Friday, November 13, 2020

ເຫັດເຜິ້ງຂາວ White King Bolete Mushroom

ຂໍ້ມູນທົ່ວໄປ  ການນຳໃຊ້  ອາຫານ  ສີນຄ້າ  ຊື່ວິທະຍາສາດ / ຕະກຸນ  Boletus edulis Bull. / Boletaceae  ຊື່ພ້ອງ  Boletus betulicola (Vassilkov) Pilát & Dermek Boletus citrinus A. Venturi Boletus clavipes (Peck) Pilát & Dermek Boletus edulis subsp. betulicola (Vassilkov) Hlaváček Boletus edulis subsp. clavipes (Peck) Singer Tubiporus edulis (Bull.) P. Karst  ຊື່ອື່ນ  King Bolete Mushroom   ບັນຍາຍລັກສະນະພືດສາດ ດອກເຫັດສູງ 35 ຊມ. ໝວກເຫັດກວ້າງ 7−30 ຊມ, ເມື່ອແກ່ເຕັມໄວ້, ເນື້ອໜຽວນຸ່ມ, ຮູບຊາມຄວມ, ເມື່ອດອກຍັງອ່ອນ, ດອກຈະນູ້ນຂື້ນເຄີ່ງກາງ, ແຕ່ເມື່ອແກ່ຈະພຽງ, ທົ່ວໄປແລ້ວຈະເປັນສີນ້ຳຕານແດງປົນສີຂາວໃກ້ກັບຂອບ ແລະ ເຂັ້ມຂື້ນເມື່ອແກ່ແລ້ວ. ກ້ານດອກເຫັດ ຍາວ 8−25 ຊມ, ໜາປະມານ 7 ຊມ, ອວບໜາ, ໃຫຍ່ກວ່າໝວກເຫັດຖ້າສົມທຽບກັນ, ມັນຈະເປັນຮູບກະສ້ວຍອອກຈາກເຄີ່ງການໝວກເຫັດດ້ານລຸ່ມ, ຜິວຈະເປັນລາຍຄ້ານຕ່າໜ່າງ ແລະ ລຽບສ່ວນໃກ້ໂຄນ. ຢູ່ສ່ວນລຸ່ມຂອງໝວກເຫັດຈະມີຮູບສະປໍເປັນຫຼອດ, ຫຼອດຍາວ 1−2 ຊມ, ເປັນສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີຂຽວປົນສີເຫຼືອງ. ມັນຈະມີ 2−3 ຮູຕໍ່ 1 ມມ. ລາຍພີມສະປໍເປັນສີນ້ໍ້າຕານໂອລິບ.  ບັນຍາຍການນຳໃຊ້ ເປັນອາຫານທີ່ນີຍົມສຳລັບຄົນລາວ ເຮັດແກງໃສ່ກັບໜໍ່ໄມ້ ຫຼື ຜັກທຳມະຊາດ, ເຫັດເຜີ້ງໃນທຳມະຊາດ ຍັງເປັນ ອາຫານໃຫ້ແກ່ສັດ, ແມງໄມ້ ແລະ ຂີ້ກະເດືອນ. ຢາພື້ນເມືອງມັນເປັນອາຫານຮັກສາກະເພາະລຳໄສ້, ເຫັດເຜີ້ງສາມາດອົບແຫ້ງ ແລະ ຂາຍຕ່າງທ້ອງຕະຫຼາດທົ່ວໄປ. ທາດຄາຣ໌ໂບໄຣເດຣດເປັນສ່ວນສຳຄັນ ຂອງເຫັດຊະນີດນີ້, ໂດຍສົມທຽບປະມານ 9.23% ຕໍ່ນ້ຳໜັກທັງໜົດຂອງດອກສົດ ແລະ  65.4% ຂອງນ້ຳໜັງເຫັດແຫ້ງ. ຖ້າເຫັດແຫ້ງແລ້ວຈະມີໄຂມັນເຖີງ 2.6%. ນອກນັ້ນຍັງມີອາຊີດໄຂມັນເຊັ່ນ: ພາລມິຕິກ ອາຊີດ 9.8%, ສະແຕຣິກອາຊີດ 2.7%, ໂອເລອິກ ອາຊິດ 36.1%, ລີໂນເລອິກ 42.2% ແລະ ລີໂນເລອິກ ອາຊີດ 0.2%  ຕະຫລາດເຫັດ  − ຂາຍໄດ້ລາຄາດີ − ເປັນເຫັດທີ່ນີຍົມໃນ ຈີນ ແລະ ຫວຽດນາມ − ພົບເຫັດຊະນີດນີ້ພຽງລະດູຝົນ  ການປູກ ເປັນເຫັດທີ່ເກີດຕາມທຳມະຊາດ, ຍັງບໍ່ມີເຕັກນິກໃນການປູກ, ປະຊາຊົນພຽງເກັບກູ້ ແລະ ຮັກສາປ່າບ່ອນທີ່ມັນເກີດໄວ້.  ການເກັບກ່ຽວ ວິທີການ: ເກັບທັ້ງໝົດດອກແກ່ ແລະ ອ່ອນ ລະດູການເກັບກູ້: ພືດສະພາ, ມິຖຸນາ, ກໍລະກົດ, ສີງຫາ, ກັນຍາ, ຕຸລາ ຜົນຜະລິດ, ສະມັດຕະພາບ ແລະ ຜະລິດຕະພາບ: ເປັນເກັບກູ້ຕາມທຳມະຊາດ ຜູ້ໜື່ງສາມາດເກັບກູ້ໄດ້ປະມານ 4−6 ກລ/ວັນ.


ຂໍ້ມູນທົ່ວໄປ 

ການນຳໃຊ້

ອາຫານ

ສີນຄ້າ

ຊື່ວິທະຍາສາດ / ຕະກຸນ

Boletus edulis Bull. / Boletaceae

ຊື່ພ້ອງ

Boletus betulicola (Vassilkov) Pilát & Dermek
Boletus citrinus A. Venturi
Boletus clavipes (Peck) Pilát & Dermek
Boletus edulis subsp. betulicola (Vassilkov) Hlaváček
Boletus edulis subsp. clavipes (Peck) Singer
Tubiporus edulis (Bull.) P. Karst

ຊື່ອື່ນ

King Bolete Mushroom


ບັນຍາຍລັກສະນະພືດສາດ

ດອກເຫັດສູງ 35 ຊມ. ໝວກເຫັດກວ້າງ 7−30 ຊມ, ເມື່ອແກ່ເຕັມໄວ້, ເນື້ອໜຽວນຸ່ມ, ຮູບຊາມຄວມ, ເມື່ອດອກຍັງອ່ອນ, ດອກຈະນູ້ນຂື້ນເຄີ່ງກາງ, ແຕ່ເມື່ອແກ່ຈະພຽງ, ທົ່ວໄປແລ້ວຈະເປັນສີນ້ຳຕານແດງປົນສີຂາວໃກ້ກັບຂອບ ແລະ ເຂັ້ມຂື້ນເມື່ອແກ່ແລ້ວ. ກ້ານດອກເຫັດ ຍາວ 8−25 ຊມ, ໜາປະມານ 7 ຊມ, ອວບໜາ, ໃຫຍ່ກວ່າໝວກເຫັດຖ້າສົມທຽບກັນ, ມັນຈະເປັນຮູບກະສ້ວຍອອກຈາກເຄີ່ງການໝວກເຫັດດ້ານລຸ່ມ, ຜິວຈະເປັນລາຍຄ້ານຕ່າໜ່າງ ແລະ ລຽບສ່ວນໃກ້ໂຄນ. ຢູ່ສ່ວນລຸ່ມຂອງໝວກເຫັດຈະມີຮູບສະປໍເປັນຫຼອດ, ຫຼອດຍາວ 1−2 ຊມ, ເປັນສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີຂຽວປົນສີເຫຼືອງ. ມັນຈະມີ 2−3 ຮູຕໍ່ 1 ມມ. ລາຍພີມສະປໍເປັນສີນ້ໍ້າຕານໂອລິບ.

ບັນຍາຍການນຳໃຊ້

ເປັນອາຫານທີ່ນີຍົມສຳລັບຄົນລາວ ເຮັດແກງໃສ່ກັບໜໍ່ໄມ້ ຫຼື ຜັກທຳມະຊາດ, ເຫັດເຜີ້ງໃນທຳມະຊາດ ຍັງເປັນ ອາຫານໃຫ້ແກ່ສັດ, ແມງໄມ້ ແລະ ຂີ້ກະເດືອນ. ຢາພື້ນເມືອງມັນເປັນອາຫານຮັກສາກະເພາະລຳໄສ້, ເຫັດເຜີ້ງສາມາດອົບແຫ້ງ ແລະ ຂາຍຕ່າງທ້ອງຕະຫຼາດທົ່ວໄປ. ທາດຄາຣ໌ໂບໄຣເດຣດເປັນສ່ວນສຳຄັນ ຂອງເຫັດຊະນີດນີ້, ໂດຍສົມທຽບປະມານ 9.23% ຕໍ່ນ້ຳໜັກທັງໜົດຂອງດອກສົດ ແລະ  65.4% ຂອງນ້ຳໜັງເຫັດແຫ້ງ. ຖ້າເຫັດແຫ້ງແລ້ວຈະມີໄຂມັນເຖີງ 2.6%. ນອກນັ້ນຍັງມີອາຊີດໄຂມັນເຊັ່ນ: ພາລມິຕິກ ອາຊີດ 9.8%, ສະແຕຣິກອາຊີດ 2.7%, ໂອເລອິກ ອາຊິດ 36.1%, ລີໂນເລອິກ 42.2% ແລະ ລີໂນເລອິກ ອາຊີດ 0.2%

ຕະຫລາດເຫັດ

− ຂາຍໄດ້ລາຄາດີ
− ເປັນເຫັດທີ່ນີຍົມໃນ ຈີນ ແລະ ຫວຽດນາມ
− ພົບເຫັດຊະນີດນີ້ພຽງລະດູຝົນ

ການປູກ

ເປັນເຫັດທີ່ເກີດຕາມທຳມະຊາດ, ຍັງບໍ່ມີເຕັກນິກໃນການປູກ, ປະຊາຊົນພຽງເກັບກູ້ ແລະ ຮັກສາປ່າບ່ອນທີ່ມັນເກີດໄວ້.

ການເກັບກ່ຽວ

ວິທີການ: ເກັບທັ້ງໝົດດອກແກ່ ແລະ ອ່ອນ
ລະດູການເກັບກູ້: ພືດສະພາ, ມິຖຸນາ, ກໍລະກົດ, ສີງຫາ, ກັນຍາ, ຕຸລາ
ຜົນຜະລິດ, ສະມັດຕະພາບ ແລະ ຜະລິດຕະພາບ: ເປັນເກັບກູ້ຕາມທຳມະຊາດ ຜູ້ໜື່ງສາມາດເກັບກູ້ໄດ້ປະມານ 4−6 ກລ/ວັນ.

ຂໍ້ມູນທົ່ວໄປ  ການນຳໃຊ້  ອາຫານ  ສີນຄ້າ  ຊື່ວິທະຍາສາດ / ຕະກຸນ  Boletus edulis Bull. / Boletaceae  ຊື່ພ້ອງ  Boletus betulicola (Vassilkov) Pilát & Dermek Boletus citrinus A. Venturi Boletus clavipes (Peck) Pilát & Dermek Boletus edulis subsp. betulicola (Vassilkov) Hlaváček Boletus edulis subsp. clavipes (Peck) Singer Tubiporus edulis (Bull.) P. Karst  ຊື່ອື່ນ  King Bolete Mushroom   ບັນຍາຍລັກສະນະພືດສາດ ດອກເຫັດສູງ 35 ຊມ. ໝວກເຫັດກວ້າງ 7−30 ຊມ, ເມື່ອແກ່ເຕັມໄວ້, ເນື້ອໜຽວນຸ່ມ, ຮູບຊາມຄວມ, ເມື່ອດອກຍັງອ່ອນ, ດອກຈະນູ້ນຂື້ນເຄີ່ງກາງ, ແຕ່ເມື່ອແກ່ຈະພຽງ, ທົ່ວໄປແລ້ວຈະເປັນສີນ້ຳຕານແດງປົນສີຂາວໃກ້ກັບຂອບ ແລະ ເຂັ້ມຂື້ນເມື່ອແກ່ແລ້ວ. ກ້ານດອກເຫັດ ຍາວ 8−25 ຊມ, ໜາປະມານ 7 ຊມ, ອວບໜາ, ໃຫຍ່ກວ່າໝວກເຫັດຖ້າສົມທຽບກັນ, ມັນຈະເປັນຮູບກະສ້ວຍອອກຈາກເຄີ່ງການໝວກເຫັດດ້ານລຸ່ມ, ຜິວຈະເປັນລາຍຄ້ານຕ່າໜ່າງ ແລະ ລຽບສ່ວນໃກ້ໂຄນ. ຢູ່ສ່ວນລຸ່ມຂອງໝວກເຫັດຈະມີຮູບສະປໍເປັນຫຼອດ, ຫຼອດຍາວ 1−2 ຊມ, ເປັນສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີຂຽວປົນສີເຫຼືອງ. ມັນຈະມີ 2−3 ຮູຕໍ່ 1 ມມ. ລາຍພີມສະປໍເປັນສີນ້ໍ້າຕານໂອລິບ.  ບັນຍາຍການນຳໃຊ້ ເປັນອາຫານທີ່ນີຍົມສຳລັບຄົນລາວ ເຮັດແກງໃສ່ກັບໜໍ່ໄມ້ ຫຼື ຜັກທຳມະຊາດ, ເຫັດເຜີ້ງໃນທຳມະຊາດ ຍັງເປັນ ອາຫານໃຫ້ແກ່ສັດ, ແມງໄມ້ ແລະ ຂີ້ກະເດືອນ. ຢາພື້ນເມືອງມັນເປັນອາຫານຮັກສາກະເພາະລຳໄສ້, ເຫັດເຜີ້ງສາມາດອົບແຫ້ງ ແລະ ຂາຍຕ່າງທ້ອງຕະຫຼາດທົ່ວໄປ. ທາດຄາຣ໌ໂບໄຣເດຣດເປັນສ່ວນສຳຄັນ ຂອງເຫັດຊະນີດນີ້, ໂດຍສົມທຽບປະມານ 9.23% ຕໍ່ນ້ຳໜັກທັງໜົດຂອງດອກສົດ ແລະ  65.4% ຂອງນ້ຳໜັງເຫັດແຫ້ງ. ຖ້າເຫັດແຫ້ງແລ້ວຈະມີໄຂມັນເຖີງ 2.6%. ນອກນັ້ນຍັງມີອາຊີດໄຂມັນເຊັ່ນ: ພາລມິຕິກ ອາຊີດ 9.8%, ສະແຕຣິກອາຊີດ 2.7%, ໂອເລອິກ ອາຊິດ 36.1%, ລີໂນເລອິກ 42.2% ແລະ ລີໂນເລອິກ ອາຊີດ 0.2%  ຕະຫລາດເຫັດ  − ຂາຍໄດ້ລາຄາດີ − ເປັນເຫັດທີ່ນີຍົມໃນ ຈີນ ແລະ ຫວຽດນາມ − ພົບເຫັດຊະນີດນີ້ພຽງລະດູຝົນ  ການປູກ ເປັນເຫັດທີ່ເກີດຕາມທຳມະຊາດ, ຍັງບໍ່ມີເຕັກນິກໃນການປູກ, ປະຊາຊົນພຽງເກັບກູ້ ແລະ ຮັກສາປ່າບ່ອນທີ່ມັນເກີດໄວ້.  ການເກັບກ່ຽວ ວິທີການ: ເກັບທັ້ງໝົດດອກແກ່ ແລະ ອ່ອນ ລະດູການເກັບກູ້: ພືດສະພາ, ມິຖຸນາ, ກໍລະກົດ, ສີງຫາ, ກັນຍາ, ຕຸລາ ຜົນຜະລິດ, ສະມັດຕະພາບ ແລະ ຜະລິດຕະພາບ: ເປັນເກັບກູ້ຕາມທຳມະຊາດ ຜູ້ໜື່ງສາມາດເກັບກູ້ໄດ້ປະມານ 4−6 ກລ/ວັນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ