Wednesday, July 29, 2020

ໝາກມາດ Winged Prickly Ash

ໝາກມາດ Winged Prickly Ash, Zanthoxylum armatum DC. / Rutaceaeເປັນໄມ້ຟຸ່ມເຄືອ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ໃບຫຼົ່ນຕາມລະດູການ. ກີ່ງງ່າ ແລະ ເສັ້ນກ່າງກາງໃບດ້າ


ໝາກມາດ / Winged Prickly Ash

ຊື່ວິທະຍາສາດ / ຕະກຸນ

Zanthoxylum armatum DC. / Rutaceae

ຊື່ພ້ອງ

 

v  Fagara armata Thunb.

v  Zanthoxylum alatum Roxb.

v  Zanthoxylum alatum Hemsl.

v  Zanthoxylum alatum var. planispinum (Siebold & Zucc.) Rehder & E.H. Wilson

v  Zanthoxylum alatum var. subtrifoliolatum Franch.

v  Zanthoxylum arenosum Reeder & S.Y.Cheo

v  Zanthoxylum armatum var. armatum

v  Zanthoxylum planispinum Siebold & Zucc.

ຊື່ອື່ນ

ພາ​ສາ​ຈີນ: 竹叶花椒 zhu ye hua jiao

ການນຳໃຊ້

ອາຫານ, ສີນຄ້າ, ພືດເປັນຢາ, ພືດປະດັບ


ໝາກມາດ Winged Prickly Ash, Zanthoxylum armatum DC. / Rutaceaeເປັນໄມ້ຟຸ່ມເຄືອ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ໃບຫຼົ່ນຕາມລະດູການ. ກີ່ງງ່າ ແລະ ເສັ້ນກ່າງກາງໃບດ້າ

ລັກສະນະພືດສາດ

ເປັນໄມ້ຟຸ່ມເຄືອ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ໃບຫຼົ່ນຕາມລະດູການ. ກີ່ງງ່າ ແລະ ເສັ້ນກ່າງກາງໃບດ້ານລຸ່ມ ມີໜາມແຫຼມ. ກີ່ງງ່າອ່ອນ ແລະ ຊໍ່ດອກກ້ຽງ ຫຼື ມີສີແດງນ້ຳຕານກະຈາຍທົ່ວ, ບາງຄັ້ງກໍ່ມີຂົນອ່ອນນຸ່ມ. ໃບເປັນໃບປະສົມ, ມີໃບຍ່ອຍ 3-11 ໃບ, ມີປີກຕາມກ້ານໃບທັ້ງສອງຝາກ, ກວ້າງ 5 ມີນລີແມັດ. ແຜ່ນໃບຈັບກົງກັນຂ້າມ, ຮູບໄຂ່, ຮູບໃບຫອກ ຫຼື ຮູບຮີ, ຂະໜາດ 3-12 x 1-3 ຊັງຕິແມັດ, ກົກໃບຮຽວ ຫຼື ຮູບຫຼີ້ມ, ເສັ້ນໃບ 6-14 ຄູ່. ຊໍ່ດອກອອກຈາກປ້າຍກີ່ງ ຫຼື ງ່າມໃບ, ມີດອກຈຳນວນເຖິງ 30 ດອກ. ດອກຜູ້ເກສອນມີ 4-6 ອັນ. ຖົງລະອອງສີເຫຼືອງ. ດອກແມ່ມີເຕົ້າໄຂ່ 2 ຫຼື 3 ອັນ. ໝາກມົນກົມ, ມີຂຽວເມື່ອຍັງອ່ອນ. ແກ່ນສີດຳປົນສີນ້ຳຕານ.


ການນຳໃຊ້

ເປືອກໝາກ ແລະ ແກ່ນໃຊ້ເປັນເຄື່ອງເທດ ເພື່ອປຸ່ງແຕ່ງລົດ ແລະ ກີ່ນຂອງອາຫານ ໂດຍສະເພາະແມ່ນອາຫານພື້ນບ້ານທາງພາກເໜືອຂອງລາວນິຍົມກັນໃສ່ໝາກມາດ ເກືອບທຸກລາຍການ ໂດຍສະເພາະແມ່ນອາຫານຄາວ ເຊັ່ນ: ລາບ, ກ້ອຍ, ເອາະຫຼາມ, ປົ່ນປາ, ປົ່ນກົບ ແລະ ອາຫານຄາວອິກຫຼາຍລາຍການ. ນອກຈາກເປັນເຄື່ອງປຸ່ງແຕ່ງອາຫານແລ້ວມັນຍັງຊ່ວຍໃນການຍ່ອຍອາຫານໃນກະເພາະລຳໄສ້, ບຳລຸງກຳລັງ, ຮັກສາໄຂ້, ຂັບລົມ ແລະ ຂັບຖ່າຍໄດ້ສະດວກ.


ໝາກມາດ Winged Prickly Ash, Zanthoxylum armatum DC. / Rutaceaeເປັນໄມ້ຟຸ່ມເຄືອ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ໃບຫຼົ່ນຕາມລະດູການ. ກີ່ງງ່າ ແລະ ເສັ້ນກ່າງກາງໃບດ້າ

ເອກະສານອ້າງອີງ / ການອ້າງອີງ

  • Hartley, T. G. 1966. A revision of the Malesian species of Zanthoxylum (Rutaceae). J. Arnold Arbor. 47:211.
  • Wu Zheng-yi & P. H. Raven et al., eds. 1994-. Flora of China (English edition).
  • Lim, T.K. 2012. Edible Medicinal And Non-Medicinal Plants: Volume 4, Fruits.
  • Duke. J. A. and Ayensu. E. S. 1985. Medicinal Plants of China. Reference Publications, Inc.

1 comment:

  1. ແນະນຳວິທີກ້າເບ້ຍໝາກມາດໄດ້ບລ

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ