Tuesday, November 24, 2020

ຄວາມຫມາຍ ແລະ ຄວາມສຳຄັນ ຂອງເຄື່ອງປ່າຂອງດົງ

1.1          ຄວາມໝາຍຂອງເຄື່ອງປ່າຂອງດົງ

ເຄື່ອງ​ປ່າ​ຂອງ​ດົງ​ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ດຳລົງ​ຊີວິດ​ປະຈຳ​ວັນ ​ ແລະ  ສ້າງລາຍ​ຮັບ​ທາງ​ເສດ​ຖະກິດ​ຂອງ​ຄົນ​ໃນ​ໂລກ​ ທັງ​ເປັນ​ຜະລິດ​ຕະພັນ​ທີ່​ມີ​ການ​ຄ້າຂາຍ​ກັນ ​ລະຫວ່າງ​ປະ​ເທດ​ກ່ອນໝູ່​ ​ ແລະ  ຍາວ​ນານ​ກວ່າ​ໝູ່ ທ່ານ Vantomme (2001) ​ໄດ້​ປະ​ເມີນ​ວ່າ:

-        ປະມານ 80% ຂອງ​ປະຊາກອນ​ໂລກ​ໄດ້​ນຳ​ໃຊ້​ເຄື່ຶອງປ່າ​ຂອງ​ດົງ ​ເພື່ອ​ສະໜອງ​ຄວາມ​ຕ້ອງ ການ​ຂອງ​ຕົນ​ໃນ​ດ້ານ​ການ​ຮັກສາ​ປິ່ນປົວ​ສຸຂະພາບ ​ ແລະ  ​ໂພ​ສະ​ນາ​ການ.

-        ຫຼາຍ​ລ້ານ​ຄົວ​ເຮືອ​ນ​ໃນ​ໂລກ​ ໄດ້​ເອື່ອຍ​ອີງ​ ໃສ່​ການ​ສ້າງ​ລາຍ​ຮັບ​ຈາກ​ເຄື່ອງ​ປ່າ​ຂອງ​ດົງ ​​ເປັນ​ຕົ້ນຕໍ.

-        ມູນ​ຄ່າ​ການ​ຄ້າຂາຍ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ໂລກ​ໄດ້​ຄຳນວນ​ວ່າ​ ມີ​ປະມານ 11 ຕື້​ ດອນ​ລາ​ສະຫະລັດ​ຕໍ່​ປີ.

-        ຄວາມ​ສຳຄັນ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ​ ໄດ້​ຖືກ​ຮັບ​ຮູ້​ສູງ​ຂຶ້ນມາ​ອີກ​ໃໝ່​ ໃນ​ປະຈຸ​ບັນ​ ໂດຍ​ສະ​ເພາະ​ແມ່ນ​ໃນ​ພາກ​ລັດ. ປ່າ​ໄມ້​ກໍບໍ່​ໄດ້​ຖືກ​ຕີ​ລາຄາ​ວ່າ​ ເປັນ​ພຽງ​ແຕ່​ແຫຼ່ງສະໜອງ​ໄມ້ທ່ອນ​ເທົ່າ​ນັ້ນ ​ແຕ່​ຍັງ​ຖືກ​ຖື​ວ່າ ​ເປັນ​ລະ​ບົບອັນ​ສະຫຼັບ​ສັບ​ຊ້ອນ​ທີ່​ສະໜອງ​ຊັບພະຍາກອນ ​ ແລະ  ໜ້າ​ທີ່​ອັນ​ຫຼາກ​ຫຼາຍ​ຢ່າງ​ໝັ້ນຄົງ ​ເຄື່ອງ​ປ່າ​ຂອງ​ດົງ​ ມີ​ຄວາມ​ສຳຄັນ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ຄົນ​ທ້ອງ​ຖິ່ນ, ຕໍ່​ການ​ປົກ​ປັກ​ຮັກສາ​ຂອງ​ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ ແລະ  ການຈະ​ເລີ​ນ​ເຕີບ​ໂຕ​ທີ່​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ

ຄວາມຫມາຍ ແລະ ຄວາມສຳຄັນ ຂອງເຄື່ອງປ່າຂອງດົງ 1.1          ຄວາມໝາຍຂອງເຄື່ອງປ່າຂອງດົງ  ເຄື່ອງ​ປ່າ​ຂອງ​ດົງ​ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ດຳລົງ​ຊີວິດ​ປະຈຳ​ວັນ ​ ແລະ  ສ້າງລາຍ​ຮັບ​ທາງ​ເສດ​ຖະກິດ​ຂອງ​ຄົນ​ໃນ​ໂລກ​ ທັງ​ເປັນ​ຜະລິດ​ຕະພັນ​ທີ່​ມີ​ການ​ຄ້າຂາຍ​ກັນ ​ລະຫວ່າງ​ປະ​ເທດ​ກ່ອນໝູ່​ ​ ແລະ  ຍາວ​ນານ​ກວ່າ​ໝູ່ ທ່ານ Vantomme (2001) ​ໄດ້​ປະ​ເມີນ​ວ່າ:  -        ປະມານ 80% ຂອງ​ປະຊາກອນ​ໂລກ​ໄດ້​ນຳ​ໃຊ້​ເຄື່ຶອງປ່າ​ຂອງ​ດົງ ​ເພື່ອ​ສະໜອງ​ຄວາມ​ຕ້ອງ ການ​ຂອງ​ຕົນ​ໃນ​ດ້ານ​ການ​ຮັກສາ​ປິ່ນປົວ​ສຸຂະພາບ ​ ແລະ  ​ໂພ​ສະ​ນາ​ການ.  -        ຫຼາຍ​ລ້ານ​ຄົວ​ເຮືອ​ນ​ໃນ​ໂລກ​ ໄດ້​ເອື່ອຍ​ອີງ​ ໃສ່​ການ​ສ້າງ​ລາຍ​ຮັບ​ຈາກ​ເຄື່ອງ​ປ່າ​ຂອງ​ດົງ ​​ເປັນ​ຕົ້ນຕໍ.  -        ມູນ​ຄ່າ​ການ​ຄ້າຂາຍ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ໂລກ​ໄດ້​ຄຳນວນ​ວ່າ​ ມີ​ປະມານ 11 ຕື້​ ດອນ​ລາ​ສະຫະລັດ​ຕໍ່​ປີ.  -        ຄວາມ​ສຳຄັນ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ​ ໄດ້​ຖືກ​ຮັບ​ຮູ້​ສູງ​ຂຶ້ນມາ​ອີກ​ໃໝ່​ ໃນ​ປະຈຸ​ບັນ​ ໂດຍ​ສະ​ເພາະ​ແມ່ນ​ໃນ​ພາກ​ລັດ. ປ່າ​ໄມ້​ກໍບໍ່​ໄດ້​ຖືກ​ຕີ​ລາຄາ​ວ່າ​ ເປັນ​ພຽງ​ແຕ່​ແຫຼ່ງສະໜອງ​ໄມ້ທ່ອນ​ເທົ່າ​ນັ້ນ ​ແຕ່​ຍັງ​ຖືກ​ຖື​ວ່າ ​ເປັນ​ລະ​ບົບອັນ​ສະຫຼັບ​ສັບ​ຊ້ອນ​ທີ່​ສະໜອງ​ຊັບພະຍາກອນ ​ ແລະ  ໜ້າ​ທີ່​ອັນ​ຫຼາກ​ຫຼາຍ​ຢ່າງ​ໝັ້ນຄົງ ​ເຄື່ອງ​ປ່າ​ຂອງ​ດົງ​ ມີ​ຄວາມ​ສຳຄັນ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ຄົນ​ທ້ອງ​ຖິ່ນ, ຕໍ່​ການ​ປົກ​ປັກ​ຮັກສາ​ຂອງ​ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ ແລະ  ການຈະ​ເລີ​ນ​ເຕີບ​ໂຕ​ທີ່​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ         1.2          ຄວາມສຳຄັນຂອງເຄື່ອງ​ປ່າ​ຂອງ​ດົງ​ຕໍ່​ເສດຖະກິດ​ສັງຄົມ    1.2.1       ຄວາມສຳຄັນຂອງການດຳລົງຊີບ  ສຳລັບ​ປະຊາຊົນ​ທ້ອງຖິ່ນ ຫຼາຍ​ກຸ່ມ​ ໂດຍ​ສະ​ເພາະ​ ແມ່ນ​ພວກ​ທີ່​ໄດ້​ນຳ​ໃຊ້​ປ່າ​ໄມ້​ແລ້ວ​ເຄື່ອງປ່າ​ຂອງ​ດົງ ​ໄດ້​ສະໜອງ​ຄວາມ​ຕ້ອງການ​ພື້ນຖານ ​ ແລະ  ສ້າງລາຍ​ຮັບ​ແກ່​ເຂົາ​ເຈົ້າ​ໃນ​ຮູບ​ຂອງອາຫານ, ຢາ​ປົວ​ພະຍາດ, ວັດ​ສະ​ດຸ​ກໍສ້າງ ​​ ແລະ  ​ ​ເຄື່ອງ​ສຳລັບ​ໃຊ້​ໃນ​ງານ​ປະ​ເພນີ​ເຊັ່ນ: ທູບ. ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ ​ສ່ວນ​ໃຫຍ່​ມັກ​ມີ​ລັກ​ຊະນະ​ແບບ​ຊະຊາຍ, ສວຍ​ໂອກາດ ​ ແລະ  ຍັງ​ຢູ່​ໃນ​ລະດັບ​ຕໍ່າ ທັງ​ມີ​ການ​ປຸງ​ແຕ່ງ ຫຼືຂາຍ​ແບ​ບ​ເລັກໆ​ນ້ອຍໆ, ສຳລັບ​ຊາວ​ຊົນ​ນະ​ບົດ​ທີ່​ທຸກ​ຍາກ​ບາງ​ກຸ່ມ​ແລ້ວ​ ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ຊັບພະຍາກອນ​ທີ່​ສຳຄັນ ​ເປັນຕາ​ຍ​ເໝືອນ​ກັບ​ການ​ປູກຝັງ. ​ເຖິງ​ວ່າ ການ​ປົກ​ປັກ​ຮັກສາ​ເຄື່ອງ​ປ່າ​ຂອງ​ດົງ​ ຈະ​ເປັນ​ພື້ນຖານ​ສຳຄັນ​ສຳລັບ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ກໍຕາມ​ ແຕ່​ເຄື່ອງ​ປ່າ​ຂອງ​ດົງ​ ນັບ​ມື້​ນັບ​ມີ​ໄພ​ຂົ່ມຂູ່​ເພີ່ມ​ຂຶ້ນ​ດ້ວຍ​ການ​ທຳລາຍ​ປ່າ ​ ແລະ  ທຳລາຍ​ທີ່​ດິນ.    1.2.2       ຄວາມສຳຄັນດ້ານສິ່ງແວດລ້ອມ  ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ຕົວ​ແທນ​​ແຫ່ງ ​ການ​ອະນຸລັກ​ປ່າ​ໄມ້, ​ແຫຼ່ງນ້ຳ ​ ແລະ  ຄວາມ​ຫຼາກ​ຫຼາຍ​ຂອງ​ຊີວະ​ນາໆ​ພັນ. ບັນດາ​ນັກ​ຄົ້ນຄວ້າ​, ນັກ​ພັດທະນາ​ ໄດ້​ແນະນຳ​ວ່າ​: ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊາວບ້ານ​ ໂດຍ​ທີ່​ບໍ່​ທຳລາຍ​ລະບົບ​ນິ​ເວດ​ໄດ້. ຄວາມ​ພະຍາຍາມ​ໃນ​ການ​ອະນຸລັກ​ ແມ່ນ​ມຸ້ງ​ເນັ້ນ​ໃສ່ ​ຊຸກ​ຍູ້ໃຫ້​ມີ​ຮູບ​ແບບ​ກາ​ນຄຸ້ມ​ຄອງ​, ຈັດ​ສັນ ​ທີ່​ມີ​ການ​ຂຸດ​ຄົ້ນ​ໃນ​ລະດັບ​ຄວາມໜາ​ແໜ້ນຕ່ຳ ແລະ ​ເພື່ອ​ເນັ້ນ​ໃຫ້​ເຫັນ​ວ່າ: ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ນັ້ນ ​ເປັນ​ເຄື່ອງມື​ທີ່​ສຳຄັນ ​ ແລະ  ຈຳ​ເປັນ​ໃນ​ການ​ອະນຸລັກ​ທຳ​ມະ​ຊາດ. ພ້ອມ​ນີ້​ກໍ​ມັກ​ມີ​ການ​ສົມມຸດ​ຖານ​ສະ​ເໝີ​ວ່າ ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໜ້ອຍ​ກວ່າ​ການ​ຂຸດ​ຄົ້ນ​ໄມ້​ສະ​ເໝີ. ຢ່າງ​ໃດ​ກໍດີ​ລ ະບົບ​ນິ​ເວດ​ປ່າ​ໄມ້​ນັ້ນ​ ແມ່ນ​ມີ​ຄວາມ​ສຳພັນ​ຕໍ່​ກັນ ​ ແລະ  ກັນ ​ແບບ​ສະຫຼັບ​ສັບ​ຊ້ອນ ​ເຊິ່ງຖ້າ​ປະສາຈາກ​ຄວາມ​ຮູ້ ​ ແລະ  ​ການ​ຕິດຕາມ​ກວດກາ​ກ່ຽວ​ກັບ​ຊັບພະຍາກອນ​ແລ້ວ, ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ ​ບາງ​ຊະນິດ​ອາດ​ຈະ​ສ້າງ​ຜົນ​ກະທົບ​ທາງ​ລົບ​ອັນ​ໃຫຍ່​ຫຼວງ​ແກ່​ປະຊາກອນ​ພືດ ​ ແລະ  ສັດ​ໄດ້.    1.2.3       ຄວາມສຳຄັນດ້ານເສດຖະກິດ  ການ​ປະກອບສ່ວນ​ທີ່​ສຳຄັນ ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ ​ຕໍ່​ການ​ຄ້ຳປະກັນ​ທາງ​ດ້ານ​ສະບຽງ​ອາຫານ ​ ແລະ  ດ້ານ​ລາຍ​ຮັບ​ແມ່ນ​ມີ​ການ​ຮັບ​ຮູ້​ກັນ​ນັບ​ມື້ນັບ​ສູງ​ຂຶ້ນ. ​ໃນ​ຕົວ​ຈິງ​ແລ້ວ, ​ໃນ​ບາງ​ພື້ນ​ທີ່​ລາຍ​ຮັບ​ທີ່​ໄດ້​ຈາກ​ເຄື່ອງ​ປ່າ​ຂອງ​ດົງ​ ແມ່ນ​ຫຼາຍ​ກວ່າ​ລາຍ​ຮັບ​ທີ່​ໄດ້​ຈາກ​ໄມ້​ທ່ອນ ຢູ່​ໃນ​ຕະຫຼາດ​ຂອງ​ທ້ອງ​ຖິ່ນ, ຂອງ​ຕົວ​ເມືອງ​ພາຍ​ໃນ​ປະ​ເທດ ​ ແລະ  ສາກົນ, ອາຫານ ​ ແລະ  ຢາ​ປົວ​ພະຍາດ​ຈາກ​ປ່າ​ ແມ່​ນ​ໄດ້​ປະກອບສ່ວນ​ຢ່າງ​ໜັກ​ແໜ້ນ ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ເສດຖະກິດ ​ ແລະ  ຂະ​ແໜງ​ການ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ທົ່ວ​​ໂລກ​ບາງທີ​ກໍ​ອາດ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ຂະ​ແໜງ​ການ​ອຸດ​ສະຫະ​ກຳ​ໄມ້​ອີກ.

1.2          ຄວາມສຳຄັນຂອງເຄື່ອງ​ປ່າ​ຂອງ​ດົງ​ຕໍ່​ເສດຖະກິດ​ສັງຄົມ

1.2.1       ຄວາມສຳຄັນຂອງການດຳລົງຊີບ

ສຳລັບປະຊາຊົນທ້ອງຖິ່ນ ຫຼາຍກຸ່ມໂດຍສະເພາະແມ່ນພວກທີ່ໄດ້ນຳໃຊ້ປ່າໄມ້ແລ້ວເຄື່ອງປ່າຂອງດົງໄດ້ສະໜອງຄວາມຕ້ອງການພື້ນຖານ ແລະ  ສ້າງລາຍຮັບແກ່ເຂົາເຈົ້າໃນຮູບຂອງອາຫານ, ຢາປົວພະຍາດ, ວັດສະດຸກໍສ້າງ ​​ ແລະ  ​ ​ເຄື່ອງສຳລັບໃຊ້ໃນງານປະເພນີເຊັ່ນ: ທູບ. ການຂຸດຄົ້ນເຄື່ອງປ່າຂອງດົງ ສ່ວນໃຫຍ່ມັກມີລັກຊະນະແບບຊະຊາຍ, ສວຍໂອກາດ ແລະ  ຍັງຢູ່ໃນລະດັບຕໍ່າ ທັງມີການປຸງແຕ່ງ ຫຼືຂາຍແບເລັກໆນ້ອຍໆ, ສຳລັບຊາວຊົນນະບົດທີ່ທຸກຍາກບາງກຸ່ມແລ້ວເຄື່ອງປ່າຂອງດົງເປັນຊັບພະຍາກອນທີ່ສຳຄັນ ເປັນຕາເໝືອນກັບການປູກຝັງ. ​ເຖິງວ່າ ການປົກປັກຮັກສາເຄື່ອງປ່າຂອງດົງຈະເປັນພື້ນຖານສຳຄັນສຳລັບຄວາມຍືນຍົງຄົງຕົວຂອງການດຳລົງຊີວິດປະຈຳວັນກໍຕາມແຕ່ເຄື່ອງປ່າຂອງດົງນັບມື້ນັບມີໄພຂົ່ມຂູ່ເພີ່ມຂຶ້ນດ້ວຍການທຳລາຍປ່າ ແລະ  ທຳລາຍທີ່ດິນ.

1.2.2       ຄວາມສຳຄັນດ້ານສິ່ງແວດລ້ອມ

ເຄື່ອງປ່າຂອງດົງເປັນຕົວແທນ​​ແຫ່ງການອະນຸລັກປ່າໄມ້, ​ແຫຼ່ງນ້ຳ ​ ແລະ  ຄວາມ​ຫຼາກ​ຫຼາຍ​ຂອງ​ຊີວະ​ນາໆ​ພັນ. ບັນດາ​ນັກ​ຄົ້ນຄວ້າ​, ນັກ​ພັດທະນາ​ ໄດ້​ແນະນຳ​ວ່າ​: ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊາວບ້ານ​ ໂດຍ​ທີ່​ບໍ່​ທຳລາຍ​ລະບົບ​ນິ​ເວດ​ໄດ້. ຄວາມ​ພະຍາຍາມ​ໃນ​ການ​ອະນຸລັກ​ ແມ່ນ​ມຸ້ງ​ເນັ້ນ​ໃສ່ ​ຊຸກ​ຍູ້ໃຫ້​ມີ​ຮູບ​ແບບ​ກາ​ນຄຸ້ມ​ຄອງ​, ຈັດ​ສັນ ​ທີ່​ມີ​ການ​ຂຸດ​ຄົ້ນ​ໃນ​ລະດັບ​ຄວາມໜາ​ແໜ້ນຕ່ຳ ແລະ ​ເພື່ອ​ເນັ້ນ​ໃຫ້​ເຫັນ​ວ່າ: ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ນັ້ນ ​ເປັນ​ເຄື່ອງມື​ທີ່​ສຳຄັນ ​ ແລະ  ຈຳ​ເປັນ​ໃນ​ການ​ອະນຸລັກ​ທຳ​ມະ​ຊາດ. ພ້ອມ​ນີ້​ກໍ​ມັກ​ມີ​ການ​ສົມມຸດ​ຖານ​ສະ​ເໝີ​ວ່າ ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໜ້ອຍ​ກວ່າ​ການ​ຂຸດ​ຄົ້ນ​ໄມ້​ສະ​ເໝີ. ຢ່າງ​ໃດ​ກໍດີ​ລ ະບົບ​ນິ​ເວດ​ປ່າ​ໄມ້​ນັ້ນ​ ແມ່ນ​ມີ​ຄວາມ​ສຳພັນ​ຕໍ່​ກັນ ​ ແລະ  ກັນ ​ແບບ​ສະຫຼັບ​ສັບ​ຊ້ອນ ​ເຊິ່ງຖ້າ​ປະສາຈາກ​ຄວາມ​ຮູ້ ​ ແລະ  ​ການ​ຕິດຕາມ​ກວດກາ​ກ່ຽວ​ກັບ​ຊັບພະຍາກອນ​ແລ້ວ, ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ ​ບາງ​ຊະນິດ​ອາດ​ຈະ​ສ້າງ​ຜົນ​ກະທົບ​ທາງ​ລົບ​ອັນ​ໃຫຍ່​ຫຼວງ​ແກ່​ປະຊາກອນ​ພືດ ​ ແລະ  ສັດ​ໄດ້.

1.2.3       ຄວາມສຳຄັນດ້ານເສດຖະກິດ

ການ​ປະກອບສ່ວນ​ທີ່​ສຳຄັນ ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ ​ຕໍ່​ການ​ຄ້ຳປະກັນ​ທາງ​ດ້ານ​ສະບຽງ​ອາຫານ ​ ແລະ  ດ້ານ​ລາຍ​ຮັບ​ແມ່ນ​ມີ​ການ​ຮັບ​ຮູ້​ກັນ​ນັບ​ມື້ນັບ​ສູງ​ຂຶ້ນ. ​ໃນ​ຕົວ​ຈິງ​ແລ້ວ, ​ໃນ​ບາງ​ພື້ນ​ທີ່​ລາຍ​ຮັບ​ທີ່​ໄດ້​ຈາກ​ເຄື່ອງ​ປ່າ​ຂອງ​ດົງ​ ແມ່ນ​ຫຼາຍ​ກວ່າ​ລາຍ​ຮັບ​ທີ່​ໄດ້​ຈາກ​ໄມ້​ທ່ອນ ຢູ່​ໃນ​ຕະຫຼາດ​ຂອງ​ທ້ອງ​ຖິ່ນ, ຂອງ​ຕົວ​ເມືອງ​ພາຍ​ໃນ​ປະ​ເທດ ​ ແລະ  ສາກົນ, ອາຫານ ​ ແລະ  ຢາ​ປົວ​ພະຍາດ​ຈາກ​ປ່າ​ ແມ່​ນ​ໄດ້​ປະກອບສ່ວນ​ຢ່າງ​ໜັກ​ແໜ້ນ ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ເສດຖະກິດ ​ ແລະ  ຂະ​ແໜງ​ການ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ທົ່ວ​​ໂລກ​ບາງທີ​ກໍ​ອາດ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ຂະ​ແໜງ​ການ​ອຸດ​ສະຫະ​ກຳ​ໄມ້​ອີກ.

ຄວາມຫມາຍ ແລະ ຄວາມສຳຄັນ ຂອງເຄື່ອງປ່າຂອງດົງ 1.1          ຄວາມໝາຍຂອງເຄື່ອງປ່າຂອງດົງ  ເຄື່ອງ​ປ່າ​ຂອງ​ດົງ​ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ດຳລົງ​ຊີວິດ​ປະຈຳ​ວັນ ​ ແລະ  ສ້າງລາຍ​ຮັບ​ທາງ​ເສດ​ຖະກິດ​ຂອງ​ຄົນ​ໃນ​ໂລກ​ ທັງ​ເປັນ​ຜະລິດ​ຕະພັນ​ທີ່​ມີ​ການ​ຄ້າຂາຍ​ກັນ ​ລະຫວ່າງ​ປະ​ເທດ​ກ່ອນໝູ່​ ​ ແລະ  ຍາວ​ນານ​ກວ່າ​ໝູ່ ທ່ານ Vantomme (2001) ​ໄດ້​ປະ​ເມີນ​ວ່າ:  -        ປະມານ 80% ຂອງ​ປະຊາກອນ​ໂລກ​ໄດ້​ນຳ​ໃຊ້​ເຄື່ຶອງປ່າ​ຂອງ​ດົງ ​ເພື່ອ​ສະໜອງ​ຄວາມ​ຕ້ອງ ການ​ຂອງ​ຕົນ​ໃນ​ດ້ານ​ການ​ຮັກສາ​ປິ່ນປົວ​ສຸຂະພາບ ​ ແລະ  ​ໂພ​ສະ​ນາ​ການ.  -        ຫຼາຍ​ລ້ານ​ຄົວ​ເຮືອ​ນ​ໃນ​ໂລກ​ ໄດ້​ເອື່ອຍ​ອີງ​ ໃສ່​ການ​ສ້າງ​ລາຍ​ຮັບ​ຈາກ​ເຄື່ອງ​ປ່າ​ຂອງ​ດົງ ​​ເປັນ​ຕົ້ນຕໍ.  -        ມູນ​ຄ່າ​ການ​ຄ້າຂາຍ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ໂລກ​ໄດ້​ຄຳນວນ​ວ່າ​ ມີ​ປະມານ 11 ຕື້​ ດອນ​ລາ​ສະຫະລັດ​ຕໍ່​ປີ.  -        ຄວາມ​ສຳຄັນ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ​ ໄດ້​ຖືກ​ຮັບ​ຮູ້​ສູງ​ຂຶ້ນມາ​ອີກ​ໃໝ່​ ໃນ​ປະຈຸ​ບັນ​ ໂດຍ​ສະ​ເພາະ​ແມ່ນ​ໃນ​ພາກ​ລັດ. ປ່າ​ໄມ້​ກໍບໍ່​ໄດ້​ຖືກ​ຕີ​ລາຄາ​ວ່າ​ ເປັນ​ພຽງ​ແຕ່​ແຫຼ່ງສະໜອງ​ໄມ້ທ່ອນ​ເທົ່າ​ນັ້ນ ​ແຕ່​ຍັງ​ຖືກ​ຖື​ວ່າ ​ເປັນ​ລະ​ບົບອັນ​ສະຫຼັບ​ສັບ​ຊ້ອນ​ທີ່​ສະໜອງ​ຊັບພະຍາກອນ ​ ແລະ  ໜ້າ​ທີ່​ອັນ​ຫຼາກ​ຫຼາຍ​ຢ່າງ​ໝັ້ນຄົງ ​ເຄື່ອງ​ປ່າ​ຂອງ​ດົງ​ ມີ​ຄວາມ​ສຳຄັນ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ຄົນ​ທ້ອງ​ຖິ່ນ, ຕໍ່​ການ​ປົກ​ປັກ​ຮັກສາ​ຂອງ​ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ ແລະ  ການຈະ​ເລີ​ນ​ເຕີບ​ໂຕ​ທີ່​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ         1.2          ຄວາມສຳຄັນຂອງເຄື່ອງ​ປ່າ​ຂອງ​ດົງ​ຕໍ່​ເສດຖະກິດ​ສັງຄົມ    1.2.1       ຄວາມສຳຄັນຂອງການດຳລົງຊີບ  ສຳລັບ​ປະຊາຊົນ​ທ້ອງຖິ່ນ ຫຼາຍ​ກຸ່ມ​ ໂດຍ​ສະ​ເພາະ​ ແມ່ນ​ພວກ​ທີ່​ໄດ້​ນຳ​ໃຊ້​ປ່າ​ໄມ້​ແລ້ວ​ເຄື່ອງປ່າ​ຂອງ​ດົງ ​ໄດ້​ສະໜອງ​ຄວາມ​ຕ້ອງການ​ພື້ນຖານ ​ ແລະ  ສ້າງລາຍ​ຮັບ​ແກ່​ເຂົາ​ເຈົ້າ​ໃນ​ຮູບ​ຂອງອາຫານ, ຢາ​ປົວ​ພະຍາດ, ວັດ​ສະ​ດຸ​ກໍສ້າງ ​​ ແລະ  ​ ​ເຄື່ອງ​ສຳລັບ​ໃຊ້​ໃນ​ງານ​ປະ​ເພນີ​ເຊັ່ນ: ທູບ. ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ ​ສ່ວນ​ໃຫຍ່​ມັກ​ມີ​ລັກ​ຊະນະ​ແບບ​ຊະຊາຍ, ສວຍ​ໂອກາດ ​ ແລະ  ຍັງ​ຢູ່​ໃນ​ລະດັບ​ຕໍ່າ ທັງ​ມີ​ການ​ປຸງ​ແຕ່ງ ຫຼືຂາຍ​ແບ​ບ​ເລັກໆ​ນ້ອຍໆ, ສຳລັບ​ຊາວ​ຊົນ​ນະ​ບົດ​ທີ່​ທຸກ​ຍາກ​ບາງ​ກຸ່ມ​ແລ້ວ​ ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ຊັບພະຍາກອນ​ທີ່​ສຳຄັນ ​ເປັນຕາ​ຍ​ເໝືອນ​ກັບ​ການ​ປູກຝັງ. ​ເຖິງ​ວ່າ ການ​ປົກ​ປັກ​ຮັກສາ​ເຄື່ອງ​ປ່າ​ຂອງ​ດົງ​ ຈະ​ເປັນ​ພື້ນຖານ​ສຳຄັນ​ສຳລັບ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ກໍຕາມ​ ແຕ່​ເຄື່ອງ​ປ່າ​ຂອງ​ດົງ​ ນັບ​ມື້​ນັບ​ມີ​ໄພ​ຂົ່ມຂູ່​ເພີ່ມ​ຂຶ້ນ​ດ້ວຍ​ການ​ທຳລາຍ​ປ່າ ​ ແລະ  ທຳລາຍ​ທີ່​ດິນ.    1.2.2       ຄວາມສຳຄັນດ້ານສິ່ງແວດລ້ອມ  ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ຕົວ​ແທນ​​ແຫ່ງ ​ການ​ອະນຸລັກ​ປ່າ​ໄມ້, ​ແຫຼ່ງນ້ຳ ​ ແລະ  ຄວາມ​ຫຼາກ​ຫຼາຍ​ຂອງ​ຊີວະ​ນາໆ​ພັນ. ບັນດາ​ນັກ​ຄົ້ນຄວ້າ​, ນັກ​ພັດທະນາ​ ໄດ້​ແນະນຳ​ວ່າ​: ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊາວບ້ານ​ ໂດຍ​ທີ່​ບໍ່​ທຳລາຍ​ລະບົບ​ນິ​ເວດ​ໄດ້. ຄວາມ​ພະຍາຍາມ​ໃນ​ການ​ອະນຸລັກ​ ແມ່ນ​ມຸ້ງ​ເນັ້ນ​ໃສ່ ​ຊຸກ​ຍູ້ໃຫ້​ມີ​ຮູບ​ແບບ​ກາ​ນຄຸ້ມ​ຄອງ​, ຈັດ​ສັນ ​ທີ່​ມີ​ການ​ຂຸດ​ຄົ້ນ​ໃນ​ລະດັບ​ຄວາມໜາ​ແໜ້ນຕ່ຳ ແລະ ​ເພື່ອ​ເນັ້ນ​ໃຫ້​ເຫັນ​ວ່າ: ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ນັ້ນ ​ເປັນ​ເຄື່ອງມື​ທີ່​ສຳຄັນ ​ ແລະ  ຈຳ​ເປັນ​ໃນ​ການ​ອະນຸລັກ​ທຳ​ມະ​ຊາດ. ພ້ອມ​ນີ້​ກໍ​ມັກ​ມີ​ການ​ສົມມຸດ​ຖານ​ສະ​ເໝີ​ວ່າ ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ​ນັ້ນ ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໜ້ອຍ​ກວ່າ​ການ​ຂຸດ​ຄົ້ນ​ໄມ້​ສະ​ເໝີ. ຢ່າງ​ໃດ​ກໍດີ​ລ ະບົບ​ນິ​ເວດ​ປ່າ​ໄມ້​ນັ້ນ​ ແມ່ນ​ມີ​ຄວາມ​ສຳພັນ​ຕໍ່​ກັນ ​ ແລະ  ກັນ ​ແບບ​ສະຫຼັບ​ສັບ​ຊ້ອນ ​ເຊິ່ງຖ້າ​ປະສາຈາກ​ຄວາມ​ຮູ້ ​ ແລະ  ​ການ​ຕິດຕາມ​ກວດກາ​ກ່ຽວ​ກັບ​ຊັບພະຍາກອນ​ແລ້ວ, ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ ​ບາງ​ຊະນິດ​ອາດ​ຈະ​ສ້າງ​ຜົນ​ກະທົບ​ທາງ​ລົບ​ອັນ​ໃຫຍ່​ຫຼວງ​ແກ່​ປະຊາກອນ​ພືດ ​ ແລະ  ສັດ​ໄດ້.    1.2.3       ຄວາມສຳຄັນດ້ານເສດຖະກິດ  ການ​ປະກອບສ່ວນ​ທີ່​ສຳຄັນ ​ຂອງ​ເຄື່ອງ​ປ່າ​ຂອງ​ດົງ ​ຕໍ່​ການ​ຄ້ຳປະກັນ​ທາງ​ດ້ານ​ສະບຽງ​ອາຫານ ​ ແລະ  ດ້ານ​ລາຍ​ຮັບ​ແມ່ນ​ມີ​ການ​ຮັບ​ຮູ້​ກັນ​ນັບ​ມື້ນັບ​ສູງ​ຂຶ້ນ. ​ໃນ​ຕົວ​ຈິງ​ແລ້ວ, ​ໃນ​ບາງ​ພື້ນ​ທີ່​ລາຍ​ຮັບ​ທີ່​ໄດ້​ຈາກ​ເຄື່ອງ​ປ່າ​ຂອງ​ດົງ​ ແມ່ນ​ຫຼາຍ​ກວ່າ​ລາຍ​ຮັບ​ທີ່​ໄດ້​ຈາກ​ໄມ້​ທ່ອນ ຢູ່​ໃນ​ຕະຫຼາດ​ຂອງ​ທ້ອງ​ຖິ່ນ, ຂອງ​ຕົວ​ເມືອງ​ພາຍ​ໃນ​ປະ​ເທດ ​ ແລະ  ສາກົນ, ອາຫານ ​ ແລະ  ຢາ​ປົວ​ພະຍາດ​ຈາກ​ປ່າ​ ແມ່​ນ​ໄດ້​ປະກອບສ່ວນ​ຢ່າງ​ໜັກ​ແໜ້ນ ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ເສດຖະກິດ ​ ແລະ  ຂະ​ແໜງ​ການ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ທົ່ວ​​ໂລກ​ບາງທີ​ກໍ​ອາດ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ຂະ​ແໜງ​ການ​ອຸດ​ສະຫະ​ກຳ​ໄມ້​ອີກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ