃຝ່​ຮູ້ ແລະ​ມັກ​ບໍ່​ຕົກ​ອັບ​ເພາະ​ມີ​ຜູ້ໃຫຍ່​ໃຫ້​ຄວາມ​ອຸປະຖຳສະເໝີ ແຕ່​ຕ້ອງ​ລະ​ວັງ​ເລື່ອງ​ການ​ຄົບ​ຄົນ ອາດ​ນຳ​ຄວາມ​ເດືອດ​ຮ້ອນ​ມາ​ໃຫ້ ບໍ່​ຄວນ​ວິ​ຕົກ​ກັງ​ວົນ​ຫລາຍ​ໄປ ແລະ​ຢ່າ​ໃຊ້ຈ່າຍ​ຕາມ​ໃຈ​ຕົວ​ເອງ

ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ດອກ​ໄມ້​ສີ​ຂາວ ຫລື​ດອກ​ໄມ້​ສີ​ເຫຼືອງ ເພາະ​ຈະ​ຖືກ​ໂສ​ລົກ​ຫລາຍ ເຊັ່ນ


ວາດສະຫ​ນາ : ຫາກ​ປຸກ​ວາດສະຫ​ນາ​ຣາ​ຊະນີ ຈະໃຫ້​ບຸນ​ສູງ ວາດສະຫ​ນາ​ອະທິຖານ ຈະ​ເຮັດໃຫ້​ສົມ​ຫວັງ​ດັ່ງ​ໃຈ ຫລື​ຈະ​ເປັນ​ວາດ​ສະຫນາ​ຊະນິດ​ອື່ນ​ກໍາ​ໄດ້​ຜົນ​ດີີ​ທັງ​ສິ້ນ
ມະ​ລິ : ເສີມ​ສິ​ຣິມ​ົງ​ຄົນ​ໃຫ້​ຄົນ​ໃນ​ບ້ານ​ມີ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ ມີ​ຄວາມ​ຮັກ​ຕໍ່​ບຸກ​ຄົນ​ທົ່ວ​ໄປ
ຕົ້ນເສດຖີ : ປຸກ​ເສດຖີ​ສີ​ເຫຼືອງ ຫລື​ສີ​ຂາວ ຈະ​ຊ່ວຍ​ໃຫ້​ມີ​ໂຊກລາບ​ເຂົ້າ​ມາ​ເລື້ອຍ ໆ
ຈຳ​ປີ : ເສີມ​ໃຫ້​ຊີວິດ​ຮຸ່ງ​ເຮືອງ ແລະ​ຫນ້າທີ່​ການ​ງານ​ຈະເລີນ​ກ້າວ​ໜ້າ
ກວນ​ອິມ : ສົ່ງ​ຜົນ​ດີີ​ກັບ​ຜູ້​ປຸກ ໃຫ້​ໂຊກ​ດ້ານ​ການ​ເງີນ ມີ​ຖານະ​ລ້ຳລວຍ
ມະ​ມ່ວງ : ຊ່ວຍ​ເສີມ​ໃຫ້​ຜູ້​ປຸກ​ແລະ​ຜູ້​ອາໄສ​ມີ​ເງີນ​ທອງ​ເຫຼືອ​ໃຊ້
ພູນ​ດ່າງ : ປຸກ​ແລ້ວ​ຈະ​ຊ່ວຍ​ໃຫ້​ຊີວິດ​ຈະເລີນ​ງອກ​ງາມ
ແກ້ວ : ສົ່ງ​ຜົນ​ໃຫ້​ຄົນ​ໃນ​ບ້ານ​ມີ​ຈິດ​ໃຈ​ແຈ່ມ​ໃສ ສູງ​ຄ່າ ບໍລິສຸດ​ດຸດ​ແກ້ວ
ໝາກຍົມ : ປົກ​ປ້ອງ​ຄວາມ​ຊົ່ວ​ຮ້າຍ ​ແລະ​ເລື່ອງ​ບໍ່​ດີ​ບໍ່​ໃຫ້​ມາໃກ້ ແລະ​ເສີມ​ໃຫ້​ມີ​ຜູ້​ນິຍົມ​ຖຶກໃຈ

ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນອັງຄານ Tuesday 

ຄົົນທີ່​ເກີດ​ວັນ​ອັງ​ຄານ ສ່ວນ​ໃຫຍ່​ຈະ​ເຕີບໂຕ​ ແລະ​ຖືກ​ລ້ຽງ​ດູ​ໂດຍ​ຄົນ​ອື່ນ ແລະ​ມັກ​ບໍ່​ຄ່ອຍ​ເຊື່ອ​ຟັງ​ພໍ່​ແມ່​ໃນ​ຊ່ວງ​ໄວ​ເດັກ ຊີວິດ​ຂຶ້ນໆ ລົງໆ ເນື່ອງ​ຈາກ​ໃຊ້​ເງີນເກັ່ງ ຄວນ​ຢູ່​ຖິ່ນ​ໄກ​ບ້ານ​ຈະ​ເຮັດໃຫ້​ກ້າວ​ໜ້າ ອຸປ​ນິ​ໃສ​ຂອງ​ຄົນ​ເກີດ​ວັນ​ອັງ​ຄານ ເປັນ​ຄົນ​ຈິດ​ໃຈ​ກ້າ​ຫານ ບຸກຄະລິກ​ເໝືອນ​ເວົ້າ​ຈາ​ບໍ່​ມ່ວນ ເວົ້າ​ຈາ​ບໍ່​ເກງ​ໃຈ​ໃຜ ທັງ​ທີ່​ເປັນ​ຄົນ​ຈິງ​ໃຈ ຈຶ່ງ​ເຮັດໃຫ້​ບໍ່​ມີ​ເພື່ອນ​ແທ້ ມັກ​ງານ​ອິດສະຫລະ​ທີ່​ບໍ່​ຕ້ອງ​ໃຊ້​ຄວາມ​ປາ​ນີດ ຄວນ​ລ​ວັງ​ເລື່ອງ​ໃຈ​ຮ້ອນ ເພາະ​ຈະ​ເຮັດໃຫ້​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ ​ຕັ້ງ​ໃຈ​ເຮັດວຽກ ແລະ​ຄວນ​ຢັບ​ຢັ້ງ​ເລື່ອງ​ການ​ໃຊ້​ຈ່າຍ ວາງ​ແຜນ​ຫລື​ ລຽງ​ລຳ​ດັບ​ໃຫ້ເປັນ

          
ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ດອກ​ໄມ້​ສີ​ແດງ ຫລື​ສີ​ຊົມ​ພູ ເພາະ​ຈັດ​ວ່າ​ເປັນ​ດອກ​ໄມ້​ທີ່​ຖືກ​ສະໂຫ​ລກ ​ແລະ​ຈະ​ເສີມ​ສິ​ຣິມ​ົງ​ຄຸນ ເຊັ່ນ

          ເຂັມ : ເຮັດໃຫ້​ສະຫມອງ​ປອດ​ໂປ່ງ ມີ​ຄວາມ​ຄິດ​ຄວາມ​ອ່ານ​ທີ່​ດີ

          ຊະ​ບາ : ຫາກ​ປຸກ​ໄວ້​ຈະ​ຊ່ວຍ​ໃຫ້​ຈະເລີນ​ກ້າວ​ໜ້າ ຂາດ​ບັນຫາ​ແລະ​ອຸປະສັກ

          ໂປ໊ຍ​ຊຽນ : ຊ່ວຍ​ໃຫ້​ມີ​ຄວາມ​ໂຊ​ກດີ​ໃນ​ຊີວິດ​ຢູ່​ສະເໝີ

          ກຸ​ຫຼາບ :
 ສຸກ​ກາຍ ສະບາຍ​ໃຈ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ໃນ​ຊີວິດ ແລະ​ມີ​ຄວາມ​ສະ​ງ່າ​ພາກພູມ

          ໝາກຍົມ : ປຸກ​ໄວ້​ຈະ​ຊ່ວຍ​ໃຫ້​ການ​ດຳ​ເນີນ​ຊີວິດ​ລາບ​ຣື່ນ ສົມບູນ​ສຸກ

          ໂກ​ສົນ : ເປັນ​ການ​ປຸກ​ເພື່ອ​ເສີມຄຸນ​ງາມ​ຄວາມ​ດີ ສ້າງ​ບຸນ​ໃຫ້​ຊີວິດ


ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນພຸດ Wednesday

ຄົົນທີ່​ເກີດ​ວັນ​ພຸດ ສ່ວນ​ໃຫຍ່​ມັກ​ມີ​ພະຍາດ​ປະຈຳ​ຕົວ ພຶ່ງ​ພາ​ຍາດ​ພີ່ນ້ອງ​ບໍ່​ໄດ້ ທັງ​ຍັງ​ຕ້ອງ​ເກື້ອ​ໜຸນ​ຍາດພີ່ນ້ອງ​ດ້ວຍ ຊີວິດ​ບໍ່​ໄດ້​ຢູ່​ປົນ​ນິບັດ​ພໍ່​ແມ່ ມັກ​ຄົບ​ເພື່ອນ​ທີ່​ອາ​ຍຸ​ຫລາຍກວ່າ ຫລື​ຖານະ​ສູງ​ກວ່າ ຖ້າ​ບວດຈະ​ເດັ່ນ​ດັ່ງ​ໃນ​ວົງ​ການ​ສາດສະຫນາ ອຸປະ​ນິ​ໄສ​ມີສະເນ່ ຈິດ​ໃຈ​ດີ ມີ​ນ້ຳ​ໃຈ ເວົ້າ​ຈາ​ເປີດ​ເຜີຍ​ກົງ​ໄປ​ກົງ​ມາ ຮັກ​ແລະ​ຊື່ສັດ​ຕໍ່​ເພື່ອນ​ຝູງ ໃຈ​ກວ້າງ ບໍ່​ເຄັ່ງ​ຄຽດ​ກັບ​ຊີວິດ ມັກ​ເລື່ອງ​ບັນ​ເທີງ​ໃຈ ເບິ່ງ​ເປັນ​ຄົນ​ເລຶ້ອຍໆ ເສີຍໆ ແຕ່​ບໍ່​ແມ່ນ​ຄົນ​ກຽດ​ຄ້ານ ຫູ​ເບົາ ຂີ້​ໃຈ​ນ້ອຍ ມັກ​ໃຫ້​ຄົນ​ເອົາ​ໃຈ ບໍ່ລະມັດລະວັງ ຄວນ​ລະ​ວັງ​ເລື່ອງ​ໃຈ​ອ່ອນ ເຊື່ອ​ຄົນ​ງ່າຍ

          ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ດອກ​ໄມ້​ທີ່​ມີ​ສີ​ເຫຼືອງ ເນື່ອງ​ຈາກ​ເປັນ​ສີ​ທີ່​ຖືກ​ສ​ະໂຫລກ ຈະ​ຊ່ວຍ​ເສີມ​ສິ່ງ​ດີ ໆ ໃຫ້​ກັບ​ຊີວິດ ເຊັ່ນ


          ໂປ໊ຍ​ຊຽນ : ປຸກ​ແລ້ວ​ຈະ​ນຳ​ໂຊ​ກລາບ​ມາ​ໃຫ້​ຜູ້​ປຸກ​ແລະ​ຄົນ​ໃນ​ຄອບຄົວ

          ວາດ​ນາ : ເກີດ​ຄວາມ​ສຸກ​ສົມ​ຫວັງ​ດັ່ງ​ໃຈ​ປາດຖະຫນາ ຄິດ​ສິ່ງ​ໃດ​ກໍ່​ໄດ້​ສິ່ງ​ນັ້ນ

          ກ້ວຍ : ເຮັດໃຫ້​ບ້ານຮົ່ມ​ເຢັນ​ເປັນ​ສຸກ ຜູ້​ປຸກ​ສຸກ​ກາຍ​ສະບາຍ​ໃຈ

          ລາດຊະພຶກ: ເສີມ​ດ້ານ​ຊື່​ສຽງ ກຽດຕິຍົດ ສັກ​ດິ໌​ສຣີ

          ກຸ​ຫຼາບ :
 ຫາກ​ປຸກ​ກຸ​ຫຼາບ​ສີ​ເຫຼືອງ ຈະ​ຊ່ວຍ​ໃຫ້​ມີ​ຄວາມ​ສຸກ​ສົມບູນ​ໃນ​ທຸກ ໆ ດ້ານ

          ໂກ​ສົນ : ຊ່ວຍ​ສ້າງ​ບຸນ ເພີ່ມ​ເຈົ້າ​ງາມ​ຄວາມ​ດີ ໃຫ້​ຣົ່ມ​ເຢັນ​ເປັນ​ສຸກ

          ພູ​ດ່າງ : ສົ່ງ​ເສີມ​ໃຫ້​ມີ​ຄວາມ​ຈະເລີນ​ງອກ​ງາມ​ໃນ​ຊີວິດ


ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນພະຫັດ Thursday

          ຄົົນທີ່​ເກີດ​ວັນພະຫັດ ທັງ​ຊາຍ​ແລະ​ຍິງ​ຈະ​ມີ​ຣູ​ບຮ່າງ​ສະ​ງ່າ​ງາມ ມີ​ສະຕິປັນຍາ​ສະຫລາດ​ຫຼັກ​ແຫຼມ ມີ​ຄວາມ​ລະອຽດ​ອ່ອນ ເຮັດວຽກ​ປາ​ນີດ ໃຝ່​ຫາ​ຄວາມ​ຮູ້​ຢູ່​ສະເໝີ ເວົ້າ​ຈາ​ສະ​ສານ ເຊື່ອ​ໃນ​ຄວາມ​ຄິດ​ຂອງ​ຕົວ​ເອງ​ຈົນ​ບໍ່​ຄ່ອຍ​ຍອມ​ຮັບ​ຟັງ​ຄົນ​ອື່ນ ຄຽດ​ງ່າຍ​ຫາຍ​ໄວ ມັກ​ເອົາ​ຊະນະ ມີ​ຄວາມ​ມຸ້ງ​ມັ່ນ ຫາກ​ຕັດ​ສິນ​ໃຈ​ແລ້ວ​ຈະ​ບໍ່​ປ່ຽນ​ແປງ ມີ​ຄວາມ​ທະ​ເຢີ​ທະ​ຢານ ຕ້ອງ​ການ​ຊື່​ສຽງ ກຽດຕິຍົດ ຖານະ ວາງ​ແຜນຮອບ​ຄອບ​ແລະ​ ລໍ​ຢ່າງ​ໃຈ​ເຢັນ ນອກ​ຈາກ​ນີ້​ຍັງມີ​ໂອ​ກາດ​ໄດ້​ດີ ແຕ່​ຈະ​ມີ​ທຸກ​ເລື່ອງ​ເພື່ອນ​ຝູງ​ ແລະ ​ຄູ່​ຄອງ​ເພາະ​ເປັນ​ຄົນ​ເຈົ້າ​ຊູ້

          
ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ຕົ້ນ​ໄມ້​ຫລື​ດອກ​ໄມ້​ທີ່​ມີ​ສີ​ຂາວ ຈະ​ຈັດ​ເປັນ​ສີ​ທີ່​ຖືກ​ສະໂຫລກ​ແລະ ​ເສີມ​ດວງ​ໃຫ້​ແກ່​ຄົນ​ເກີດ​ວັນພະຫັດ ເຊັ່ນ

          ມະ​ລິ : ເປັນ​ສິ​ລິມົ​ງ​ຄົນ​ເສີມ​ໃຫ້​ຄົນ​ໃນ​ບ້ານ​ມີ​ຈິດ​ໃຈ​ທີ່​ບໍລິສຸດ​ຜ່ອງ​ໃສ ເປັນ​ທີ່​ຮັກ​ໃຄ່​ຂອງ​ຄົນ​ທົ່ວ​ໄປ
          ຈຳ​ປີ : ຫາກ​ປຸກ​ໄວ້​ຈະ​ຊ່ວຍ​ເສີມ​ເລື່ອງ​ຫນ້າທີ່​ການ​ງານ​ໃຫ້​ຈະເລີນ​ກ້າວ​ໜ້າ
          ກຸ​ຫຼາບ : ເລືອກ​ປຸກ​ດອກ​ສີ​ຂາວ ຈະ​ຊ່ວຍ​ເສີມ​ໃນ​ເລື່ອງ​ຄວາມ​ສະ​ງ່າ ໜ້າ​ນັບ​ຖື
          ພຸດ : ສົ່ງ​ຜົນ​ໃຫ້​ຜູ້​ປຸກ​ ແລະ​ຄົນ​ໃນ​ບ້ານ ​ມີ​ຄວາມ​ແຂງ​ແຮງ ສົມບູນ ຈະເລີນ​ຫມັ້ນຄົງ


ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນສຸກ  Friday

ຄົນ​ເກີດ​ວັນ​ສຸກ​ ຈະ​ມີ​ບຸກຄະລິກ​ດີ ມີ​ສະເ​ນ​່​​ດ້ານ​ການ​ເວົ້າ ຊ່າງ​ຢົກ​ຍ​ເອົາ​ໃຈ ປາກ​ຫວານ ປອບ​ປະ​ໂລມ​ເກັ່ງ ມັກ​ອາ​ພັບ​ໃນໄ​ວ​ເດັກ ມີ​ຍາດ​ກໍ​ເໝືອນ​ບໍ່​ມີ ສ່ວນ​ໃຫຍ່​ກຳ​ພ້າ​ພໍ່​ຕັ້ງ​ແຕ່​ເດັກ ນອກ​ຈາກ​ນີ້​ຍັງ​ເປັນ​ຄົນ​ຮັກ​ສວຍ​ຮັກ​ງາມ ແຕ່​ແຕ່ງ​ຕົວ​ບໍ່​ຄ່ອຍ​ຂຶ້ນ ເປັນ​ຄົນ​ຂີ້​ນ້ອຍ​ໃຈ ເວົ້າ​ຈາ​ອ່ອນ​ນ້ອມ​ຖ່ອມ​ຕົນ ແຕ່​ປາກ​ຮ້າຍ​ເວລາ​ຄຽດ ມີ​ຄວາມ​ຮູ້​ຄວາມ​ສາມາດ ບໍ່​ທະ​ເຢີ​ທະ​ຍານ ມັກ​ຊີວິດ​ສະຫງົບ​ສຸກ ຫມັ້ນຄົງ ປອດ​ໄພ ບໍ່​ມັກ​ສ່ຽງ​ໂຊກ ມັກ​ຖືກ​ຜູ້ຄົນ​ອ້ອມ​ຂ້າງ​ບຽດ​ບຽນ​ພຶ່ງ​ພາ​ອາໄສ ແຕ່​ກໍ່​ເຕັມ​ໃຈ​ຊ່ວຍ ເຮັດວຽກ​ທີ່​ໃຊ້​ພົນ​ສະຫວັນ​ໄດ້​ດີກວ່າ​ທີ່​ຣ່ຳ​ຮຽນ​ມາ ໝົກ​ມຸ່ນ​ໂລ​ກີ ອາ​ພັບ​ຄູ່​ຄອງ ແຕ່​ບໍ່​ຕົກ​ຍາກ

          
ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ດອກ​ໄມ້​ສີ​ແດງ​ ຫລື​ສີ​ຊົມ​ພູ ຊຶ່ງ​ປຸກ​ແລ້ວ​ຈະ​ຖືກ​ສ​ະໂຫລກ ເຊັ່ນ

          ກຸ​ຫຼາບ :
 ຄວນ​ປຸກ​ກຸ​ຫຼາບ​ສີ​ແດງ ເພື່ອ​ເພີ່ມ​ຄວາມ​ສະ​ງ່າ​ພາກພູມ

          ເຂັມ : ເຮັດໃຫ້​ຊີວິດ​ກ້າວ​ໜ້າ ແລະ​ຍ່າງ​ໄປ​ໃນ​ທາງ​ທີ່​ດີ

          ໂກ​ສົນ : ສົ່ງ​ຜົນ​ໃຫ້​ຜູ້​ປຸກ​ແລະ​ຄົນ​ໃນ​ບ້ານ​ມີ​ຄວາມຮົ່ມ​ເຢັນ​ເປັນ​ສຸກ ມີ​ບຸນ

          ໂປ໊ຍ​ຊຽນ : ຫາກ​ປຸກ​ໄວ້​ຈະ​ເຮັດໃຫ້​ມີ​ໂຊ​ກລາບ ມີ​ຂ່າວ​ດີ​ກ່ຽວກັບ​ເລື່ອງ​ເງີນ​ທອງ

          ອັນ​ຊັນ :
 ເສີມ​ໃຫ້​ມີ​ການ​ປະ​ສົບ​ຄວາມ​ສຳ​ເຣັດ​ໃນ​ຊີວິດ


ຕົ້ນໄມ້ມົງຄົນ ສຳລັບ ວັນເກີດທັງ7 ວັນຈັນ ວັນອັງຄານ ວັນພຸດ ວັນສຸກ ວັນເສົາ ວັນອາທິດ


ຕົ້ນໄມ້ມົງຄົນ ສຳລັບຄົນເກີດ ວັນເສົາ Saturday

ຄົົນທີ່​ເກີດ​ໃນ​ວັນ​ເສົາ​ ຈະ​ເປັນ​ຄົນ​ກ້າ​ແກ່ງ ໃຈ​ນັກ​ເລງ ກ້າ​ໄດ້​ກ້າ​ເສຍ ເວົ້າ​ຈາ​ນຸ່ມ​ນວນ​ບໍ່​ເປັນ ເວົ້າ​ນ້ອຍ ຫລື ​ເວົ້າ​ບໍ່​ມີ ຫາງ​ສຽງ ເປັນ​ຄົນ​ສຸ​ຂຸມ​ຮອບຄອບ ແຕ່​ໃຈ​ໂລ​ເລ​ບໍ່​ໜັກ​ແໜ້ນ ເປັນ​ຄົນ​ຢາກ​ຮູ້​ຢາກ​ລອງ​ຫຍັງ​ໃໝ່ໆ ດື້​ງຽບ ມີ​ທິດສະດີ ມີ​ເລ້​ຫລ່ຽມ ແລະ​ໃນ​ບາງເທື່ອ​ກໍ​ສົນ​ໃຈ​ແຕ່​ເລື່ອງ​ຕົວ​ເອງ​ຫລາຍ​ໄປ ຈົນ​ເບິ່ງ​ເຫັນ​ແກ່​ຕົວ ນອກ​ຈາກ​ນີ້​ຍັງ​ມັກ​ງານ​ທີ່​ບໍ່​ຕ້ອງ​ເຄັ່ງ​ຄຽດ ມີ​ຄອບຄົວ​ໃຫຍ່ ມັກ​ມີ​ຄູ່​ຫລາຍ​ແຕ່​ບໍ່​ແມ່ນ​ຄູ່​ແທ້ ລະ​ວັງ​ເພື່ອນ​ຈະ​ນຳ​ຄວາມ​ເດືອດ​ຮ້ອນ​ມາ​ໃຫ້

ຕົ້ນ​ໄມ້​ມົງ​ຄົນ​ທີ່​ຄວນ​ປຸກ ຄື ຕົ້ນ​ໄມ້​ທີ່​ເສີມ​ໂຊ​ກລາບ ວາດ​ນາ​ໃຫ້​ກັບ​ຄົນ​ເກີດ​ມື້ວັນເສົາ ເຊັ່ນ

ວາດ​ນາ : ເຮັດໃຫ້​ມີ​ແຮງ​ບັນ​ດານ​ໃຈ ເກີດ​ຄວາມ​ສຸກ​ຄວາມ​ສົມ​ຫວັງ ສົມ​ປາດຖະຫນາ

ກວນ​ອິມ : ສົ່ງ​ຜົນ​ໃຫ້​ຜູ້​ປຸກ​ມີ​ຖານະ​ດີ ມີ​ຄວາມ​ລ້ຳລວຍ ມີ​ເງີນ​ທອງ

ຈຳ​ປີ : ເສີມ​ໃຫ້​ປະ​ສົບ​ຄວາມ​ສຳ​ເຣັດ​ໃນ​ຊີວິດ​ການ​ງານ ມີ​ຄວາມ​ຈະເລີນ​ກ້າວ​ໜ້າ

ບັກ​ມ່ວງ : ນອກ​ຈາກ​ຈະໃຫ້​ຜົນ​ໄວ້​ກິນ​ແລ້ວ ຍັງ​ເຮັດໃຫ້​ຜູ້​ປຸກ​ລ້ຳລວຍ​ຢິ່ງ​ຂຶ້ນ​ດ້ວຍ


ທັງ​ນີ້ ການ​ເລືອກ​ປຸກ​ຕົ້ນ​ໄມ້​ມົງ​ຄົນ​ຕາມ​ມື້​ເກີດ​ນັ້ນ ອາດ​ຊ່ວຍ​ສົ່ງ​ຜົນ​ໃຫ້​ເສີມ​ດວງ​ແລະ​ສິ່ງ​ດີ ໆ ເຂົ້າ​ມາ​ໃນຊີວິດ ແຕ່​ກໍ່​ຂຶ້ນ​ຢູ່​

ກັບ​ຄວາມ​ເຊື່ອ​ຂອງ​ຜູ້​ຢູ່​ອາໄສ​ຕື່ມ ບາງ​ບ້ານ​ອາດຈະ​ປຸກ​ໄວ້​ເພື່ອ​ຄວາມ​ສວຍ​ງາມ​ໂດຍ​ບໍ່​ໄດ້​ຄຳ​ນຶງ​ເຖິງ​ເລື່ອງ​ຄວາມ​ເປັນ​ມົງ​ຄົນ​

ກໍ​່ມີ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ